google-site-verification: google0d91bc93cfc88895.html ຕົ້ນງິ້ວ [Ton Ngiou] Kapok tree, Silk Cotton tree, Ceiba - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, September 10, 2016

ຕົ້ນງິ້ວ [Ton Ngiou] Kapok tree, Silk Cotton tree, Ceiba

ຕົ້ນງິ້ວ [Ton Ngiou] ຊື່ວິທະຍາສາດ: Ceiba pentandra ຊື່ທົ່ວໄປ ເປັນພາສາອັງກິດ: Kapok tree, Silk Cotton tree, Ceiba
ຕົ້ນງິ້ວ [Ton Ngiou] Kapok tree, Silk Cotton tree, Ceiba

 

ຕົ້ນງິ້ວ [Ton Ngiou]

ຊື່ວິທະຍາສາດ: Ceiba pentandra

ຊື່ທົ່ວໄປ ເປັນພາສາອັງກິດ: Kapok tree, Silk Cotton tree, Ceiba

ຕົ້ນງິ້ວ ເປັນໄມ້ທີ່ມີສາຍຍາດດຽວກັນກັບ ຕົ້ນຖົ່ວລຽນ, ຕົ້ນງິ້ວປ່າ ຫຼື ງິ້ວຜາ, ຕົ້ນງິ້ວດອກແດງ ແລະ ຕົ້ນບາວບັບທີ່ເກີດຢູ່ ປ່າຄັງ ທະວີບອາຟຼິກກາ. ຖ້າປ່ອຍໃຫ້ພັນໄມ້ຊະນິດນີ້ ເກີດຕາມທຳມະຊາດ ມັນເປັນຕົ້ນໃຫຍ່ຫຼາຍ, ສູງເຖິງ 30 ຫາ 40 ມ ພຸ້ນໃດ໋ແຕ່ ຢູ່ບ້ານເຮົາມັກຮານໄມ້ຊະນິດນີ້ຫຼາຍ ອາດແມ່ນຍ້ອນເປັນໄມ້ທີ່ເຕີບໃຫຍ່ໄວຫຼາຍກໍ່ເປັນໄດ້ຊຶ່ງເຮັດໃຫ້ກວມເອົາ ໝູ່ ຫຼາຍໂພດ. ໝ້າຕັດຂອງລຳຕົ້ນໃຫຍ່ໆນີ້ສາມາດກວ້າງ ເຖິງ 2 ມ. ຕົ້ນງິ້ຈຳແນກ ອອກໄດ້ງ່າຍຍ້ອນມີບາງລັກ ສະນະເດັ່ນ ຈຳ ນວນໜຶ່ງເຊັ່ນ ເປັນຕົ້ນຕັ້ງຂຶ້ນຊື່, ເວລາຍັງອ່ອນ ຕົ້ນມີເປືອກບາງ, ກ້ຽງ, ອອກສີຂຽວ. ງ່າ ແຕກອອກເປັນສອງ ຫາສາມ ງ່າຍ່ອຍຢູ່ລະດັບໃກ້ຄຽງກັນ. ເມື່ອຂະຫຍາຍໄປໄດ້ໄລຍະໜຶ່ງຈະມີໜາມແຂງ ແລະ ແຫຼມຢັງຢາຍຢູ່ຕາມລຳຕົ້ນ, ເປືອກສີຂຽວ ກໍກ່ຳລົງ, ເມື່ອ ເປັນຕົ້ນແກ່ແລ້ວ ໝາມກໍ່ຄ່ອຍໆໝົດໄປ, ສີຂອງລຳຕົ້ນກໍ່ອ່າວເປັນສີນ້ຳຕານແກມສີໝົ່ນໄປຊັກໃຊ້, ເຮືອນ ຍອດເຫວີອອກ ບໍ່ພຽງກັນປານໃດ, ງ່າ ມັກມີຢູ່ປາຍໆຂອງຕົ້ນ. ຕົ້ນງິ້ວ ແມ່ນໄມ້ຜັດປ່ຽນໃບຕະຫຼອດລະດູແລ້ງ ກ່ອນທີ່ຈະ ອອກດອກ. ໃບ ແມ່ນໃບປະສົມແບບນິ້ວມື, ມີໃບຍ່ອຍ 5 ຫາ 9ໃບ,ຂະໜາດຫຼຸດລື່ນກັນ.ໃບຍ່ອຍໃບກາງໃຫຍ່ກວ່າໝູ່ສຸດ. ດອກອອກເປັນຈຸ້ມສັ້ນໆ,ມີ3ຫາ6ດອກຕໍ່ຈຸ້ມດອກສີຂາວໄຂ່ຫຼືສີຂາວອົມສີບົວອ່ອນໆກາບດອກສີຂຽວຕິດກັນເປັນຮູບຈອກ, ພົ້ນລື່ນກີບດອກຂຶ້ນມາແມ່ນເກສອນຊ່ຶງອອກສີສົ້ມ ຕັດກັບສີຂອງກີບດອກເຮັດໃຫ້ເຮົາແນມເຫັນແຕ່ໄກ.ໝາກ ເປັນຮູບທໍ່ ກົມ ສ້ວຍກົກ ສ້ວຍປາຍ, ສີຂຽວເຫຼື້ອມ, ບາດເວລາແກ່ ຈະອອກສີນຳ້ຕານ. ເມື່ອຫາກແກ່ເຕັມທີ່ ແລະແຫ້ງ ໝາກຈະແຕກ ເຮັດໃຫ້ນວນງິ້ວທີ່ຖືກຈັດແໜ້ນຢູ່ພາຍໃນຢ່າງເປັນລະບຽບແຕກຊະອອກ. ອັນເຮັດໃຫ້ແກ່ນຊຶ່ງຝັງໃນນວນງິ້ວປິວໄປໄດ້ໄກ ຊຶ່ງເປັນການຊ່ວຍໃຫ້ການແຜ່ພັນຂອງໄມ້ຊະນິດນີ້ກວ້າງອອກໄປ.ເດີມ ຕົ້ນງິ້ວມີຖິ່ນກຳເນີດຢູ່ໃນເຂດອາເມຣິກາກາງ (ປະ ເທດ ເມັກຊິກໂກ ແລະປະເທດໃນແຖບໝູ່ເກາະກາຣາອິບ) ກວມມາຮອດພາກເໜືອ ຂອງອາເມຣິກາໃຕ້ແລະ ເຂດຕາເວັນ ຕົກ ຂອງທະວີບອາຟຼິກກາ. ມັນຖືກນຳມາປູກໃນເຂດເອເຊຍຍ້ອນການແຜ່ພັນແບບທຳມະຊາດ ງ່າຍດາຍ ຫຼື ຜ່ານ ການ ປູກ ຈຶ່ງເຮັດໃຫ້ໄມ້ຊະນິດນີ້ແຜ່ຫຼາຍ ແລະ ເປັນທີ່ຮູ້ຈັກດີ. ໃນຖິ່ນເດີມຕົ້ນງິ້ວເກີດໃນປ່າຕຶບ, ສາມາດສູງເຖິງ70 ມ ພຸ້ນ. ຍິ່ງ ຕົ້ນໄດ້ຫຼາຍປີເທົ່າໄດ້ ຍິ່ງມັກມີປີກຮາກຊຶ່ງຄວາມສູງອາດເທົ່າກັບສອງເທື່ອຄົນພຸ້ນ, ປີກຮາກໄຕ່ຕາມໜ້າດິນຢູ່ບໍລິເວນຕີນຕົ້ນ ອັນເຮັດໃຫ້ຕົ້ນມີຄວາມ
 ຕົ້ນງິ້ວ [Ton Ngiou] ຊື່ວິທະຍາສາດ: Ceiba pentandra ຊື່ທົ່ວໄປ ເປັນພາສາອັງກິດ: Kapok tree, Silk Cotton tree, Ceiba

ສວຍງາມ ແລະ ເພີ້ມຄວາມມະຫັດສະຈັນຂຶ້ນ. ທຸກຊິ້ນສ່ວນຂອງຕົ້ນງິ້ວລ້ວນແຕ່ມີປະໂຫຍດໃນຊີວິດປະຈຳວັນທັງນັ້ນ ແລະ ຊິ້ນສ່ວນທີ່ຖືກນຳໃຊ້ຫຼາຍກວ່າໝູ່ ກໍ່ແມ່ນນວນງິ້ວ. ຢູ່ປະເທດເຮົາ ແຕ່ກ່ອນມີການໃຊ້ງິ້ວເຮັດເສື່ອ, ໝອນ, ເຄື່ອງນອນ ແລະເຄື່ອງໃຊ້ອື່ນຫຼາກຫຼາຍຢ່າງ ແຕ່ປະຈຸບັນ ຖືກທົດແທນດ້ວຍເຄື່ອງທຽມຫຼາຍກວ່າ ເຖິງວ່າຄຸນຄ່າຈະທຽບກັນບໍ່ໄດ້ກໍຕາມ. ຫຼາຍປະເທດໄດ້ປູກຕົ້ນງິ້ວ ເປັນສິນຄ້າ ດັ່ງ ປະເທດອິນໂດເນເຊຍ, ມາເລເຊຍ,ຟີລິບປິນແລະບັນດາປະເທດໃນເຂດພາກເໜືອ ຂອງອາເມຣິກາໃຕ້. ໃນເວລາ ທີ່ບັນຫາພາວະໂລກຮ້ອນກຳລັງຄຸກຄາມໂລກຂອງເຮົາ ການທີ່ຈະນຳໃຊ້ງິ້ວທົດແທນເຄື່ອງ ທຽມ ຂ້າງເທິງນີ້ເປັນສິ່ງເໝາະສົມທ່ີສຸດ. ສ່ວນ ດອກງິ້ວຊາວລາວຍັງໃຊ້ເປັນຜັກ, ນອກນັ້ນ ດອກຍັງເປັນແຫຼ່ງນ້ຳຫວານ ທຳ ມະຊາດ ອັນຫຼວງຫຼາຍໃຫ້ແກ່ແມ່ເຜິ້ງອີກດ້ວຍ, ແກ່ນທີ່ເຫຼືອຈາກການແຍກເອົາງິ້ວແລ້ວກໍຍັງນຳມາເຮັດສະບູ, ເປັນສ່ວນປະ ກອບ ຂອງອາຫານສັດ ແລະ ໃຊ້ເປັນສ່ວນປະກອບຂອງພູມປູກສະປໍຂອງເຫັດ. ສຸດທ້າຍໃບ ແລະ ຮາກໃຊ້ເຮັດຢາພື້ນເມືອງ ອີກດ້ວຍ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ