google-site-verification: google0d91bc93cfc88895.html ຕົ້ນໝາກຕູມ [Ton Maktoum] Beal fruit tree Wood apple - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, September 18, 2016

ຕົ້ນໝາກຕູມ [Ton Maktoum] Beal fruit tree Wood apple

http://hukased.blogspot.com/2016/09/ton-maktoum-beal-fruit-tree-wood-apple.html
ຕົ້ນໝາກຕູມ [Ton Maktoum] Beal fruit tree Wood apple

 

ຕົ້ນໝາກຕູມ [Ton Maktoum]

ຊື່ວິທະຍາສາດ: Aegle marmelos

ຊື່ທົ່ວໄປ ເປັນພາສາອັງກິດ: Beal fruit tree, Indian beal, Wood apple

 http://hukased.blogspot.com/2016/09/ton-maktoum-beal-fruit-tree-wood-apple.html

ຕົ້ນໝາກຕູມເປັນໄມ້ຢືນຕົ້ນຂະໜາດນ້ອຍ ຫາຂະໜາດກາງ, ຮ່ວມຕະກຸນດຽວກັນກັບຕົ້ນໝາກນາວ, ໝາກພຸກ ແລະ ຕົ້ນ ໝາກສັງ ດັ່ງນີ້ເປັນຕົ້ນ. ຄືດັ່ງ ເພື່ອນໆທັງຫຼາຍຕົ້ນໝາກຕູມມີລຳຕົ້ນ ແລະ ງ່າເຕັມແຕ່ໝາມ ທັງແຫຼມ ທັງແຂງ ແຕ່ ຕົວຈິງ ຕົ້ນໄມ້ຊະນິດນີ້ບໍ່ເປັນພິດເປັນໄພຫຍັງເລີຍ ຕົງກັນຂ້າມ ມັນຍັງມີຈຸດດີຫຼາຍຢ່າງ. ຕົ້ນໝາກຕູມເປັນຕົ້ນຕັ້ງຊື່, ສູງແຕ່ 10 ຫາ 12 ມ, ເສັ້ນຜ່າກາງລຳຕົ້ນ 20-30 ຊມ. ລຳຕົ້ນເປັນທໍ່ກົມ, ມີໜາມຢາຍທົ່ວໆ ແຕ່ພໍເມື່ອລຳຕົ້ນຫາກແກ່ ໜາມກໍໝົດໄປ ຍັງເຫຼືອຢູ່ຕາມງ່າເທົ່ານັ້ນ, ລຳຕົ້ນແຕກງ່າຢູ່ແຕ່ລຸ່ມຕົ້ນຂຶ້ນໄປ. ໃບ ຂອງຕົ້ນໝາກຕູມ ເປັນປະເພດໃບປະສົມ, ມີໃບຍ່ອຍ 3 ໃບ, ແຜ່ນໃບບາງ, ຂອບເປັນຄື້ນໆເລັກນ້ອຍ, ອອກສີຂຽວອ່ອນໆ. ເວລາຍ່ອງໃບ ມີກິ່ນຫອມອ່ອນໆຍ້ອນ ວ່າແຜ່ນໃບມີ ຕ່ອມຜລິດທາດສານໃຫ້ກິ່ນ ຫຼື ເອີ້ນອີກວ່າຕ່ອມນ້ຳມັນລະເຫີຍຊຶ່ງຢັງຢາຍ ຢູ່ຕາມຜິວຂອງໃບໂດຍສະເພາະຢູ່ພື້ນໃບ. ຕົ້ນ ໝາກ ຕູມເປັນໄມ້ປ່ຽນໃບເຕັມສ່ວນ ໝາຍຄວາມວ່າໃບຫລົ່ນຈົນໝົດ ແລະຕະຫຼອດເວລາດົນນານເຖິງ 3 ເດືອນກ່ອນ ທີ່ໃບ ໃໝ່ຈະປົ່ງ ພ້ອມໆກັບການອອກດອກ.ດອກມີຂະໜາດນ້ອຍ, ອອກສີເຫຼືອງອ່ອນໆ ຫຼື ມີສີຂາວອົມຂຽວ, ຈັດເປັນຊໍ່ສັ້ນໆ. ດອກຂະໜາດນ້ອຍໆ ບາດເວລາກາຍເປັນໝາກ ເສັ້ນຜ່າກາງໝາກ ປະມານ 10 ຊມ, ເປັນຮູບກົມມົນ ຫຼື ກົມຍາວເລັກ ນ້ອຍ, ເປືອກລຽບ ແລະແຂງຫຼາຍຈົນບາງຄັ້ງໄດ້ເອົາສິ່ງຂອງໜັກທັບໃສ່ ຈຶ່ງຜ່າມັນໄດ້. ເວລາຍັງອ່ອນ ໝາກອອກສີຂຽວ ອ່ອນໆ,ເມື່ອສຸກແລ້ວ ມັນອອກສີເຫຼືອງອ່ອນໆ. ຂ້າງໃນຂອງໝາກ ແບ່ງເປັນຫຼາຍໆຫ້ອງ,ມີແກ່ນເປັນຮູບສ້ວຍ ແລະ ແປຈຳ ນວນຫຼາຍ, ແກ່ນຫຸ້ມດ້ວຍເສັ້ນໄຍແລບໆ,ທັງໝົດແກ່ນ ແລະ ເສັ້ນໄຍຝັງຢູ່ໃນແຕ່ລະຫ້ອງຂອງໝາກ ແລະ ມີນ້ຳເມືອກໜຽວ
ສີເຫຼືອງອ່ອນ, ໄສໆ, ມີກິ່ນຫອມອ່ອນໆຫຸ້ມໄວ້. ເດີມ ຕົ້ນໝາກຕູມມີຖິ່ນກຳເນີດຢູ່ປະເທດອິນເດຍ ແລະເນປານ,ແຜ່ກະຈາຍ ໄປ ໃນບາງປະເທດໃນເຂດເອເຊຍຕາເວັນອອກສ່ຽງໃຕ້ ດັ່ງເພິ່ນໄດ້ພົບມັນເກີດແບບທຳມະຊາດຢູ່ປະເທດລາວ, ມ່ຽນມ້າ,
ຫວຽດນາມ, ໄທ, ກຳບູເຈຍ, ປາກິດສະຖານ, ບັງກະລາເທດ ແລະສີລັງກາ. ຕົ້ນໝາກຕູມພົບທົ່ວໄປຕາມປ່າປະ ສົມແຫ້ງ ແລ້ງ, ປ່າໂຄກ, ຢູ່ທີ່ຕ່ຳ ຫຼື ທີ່ສູງ 500-700 ມ, ມີຄວາມທົນທານຕໍ່ຄວາມແຫ້ງແລ້ງໄດ້ດີ. ຍ້ອນໝາກ ບັນຈຸທາດໂປຼເຕອີນ, ເສັ້ນໄຍ,ເກືອແຮ່ຈ່ານ, ວິຕາມິນ B ແລະ ວິຕາມິນ C ໃນອັດຕາສູງ. ໃນປະເທດອິນເດຍແລະປະເທດອ້ອມຂ້າງ ຈຶ່ງມີການນຳ ໃຊ້ເປັນຢາປົວພະຍາດຢ່າງກວ້າງຂວາງ. ສ່ວນ ໃນປະເທດລາວແມ່ນໃຊ້ຍອດອ່ອນເປັນຜັກກັບ, ໃຊ້ໝາກຜານບາງໆຕາກ ແຫ້ງແລ້ວປຸງແຕ່ງ ເປັນນຳ້ດື່ມສະໝູນໄພ ດື່ມໄດ້ທັງຮ້ອນ ແລະ ເຢັນ, ດື່ມແກ້ອາການເຈັບຕົນໂຕ ໃຫ້ຢູ່ສະບາຍຂຶ້ນ.ແຕ່ກ່ອນ ຊາວພື້ນເມືອງ ຍັງເອົານຳ້ເມືອກໜຽວຢູ່ອ້ອມແກ່ນໃຊ້ເປັນຢາງກາວອີກດ້ວຍ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ