google-site-verification: google0d91bc93cfc88895.html ຕົ້ນໄມ້ ປຽບເໝືອນປອດຂອງພວກເຮົາ tree is life - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, September 10, 2016

ຕົ້ນໄມ້ ປຽບເໝືອນປອດຂອງພວກເຮົາ tree is life

http://hukased.blogspot.com/2016/09/tree-is-life.html

ຕົ້ນໄມ້ ປຽບເໝືອນປອດຂອງພວກເຮົາ

ຕົ້ນໄມ້ ແລະ ພັນພືດທົ່ວໄປ ໃຫ້ຫຍັງແດ່ແກ່ພວກເຮົາ ? ໃນຍຸກເທັກໂນໂລຊີໃໝ່ການຜະລິດເຄື່ອງທຽມທົດແທນໄມ້ມີຫຼາຍຢ່າງ, ປະໂຫຍດທີ່ໄດ້ຈາກຕົ້ນໄມ້ຕໍ່ກັບຊີວິດຂອງຄົນເຮົາ ກໍ່ຍັງຈະມີຫຼາຍຄືເກົ່າຢູ່ບໍ ?ຕົ້ນໄມ້ ແລະ ພັນພືດທົ່ວໄປ ມີຄວາມແຕກຕ່າງກັນໃນຫຼາຍດ້ານ, ຜູ້ເປັນຕົ້ນໃຫຍ່ກໍ່ມີຫຼວງຫຼາຍ, ຜູ້ເປັນພືດຫຍ້າ ກໍ່ມີພໍໄດ້ນັບ, ຜູ້ເປັນເຄືອນ້ອຍ ໄຕ່ຕາມໜ້າດິນແລະ ທາວໄຕ່ໃສ່ຕົ້ນໃກ້ຄຽງ ຫຼື ແຄມຮົ້ວ ກໍ່ມີນັບບໍ່ຖ້ວນ, ຜູ້ເປັນເຄືອໃຫຍ່ແຂງພໍ
ປານລຳໄມ້ ພາດອີງໃສ່ຕົ້ນອື່ນ ຫຼື ໃສ່ຄ້າງອັນແຂງແກ່ນ ກໍ່ມີມາກເຫຼືອຫຼາຍ, ຜູ້ເປັນກາຝາກ ອາໄສກິນນຳພືດອື່ນກໍຫາກມີພໍໄດ້ພົບ, ຜູ້ກິນມົດກິນແມງພໍປານໂຕສັດ ກໍຫາກມີ, ຜູ້ຢູ່ນ້ຳຢູ່ໜອງຄອງບຶງ ຕົນໂຕປຽກຊື້ນ ກໍພໍມີ ບໍ່ຫຼາຍ ,.....ພືດພັນໄມ້ເຫຼົ່ົ່ານັ້ນກໍ່ມີຈັງຫວະການເຕີບໃຫ່ຍບໍ່ຄືກັນ ແລະ ອາຍຸຍາວນານຕ່າງກັນ, ຊ້ຳບໍ່ພໍ ປະໂຫຍດທີ່ໃຫ້ກໍ່ແຕກຕ່າງກັນ ດັ່ງຜູ້ໃຊ້ບໍລິໂພກໄດ້, ຜູ້ໃຊ້ເປັນຢາ, ຜູ້ໃຊ້ໃນການກໍ່ສ້າງເຮືອນຊານ ສະຖານທີ່, ແຕ່ປະໂຫຍດອັນ ໜຶ່ງ ທີ່ຄືກັນແມ່ນ ການດູດຊັບເອົາອາຍກາກໂບນິກຫຼື ເອີ້ນອີກວ່າ ອາຍຄາກໂບໄດອົກຊາຍ ທີ່ເປັນທາດເບື່ອແກ່ສິ່ງ ມີຊີວິດທຸກໆປະເພດແລະ ສະໜອງອົກຊີເຈນສູ່ບັນຍາກາດ ອັນເຮັດໃຫ້ອາກາດປອດໄສ ເພື່ອໃຫ້ພວກເຮົາ
ແລະ ຝູງສິ່ງມີຊີວິດທັງຫຼາຍ ສາມາດຫາຍໃຈເອົາໄດ້.ປະເທດລາວ ເປັນປະເທດທີ່ຍັງມີຄວາມອຸດົມສົມບູນທັງດ້ານຊັບພະຍາກອນທຳມະຊາດດ້ານຊີວະນານາພັນຫຼາຍຢູ່ ທຽບໃສ່ປະເທດອອ້ມຂ້າງ ຊຶ່ງພວກເຮົາທັງໝົດ ຕ້ອງ
ໄດ້ປົກປັກຮັກສາເພື່ອໄວ້ເປັນມໍລະດົກອັນລ້ຳຄ່າແກ່ຄົນລຸ້ນຫຼັງ. ລັດຖະບານລາວ ກໍ່ມີຄວາມເປັນຫ່ວງເປັນໄຍຕໍ່ມໍລະດົກອັນລ້ຳຄ່ານີ້ສະເໝີມາ ແລະເພື່ອຊ່ວຍໃນການປົກປັກຮັກສານີ້ ເພິ່ນຈຶ່ງໄດ້ສ້າງຕັ້ງປ່າສະຫງວນແຫ່ງຊາດແຕ່ປີ 1993 ເປັນຕົ້ນມາ ແລະມາຮອດທຸກວັນນີ້ ປ່າສະຫງວນແຫ່ງຊາດມີຈຳນວນ 21 ແຫ່ງແລ້ວ. ນອກນັ້ນ ແຕ່ ລະ ທ້ອງຖິ່ນຍັງມີປ່າສະຫງວນຂອງຊຸມຊົນຂັ້ນຕ່າງໆ ເຊັ່ນຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ. ລວມທັງໝົດ ເຂດອະນຸລັກໄດ້ກວມເອົາເຖິງ 21 % ຂອງເນື້ອທີ່ຂອງປະເທດ.ວິຖີຊີວິດຂອງຄົນລາວ ຕິດພັນກັບປ່າໄມ້ ແລະ ຕົ້ນໄມ້ມາແຕ່ຊ້ານານ ບໍ່ວ່າ ທາງດ້ານອາຫານ, ທາງດ້ານຮີດຄອງປະເພນີ, ທາງດ້ານສາດສະໜາ ແລະ ສ່ວນໜ່ຶງຂອງຫວ້ານຢາທານັງ ເຖິງແມ່ນວ່າ ຢາຫຼວງຈະເຂົ້າມາມີບົດບາດຫຼາຍຢູ່ກໍ່ຕາມ ຈົນເຮັດໃຫ້ການດຳລົງຊີວິດແບບບໍ່ມີສ່ວນຂອງຕົ້ນໄມ້ຈະເປັນໄປໄດ້ຍາກ.

http://hukased.blogspot.com/2016/09/tree-is-life.html

ໃນປຶ້ມຫົວນີ້ ຜູ້ອ່ານຈະໄດ້ຮັບຮູ້ຂໍ້ມູນກ່ຽວກັບລັກສະນະຂອງຕົ້ນໄມ້ຈຳນວນໜ່ຶງ ໂດຍຜ່ານການສັງເກດແບບງ່າຍ ດາຍ. ຕົ້ນໄມ້ທີ່ບັນລະຍາຍມາໃນທີ່ນີ້ ອາດມີຖິ່ນກຳເນີດໃນເຂດເອເຊຍຕະວັນອອກສ່ຽງໃຕ້ ຫຼື ໃນປະເທດເຮົາເອງ ຫຼື ແມ່ນ ຕົ້ນໄມ້ທີ່ມາຈາກຖິ່ນອ່ືນແດນໄກ ແຕ່ຫາກຕິດພັນ ແລະ ໃກ້ຊິດກັບການດຳລົງຊີວິດຂອງຊາວລາວ ມາໄດ້ຫຼາຍເຊັ່ນຄົນ ຈົນຕົ້ນນັ້ນໆໄດ້ປັບຕົວຈາກສະພາບແວດລ້ອມເດີມຂອງມັນມາເຂົ້າກັບດິນຟ້າອາກາດຂອງບ້ານເຮົາ ແລະ ຄົນເຮົາກໍ່ໄດ້ປັບຕົວເຂົ້າກັບຕົ້ນພວກນັ້ນໆໄດ້ຢ່າງກົມກຽວ. ຜູ້ອ່ານຍັງຈະໄດ້ຮູ້ອີກວ່າ ຕົ້ນນັ້ນໆໃຫ້ປະໂຫຍດຫຍັງແດ່ແກ່ພວກເຮົາ, ບາງຊະນິດກໍ່ໄດ້ມີການຂຸດຄົ້ນຫຼາຍ ຈົນຕົກຢູ່ໃນສະພາບໄພຂົ່ມຂູ່ວ່າຈະດັບສູນ .ເມື່ອໄດ້ອ່ານແລ້ວ ຜູ້ອ່ານຈະມີຄວາມຄິດຄວາມເຫັນແນວໃດ ຕໍ່ກັບການຊົມໃຊ້ພັນໄມ້ທີ່ກ່າວມາໃນປຶ້ມນີ້ ຫຼື ບໍ່ໄດ້ກ່າວມາໃນທີ່ນີ້ ເພື່ອຈະໃຫ້ມີການໃຊ້ແບບປະຢັດ, ຍືນຍົງແລະກຸ້ມຄ່າເຖິງທີ່ສຸດ ພ້ອມດຽວກັນ ຈະເຮັດແນວໃດ ເມື່ອເວລາຖ່າຍພາບ ຈາກອາວະກາດຈຶ່ງຈະເຫັນພື້ນທີ່ສີຂຽວ ເພີ້ມຂຶ້ນ ທັງໃນເຂດອະນຸລັກ ແລະນອກເຂດ ອະນຸ ລັກຂອງປະເທດລາວ. ທີ່ນັ້ນ ຈະແມ່ນພື້ນທີ່ໆສັດສາວາສິ່ງຢູ່ກັນຢ່າງມີຄວາມສຸກ ຮ່ວມກັບຜູ້ຄົນໂດຍປັດສະຈາກໄພອັນຕະລາຍ ທັງຫຼາຍທັງປວງ.
http://hukased.blogspot.com/2016/09/tree-is-life.html

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ