google-site-verification: google0d91bc93cfc88895.html ດອກຈຳປາ-ດອກໄມ້ປະຈຳຊາດລາວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, September 03, 2016

ດອກຈຳປາ-ດອກໄມ້ປະຈຳຊາດລາວ

ດອກຈຳປາ ມີຊ່ື ວິທະຍາສາດວ່າ “Plumeria rubra”, ຊື່ທ່ົວໄປ ເປັນພາສາອັງກິດ Frangipanii tree, Temple tree, West Indian Jasmine ເຊິ່ງມີຕົ້ນກຳເນີດມາຈາກເຂດຮ້ອນຂອງທະວີບອະເມລິກາ ດັ່ງ ອະເມລິກາ ພາກກາງນັ້ນເອງທີ່ກວມເອົາປະເທດ ແມກຊີໂກນຳດ້ວຍ.
ດອກຈຳປາ-ດອກໄມ້ປະຈຳຊາດລາວ
      

    ດອກໄມ້ຢູ່ໃນແຕ່ລະປະເທດມີຫຼາກຫຼາຍຊະນິດ ແຕ່ມີພຽງດອກໄມ້ຊະນິດໃດໜ່ຶງເທ່ົານັ້ນ ທ່ີບາງປະເທດຖືວ່າເປັນດອກໄມ້ປະຈຳຊາດຂອງຕົນເອງ ຫຼື ເປັນສັນຍາລັກຂອງຊາດ. ປະເທດລາວ ກໍໄດ້ຖືເອົາດອກຈຳປາ ເປັນສັນຍາ ລັກ ຫຼື ເປັນດອກໄມ້ປະຈຳຊາດ ດ່ັງທ່ີ ພວກເຮົາ ເຄີຍໄດ້ຍິນ ແລະ ໄດ້ຮ້ອງເພັງ “ດອກຈຳປາ” ມາໄດ້ຫຼາຍທົດ ສະວັດແລ້ວ, ເນື້ອໃນບາງຕອນ ກໍໄດ້ບົ່ງບອກ ສັນຍາລັກ ດັ່ງກ່າວມານີ້ແທ້:

ໂອ ດວງຈຳປາ          ບຸບຜາເມືອງລາວ
ງາມດ່ັງດວງດາວ       ຊາວລາວເພ່ິງໃຈ
ເກີດຢູ່ພາຍໃນ     ແດນດິນລ້ານຊ້າງ ...

ດອກຈຳປາ ມີຊ່ື ວິທະຍາສາດວ່າ “Plumeria rubra”, ຊື່ທ່ົວໄປ ເປັນພາສາອັງກິດ Frangipanii tree, Temple tree, West Indian Jasmine ເຊິ່ງມີຕົ້ນກຳເນີດມາຈາກເຂດຮ້ອນຂອງທະວີບອະເມລິກາ ດັ່ງ ອະເມລິກາ ພາກກາງນັ້ນເອງທີ່ກວມເອົາປະເທດ ແມກຊີໂກນຳດ້ວຍ.
             ໃນປະເທດລາວເຮົາ ດອກຈຳປາ ເປັນດອກໄມ້ ທ່ີພົບເຫັນແຕ່ເໜືອຕະຫຼອດໃຕ້ຄືຕັ້ງແຕ່ແຂວງ ຜົ້ງສາລີ ຈົນມາຮອດ ແຂວງຈຳປາສັກ. ດອກຈຳປາ ມີລຳຕົ້ນສູງປະມານ 6-12 ແມັດ, ແຕກກ່ິງງ່າ ຄົດໂງ ພໍສົມຄວນ, ທຸກສ່ວນມີນ້ຳຢາງສີຂາວ,ດອກ ມີລັກສະນະເປັນຊໍ່ໃຫຍ່ ເຕົ້າໂຮມກັນຢູ່ທ່ີປາຍກິ່ງ, ດອກເປັນຮູບຈວຍ,ປາຍແຍກເປັນ 5 ກີບ ເຊ່ິງແຕ່ລະກີບເອີ້ນວ່າ ກີບດອກ, ແຕ່ລະກີບດອກຊ້ອນເຫຼ່ືອມກັນ, ມີຫຼາຍສີໃນດອກດຽວກັນ ເຊ່ັນ ສີຂາວ ເຊ່ິງເພິ່ນມັກເຫັນຢູ່ແຄມດ້ານນອກຂອງກີບດອກ, ຖັດເຂົ້າໄປຂ້າງໃນຂອງກີບດອກ ມີລັກສະນະເປັນສີເຫຼືອງ ແລະ ເຫຼືອງເຂັ້ມ ເມ່ືອລົງຮອດໃຈກາງຂອງດອກ. ຢູ່ພື້ນຂອງກີບດອກ ພົບວ່າມີສີແດງ,ສີບົວ ແຊກຢູ່ກັບສີຂາວ. ດອກມີກິ່ນຫອມ ແບບທຳມະຊາດ ຕະລອດທັງວັນ, ບໍ່ຫ່ຽວງ່າຍ, ເລີ້ມອອກດອກ ກ່ອນປີໃໝ່ລາວ ແລະ ໂດຍທົ່ວ ໄປ ດອກອອກກ່ອນໃບ.ນອກຈາກນັ້ນ ຍັງເປັນພືດ ທ່ີບໍ່ມັກເປັນພະຍາດ ແລະ ບໍ່ຄ່ອຍມີມອດ ແມງມາລົບກວນ . ບາງຄັ້ງ ຜູ້ຄົນຫຼົງດອກລັ່ນທົມ ເຊິ່ງມີຊື່ວິທະຍາສາດວ່າ “Plumeria obtusa”ເປັນດອກຈຳປາ ເພາະໃນຕົວຈິງ ຕົ້ນດອກໄມ້ສອງຊະນິດນີ້ກໍມີລັກສະນະໄກ້ຄຽງກັນຫຼາຍ ແຕ່ຖ້າສັງເກດຄັກໆ ກໍພໍຈຳແນກໄດ້ ດັ່ງ ຕົ້ນດອກລັ່ນທົມ ມີໃບແຜ່ກວ້າງ
ດອກຈຳປາ ມີຊ່ື ວິທະຍາສາດວ່າ “Plumeria rubra”, ຊື່ທ່ົວໄປ ເປັນພາສາອັງກິດ Frangipanii tree, Temple tree, West Indian Jasmine ເຊິ່ງມີຕົ້ນກຳເນີດມາຈາກເຂດຮ້ອນຂອງທະວີບອະເມລິກາ ດັ່ງ ອະເມລິກາ ພາກກາງນັ້ນເອງທີ່ກວມເອົາປະເທດ ແມກຊີໂກນຳດ້ວຍ.
ດອກໄມ້ປະຈຳຊາດລາວ

ຢູ່ສ່ວນປາຍຫຼາຍກວ່າສ່ວນກົກຂອງແຜ່ນໃບ (ຮູບໄຂ່ປີ້ນ) ແລະ ອອກສີຂຽວເຂັ້ມ,ແຜ່ນໃບເຫຼື້ອມ. ກີບດອກລັ່ນທົມ ອອກສີຂາວຈະແຈ້ງ ກວ່າດອກຈຳປາ, ກີບດອກບໍ່ຊ້ອນເຫຼ່ືອມກັນ, ທັງດອກກໍ່ໃຫຍ່ກວ່າ ແລະ ປາຍກີບດອກແອນ ແລະ ໂກບເຂົ້າຫາຕີນດອກເຫັນຢ່າງແຈ່ມແຈ້ງ. ໃນທ້ອງຕະຫຼາດ ກໍມີການພັດທະນາຫາພັນປະສົມໄປເລື້ອຍໆ ເຮັດໃຫ້ຜູ້ຄົນສັບສົນໄປຕາມໆກັນ. ເພ່ິນນິຍົມປູກດອກຈຳປາ ໄວ້ເປັນດອກໄມ້ປະດັບຕາມສະຖານທ່ີສາທະລະນະຕ່າງໆ ເຊັ່ນ ຢູ່ຕາມວັດວາອາຮາມ, ດັ່ງ ໃນກໍລະນີຢູ່ຕາມເດີ່ນຂອງ ວັດພູ ແຂວງຈຳປາສັກ; ໃນໄລຍະໃໝ່ ກໍໄດ້ມີການນິຍົມປູກຕາມແຄມຖະໜົນ ຫົນທາງ ແລະ ສະຖານທ່ີລັດຖະການ ອີກດ້ວຍ. ການປູກຕົ້ນດອກຈຳປາເປັນພືດປະດັບໃນເດີ່ນບ້ານເດີ່ນສວນຂອງຊາວລາວ ໄດ້ຮັບຄວາມນິຍົມຫຼາຍຂຶ້ນອັນເຮັດໃຫ້ພັນດອກຈຳປາປຸງແຕ່ງ ຫຼື ພັນຊອດ ຂະຫຍາຍຕົວຫຼາຍຂຶ້ນໃນຊຸມທົດສະວັດຫຼັງມານີ້.
          ນັບແຕ່ ບູຮານນະການມາ ຊາວລາວທັງຫຼາຍ ນຳໃຊ້ດອກຈຳປາ ປະສົມກັບນ້ຳຫອມເພື່ອສົງພະ ໃນໂອກາດປີໃໝ່ລາວ, ໃຊ້ປະດັບປະດາພາຂວັນ, ຮ້ອຍ ຫຼື ແຊມໃສ່ເກົ້າຜົມ ໃນເວລາມີງານສະແດງສິນລະປະ ໂດຍສະເພາະ ແມ່ນການຟ້ອນ“ດອກຈຳປາ” ຢູ່ຕາມພິທີທາງການຕ່າງໆ ເຊັ່ນ ໃນພິທີຮັບແຂກບ້ານ ແຂກເມືອງ, ໃນ
ໂຮງຮຽນ ຫຼື ບ່ອນອ່ືນໆ, ຮ້ອຍເປັນ-ພວງມາໄລ ເພ່ືອນຳມາຄ້ອງຄໍໃຫ້ແກ່ແຂກບ້ານແຂກເມືອງ ທ່ີມາຢ້ຽມຢາມ, ຄ້ອງຄໍໃຫ້ແກ່ເຈົ້າສາວ ເພ່ືອຈອງເປັນຄູ່ຟ້ອນລຳວົງຕາມງານ ບຸນປະເພນີຕ່າງໆ. ນອກຈາກນັ້ນ ດອກຈຳປາ ຍັງຖືກນຳໃຊ້ເປັນສະໝູນໄພເຊ່ັນວ່າ ຝັກ ຖືກນຳໃຊ້ ຝົນທາແກ້ລິດສະດວງທວານໜັກ. ເປືອກຂອງຕົ້ນ ໃຊ້ປະສົມກັບ
ນ້ຳໝາກພ້າວ, ກັບນ້ຳນົມເຂົ້າ ເພ່ືອແກ້ອາການຖອກທ້ອງ, ຂັບຖ່າຍປັດສະວະ ແລະປະຈຳເດືອນ, ແກ້ອາການໄຂ້. ດອກ ມີລົດຂົມ ໃຊ້ປະສົມໃບພູ ກິນແກ້ໄຂ້ມາລາເລຍ.ສ່ວນຮາກ ມີລົດຂົມ ເປັນຢາຖ່າຍ ແກ້ໂລກໜອງໃນ, ໂລກໄຂຂ້ໍອັກເສບ ແລະ ຂັບລົມດັ່ງນີ້ເປັນຕົ້ນ.

2 comments:

  1. This comment has been removed by the author.

    ReplyDelete
  2. ຂໍຖາມ(ຢາກຮູ້) ວ່າຊາດລາວເຮົາກຳນົດເອົາດອກຈຳປາເປັນດອກໄມ້ປະຈຳຊາດ ໃນວັນທີເດືອນປີໃດມາ ( ຫລືຍາມໃດມາ )

    ReplyDelete

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ