google-site-verification: google0d91bc93cfc88895.html ພິທີບາສີ-ສູ່ຂັວນ (Ba-si-soo-khouan) - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, September 04, 2016

ພິທີບາສີ-ສູ່ຂັວນ (Ba-si-soo-khouan)

http://hukased.blogspot.com/2016/09/ba-si-soo-khouan.html

ພິທີບາສີ-ສູ່ຂັວນ

“ບາສີ” ເປັນພິທີການໜຶ່ງຂອງປະເພນີລາວ ເຊ່ິງຊາວລາວມັກ ເອີ້ນກັນ ວ່າ “ສູ່ຂັວນ”.ເພ່ິນຈັດບາສີ ຂຶ້ນເພ່ືອສະເຫຼີມສະຫຼອງເຫດການ ຫຼື ວັນສຳຄັນຕ່າງໆ ໂດຍສະເພາະເປັນວັນທ່ີມີຄວາມໝາຍ ແລະ ປຶ້ມປິຕິຍິນດີ ຂອງເຈົ້າພາບຜູ້ທ່ີຈັດພິທີ ເຊ່ັນ ໃນວັນຂຶ້ນປີໃໝ່ລາວ, ສູ່ຂວັນນາກ ກ່ອນຈະເຂົ້າສູ່ວັດ, ຮັບຂັວນຄົນທ່ີຟື້ນຈາກການເຈັບໄຂ້ໄດ້ປ່ວຍໃໝ່ໆ, ພິທີແຕ່ງງານ, ຂຶ້ນເຮືອນໃໜ່, ເດັກເກີດໃໝ່ ຫຼື ອອກກຳ, ຕ້ອນຮັບແຂກບ້ານແຂກເມືອງ ຫຼື ຍາດພ່ີນ້ອງ ທ່ີເດີນທາງມາແຕ່ໄກເພ່ືອມາຢ້ຽມຢາມ ຫຼື ກຳລັງຈະ ເດີນຈາກໄປໄກ.ການຈັດພິທີບາສີ ແມ່ນຈັດຂຶ້ນວັນໃດກໍໄດ້ຕະຫຼອດປີ, ແຕ່ ໂດຍສ່ວນໃຫຍ່ແລ້ວ ເພ່ິນຈະອີງຕາມການຄິດໄລ່ຂອງຜູ້ເຖົ້າຜູ້ແກ່ ເພ່ືອຫາມື້ສັນວັນດີ ເຊ່ິງອີງຕາມປະຕິທິນທາງສາສະໜາ ຄືອີງຕາມເດືອນແຮມ ຫຼື ເດືອນ ອອກໃໝ່,... ດັ່ງນີ້ເປັນຕົ້ນ ແລະ ສ່ວນຫຼາຍ
ມັກຈັດຂຶ້ນກ່ອນທ່ຽງ ຫຼື ກ່ອນ ຕາເວັນຕົກດິນ ເພາະມີຄວາມເຊ່ືອວ່າ ຊີວິດຈະໄດ້ຮຸ່ງເຮືອງບໍ່ທົດຖອຍລົງ ເໝືອນດ່ັງດວງຕາເວັນທ່ີກຳລັງຈະຕົກດິນ. ຄວາມໝາຍຂອງການຈັດບາສີ ສູ່ຂວັນ ມີຢູ່ວ່າ: ປະຊາຊົນ ຄົນລາວມີຄວາມເຊ່ືອກັນວ່າ ທຸກຄົນເກີດມາຕ້ອງມີອະໄວຍະວະຄົບຖ້ວນ 32 ປະການ ພ້ອມທັງມີຂັວນປະຈຳຢູ່ນຳແຕ່ລະສ່ວນ
ຈ່ຶງຖືວ່າເປັນຄົນ ທ່ີສົມບູນແຂງແຮງ ທັງຮ່າງກາຍ ແລະ ຈິດໃຈ; ຖ້າຂວັນ ຂອງອະໄວຍະວະ ໃດໜຶ່ງຫາກຫາຍ ຫຼື ອອກຈາກໄປທ່ີອ່ືນ ກໍອາດເຮັດໃຫ້ ຄົນໆນັ້ນ ບໍ່ສະບາຍເຈັບໄຂ້ໄດ້ປ່ວຍ ຫຼື ອາດໄດ້ຮັບເຄາະຮ້າຍ ຫຼື ບໍ່ມີໂຊກ ດ່ັງນີ້ ເປັນຕົ້ນ. ດ່ັງນັ້ນການສູ່ຂວັນ ຈ່ຶງ ເປັນພິທີອັນໜ່ຶງ ເພ່ືອເອີ້ນຂວັນ ກັບຄືນມາຢູ່ນຳພາກສ່ວນຕ່າງໆຂອງຮ່າງ ກາຍ ຢ່າງຄົບຖ້ວນເໝືອນເດີມ ເພ່ືອໃຫ້ຄົນໆ ນັ້ນມີສຸຂະພາບແຂງແຮງ,ມີໂຊກໄຊ ມີຄວາມສຳເລັດ ໃນການປະ
ຕິບັດ ວຽກງານ ຫ ືຼມຄີ ວາມປອດໄພໃນການເດນີ ທາງ.ເຄື່ອງປະກອບໃນງານບາສີ ມີ ພາຂວັນ, ເຂົ້າຕົ້ມ ເຂົ້າໜົມ , ໄຂ່ຕົ້ມ, ໄກ່ຕົ້ມ, ເຫຼົ້າ, ນ້ຳແລະ ຕິບເຂົ້າ,… ດັ່ງນີ້ເປັນຕົ້ນ. ການກະກຽມພາຂວັນ ສ່ວນຫຼາຍ ແມ່ນຜູ້ເຖົ້າຜູ້ແກ່
ເຊິ່ງເລີ້ມດ້ວຍການຫຍິບໝາກເບັງຈາກ ໃບຕອງກວ້ຍ ເຊິ່ງເພິ່ນນຳມາຈີບໃຫ້ເປັນຮູບລັກສະນະສາມ ລ່ຽມຫຼາຍໆອັນ ແລ້ວຫຍິບຄັດຕິດ ແລະ ຊ້ອນເຫຼ່ືອມກັນ ໃຫ້ເປັນຮູບຈວຍ ຕາມຂະໜາດ ທ່ີຕ້ອງການ ແລ້ວເອ້ດ້ວຍດອກໄມ້ ຫຼາກຫຼາຍຊະນິດ ພ້ອມທັງໃບໄມ້ທີ່ເປັນມຸງຄຸນ. ດອກໄມ້ທີ່ໃຊ້ປະດັບ ພາຂວັນຈະແຕກຕ່າງກັນຕາມເຫດການ ແລະກໍຂຶ້ນກັບລະດູຂອງດອກໄມ້ອີກ ເຊ່ັນວ່າ ໃນງານສູ່ຂວັນ ປີໃໜ່ລາວ ເພ່ິນກໍມັກໃຊ້ດອກຈຳປາ, ດອກດາວເຮືອງ, ດອກສາມປີ, ດອກຄູນ, ໃບເງິນ ໃບຄຳ ເປັນຕົ້ນ.ສ່ວນວ່າໃນພິທີແຕ່ງງານ ດອກໄມ້ທ່ີເພ່ິນມັກໃຊ້ ແມ່ນ ດອກຮັກ, ດອກດາວເຮືອງ,

http://hukased.blogspot.com/2016/09/ba-si-soo-khouan.html
ພິທີບາສີ-ສູ່ຂັວນ (Ba-si-soo-khouan
ໃບເງິນ ໃບຄຳ ແລະ ໃບຄູນ ເປັນສ່ວນໃຫຍ່ ໂດຍ ອີງຕາມຄວາມໝາຍເຊິ່ງມາຈາກຊ່ືຂອງດອກໄມ້ ທ່ີສະແດງເຖິງຄວາມຮັກ ແລະ ຄວາມຮຸ່ງເຮືອງ ຕະຫຼອດຊີວິດຄູ່ນັ້ນເອງ. ນອກຈາກນັ້ນ ເພ່ິນຍັງເອົາ ຝ້າຍສີຂາວ ທ່ີມີຄວາມຍາວປະມານພໍມັດຮອບແຂນໄດ້ມາຮ້ອຍຮຽງ ເປັນແຖວ ໃສ່ໄມ້ດິ້ວນ້ອຍໆ ແລ້ວປັກສຽບອ້ອມ ຕາມໝາກເບັງ ແລະຝ້າຍ ຂາວເສັ້ນຍາວ ຈຳນວນໜ່ຶງພາດຜ່ານຈອມໝາກເບັງ. ຝ້າຍຂາວນີ້ ເພ່ິນເອີ້ນວ່າ ຝ້າຍຜູກແຂນ. ຊົນເຜ່ົາລາວລຸ່ມ ຖືວ່າສີຂາວ ແມ່ນສະແດງເຖິງຄວາມສົດໃສ, ຊ່ືສັດບໍລິສຸດຜຸດຜ່ອງ. ຢູ່ທ່ີຈອມຂອງໝາກເບັງ ມີທຽນໄຂມັດຕິດຢູ່.ໝາກເບັງທ່ີເພິ່ນເອ້ແລ້ວ ກໍຖືກນຳມາຕັ້ງລົງເທິງໂອເງິນ ເຊ່ິງມີເຂົ້າສານບັນຈຸຢູ່ ແລະມີແກ້ວເຫຼົ້າຂາວ ຫຼື ເຫຼົ້ຊະນິດອ່ືນກໍໄດ້ ຕັ້ງຢູ່ໃຈກາງ. ສຸດທ້າຍເພິ່ນຈຶ່ງເອົາໂອພາຂວັນມາວາງໃສ່ໃຈກາງພານ ຫຼື ພາເຂົ້າໄມ້ເຊ່ິງປູດ້ວຍແຜ່ນຜ້າທ່ີສວຍງາມ.ເທິງພາເຂົ້າ ມີຖ້ວຍນ້ອຍ 4 ຫາ 6 ໃບ ວາງອ້ອມຢູ່ ເພ່ືອໃສ່ໄຂ່ຕົ້ມ, ເຂົ້າຕົ້ມ,ເຂົ້າໜົມ ແລະ ໝາກໄມ້. ຢູ່ຂ້າງໆພາຂວັນ ມີໄກ່ຕົ້ມ ເຊ່ິງເພ່ິນເອິ້ີ້ນວ່າ ໄກ່ຂວັນນັ້ນເອງ. ຕາມຄວາມຈິງ ພາບາສີ ກໍມີຫຼາຍແບບ ແຕ່ໂດຍສ່ວນໃຫຍ່ແລ້ວ ພາບາສີຂອງຊາວລາວທົ່ວໄປ ຈະມີໃບສີ ຈຳນວນ 4 ຫາ 6 ຊໍ່ ປະດັບອອກທາງຂ້າງ ແລະ
http://hukased.blogspot.com/2016/09/ba-si-soo-khouan.html
ພາຂວັນ
ທັງໝົດຈຶ່ງປະດັບດ້ວຍດອກໄມ້ ເຮັດໃຫ້ພາບາສີໂດດເດັ່ນຂຶ້ນ. ສ່ວນວ່າ ຊາວຫຼວງພະບາງ ຈະປະກອບພາບາສີແບບດັ້ງເດີມຢ່າງລຽບງ່າຍ ແຕ່ເຕັມໄປດ້ວຍຄວາມໝາຍ. ໂດຍລວມ ພາບາສີແບບນີ້ຕ່ຳ ປະກອບດ້ວຍໝາກເບັງຂະໜາດນ້ອຍໆຕັ້ງຢູ່ໃຈກາງອ້ອມລ້ອມດ້ວຍຈວຍໃຫຍ່ ເຊິ່ງບັນຈຸດອກໄມ້, ເຄື່ອງໝາກເຄ່ືອງພູ,ໃບເງິນ ໃບຄຳ. ທັງໝົດ ຈັດຢູ່ໃນໂອທີ່ມີເຂົ້າສານເຕັງຢູ່ຕີນເພ່ືອຈັບທັງໝົດໃຫ້ຢູ່ຕວົ . ຈາກນັ້ນທັງໝົດໂອພາບາສີ ຈຶ່ງຖືກເອົາມາວາງເທິງຂັນ ແລະ ປະດັບແຄມດ້ວຍດອກໄມ້ອີກເທື່ອໜຶ່ງ. ເມ່ືອພາຂັວນພ້ອມແລ້ວ ແລະ ພໍເຖິງເວລາທ່ີຊາວພຸດເຊ່ືອວ່າເປັນເລີກງາມ ຍາມດີ ທຸກຄົນກໍຖືຜ້າບ່ຽງພາດບ່າ ເຂົ້າມານ່ັງອອ້ມພາຂັວນ ເພ່ືອເລີ່ມພິທີສູ່ຂັວນ. ຜູ້ທ່ີນຳພາພິທີສູ່ຂວັນ ເອີ້ນວ່າ “ໝໍພອນ”. ຂ້າງໜ້າຂອງໝໍພອນ ມີຂັນພ້ອມບ້າງທ່ີເຮັດດ້ວຍໃບຕອງ ໃສ່ດອກໄມ້ 1 ຄູ່, ທຽນ 1 ຄູ່ ແລະ ເງິນຈຳນວນໜ່ຶງຕາມແຕ່ເຈົ້າສັດທາພ້ອມດ້ວຍຈອກເຫຼົ້ານ້ອຍອັນໜ່ຶງ. ໝໍພອນກ່າວຄຳຄ້າຍກັບຄຳເທດ ເຊ່ິງມີເນື້ອໃນສຳຄັນ ກໍຄືເອີ້ນຂວັນຕ່າງໆ ຂອງຮ່າງກາຍທ່ີຫຼົງຫາຍໄປໃຫ້ກັບເຂົ້າມາສູ່ເນື້ອສູ່ຄີງ ເພ່ືອໃຫ້ມີສຸຂະພາບແຂງແຮງ, ມີແຕ່ຄວາມຮຸ່ງເຮືອງ ໂຊກລາບ,ປະສົບຄວາມສຳເລັດໃນຊີວິດ. ເມ່ືອໝໍພອນກ່າວສິ້ນສຸດແລ້ວ ກໍໃຊ້ຝ້າຍຜູກແຂນຜູກໃຫ້ຜູ້ທ່ີຖືກສູ່ຂັວນນັ້ນກ່ອນ ໂດຍວາງເຂົ້າຕົ້ມ ເຂົ້າໜົມ ແລະ ໄກ່ຂວັນໃສ່ໃນມື
ຂອງຜູ້ນັ້ນ ແລະ ຫຼັງຈາກນັ້ນ ຄົນອ່ືນກໍຜູກຕາມ. ຫຼັງຈາກພິທີສູ່ຂວັນຈົບແລ້ວຄອບຄົວກ່ໍຍົກພາຂວັນໄປວາງໄວ້ບໍລິເວນເທິງຫົວບ່ອນນອນເປັນເວລາສາມວັນ ເພ່ືອເປັນສີລິມົງຄົນ. ຫຼັງຈາກພິທີສູ່ຂວັນ ບາງຄັ້ງກໍຍັງມີພິທີການຂໍສົມບັດສົມມາຜູ້ອາວຸໂສເຊ່ັນ ພໍ່ແມ່, ປູ່ ຍ່າ, ພໍ່ເຖົ້າ, ແມ່ເຖົ້າ ຫຼື ຍາດພ່ີນ້ອງຜູ້ອາວຸໂສ ເພ່ືອຂໍອະໂຫສິກຳ(ຂໍໂທດ, ຂໍອະໄພ) ໃນສ່ິງທ່ີຕົນເອງໄດ້ລ່ວງເກີນ ຫຼື ກະທຳຜິດພາດຜ່ານມາ. ໃນພິທີດ່ັງກ່າວນີ້ຜູ້ທ່ີຂໍສົມມາ ຖືຂັນດອກໄມ້ແລ້ວກ່າວຄຳຂໍສົມມາ ແລ້ວກໍຈັບເອົາສົ້ນໜ່ຶງຂອງແພບ່ຽງຂອງຜູ້ອະວຸໂສທ່ີບ່ຽງຢູ່ ມາແປະໃສ່ຫົວຂອງຕົນເອງ ເພ່ືອສະແດງຄວາມເຄົາລົບນັບຖື. ຫຼັງຈາກນີ້ ກໍຖືວ່າ ພິທີທັງໝົດໄດ້ສິ້ນສຸດລົງ ແລະ ທຸກຄົນກໍເຂົ້າຮ່ວມຮັບປະ ທານອາຫານທ່ີທາງເຈົ້າພາບຈັດຕຽມໄວ້ ເພ່ືອເປັນສີລິມຸງຄຸນແກ່ງານດັ່ງກ່າວ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ