google-site-verification: google0d91bc93cfc88895.html ສັນຍາລັກ ຂອງຊາວພຸດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, September 03, 2016

ສັນຍາລັກ ຂອງຊາວພຸດ

http://hukased.blogspot.com/2016/09/blog-post_83.html

ສັນຍາລັກ ຂອງຊາວພຸດ


ສັນຍາລັກ ຂອງຊາວພຸດ

ຕົ້ນດອກບົວຫຼວງ ມີຊື່ ວິທະຍາສາດ ວ່າ “Nelumbo nucifera”, ຊື່ທ່ົວໄປເປັນພາສາອັງກິດ ແມ່ນ Lotus, Sacred Lotus, Indian Lotus, ເປັນດອກໄມ້ທີ່ມີຄວາມສຳຄັນ ທາງສາສະໜາຊະນິດໜຶ່ງ ເຊິ່ງເປັນທີ່ຮູ້ຈັກກັນດີ ໃນຊຸມຊົນຊາວພຸດແລະ ມີຄວາມສວຍງາມ ທາງດ້ານຮູບຮ່າງ ລັກສະນະ, ສີສັນ, ມີສະເໜ່, ໜ້າຊື່ນຊົມແລະ ໜ້າຖະໜຸຖະໜອມ ຢູ່ໃນເຂດເອເຊຍ ມາໄດ້ຫຼາຍສັດຕະວັດແລ້ວ. ປະຊາຊົນຊາວພຸດ ຖືວ່າດອກບົວຫຼວງ ເປັນດອກໄມ້ ທີ່ໃຊ້ສຳລັບບູຊາ ມາເປັນເວລານານກ່ວາ5000 ປີມາແລ້ວ ແລະ ນອກນັ້ນ ຍັງນຳໃຊ້ເປັນ ພືດປະດັບ, ໃຊ້ເປັນຢາພື້ນເມືອງແລະ ເປັນອາຫານ ອີກດ້ວຍ. ຕົ້ນບົວຫຼວງ ເປັນພືດທີ່ເກີດຂຶ້ນຢູ່ໃນບໍ່ນ້ຳຕື້ນ, ໜອງນ້ຳ, ສະນ້ຳ ແລະ ວັງນ້ຳ ເຊິ່ງມີຮາກຢັ່ງລົງໃນຕົມ, ຕົ້ນມີຄວາມແຂງແຮງ ສາມາດຊູດອກ ໃຫ້ພົ້ນ ຈາກໜ້ານ້ຳໄດ້ 8-12 ນິ້ວ (ປະມານ 30 ຊມ). ດອກ ມີກິ່ນອັນຫອມຫວນ ໂດຍສະເພາະຍາມເຊົ້າ. ລະດູອອກດອກ ແມ່ນ ຕະຫຼອດທັງປີ. ດອກຈະບານໃນຕອນເຊົ້າ ເມ່ືອບ່າຍໆຫາຄ່ຳ ກີບດອກກໍຈະຕົກຫຼົ່ນອອກ. ສີສັນ, ຮູບຮ່າງ ແລະກີບດອກຈຳນວນຫຼາຍຈັດເປັນຫຼາຍໆຊັ້ນເຮັດໃຫ້ດອກບົວຫຼວງມີຄວາມສະຫງ່າເໜືອດອກໄມ້ຊະນິດອ່ືນໃດໝົດ. ນອກນັ້ນ ກີບດອກບໍ່ພັບຄືນຫຼັງໃນເວລາເບັ່ງບານເຊິ່ງໝາຍເຖິງ ການພັດທະນາ ທາງດ້ານຈິດໃຈ. ດອກ ມີ ສີບົວ ຫຼື ສີຂາວ. ດອກສີບົວໝາຍເຖິງດອກໄມ້ທີ່ວິເສດສຸດສຳລັບ ບູຊາເທບພະເຈົ້າ ແລະ ພົວພັນກັບພະພຸດທະເຈົ້າ.ດອກສີຂາວ ສະແດງເຖິງຈິດວິນຍານທີ່ສົມບູນ ແລະ ຄວາມບໍລິສຸດຂອງຈິດໃຈ.ດອກຈະວິວັດເປັນໝາກ ເຊິ່ງເຕີບໃຫຍ່ຂະຫຍາຍຕົວຢູ່ຈຸດທີ່ເປັນໃຈກາງຂອງດອກແລະ ເຮົາຈະແນມເຫັນໄດ້ຢ່າງງ່າຍດາຍ. ໝາກບົວມີລັກສະນະຄ້າຍກັບຝັກບົວທີ່ໃຊ້ກັນຢູ່ໃນຫ້ອງອາບນ້ຳ. ຢູ່ໃນໝາກບົວມີເຕົ້ານ້ອຍໆ ທີ່ມີແກ່ນຢູ່ ພາຍໃນ. ເຕົ້ານ້ອຍໆເຫຼົ່ານີ້ ແຈກຢາຍເປັນວົງ ຊ້ອນກັນຫຼາຍຊັ້ນ. ແກ່ນຂອງມັນ ຄົງຕົວຢູ່ໄດ້ຫຼາຍປີພາຍໃຕ້ເງື່ອນໄຂ ທີ່ເໝາະສົມ. ແກ່ນຂອງ ໝາກບົວມີສີຂາວ ແລະ ສາມາດກິນເປັນອາຫານໄດ້. ສ່ວນວ່າເຫງົ້າ ເຊິ່ງເປັນຮູບທໍ່ກົມຄ້າຍຮູບ ຮ່າງໃສ້ກອກໃຫຍ່ ມີຫຼາຍຮູຢູ່ດ້ານໃນ ມັກເອີ້ນກັນວ່າ “ຫົວບົວ” ກໍ່ສາມາດນຳ ມາປຸງແຕ່ງເປັນອາຫານໄດ້ ເຊັ່ນຕົ້ມເປັນເຄື່ອງດື່ມ ກິນເປັນຢາເຢັນ ຫຼື ເປັນ ອາຫານຫວານ. ໃບຂອງບົວຫຼວງ ມີສີຂຽວແລະ ເປັນແຜ່ນໃຫຍ່ແຜ່ກ້ວາງ ຢູ່ເທິງໜ້ານ້ຳ ເໝືອນກັບດອກ. ເພິ່ນມັກນຳເອົາໃບບົວມາໃຊ້ຫໍ່ສິ່ງຂອງຕ່າງໆ ເປັນຕົ້ນແມ່ນປະເພດອາຫານ. ນອກນັ້ນ ຜູ້ຄົນຍັງມັກໃຊ້ໃຈສີຂຽວຂອງແກ່ນ ໝາກບົວແກ່ ເຊິ່ງມີຣົດຂົມເລັກນ້ອຍເປັນຢາບຳລຸງຫົວໃຈຍ້ອນຊາວພຸດ

ຕອນພະພຸດທະເຈົ້າກຳເນີດ
ຕອນພະພຸດທະເຈົ້າກຳເນີດ
ແລະ ຊຸມຊົນທົ່ວໄປ ມັກນຳໃຊ້ຕົ້ນບົວຫຼວງ ຢູ່ໃນຊີວິດປະຈຳວັນຂອງເຂົາເຈົ້າ ຫຼາຍພໍສົມຄວນ ເຂົາເຈົ້າຈຶ່ງຂຸດຄົ້ນ ຊິ້ນສ່ວນຕ່າງໆຂອງ ຕົ້ນບົວຫຼວງ ດັ່ງ ໝາກ, ເຫງົ້າ ຫຼືຫົວບົວ ແລະ ດອກ ເປັນສິນຄ້າຕະຫຼອດປີ ເຊິ່ງສ້າງລາຍໄດ້ ໃຫ້ປະຊາຊົນໃນຫຼາຍທ້ອງຖິ່ນ ເປັນປົກກະຕິຕະຫຼອດມາ. ຊາວພຸດ ຖືເອົາດອກບົວຫຼວງ ເປັນສັນຍາລັກອັນ ໜຶ່ງ ຂອງຄວາມສວຍງາມ ແລະ ຈະເລີນຮຸ່ງເຮືອງຂອງຊີວິດ ເພາະເຊື່ອກັນວ່າແມ່ນດອກໄມ້ທີ່ມີການ ພົວພັນກັບພະ ພຸດທະເຈົ້າ. ສະນັ້ນ ພວກເຮົາຈຶ່ງມັກເຫັນດອກບົວຫຼວງ ທີ່ຜູ້ຄົນນຳມາບູຊາ, ກາບໄຫ້ວພະ ຫຼື ສັກກາລະ ຢູ່ຕາມແທ່ນບູຊາໃນວັດ ຫຼື ຕາມສະຖານທີ່ສັກສິດຕ່າງໆ. ການຈະເລີນເຕີບໃຫຍ່ຂອງ ຕົ້ນດອກບົວຫຼວງ
ຕົ້ນດອກບົວຫຼວງ
ຕົ້ນດອກບົວຫຼວງ
ເປັນສັນຍາລັກ ທີ່ສະແດງເຖິງການມີອິດທິກຳລັງ ເຊິ່ງໝາຍເຖິງຄວາມເກັ່ງກ້າ,ຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງດ້ານຈິດໃຈ ຫຼື ຈິດວິນຍານ ທີ່ໄດ້ພົ້ນອອກຈາກໂຄ່ນຕົມ ອັນເປັນແຫຼ່ງກຳເນີດຂຶ້ນສູ່ຄວາມສະຫວ່າງສະໄຫວຂອງແສງແດດ. ມີນິທານເລື່ອງໜຶ່ງ ທີ່ກ່າວເຖິງພະພຸດທະເຈົ້າ ສິດທັດຖະ ໂກຕະມະ ເຊິ່ງເປັນຜູ້ຕົ້ນກຳເນີດຂອງ
ສາສະໜາພຸດ ໄດ້ກ່າວໄວ້ວ່າ ພະອົງໄດ້ຖືກປະສູດຢູ່ໃຕ້ຕົ້ນໂພ ເມື່ອພົ້ນອອກຈາກພະຄັນ (ທ້ອງ) ຂອງມານດາ ກໍສາມາດຍ່າງໄດ້ ເຈັດກ້າວ ເຊິ່ງແຕ່ລະກ້າວຂອງພະອົງມີ ດອກບົວບານຮອງຮັບ. ໃນເມື່ອ ພະອົງໄດ້ຕັດສະຣູ້ ເປັນພະພຸດທະເຈົ້າແລ້ວກໍເຜີຍແຜ່ທຳມະໃຫ້ແກ່ປວງຊົນທັງຫຼາຍ ໃຫ້ໄດ້ພົ້ນຈາກຄວາມເປັນທຸກທາງດ້ານຈິດໃຈໂດຍຖືເອົາການຈະເລີນ ເຕີບໂຕຂອງບົວຫຼວງ ມາປຽບທຽບໃຫ້ຟັງ. ໃນທາງສາສະໜາພຸດຖືວ່າ ດອກບົວ ທີ່ກຳລັງຈູມຢູ່ນັ້ນ ປຽບເໝືອນຫົວໃຈຂອງສິ່ງທີ່ມີຊີວິດທັງມວນ ແລະດອກບົວ ທີ່ກຳລັງເບັ່ງບານ ກໍປຽບເໝືອນພະພຸດທະເຈົ້າ ທີ່ກຳລັງສະແດງ ພະທຳຄຳສອນ.ດັ່ງນັ້ນ ພວກເຮົາ ມັກຈະເຫັນ ຮູບພາບ ຫຼື ຮູບປັ້ນ ຂອງ ພະພຸດທະເຈົ້າ ກຳລັງຖືດອກບົວຢູ່ໃນມື ຫຼື ນັ່ງຢູ່ເທິງດອກບົວ ທີ່ກຳລັງເບັ່ງບານ ຢ່າງສະຫງ່າງາມ.ນອກຈາກ ບົວຫຼວງແລ້ວ ຕົ້ນໂພ ກໍເປັນສັນຍາລັກອັນໜຶ່ງຂອງຊາວພຸດ. ຕົ້ນໂພເປັນຕົ້ນໄມ້ໃຫຍ່ ທີ່ມີລຳຕົ້ນແຂງແຮງ, ມີອາຍຸຍືນຍາວ, ມີກິ່ງກ້ານ ແລະ ໃບແຜ່ອອກຢ່າງກ້ວາງຂວາງ, ໃບໂພ ມີຮູບລັກສະນະຄ້າຍກາຫົວໃຈ. ເຮົາມັກຈະເຫັນຕົ້ນໂພ ເຕີບໃຫຍ່ຢູ່ຕາມວັດຕ່າງໆ ແລະ ເຊື່ອວ່າມີສິ່ງສັກສິດສິງສະຖິດຢູ່ໃນຕົ້ນໂພ. ຫຼັງຈາກການຕັກບາດ ໃນງານບຸນຕ່າງໆໃນວັດ ຜູ້ຄົນທັງຫຼາຍ ມັກຈະໃສ່ເຂົ້າບູຊາ ແລະ ຈູດທູບທຽນ ຢູ່ໃຕ້ຕົ້ນໂພ ເພື່ອອຸທິດບຸນກຸສົນໃຫ້ແກ່ຍາດຕິພີ່ນ້ອງທີ່ຕາຍໄປແລ້ວ ແລະ ຍັງອະທິດຖານເພື່ອໃຫ້ສິ່ງສັກສິດ ທີ່ສິງສະຖິດຢູ່ໃນຕົ້ນໂພນັ້ັ້ນຄຸ້ມຄອງຕົນເອງໃຫ້ຢູ່ເຢັນເປັນສຸກ, ມີຄວາມແຂງແກ່ນ ແລະ ມີອາຍຸຍືນຍາວເໝືອນດັ່ງຕົ້ນໂພ. ນອກຈາກນັ້ນ ໃນຄຳກ່າວອວຍພອນຜູ້ເຖົ້າ, ພໍ່ແມ່ ຫຼື ຜູ້ອາວຸໂສທີ່ເຮົາໃຫ້ຄວາມນັບຖື ເຮົາກໍມັກຈະໄດ້ຍິນຄຳເວົ້າ ທີ່ວ່າ “ຂໍໃຫ້ທ່ານມີອາຍຸຍືນຍາວເພື່ອເປັນຮົ່ມໂພຮົ່ມໄຊໃຫ້ແກ່ລູກ ຫຼານເຖີ້ນ”.
ຕອນພະພຸດທະເຈົ້າສະແດງທຳມະ
ຕອນພະພຸດທະເຈົ້າສະແດງທຳມະ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ