google-site-verification: google0d91bc93cfc88895.html ຕົ້ນສີສຽດ [Ton Sisiet] Burma mahogany - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, September 25, 2016

ຕົ້ນສີສຽດ [Ton Sisiet] Burma mahogany

ลิงก์ถาวร ? http://hukased.blogspot.com/2016/09/ton-sisiet-burma-mahogany.html

ຕົ້ນສີສຽດ [Ton Sisiet]
ຊື່ວິທະຍາສາດ: Pentace burmanica
ຊື່ທົ່ວໄປ ເປັນພາສາອັງກິດ: Burma mahogany, Tannine bark tree

ຕົ້ນສີສຽດ ແມ່ນໄມ້ຢືນຕົ້ນຂະໜາດກາງ ຮ່ວມຕະກຸນດຽວກັນກັບຕົ້ນຄ່ອມ, ຕົ້ນປໍພານ, ກຸ່ມຕົ້ນປໍເຂົ້າຈີ່ ທັງຫຼາຍ ດັ່ງນີ້ເປັນຕົ້ນ. ຄວາມຈິງ ຜູ້ຄົນທົ່ວໄປຮູ້ຈັກພັນໄມ້ຊະນິດນີ້ຍ້ອນສີສຽດ ຫຼື ເປືອກສຽດຫຼາຍກວ່າຊຶ່ງແມ່ນເປືອກຂອງຕົ້ນສີສຽດນີ້ເອງທີ່ຊາວລາວເອົາມາຄ້າຂາຍໃນນາມເຄື່ອງປ່າຂອງດົງຊະນິດໜຶ່ງ. ຕົ້ນສີສຽດ ມີບາງລັກສະ ນະທີ່ພໍຊ່ວຍໃນການຈຳແນກໄດ້ ເຊັ່ນເປັນຕົ້ນຕັ້ງຊື່, ສູງ 20-30 ມ, ລຳຕົ້ນເປັນທໍ່ກົມ ອອກສີນ້ຳຕານແກມສີໝົ່ນມີຮອຍແຕກຕື້ນ, ງ່າຕັ້ງ ແລະ ແຕກ ເປັນງ່າຍ່ອຍຢ່າງແໜ້ນໜາ. ເມື່ອຕົ້ນມີອາຍຸແກ່ ມີປີກຮາກໄຕ່ຕາມພື້ນດິນອອກໄປ. ໃບ ເປັນໃບດ່ຽວ, ຈັບສະຫຼັບກັນ, ແຜ່ນໃບຫຍາບ, ຂອບໃບເປັນແຂ້ວເລື່ອຍ, ຕີນໃບມົນ ແຕ່ປາຍໃບແຫຼມເປັນຫາງຍາວເລັກນ້ອຍ. ຕົ້ນສີສຽດເປັນໄມ້ຜັດປ່ຽນໃບໄລຍະຍາວຕະຫຼອດໝົດລະດູແລ້ງ ເຮັດໃຫ້ເມ່ືອໃບລົ່ນແລ້ວເຫັນແຕ່ງ່າເລັກງ່ານ້ອຍສົນສວ້າກັນຢູ່. ໝາກຂອງ ຕົ້ນສີສຽດເປັນໝາກແຫ້ງ ຈັດເປັນພົ້ວໃຫຍ່, ໝາກໜຶ່ງໆມີ 5 ປີກໂຄ້ງຕາມລວງຍາວຂອງໝາກ, ເວລາແກ່ໝາກອອກສີນ້ຳຕານ. ເມື່ອເຫັນໝາກຂອງຕົ້ນສີສຽດແລ້ວ ເຮັດໃຫ້ນຶກເຖິງໝາກຂອງຕົ້ນເຊືອກທັງໆທີ່ວ່າຢູ່ຕະກຸນຕ່າງກັນ. ຕົ້ນສີສຽດ ມີຖິ່ນກຳເນີດຢູ່ປະເທດມາເລເຊຍ ແລະ ມ່ຽນມ້າ, ຍັງພົບແບບທຳມະຊາດໃນປະເທດຈີນ, ລາວ, ກຳບູເຈຍ, ຫວຽດນາມ ແລະ ໄທ ອີກດ້ວຍ.ພັນໄມ້ຊະນິດນີ້ ເກີດ ໃນປ່າດົງດິບເຄິ່ງແລ້ງ ແລະມີການນຳໃຊ້ເປືອກສຳລັບຂາຍເປັນສິນຄ້າຫຼາຍ. ເປືອກສີສຽດມີທາດສານຕາແນັງສູງ, ເພິ່ນໃຊ້ປະກອບກັບໃບພູ,ໝາກ, ເປືອກຫາດ, ປູນ,…ເປັນເຄື່ອງຄ້ຽວ ເອີ້ນວ່າ ຄ້ຽວໝາກ. ພັນໄມ້ຊະນິດນີ້ເຕີບໃຫຍ່ຊ້າ ກວ່າຈະໄດ້ໃຊ້ເປືອກກໍ່ກິນເວລາ 15-20 ປີຢູ່ໃນປ່າທຳມະຊາດ.ຢູ່ບ້ານເຮົາ ແຫຼ່ງທີ່ມາຂອງເປືອກສີສຽດ ຕົ້ນຕໍແມ່ນມາຈາກທຳມະຊາດ, ແຕ່ຫວ່າງ30-40 ປີມານີ້ ໄດ້ມີການປູກເຄື່ອງປ່າຂອງດົງເພື່ອເປັນລາຍໄດ້ຂອງຊາວບ້ານນອກຈາກເກັບກູ້ຈາກປ່າໂດຍກົງແລ້ວ. ໃນຈຳນວນນັ້ນກໍ່ມີຕົ້ນສີສຽດຊຶ່ງ ຊາວບ້ານໄດ້ປູກອ້ອມເຮືອນຊານ ຫຼື ໃນສວນໃກ້ບ້ານເພື່ອປົກປັກຮັກສາໄດ້ງ່າຍ. ແຕ່ກ່ອນ ການເກັບກູ້ແມ່ນເຮັດແບບດັບສູນເລີຍເພາະມີການຕັດຕົ້ນສີສຽດແລ້ວລອກເອົາເປືອກ, ແຕ່ໄລຍະຫຼັງໆມານີ້ໂດຍສະເພາະໃນສວນປູກ ມີການລອກເປືອກສຽດ ເຄິ່ງໜຶ່ງສຳລັບແຕ່ລະຕົ້ນ ແລ້ວປ່ອຍໃຫ້ເປືອກໄດ້ຟື້ນຕົວແລະປົ່ງຄືນ, ໃນກໍລະນີນີ້ອາດລອກໄດ້ 2 ຫາ 3
ເທື່ອຕໍ່ປີ. ການຂາຍເປືອກສຽດ ບໍ່ແມ່ນແຕ່ຮັບໃຊ້ໃຫ້ແກ່ການຄ້ຽວໝາກ ຂອງຜູ້ເຖົ້າຜູ້ແກ່ຄົນລາວເທົ່ານັ້ນ ຍັງມີຢູ່ທາງພາກຕະວັນອອກສ່ຽງເໜືອຂອງປະເທດໄທອີກ ແລະລາວເຮົາກໍ່ໄດ້ສົ່ງເປືອກສຽດອອກໄປປະເທດໄທອີກ. ຊິ້ນສ່ວນທີ່ສອງຖືກນຳໃຊ້ແມ່ນໄມ້ຊຶ່ງເປັນໄມ້ທີ່ໜຽວ, ເນື້ອໄມ້ລະອຽດອອກສີແດງຊ້ຳໆແກມສີຕັບໝູ, ປະກົດວ່າຢູ່ຫຼາຍປະເທດ ເພິ່ນໃຊ້ໄມ້ນີ້ເຮັດເຟີນີເຈີຫ້ອງການ, ເຮັດພື້ນເຮືອນ, ເຮັດເຮືອ,
ເຮັດໄມ້ອັດ, ເຮັດຫີບ, ໃຊ້ຕົບແຕ່ງພາຍໃນເຮືອນ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ