google-site-verification: google0d91bc93cfc88895.html ຕົ້ນໝາກມີ້ີ້ [Ton Makmi] Jack fruit tree - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, September 11, 2016

ຕົ້ນໝາກມີ້ີ້ [Ton Makmi] Jack fruit tree

http://hukased.blogspot.com/2016/09/ton-makmi-jack-fruit-tree.html
ຕົ້ນໝາກມີ້ີ້ [Ton Makmi] Jack fruit tree

ຕົ້ນໝາກມີ້ີ້ [Ton Makmi]
ຊື່ວິທະຍາສາດ: Artocarpus heterophyllus
ຊື່ທົ່ວໄປ ເປັນພາສາອັງກິດ: Jack fruit tree

http://hukased.blogspot.com/2016/09/ton-makmi-jack-fruit-tree.html
ຕົ້ນໝາກມີ້ີ້ [Ton Makmi] Jack fruit tree

ຕົ້ນໝາກມີ້ ມີເຊື້ອສາຍລາຍລ່ອງດຽວກັນກັບຕົ້ນຫາດ, ຕົ້ນໝາກເດື່ອທຸກຊະນິດ, ຕົ້ນໄຮທຸກປະເພດ, ຕົ້ນໜ້ອງ, ຕົ້ນປໍສາ, ດັ່ງນີ້ ເປັນຕົ້ນແຕ່ ຕົ້ນໝາກມີ້ເປັນຕົ້ນໄມ້ທີ່ຢູ່ໃກ້ກັບຮົ້ວສວນເຮືອນຊານຂອງຄົນກວ່າເພື່ອນໆໃນຕະກຸນດຽວກັນ. ແມ່ນ ຕົ້ນໄມ້ຂະໜາດນ້ອຍຫາຂະໜາດກາງ, ສູງແຕ່ 8 ຫາ 25 ມ, ມີຫນ້າຕັດກວ້າງແຕ່ 30-50 ຊມ. ຕົ້ນໝາກມີ້ຈຳແນກ ອອກ ຈາກເພື່ອນໆໄດ້ງ່າຍ ຍ້ອນມີບາງລັກສະນະເດັ່ນ ຈຳນວນໜຶ່ງ,ເຊັ່ນ: ເປັນຕົ້ນຕັ້ງຂຶ້ນຊື່, ງ່າຕາກອອກ ແລະ ຕັ້ງຊັນຂຶ້ນພໍສົມ ຄວນ, ທຸກພາກສ່ວນມີນ້ຳຢາງຂາວຂຸ້ນ ຈະເຫັນໄດ້ເມື່ອເຮົາເອົາປາຍມີດຂີດ ຫຼື ເດັດຍອດອ່ອນ, ລຳຕົ້ນມີເປືອກບາງ, ສີ ຂຽວອອກໝົ່ນເວລາຍັງອ່ອນ, ບາດເປັນຕົ້ນແກ່ເປືອກມີສີໝົ່ນ ອອກຂຽວຫາໝົ່ນ, ໃບດົກໜາ ແລະ ຫລົ່ນເປັນເວລາສັ້ນໆ ແລະ ບໍ່ພ້ອມກັນຊຶ່ງເຮັດໃຫ້ຕົ້ນມີ້ມີໃບຂຽວເກືອບຕະຫຼອດປີ. ແມ່ນໃບດ່ຽວຈັບສະຫຼັບກັນ, ແຜ່ນໃບຫຍາບ ແລະ ຊາໃນມື
ເວລາຈັບ, ມີສີຂຽວເຂັ້ມ ແລະ ເຫື້ຼອມ, ດ້ານລຸ່ມຂອງໃບມີສີຂຽວອ່ອນ, ກ້ານໃບມີຮ່ອງເລິກ. ຮູບຊົງຂອງແຜ່ນໃບມີ ສອງ ແບບ ເຊັ່ນເວລາເປັນຕົ້ນນ້ອຍ ຫຼື ຢູ່ຕາມງ່າປົ່ງໃໝ່ແຜ່ນໃບແກວກເລິກ ເຫັນເປັນສາມບິ້ງຕິດກັນຢູ່ຕີນໃບ, ຂອບໃບເປັນ ແຂ້ວເລ່ືອຍຖີ່ໆ,ເມື່ອເວລາເປັນຕົ້ນແກ່ ແຜ່ນໃບເປັນແຜ່ນດຽວ ສ້ວຍຮູບໄຂ່, ໜາ ແລະ ຫຍາບກວ່າຫຼາຍ. ງ່າອ່ອນ ອວບນ້ຳ, ໃຄ່ຢູ່ຕາມຂໍ້ ບ່ອນທີ່ໃບຈັບຢູ່,ຍອດອ່ອນມີຫູໃບສີເຫຼືອງອ່ອນຫຸ້ມເອົາໄວ້. ຕົ້ນໝາກມີ້ ມີເພດແຍກຢູ່ພາຍໃນຕົ້ນດຽວກັນ, ຊໍ່ດອກຜູ້ທີ່ເອີ້ນກັນວ່າຫຳໝາກມີ້ ມີດອກນ້ອຍໆຈຳນວນຫຼາຍຈັບກັນຖີ່ໆ ສີຂຽວຈືດໆ ເວລາແກ່ດອກຊ້ຳດຳເຂົ້າ. ດອກແມ່ ມີຂະໜາດໃຫຍ່ກວ່າ, ຈັບກັນຖີ່ໆເປັນຊໍ່ໃຫຍ່ກວ່າຊໍ່ຂອງດອກຜູ້. ຊໍ່ດອກແມ່ອອກ ຢູ່ຕາມແໜງໃໜ່ຊຶ່ງມີ ຕາມລຳຕົ້ນ ຫຼື ງ່າແກ່. ເມື່ອກາຍເປັນໝາກໆກໍຈັບຢູ່ຕາມລຳຕົ້ນ ຫຼື ງ່າແກ່ບ່ອນທີ່ຊໍ່ດອກແມ່ເຄີຍຈັບຢູ່. ຄວາມຈິງ ໝາກແມ່ນໝາກລວມ ຊຶ່ງວິວັດມາຈາກຊໍ່ດອກຊໍ່ໜຶ່ງ, ເວລາຍັງອ່ອນໝາກຈະແຂງ, ມີສີຂຽວແກມສີນ້ຳຕານ,ໜັງໝາກເປັນຕາ ຈັດກັນຖ່ີໆ, ເມື່ອ ໝາກສຸກແລ້ວ ຕາຈະຫ່າງໆອອກ(ຊາວບ້ານເອີ້ນວ່າຕາໝາກມີ້ຕີ່) ແລ້ວໜັງຂອງໝາກມີ້ ກໍ່ຄ່ອຍອ່ອນນຸ້ມຂຶ້ນ, ມີສີນ້ຳຕານ ແກມສີເຫຼືອງແລະ ມີກິ່ນຫອມ. ໝາກມີຂະໜາດໃຫຍ່ກວ່າຊໍ່ດອກຫຼາຍສິບເທົ່າ ແລະ ມີນ້ຳໜັກແຕ່3 ຫາ 30 ກິໂລ. ໝາກ ມີ້ ມີສອງພັນ ດັ່ງ ພັນໝາກມີ້ໜັງ ແລະ ພັນໝາກມີ້ຝ້າຍ ຊຶ່ງຈະຈຳແນກ ຄວາມແຕກຕ່າງໄດ້ນຳລົດຊາດ ແລະ ຈຸດພິເສດ ຂອງໝາກເທົ່ານັ້ນ,ສ່ວນວ່າຊິ້ນສ່ວນອື່ນຄືກັນໝົດ. ເມື່ອຜ່າໝາກຈະເຫັນແກນຂອງໝາກ, ຈັບຢູ່ອ້ອມແກນ ມີບົວຫຼາຍໆ ອັນ, ແຕ່ລະບົວແມ່ນໝາກໜຶ່ງໜ່ວຍ.ເດີມ ຕົ້ນໝາກມີ້ມີຖິ່ນກຳເນີດຢູ່ໃນປ່າຕຶບຂອງປະເທດມາເລເຊຍ ແລະປະເທດອິນ
ເດຍໂດຍສະເພາະຢູ່ຕາມສາຍພູກັດ ເອີ້ນອີກວ່າສາຍພູຊາຢາດີ ຊຶ່ງຕັ້ງຢູ່ຝັ່ງຕາວັນຕົກຂອງປະເທດອິນເດຍ. ຕໍ່ມາ ໄດ້ມີການ ນຳພັນໄມ້ ຊະນິດນີ້ອອກໄປປູກຢ່າງກວ້າງຂວາງ ທົ່ວເອເຊຍຕະວັນອອກສ່ຽງໃຕ້ ແລະ ເອເຊຍພາກໃຕ້ລາມໄປເຖິງພາກໃຕ້
ຂອງປະເທດຈີນ, ປູກຢູ່ໃນບັນດາເກາະທີ່ມະຫາສະມຸດປາຊີຟິກໃນໄລຍະທີ່ມີການສ້າງຕັ້ງ ປະເທດຫົວເມືອງຂຶ້ນຂອງບາງ ປະ ເທດ ໃນຢູໂຣບ, ປູກຢູ່ທະວີບອາຟິຼກກາ ແລະອະເມຣິກາກາງ. ການນຳໄປປູກ ຕົ້ນຕໍກໍແມ່ນເພື່ອບໍລິໂພກໝາກ, ຕໍ່ມາ ກໍແມ່ນ ເພື່ອປະດັບສວນແລະເດີ່ນຫຍ້າ ຊຶ່ງເຮັດໃຫ້ມີຮົ່ມ ແລະ ມີໃບສວຍງາມ ຂຽວເກືອບຕະຫຼອດປີ. ການນຳໄປປູກຕ່າງຖິ່ນ ກຳ ເນີດໄດ້ມີມາຫຼາຍເຊັ່ນຄົນແລ້ວ ອັນເຮັດໃຫ້ພັນໄມ້ຊະນິດນີ້ປັບຕົວຕາມແວດລ້ອມເຂດຮ້ອນຕ່າງໆທີ່ກ່າວມາໄດ້ຢ່າງສົມ ດູນ ທີ່ສຸດ.ຕົ້ນໝາກມີ້ເກີດງ່າຍ, ເຕີບໂຕໄວໃນດິນຫຼາຍປະເພດທີ່ມີການລະບາຍນ້ຳໄດ້ດີ, ມັກແສງແດດ, ຈະຂະຫຍາຍໄດ້ດີຢູ່  ເຂດ ຕ່ຳກວ່າຢູ່ໃນເຂດສູງ. ຊິ້ນສ່ວນທີ່ເພິ່ນໃຊ້ຫຼາຍກວ່າໝູ່ ແມ່ນໝາກ ຊຶ່ງບໍລິໂພກເປັນເຄື່ອງຫວານ, ມີແຕ່ພັນໝາກມີ້ ຝ້າຍ ຈຶ່ງໃຊ້ປຸງແຕ່ງອາຫານ ເຊັ່ນ: ເຮັດແກງ, ເຮັດຊຸບໝາກມີ້ ເປັນອາຫານທີ່ຊາວລາວພາກກາງ ແລະ ພາກໃຕ້ນິຍົມເປັນພິ ເສດ. ສ່ວນວ່າ ປະເທດໃນແຖບເອເຊຍຕະວັນອອກສ່ຽງໃຕ້ ກໍໄດ້ມີການບໍລິໂພກແບບໃກ້ຄຽງກັນ. ນອກນັ້ນ ແກ່ນມີສານບຳ ລຸງຫຼາຍຢ່າງ ໃຊ້ກິນໄດ້,ໄມ້ມຸ່ນຫຼື ເສດໄມ້ກໍ່ໃຊ້ຍ້ອມຜ້າ ອອກສີສົ້ມຊ້ຳ ຫຼື ສີເຂ (ສີແສດຊ້ຳ) ທີ່ເພິ່ນເອົາຍ້ອມຜ້າສະບົງ, ເນື້ອ ໄມ້ ໃຊ້ເຮັດເຟີນິເຈີ, ເຮັດຫີບ ແລະໃຊ້ໃນການປຸກສ້າງເບົາ.

http://hukased.blogspot.com/2016/09/ton-makmi-jack-fruit-tree.html
ຕົ້ນໝາກມີ້ີ້ [Ton Makmi] Jack fruit tree

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ