google-site-verification: google0d91bc93cfc88895.html ພິທີໄຫວ້ຜີຫໍເຈົ້າບ້ານ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, September 04, 2016

ພິທີໄຫວ້ຜີຫໍເຈົ້າບ້ານ

http://hukased.blogspot.com/2016/09/blog-post_4.htm

ພິທີໄຫວ້ຜີຫໍເຈົ້າບ້ານ

ພິທີໄຫ້ວຜີຫໍເຈົ້າບ້ານ ກໍແມ່ນອີກຮູບແບບໜ່ຶງຂອງປະເພນີລາວ, ພິທີນີ້ ມີຫຼາຍຮູບແບບແຕກຕ່າງກັນ ສຸດແລ້ວແຕ່ຄວາມເຊ່ືອ ຂອງແຕ່ລະທ້ອງຖ່ິນ ໂດຍສະເພາະຢູ່ເຂດຊົນນະບົດ ຍັງມີຄວາມເຊ່ືອກ່ຽວກັບການມີຜີເຈົ້າບ້ານ ເປັນເຈົ້າອາຣັກສາຫຼັກຄຸນຂອງບ້ານ ເຊິ່ງໝາຍເຖິງ ຜູ້ດູແລຮັກສາໃຫ້ ລູກບ້ານ ມີແຕ່ຄວາມສຸກ, ພົ້ນຈາກສ່ິງທ່ີບໍ່ດີທັງຫຼາຍທັງປວງ ຫຼື ບໍ່ເຈັບໄຂ້ໄດ້ປ່ວຍ. ສະນັ້ນ ພວກເຮົາຈ່ຶງມັກເຫັນວ່າ ຢູ່ບ້ານໃນເຂດຊົນນະບົດ ຈະມີຫໍເຈົ້າບ້ານ ເຊ່ິງຊາວບ້ານ ພ້ອມກັນກໍ່ສ້າງໄວ້ໃຫ້ຜີເຈົ້າບ້ານ. ຈາກນັ້ນ ໃນແຕ່ລະປີ ມີການໄຫວ້ ຫຼື ການຈັດລ້ຽງ ຜີເຈົ້າບ້ານ ເປັນປະຈຳ. ການຈັດລ້ຽງ ຜີເຈົ້າບ້ານນີ້ ເພ່ິນຈະຈັດໃສ່ ເດືອນ 6 ລາວ ວັນອອກໃຫມ່ໃນທຸກໆປີ. ມື້ຫ້າງຫາ ກະກຽມ ເອີ້ນວ່າ “ມື້ພາດໝາກ”. ໃນມື້ນັ້ນ ເຖົ້າແກ່ ລູງຕາມາເຕົ້າໂຮມກັນ ຢູ່ເຮືອນຂອງພໍ່ຕູ້ຈ້ຳ ຊຶ່ງເປັນຜູ້ທ່ີຮັບຜິດຊອບນຳພາຊາວບ້ານເຮັດພິທີດັ່ງກ່າວເປັນປົກກະຕິມາ. ຢູ່ເຮືອນພໍ່ຕູ້ຈ້ຳ ຊາວບ້ານທັງຫຼາຍ ພ້ອມພາກັນຫໍ່ເຂົ້າຕົ້ມ,ຈີບໝາກ, ຈີບພູ, ເຮັດບ້າງໃບຕອງ 1000 ບ້າງ, ເຮັດຊວຍ, ເຮັດໝາກເບັງ ດັ່ງນີ້ເປັນຕົ້ນ. ນອກນັ້ນ ກໍຍັງມີ ພາເສື້ອ, ພາຜ້າ, ມີຫວີ, ມີຊ້ອງ, ມີເງິນຮ້ອຍ, ມີເຜິ້ງປ່ຽງ,ມີເຫຼົ້າແກບ, ມີເງິນ, ມີຄຳ ໃສ່ນຳພາເສື້ອ ພາຜ້າ, ມີປືນ 4 ກະບອກ, ມີຫອກ 4 ດວງແລະ ຄັນຮ່ົມ 4 ຄັນ. ໃນການກະກຽມນີ້ ພວກຜູ້ເຖົ້າຊາຍ ຍັງເອົາໄມ້ໄຜ່ມາຈັກຕອກ
ເປັນເສັ້ນອ່າວໃຫຍ່ ກວ່າເສັ້ນຕອກ ທຳມະດາໜ້ອຍໜ່ຶງ ຈາກນັ້ນ ຈຶ່ງເອົາມາສານເປັນແຜ່ນ ເອີ້ນວ່າ “ຕາແຫຼວ”. ພໍຮອດ 6 ໂມງແລງ ພໍ່ຕູ້ຈ້ຳ ພ້ອມດ້ວຍລູກບ້ານຈຳນວນໜ່ຶງ ພາກັນຕີຄ້ອງ ອອ້ມບ້ານ ພ້ອມທັງເອົາຕາແຫຼວ ເອ້ຢ້ອງດ້ວຍດອກໄມ້ສີແດງ ໄປປັກໄວ້ ທາງເຂົ້າບ້ານ ເພ່ືອເປັນສັນຍາລັກວ່າ ບ້ານນີ້ຈະມີການລ້ຽງຜີເຈົ້າບ້ານ ແລະ ເປັນການແຈ້ງລະບຽບ ຄື ຕະຫຼອດໄລຍະນີ້ ຄົນໃນບໍ່ໃຫ້ອອກ ຄົນນອກ ບໍ່ໃຫ້ເຂົ້າ. ບາງບ້ານກໍ່ມີການຢັ່ງຝ້າຍອ້ອມບ້ານອີກ ນອກຈາກຫຼັກຕາແຫຼວ.ຖ້າຫາກ ມີການລະເມີດ ກໍ່ຈະມີການປັບໃໝ. ການປັບໃໝ ກໍຄື ຜູ້ຖືກປັບໃໝນັ້ນຕ້ອງເອົາສັດຊະນິດ ດຽວກັນກັບທ່ີຊາວບ້ານນຳມາໄຫ້ວ ໃນປີນັ້ນ ມາໄຫວ້ ຫຼື ລ້ຽງຜີເຈົ້າບ້ານ. ຖ້າຜູ້ ທ່ີຖືກປັບໃໝ ບໍ່ຍອມປະຕິບັດຕາມ ກໍອາດຈະມີເຫດຮ້າຍຕ່າງໆນາໆເກີດຂຶ້ນແກ່ຄົນໆນັ້ນ ຕາມຄວາມເຊ່ືອຖື ຂອງຊາວບ້ານແຕ່ໃດໃດມາຕະຫຼອດເທົ່າທຸກ ວັນນີ້. ໃນວັນຕໍ່ມາ ເຊ່ິງເປັນ ມື້ລ້ຽງຜີແທ້ໆ ຊາວບ້ານ ກໍພາກັນຂົນ ເອົາເຄ່ືອງຂອງທ່ີໄດ້ກະກຽມໄວ້ ແລ້ວນັ້ນ ໄປທ່ີຫໍຜີເຈົ້າອາຣັກສາ ຂອງບ້ານ; ສ່ວນຊາວບ້ານ ແຕ່ລະເຮືອນ ກໍກະກຽມເອົາຕິບເຂົ້າ, ເຫົ້ຼາໜ່ຶງແກ້ວ ພ້ອມທັງ ບ້າງ ແລະ ຊວຍ ໄປໂຮມກັນ
http://hukased.blogspot.com/2016/09/blog-post_4.html

ພິທີໄຫວ້ຜີຫໍເຈົ້າບ້ານ


ຢູ່ທ່ີຫໍ. ພໍເຖິງເວລາ ພໍ່ຕູ້ຈ້ຳ ກໍ່ຍໍ ພາດອກໄມ້ 4 ພາ ພ້ອມດ້ວຍພາເສື້ອ ພາຜ້າ ຂຶ້ນໄປໃນຫໍເພ່ືອບູຊາ. ສ່ວນ ອາຫານ ທ່ີນຳມາລ້ຽງຫໍເຈົ້າໃນແຕ່ລະປີ ຈະໝູນວຽນໄປຕາມລຳດັບ ເຊ່ັນວ່າ ປີນີ້ອາຫານທ່ີນຳມາລ້ຽງເປັນໄກ່ ປີຕໍ່ໄປກໍ່ ຈະເປັນໝູ ແລະ ປີຕໍ່ໄປອີກກໍ່ຈະເປັນ ຄວາຍ ແລ້ວຈຶ່ງກັບມາເປັນໄກ່ອີກ ເປັນແບບນີ້ຕະຫຼອດມາ ເຊ່ິງເອີ້ນວ່າ“ສາມປີຮາມສາມປີຄອບ”. ຫັຼງຈາກ ອາຫານຕຽມພ້ອມແລ້ວ ກໍ່ຍົກເຂົ້າໄປຖວາຍ ເຈົ້າໃນຫໍ ພ້ອມທັງພາຫວານ 2 ພາ. ຫຼັງຈາກນັ້ນພໍ່ຕູ້ຈ້ຳ ກໍພາຊາວບ້ານເລ່ີມພິທີ ຄືພາກັນຍໍມືຮ້ອງຂໍໃຫ້ ເຈົ້າບ້ານຈ່ົງປົກປັກຮັກສາ ຊາວບ້ານໃຫ້ ຢູ່ເຢັນເປັນສຸກ, ມີສຸຂະພາບແຂງແຮງ, ບໍ່ໃຫ້ສ່ິງທ່ີເປັນໄພຮ້າຍ ມາລົບກວນ ແລະ ເຮັດໃຫ້ການຜະລິດໄດ້ຮັບຜົນດີ.ຫຼັງຈາກພິທີດ່ັງກ່າວ ໄດ້ຈົບລົງ ທຸກຄົນກໍ່ພ້ອມກັນຄາລະວະ ເພ່ືອຂໍຄະມາລາໂທດໃນການກະທຳ ທ່ີຜ່ານມາ, ຖ້າການກະທຳອັນໃດຫາກ ບໍ່ຖືກຕ້ອງ ຫຼື ເປັນການກະທຳຜິດພາດຕໍ່ເພ່ິນ ກໍ່ຂໍໃຫ້ເພ່ິນອະໄພໃຫ້ ບໍ່ໃຫ້ຖືໂທດໂກດເຄືອງ ແລ້ວກໍ່ຍິງປືນ 3 ນັດ.ມາຮອດນີ້ ຖືວ່າ ພິທີລ້ຽງຜີ ເຈົ້າບ້ານຢູ່ທ່ີຫໍເຈົ້າກໍສິ້ນສຸດລົງ.

http://hukased.blogspot.com/2016/09/blog-post_4.html

ພໍຕົກມາຮອດ 6 ໂມງ ຕອນແລງຂອງວັນດຽວກັນ ຊາວບ້ານກໍພາກັນຍິງປືນ, ເຄາະໄມ້ເຄາະຕອກ ເພື່ອໄລ່ສ່ິງບໍ່ດີອອກໄປຈາກເຮືອນຊານ ຫຼື ໝູ່ບ້ານ. ພ້ອມດຽວກັນນັ້ນແຕ່ລະຄອບຄົວ ກໍ່ພາກັນເຮັດກະໂທງຈາກຕົ້ນກ້ວຍ ແລະ ໃບຕອງ ແລ້ວເອົາເຂົ້າໜຶ້ງມາຈ້ຳຕາມຮ່າງກາຍຂອງສະມາຊິກໃນຄອບຄົວ ເຊ່ິງໝາຍເຖິງການຈ້ຳເອົາພະຍາດພະເຍົາຕ່າງໆ ແລະ ສ່ິງບໍ່ດີທັງຫຼາຍ ທັງປວງ ໃນຮ່າງກາຍອອກໄປ ແລ້ວນຳໄປວາງໃສ່ກະໂທງແລະ ນຳກະໂທງໄປໄຫຼນ້ຳ. ຫຼັງຈາກນັ້ນ ກໍ່ໄປຖອດຫຼັກຕາແຫຼວອອກເຊິ່ງເປັນການເປີດບ້ານ ໃຫ້ຄົນ ສັນຈອນໄປມາ ເຂົ້າ ອອກໄດ້ ຕາມປົກກະຕິ. ດອກໄມ້ທີ່ເພິ່ນມັກນຳໃຊ້ເຂົ້າໃນການໄຫວ້ຜີຫໍເຈົ້າ ແມ່ນດອກທີ່ມີສີແດງ ເປັນຈຸດໜັກ ດັ່ງ ດອກໄໝ່ເພ່ືອເອ້ຢ້ອງແຜ່ນຕາແຫຼວ ແລະ ດອກຝາງ ເພື່ອປັກແຊມ ເອ້ຢ້ອງຕາມທາງເຂົ້າບ້ານ.ບາງບ້ານ ກໍໃຊ້ດອກຊາຍເຫີນ, ດອກຈຳປາ ໃສ່ບ້າງ ໃສ່ຊວຍ ກໍມີ. ສ່ວນວ່າດອກສາມປີສີມ້ວງ ຫຼື ສີບົວ ບາງບ້ານກໍໃຊ້ບູຊາຮ້ານຜີຫໍເຈົ້າບ້ານ

http://hukased.blogspot.com/2016/09/blog-post_4.htmlhttp://hukased.blogspot.com/2016/09/blog-post_4.html

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ