ບຸນອອກພັນສາ
|
ບຸນອອກພັນສາ Festival of Buddhist Lent |
ຄຳວ່າ ອອກພັນສານັ້ນ ໄດ້ແກ່ການອະນຸຍາດ ໃຫ້ພະພິກຂຸສົງອອກຈາກເຂດຈຳກັດ ຫຼັງຈາກການເຂົ້າຈຳພັນສາ ຄົບ 3 ເດືອນ ເພື່ອອອກໄປປະຕິບັດໜ້າທ່ີ ຢູ່ບ່ອນອ່ືນໄດ້ ເອີ້ນອີກຢ່າງໜິ່ງວ່າ ການອອກຈາກລະດູຝົນ. ເມ່ືອເຖິງມື້ຂຶ້ນ14 ຄ່ຳຂອງເດືອນ11 ຊາວພຸດ ທັງຫຼາຍພາກັນຈັດຫາວັດຖຸທານຕ່າງໆມາໄວ້ຖວາຍທານຕາມກຳລັງສັດທາຂອງຕົນ. ເມ່ືອເຖິງມື້ເພັງ 15 ຄ່ຳ ເດືອນ 11 ເວລາ 7 ໂມງເຊົ້່າ ຊາວພຸດທັງຫຼາຍກໍມາເຕົ້າໂຮມກັນຖວາຍຂອງທານ ທ່ີໄດ້ກະກຽມໄວ້ ດ້ວຍການຕັກບາດຢູ່ໃນວັດ ພ້ອມທັງຖວາຍຜ້າຈີວອນ ຫຼື ຜ້າຈຳນຳພັນສາໃຫ້ແກ່ພະພິກຂຸສົງ. ດ່ັງນັ້ນ ວັນນີ້, ມື້ເພັງ 15 ຄ່ຳຂອງເດືອນ 11 ຖືວ່າ ແມ່ນມື້ສະເຫຼີມສະຫຼອງ ການອອກຈາກການຈຳພັນສາຄົບ 3 ເດືອນ ຂອງພະພິກຂຸສົງ. ຕາມປະເພນີລາວແຕ່ເກ່ົາແລ້ວ ເວລາໄກ້ຈະຮອດວັນບຸນອອກພັນສາ ຊາວບ້ານ ໄດ້ກະກຽມເຮັດໝາກກະໂພກ ແລະ ບັ້ງໄຟດອກ ໂດຍນຳໃຊ້ຂີ້ໝື້ ຂີ້ເຈຍ ມາຕຳປະສົມກັນ ໃຫ້ເປັນເຊື້ອເພີງ ແລະນຳ ມາຫໍ່ດ້ວຍໃບລານແຫ້ງ.ພໍຕົກຄ່ຳມາຂອງມື້ເພັງ ຊາວບ້ານກໍພາກັນມາເຕົ້າໂຮມກັນຢູ່ວັດອີກ ເພ່ືອພ້ອມກັນ ສ້າງເຮືອໄຟໂຄກ, ວຽນທຽນ, ຈູດໝາກກະໂພກ, ຈູດບັ້ງໄຟດອກ ແລະ ໄຕ້ໄຟບູຊາຄຸນ ພະພຸດ ພະທຳ ແລະ ພະ ສົງ. ນອກຈາກນັ້ນ ແຕ່ລະຄອບຄົວ ຍັງໄດ້ສ້າງເຮືອໄຟໂຄກຢູ່ທ່ີບ້ານເຮືອນຂອງໃຜລາວເພ່ືອບູຊາ ຄຸນ ພະພຸດ ພະທຳ ແລະ ພະສົງ. ອີກຢ່າງໜຶ່ງທີ່ຊາວບ້ານໄດ້ກະກຽມ ແມ່ນເຮືອໄຟນ້ຳ ເຊິ່ງປົກກະຕິແມ່ນສ້າງຂຶ້ນໃນຕອນ ບ່າຍຂອງມື້ເພັງເອງ. ບາງບ້ານກໍ ເຮັດແບບງ່າຍດາຍ ຈາກທ່ອນກວ້ຍເປັນຕົ້ນຕໍ ເສີມດ້ວຍແຜ່ນໄມ້ນ້ອຍໆ ເປັນຮູບຍາວ ຄ້າຍຮູບເຮືອ ເຊິ່ງເພິ່ນເອົາມັດຢອງໃສ່ແພທ່ອນກວ້ຍ.ຈາກນັ້ນ ເພິ່ນເອົາຕົ້ນກາລະພຶກຕັ້ງໄວ້ ຢູ່ເທິງກາງຂອງແຜ່ນໄມ້ ແລ້ວຈຶ່ງໄຕ້ກະບອງ ລຽນໃສ່ເຮືອໄຟ ເພ່ືອໃຫ້ແນມເຫັນແສງໄຟໃນຄືນວັນເພັງ ແລະ ແລ້ວຊາວບ້ານກໍ່ພ້ອມກັນອະທິດຖານຕ່າງໆນາໆ ເຊ່ັນວ່າ ຂໍໃຫ້ຊີວິດມີຄວາມສຸກ ປັດສະຈາກໂລກໄພໄຂ້ເຈັບ, ປະສົບຜົນສຳເລັດໃນໜ້າທ່ີການງານ, ແລະ ອື່ນໆ ແລ້ວກໍປ່ອຍເຮືອໄຟອອກສູ່ແລວນ້ຳ, ເພິ່ນເອີ້ນຂະບວນການນີ້ວ່າ “ການໄຫຼເຮືອໄຟ”. ອີກບາງບ້ານ ກໍເຮັດດ້ວຍໄມ້ໃຜ່ ມັດເຂົ້າກັນເປັນຮູບຊົງເຮືອໃຫຍ່ ມີການກະກຽມຫຼາຍວັນ. ຢູ່ຕາມລຳນ້ຳ ຖ້າວ່າ ຜູ້ໃດຫາກ ລັດເອົາເຮືອໄຟດັ່ງກ່າວໄດ້ ຕົ້ນກາລະພຶກ ກໍຈະເປັນຂອງຜູ້ນັ້ນ ເຊິ່ງເປັນຜູ້ມີໂຊກໄຊ ເຫຼືອຫຼາຍ, ມີຄວາມເຊື່ອວ່າ ຄອບຄົວຂອງ ຜູ້ນັ້ນ ຈະມີຊີວິດ ທີ່ປັດສະຈາກໂລກໄພ ໄຂ້ເຈັບທັງຫຼາຍ ທັງປວງໃນປີນັ້ນ. ແຕ່ ຢູ່ ໃນຕົວເມືອງໃນປັດຈຸບັນ ໂດຍສະເພາະ ຊາວໜຸ່ມໄດ້ນຳເອົາກະໂທງ ເຮັດດ້ວຍທ່ອນກວ້ຍ ປະດັບປະດາດ້ວຍ ທູບທຽນ ແລະ ດອກໄມ້ ເຊິ່ ງແມ່ ນຮູບແບບປະຍຸກໃໝ່ ໄປລອຍນ້ຳ ຫັຼງຈາກທີ່ໃຫ້ພະສູດ ແລະ ວຽນທຽນຢູ່ໃນວັດແລ້ວ ພ້ອມທັງ ອະທິຖານຕ່າງໆນາໆ, ເອີ້ນຂະບວນການນີ້ວ່າ “ການລອຍກະໂທງ”. ພໍຮອດມື້ຕໍ່ມາ ມື້ແຮມ 1 ຄ່ຳ ກໍມີການຈັດຊ່ວງເຮືອລະຫວ່າງ ຊຸມຊົນຕ່າງໆ ແລະ ຄົບງັນກັນຕາມປະເພນີ ຕະຫຼອດທັງຄືນ. ຈຸດປະສົງ ຂອງການ ຊ່ວງເຮືອ ແລະ ການໄຫຼເຮືອໄຟ ແມ່ນເພ່ືອສົມມາຄາລະວະ ພ້ອມທັງບວງສວງຂໍໂຊກຂໍລາບຈາກ ພະຍາ ນາກ ແລະ ເທວະດາ ອົງທີ່ໄດ້ປົກປັກຮັກສາ ແມ່ນ້ຳ ລຳເຊຕະຫຼອດຮອດຫ້ວຍຮ່ອງຄອງບຶງ ບ່ອນທີ່ຊາວພຸດທັງ ຫຼາຍໄດ້ທຳມາຫາກິນຢ່າງສະຫງົບສຸກແຕ່ ບູຮານນະການມາ. ການທີ່ພວກຊາວພຸດທັງຫຼາຍ ແຫ່ ວຽນທຽນ, ເຮັດເຮືອໄຟໂຄກ ແລະ ໄຕ້ທູບ ໄຕ້ທຽນ… ແມ່ນຖືເອົາຕາມແບບຢ່າງຂອງເທບພະບຸດ ແລະ ເທບພະທິດາທັງຫຼາຍ ທີ່ແຫ່ພະສຳມາສຳພຸດທະເຈົ້າ ເມ່ືອຄັ້ງພະອົງສະເດັດຈາກຊັ້ນດາວະດິງ ຄືໝາຍເຖິງເມືອງສະຫວັນຊັ້ນຟ້າ ລົງມາສູ່ເມືອງມະນຸດ ໃນມື້ແຮມ 1 ຄ່ຳ ເດືອນ 11, ລົງມາຕາມຂັ້ນໄດແກ້ວ, ຂັ້ນໄດຄຳ ແລະ ຂັ້ນໄດເງິນ. ພະອົງສະເດັດ ລົງຕາມຂັ້ນໄດຄຳ, ສ່ວນ ເທບພະບຸດ ເທບພະທິດາ ແລະ ສາວົກທັງຫຼາຍ ແມ່ນ ລົງຕາມຂັ້ນໄດເງິນ ແລະ ຂັ້ນໄດແກ້ວ ທີ່ຕັ້ງຢູ່ສອງຟາກຂ້າງຂອງຂັ້ນໄດຄຳ. ການແຫ່ພະອົງໃນຄັ້ງນັ້ນ ເປັນຂະບວນການແຫ່ ທ່ີຍິ່ງໃຫຍ່ ແລະ ຕະ ຫຼອດເສັ້ນທາງ ພະອົງມີລັດສະໝີເປັ່ງປະກາຍສະຫວ່າງ ສະໄຫວໄປທ່ົວໂລກເຮັດໃຫ້ເທບພະບຸດ ເທບທິດາ ທ່ີຢູ່ເມືອງສະຫວັນຊັ້ນຟ້າ, ມະນຸດ ທ່ີຢູ່ໃນໂລກຂອງມະນຸດ ແລະ ສັດນະຮົກທຸກປະເພດ ທ່ີຢູ່ຊັ້ນຕ່ຳສຸດ ໄດ້ເຫັນແຈ້ງສະພາບຂອງກັນ ແລະ ກັນໝົດ. ດ່ັງນັ້ນ ພວກເຮົາຊາວພຸດທັງຫຼາຍ ໂດຍຖືເອົາຕາມຄວາມເຊ່ືອ ທ່ີມີມາແຕ່ກ່ອນນັ້ນ ມາປະຕິບັດກັນ ຈົນເປັນປະເພນີ ສືບຕໍ່ກັນມາເທ່ົາທຸກວັນນີ້ແລ. ດອກໄມ້ທີ່ເພິ່ນມັກນຳໃຊ້ ເຂົ້າໃນພິທີບຸນອອກພັນສາ ແມ່ນດອກໄມ້ທີ່ມີສີຂາວ ເປັນສ່ວນຫຼາຍ ດັ່ງ ດອກພຸດ, ດອກອິນທະຫວາ, ດອກຊ້ອນ ແລະ ສີອື່ນເຊັ່ນ: ດອກດາວເຮືອງ …. ດັ່ງນີ້ເປັນຕົ້ນ ສຳລັບໃສ່ຂັນຫ້າ ຂັນແປດ, ໃສ່ບ້າງ ໃສ່ຊວຍ, ເອ້ໝາກເບັງ, ເອ້ກະໂທງ, ສ່ວນວ່າ ດອກບົວຫຼວງ ແມ່ນເພິ່ນນຳໃຊ້ ບູຊາພະ ແລະ ໃສ່ໃນບາດສະຫວັນເທົ່ານັ້ນ
|
ກະທົງ |
|
ເຮືອໄຟ |
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ