google-site-verification: google0d91bc93cfc88895.html ບຸນເຂົ້າພັນສາ [Festival Buddhist Lent] Festival Khao Phansa - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, September 04, 2016

ບຸນເຂົ້າພັນສາ [Festival Buddhist Lent] Festival Khao Phansa

http://hukased.blogspot.com/2016/09/blog-post_14.html

ບຸນເຂົ້າພັນສາ

ຄຳວ່າ ພັນສາເຊິ່ງມາຈາກເຄົ້າສັນສະກິຼດ ຫຼື ວັດສາ ມາຈາກເຄົ້າບາລີ ໝາຍເຖິງລະດູຝົນ ເຊ່ິງຍາວເຖິງ 4 ເດືອນ ຄືເລ່ີມຕັ້ງແຕ່ເດືອນ 8 ແຮມ 1 ຄ່ຳ ເຖິງເດືອນ12 ເພັງ. ແຕ່ໃນຈຳນວນ 4 ເດືອນນີ້ ແມ່ນພະພິກຂຸສົງ ເຂົ້າຈຳພັນສາ 3 ເດືອນ.ການເຂົ້າພັນສາ ໄດ້ແກ່ການອະທິດຖານ ຕັ້ງໃຈ ວ່າຈະຂໍຢູ່ໃນອາວາດນີ້ ຫຼື ວ່າຢູ່ໃນວັດນີ້ຕະຫຼອດໄຕມາດ (3 ເດືອນ) ເຊິ່ງກົງກັບລະດູຝົນ. ຕາມປົກກະຕິວັນເຂົ້າ ພັນສາ ແມ່ນກຳນົດເອົາວັນແຮມ 1 ຄ່ຳ ເດືອນ 8 ເປັນວັນເຂົ້າພັນສາຈົນເຖິງເດືອນ 11 ເພັງ ຈ່ຶງເປັນວັນອອກພັນສາ. ຖ້າປີໃດ ຫາກມີເດືອນ 8 ສອງຫົນແມ່ນຖືເອົາວັນແຮມ 1 ຄ່ຳ ເດືອນ 9 ເປັນວັນເຂົ້າພັນສາ; ມີຂ້ໍຍົກ ເວັ້ນວ່າຖ້າວ່າມີພະພິກຂຸສົງອົງໃດ ຫາກເຈັບໄຂ້ໄດ້ປ່ວຍໃນໄລຍະນີ້ ກໍ່ອະນຸຍາດໃຫ້ເຂົ້າພັນສາ ໃນເດືອນ 9 ວັນແຮມ 1 ຄ່ຳ ໄດ້ ຈົນຮອດເດືອນ 12 ເພັງຈ່ຶງອອກພັນສາໄດ້.
ໃນເດືອນ 8 ມື້ເພັງ ແມ່ນເປັນວັນທີ່ພະພຸດທະຮູບເຂົ້າພັນສາ ພະພິກຂຸສົງສາມະເນນໃນວັດ ກໍພາກັນເອົາຂັນດອກໄມ້ ທູບທຽນມາຄາລະວະພະ ເຊ່ິງ ເປັນຕົວແທນຂອງພະພຸດທະເຈົ້າ. ສ່ວນ ພະພິກຂຸສົງສາມະເນນນັ້ນ ເມ່ືອເຖິງເດືອນ 8 ວັນແຮມ 1 ຄ່ຳແລ້ວ ຖ້າອົງໃດບໍ່ເຂົ້າພັນສາ ຫຼື ເຂົ້າແລ້ວ ແຕ່ຮັກສາກົດບໍ່ດີ ເຮັດໃຫ້ພັນສາຂາດກໍຖືວ່າຂັດຕໍ່ພະວິໄນຂອງສົງ (ກົດລະບຽບຂອງສົງ). ຄຳອະທິດຖານໃນການເຂົ້າພັນສານັ້ນເປັນພາສາບາລີ ວ່າດ່ັງນີ້:“ອິມັສມິງ ອາຣາມມະເຂດເຕ ອິມັງ ເຕມາສັງ ວັດສັງ ອຸເປມິ”ແປວ່າ: “ຂ້າພະເຈົ້າຂໍຕັ້ງໃຈວ່າ ຂໍເຂົ້າຈຳພັນສາໃນອາວາດ ຫຼືວ່າ ໃນວັດນີ້ຕະຫຼອດຄົບ3 ເດືອນ”. ຖ້າອົງໃດຫາກເຂົ້າພັນສາຄົບ 3 ເດືອນບໍ່ຂາດ ຈະໄດ້ຮັບອານິສົງ(ຜົນປະໂຫຍດ) ເຖິງ 5 ຢ່າງຄື:

  • ອອກຈາກວັດໄປໂດຍບໍ່ໄດ້ຄອບ ຫຼື ບໍ່ໄດ້ລາກໍໄດ້ ບໍ່ຖືວ່າຂັດພະວິໄນ.
  • ອອກຈາກວັດ ໂດຍບໍ່ຕ້ອງເອົາຜ້າໄຕຈີວອນ (ຜ້າເຫືຼອງ ທ່ີພະສົງໃຊ້ນຸ່ງຫົ່ມ)ໄປຄົບກໍໄດ້ ຖືວ່າບໍ່ຂັດພະວິໄນຂອງສົງ.
  • ສັນອາຫານນຳກັນຈຳນວນຫຼາຍໆອົງກໍໄດ້.
  • ສາມາດຮັບຜ້າຈີວອນຕ່ືມອີກໄດ້ ຖ້າຫາກມີຜູ້ສັດທາມາຖວາຍ.
  • ຖ້າມີຜູ້ເອົາຜ້າກະຖິນມາຖວາຍ ກໍມີສິດຮັບໄດ້ໜ່ຶງຊຸດ.

ສ່ວນອານິສົງທັງ 5 ຢ່າງນີ້ ຈະມີຜົນ ນັບຕັ້ງແຕ່ມື້ອອກພັນສາໄປຈົນເຖິງມື້ເພັງຂອງເດືອນ 12. ຖ້າຫາກອົງໃດໄດ້ຮັບຜ້າກະຖິນແລ້ວ ອານິສົງທັງ 5 ແຫ່ງມີຜົນແຜ່ອອກໄປເຖິງ ມື້ເພັງ ຂອງເດືອນ 4 ຈ່ຶງໝົດເຂດອາຍຸຂອງການໃຊ້ສິດທັງ 5 ຢ່າງນີ້.

http://hukased.blogspot.com/2016/09/blog-post_14.html
ນາງ ວິສາຂາ ຖວາຍຜ້ານ້ຳຝົນ
ຕະຫຼອດໄລຍະເຂົ້າພັນສາ ເວລາປະມານ 6-7 ໂມງແລງ ພະພິກຂຸສົງສາມ ມະເນນ ໃນວັດ ຕ້ອງແຕ່ງຂັນດອກໄມ້ທູບທຽນ ໄປຄາລະວະພະພຸດ ທະຮູບ ຄືກັນກັບ ວັນເພັງ 15ຄ່ຳ ເດືອນ 8. ຫັຼງຈາກນັ້ນ ຈ່ຶງພາກັນມາຄາລະວະນັບແຕ່ຊັ້ນພະມະຫາເຖລານຸເຖລະ(ນັກບວດທັງອົງໃຫຍ ່ແລະ ອົງນ້ອຍ) ລົງມາເປັນລຳດັບ ຕະຫຼອດຮອດສາມະເນນ
ທຸກໆອົງ. ການຄາລະວະນີ້ ໝາຍເຖິງ ງົດໂທດ ຫຼື ອະໄພໃຫ້ແກ່ກັນ ແລະ ກັນ.ຫຼັງຈາກຄາລະວະແລ້ວ ຈ່ຶງອະທິ ຖານຄຳເຂົ້າພັນສາໄດ້. ນອກຈາກນັ້ນພະມະຫາເຖລະ (ເຈົ້າອາວາດໃນວັດ) ຍັງໄດ້ໃຫ້ຄຳໂອວາດສັ່ງສອນແກ່ພະພິກຂຸສົງສາມະເນນໃນວັດຂອງຕົນອີກວ່າ ເມ່ືອເຂົ້າພັນສາແລ້ວ ຕ້ອງພາກັນຕັ້ງໃຈໃຫ້ມີຄວາມໝັ່ນຂະຫຍັນ ພຽນໃນການສູດມົນ, ລຸກແຕ່ເຊົ້າ ເຮັດກິດຈະວັດປະຈຳວັນດ່ັງນີ້ເປັນຕົ້ນ.ສ່ວນພວກພໍ່ອອກ ແມ່ອອກ (ຊາວພຸດທັງ ຫຼາຍ) ກໍພາກັນເຂົ້າພັນສາໄດ້ ໃນເວລາດຽວກັນກັບພະເຂົ້າພັນສາ ເຊ່ິງສ່ວນຫຼາຍ ແມ່ນຕັ້ງໃຈຕໍ່ການສ້າງບຸນກຸສົນໃຫ້ຫຼາຍຂຶ້ນກ່ວາເກົ່າ ແລະ ຕັ້ງໃຈຖືເອົາຂ້ໍປະຕິບັດໃດໜ່ຶງກໍໄດ້ ເຊ່ັນວ່າ: ຂໍຕັ້ງໃຈເອົາເຂົ້າໃສ່ບາດຕະຫຼອດ 3 ເດືອນກໍໄດ້, ຂໍຕັ້ງໃຈຮັບສິນ 5 ຕະຫຼອດເວລາ 3 ເດືອນກໍໄດ້, ຂໍຕັ້ງໃຈມາ

http://hukased.blogspot.com/2016/09/blog-post_14.html
ດອກດາວເຮືອງ
ຟັງທຳມະເທດສະໜາບໍ່ຂາດຕະຫຼອດ 3 ເດືອນກໍໄດ້ ຫຼື ຕັ້ງໃຈຂໍຖວາຍທານແກ່ພະສົງໃນວັນສິນ ຄື ວັນ 8 ຄ່ຳ ຫຼື ວັນ15 ຄ່ຳ ຕະຫຼອດ 3 ເດືອນກໍໄດ້. ນອກຈາກນີ້ແລ້ວຍັງມີຫຼາຍຢ່າງ ທ່ີສາມາດຖືເອົາມາເປັນຂໍ້ປະຕິບັດໃນໄລຍະເວລາເຂົ້າພັນສາໄດ້ ສຸດແລ້ວແຕ່ສັດທາຂອງເຮົາເອງ ຫຼື ວ່າຈະອະທິດຖານໃນໃຈວ່າ ຈະບໍ່ດ່ືມເຫຼົ້າ ເມົາສຸລາ, ຈະສ້າງແຕ່ຄວາມດີ, ບໍ່ຮ້າຍບໍ່ເຄືອງໃຜ ຕະລອດ 3 ເດືອນນີ້ກໍໄດ້. ການເຂົ້າພັນສານີ້ ມີຜົນປະໂຫຍດແກ່ຍາດໂຍມຫຼາຍຢ່າງອີກດ້ວຍ. ມີນິທານເລ່ືອງໜ່ຶງ ທ່ີໄດ້ກ່າວໄວ້ກ່ຽວກັບບຸນເຂົ້າພັນສາ ດ່ັງ: ໃນອະດີດຕະການທ່ີຜ່ານມານານແລ້ວ ຄັ້ງເມື່ອພະສຳມາສຳພຸດທະເຈົ້າ ປະທັບຢູ່ໃນວັດ ເວຣູວັນ ເມືອງຣາຊຄຶ ມີພວກອອກຕົນຍາດໂຍມທັງ ຫຼາຍ ມາກາບທູນພະອົງວ່າ ໃນເວລານີ້ ເປັນລະດູຝົນ ແລະ ຄົນທັງຫຼາຍເຮັດນາບາງຄົນກໍເຮັດຄັນນາໃໝ່ໆ, ມົດ ໜູ ປູ ແມງ ກໍ່ອອກໄຂ່ ແຜ່ພັນມາກມາຍ ແຕ່ພະພິກຂຸສົງ ກໍອອກທຽວໄປ ມາ ແລະ ຢຽບຄັນນາ ຫືຼ ຕົ້ນກ້າ ຕົ້ນເຂົ້າ ແລະ ເຄ່ືອງປູກຂອງຝັງຂອງຊາວບ້ານ ໃຫ້ເພພັງ ໄດ້ຮັບຄວາມເສຍຫາຍ. ເມ່ືອພະພຸດທະເຈົ້າຮູ້ຄວາມຈິງຄືແນວ ນັ້ນ ຈ່ຶງອອກກົດລະບຽບວ່າ ໃຫ້ພະພິກຂຸສົງຈຳພັນສາ ນັບແຕ່ວັນແຮມຄ່ຳໜ່ຶງເດືອນ 8 ຈົນເຖິງເດືອນ 11 ເພັງ ເຊ່ິງເປັນໄລຍະກົງກັບຊ່ວງລະດູຝົນ ທ່ີຊາວບ້ານກຳລັງເຮັດໄຮ່ເຮັດນາກັນ. ໃນໂອກາດ ບຸນເຂົ້າພັນສານີ້ ຊາວພຸດທັງຫຼາຍກໍມັກຈະຖວາຍທານ ຜ້າອາບນ້ຳຝົນ ໃຫ້ແກ່ພະພິກຂຸສົງ ເພື່ອນຳໃຊ້ໃນໄລຍະເຂົ້າພັນສາ.ດອກ ໄມ້ທີ່ເພິ່ນມັກນຳໃຊ້ ເຂົ້າໃນພິທີບຸນເຂົ້າພັນສາ ແມ່ນດອກໄມ້ທີ່ມີສີຂາວ ເປັນສ່ວນຫຼາຍ ດັ່ງ ດອກພຸດ, ດອກອິນທະຫວາ, ດອກຊ້ອນ, ດອກດາວເຮືອງ …. ດັ່ງນີ້ເປັນຕົ້ນ ສຳລັບໃສ່ຂັນຫ້າ ຂັນແປດ, ໃສ່ບ້າງ ໃສ່ຊວຍ, ເອ້ໝາກເບັງ. ພິເສດ ດອກໄມ້ທີ່ຊາວພຸດມັກໃສ່ໃນບາດສະຫວັນ ໃນໂອກາດ ບຸນເຂົ້າ ພັນສານີ້ ແລະ ທັງບູຊາພະແມ່ນ ດອກບົວຫຼວງ ສີຂາວ ດັ່ງ ຮູບຂ້າງລຸ່ມນີ້.

http://hukased.blogspot.com/2016/09/blog-post_14.html

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ