ຕົ້ນຜາງ, ຕົ້ນດອກຫາງຍຸງ ສະຝາງ, ຕົ້ນຝາງແດງ [Ton Fangdaeng, Ton Hangnjoung]
ຊື່ວິທະຍາສາດ: Delonix regia
ຊື່ທົ່ວໄປ ເປັນພາສາອັງກິດ: Famboyant, Flame of the forest, Flame tree,Peacock flower tree, Royal poinciana
ຕົ້ນຜາງ, ຕົ້ນດອກຫາງຍຸງ ສະຝາງ, ຕົ້ນຝາງແດງ [Ton Fangdaeng, Ton Hangnjoung] |
ຕົ້ນຜາງ ຫຼື ຕົ້ນດອກຫາງຍຸງ ເປັນໄມ້ທີ່ຮ່ວມຕະກຸນດຽວກັບຕົ້ນໝາກຂາມ, ຕົ້ນຂີ້ເຫຼັກ, ຕົ້ນແຕ້ຄ່າ, ແຕ້ຫນາມດັ່ງນີ້ເປັນຕົ້ນ … ແຕ່ ຕົ້ນດອກຫາງຍຸງເປັນ ຕົ້ນທີ່ຜູ້ຄົນຄຸ້ນເຄີຍ ແລະ ຊື່ນຊົມຫຼາຍກວ່າເພື່ອນໆທັງຫຼາຍ ຍ້ອນຄວາມສະງ່າງາມ ຂອງດອກ ຊຶ່ງ ອອກໃນຖ້າມກາງລະດູຮ້ອນເຜົາໃໝ້ ແຕ່ເມື່ອເຖິງກາລະເວລາ ດອກສີແດງສົດໄສກໍ່ຈີ່ຈູມ ແລະ ໂຜ່ອອກມາ ພ້ອມໆກັນ ແລະ ຈັບຢູ່ງ່າໂລ້ນເປືອຍ ບໍ່ມີ ໃບໃນຍາມລະດູແລ້ງ ປຽບເໝືອນວ່າຊີວິດໄດ້ກັບຄືນມາສູ່ຕົ້ນຜາງອີກເທື່ອໜຶ່ງ ຫຼັງຈາກທີ່ຍຸບ ເຍົາມາໃນລະດູຮ້ອນແລ້ວ. ອັນໄດ້ເຮັດໃຫ້ ບໍລິເວນທີ່ ຕົ້ນນັ້ນຢູ່ ຮຸ່ງໄປທົ່ວສາລະທິດເອົາໂລດ ດັ່ງທີ່ບົ່ງບອກຈາກຊື່ ເປັນພາ ສາ ສາກົນນັ້ນເອງ. ໄມ້ຜາງ ເປັນໄມ້ຢືນຕົ້ນຂະໜາດນ້ອຍຫາຂະໜາດກາງ, ສູງ 10-15 ມ, ໜ້າຕັດ ລຳຕົ້ນ ສາມາດຮອດ 1.50 ມ. ຕົ້ນແກ່ ມີປີກຮາກ ບາງຄັ້ງກໍເປັນລ່ຽມສົມຄວນ ຫຼື ໂຄ້ງໂງບໍ່ໜ້ອຍ. ເປືອກລຳຕົ້ນ ສີນ້ຳຕານແກມສີໝົ່ນ, ເປືອກ ກ້ຽງ ຫຼື ມີຮອຍແຕກເຫີບຕື້ນໆ, ງ່າ ຕັ້ງຊັນ ແລະ ຕາກອອກພໍຄວນ, ບາງຄັ້ງ ງ່າແອນລົງເລິກ ເກືອບເຖິງໜ້າດິນ ເຮັດໃຫ້ ເຮືອນຍອດເປັນຮູບຄັນຮົ່ມເປີດ. ໃບຂອງຕົ້ນຜາງແມ່ນ ໃບປະສົມສອງຂັ້ນຄ້າຍໃບຜັກກູດ, ຈັບສະຫຼັບກັນ, ໃບຍ່ອຍເປັນ
ແຜ່ນ ນ້ອຍໆ ມີຈຳນວນຫຼາຍ ຈັບພາບກັນ. ຕົ້ນດອກຫາງຍຸງ ເປັນໄມ້ຜັດປ່ຽນໃບຕະຫຼອດລະດູແລ້ງ. ດອກອອກເປັນຊໍ່ໃຫຍ່ ພ້ອມທັງດອກເອງກໍ່ມີຂະໜາດໃຫຍ່, ກາບດອກໜາ, ດ້ານໃນອອກສີແດງ, ດ້ານນອກສີເຫຼືອງອ່ອນແກມສີຂຽວອ່ອນ, ກີບ ດອກສີແດງຮຸ່ງ, ກິ່ວຢູ່ຕີນ. ນອກນັ້ນ ມີກີບໜຶ່ງຕ່າງໝູ່ ອອກສີບົວອ່ອນພ້ອມມີຈຸດໆສີແດງເຮັດໃຫ້ຄຶດເຖິງຫາງຂອງນົກຍຸງ ດັ່ງນັ້ນ ຊື່ຕາມທ້ອງຖິ່ນແບບເດີມໆຈຶ່ງວ່າ ດອກຫາງຍຸງ ຍ້ອນດອກມີຮູບຊົງຄ້າຍຄືຫາງຂອງນົກຍຸງນັ້ນເອງ. ໝາກ ແມ່ນປະ ເພດຝັກ, ແປ,ຍາວ 15-25 ຊມ, ເມື່ອຍັງອ່ອນ ໝາກມີສີຂຽວ, ບາດແກ່ ອອກສີດຳ. ແກ່ນ ຮູບກົມຍາວລຽນກັນເປັນແຖວ ຕັດຕາມລວງຍາວຂອງໝາກ. ແກ່ນຂອງໝາກ ເມື່ອຕົ້ມແລ້ວແກະກິນກີບລ້ຽງໄດ້. ຖ້າໝາກຫາກຫ້າວແລ້ວ ບໍ່ຖືກເກັບຈະ ເຫັນມັນແຕກອ້າຕາມລວງຍາວ ແລະ ຈັບແຂວນຢູ່ນຳງ່າ ອັນເຮັດໃຫ້ແກ່ນຂອງມັນຕົກລົ່ນອອກແບບທຳມະຊາດ. ເດີມ ຕົ້ນ ຜາງເປັນຕົ້ນໄມ້ເກີດສະເພາະຖິ່ນຂອງປະເທດມາດາກັດສະກາ, ເກີດຢູ່ໃນປ່າໂຄກແຫ້ງແລ້ງ. ຕົ້ນນີ້ ຖືກນຳໄປປູກຢ່າງກວ້າງ ຂວາງ ຢູ່ໃນປະເທດອື່ນໃນເຂດຮ້ອນທົ່ວໂລກ. ອັນເຮັດໃຫ້ຢູ່ຖິ່ນເດີມເກືອບບໍ່ມີພັນໄມ້ຊະນິດນີ້ແລ້ວ ໃນປະຈຸບັນ ແລະ ຖືກ ຈັດວ່າເປັນພັນໄມ້ທີ່ມີຄວາມສ່ຽງຈະສູນພັນແລ້ວແຕ່ຕົງກັນຂ້າມໃນປະເທດທີ່ປູກໃໝ່ ພັນໄມ້ຊະນິດນີ້ຂະຫຍາຍຫຼາຍ ແລະ ໄດ້ຮັບຄວາມເອົາໃຈໃສ່ສູງ, ບາງປະເທດ ຍັງປູກແບບຕົ້ນໄມ້ແຈ້ໃສ່ເຕົ້າ (ແບບບັນຊາຍ)ເປັນສິນຄ້າລາຄາສູງອີກດ້ວຍ. ລວມ ຄວາມວ່າ ຕົ້ນໄມ້ພັນນີ້ຖືກນຳອອກຈາກຖິ່ນເດີມຍ້ອນຄວາມສວຍງາມຂອງດອກ ບວກເຂົ້າກັບການແຜ່ພັນງ່າຍດາຍ.ການ ປູກ ໃນປະເທດເຫຼົ່ານັ້ນກໍແມ່ນ ສະເພາະການປະດັບເທົ່ານັ້ນ, ປູກຕາມເດີ່ນ ຫຼືປູກປະດັບລຽບຕາມແຄມທາງຍ້ອນມັນມີລະ ບົບ ຮາກແຂງແກ່ນຫຼາຍບວກກັບຮົ່ມທີ່ໄດ້ຈາກໃບ. ສຳລັບປະເທດເຮົາ ກໍ່ປະກົດວ່າຖືກນຳເຂົ້າມາປູກໃນສະໄໝຝລັ່ງມາປົກ
ຄອງພຸ້ນ ຈົນພັນໄມ້ນີ້ປັບຕົວເຂົ້າກັບສະພາບດິນຟ້າອາກາດຂອງບ້ານເຮົາໄດ້ເປັນຢ່າງດີແລ້ວ. ນອກຈາກ ຈະໃຊ້ປະດັບທັງຕົ້ນ ແລ້ວ ຊາວລາວຍັງເອົາພົ້ວດອກຜາງມາປະດັບໃນງານປະເພນີຈຳນວນໜຶ່ງ ຢູ່ຕົວເມືອງກໍ່ດີ ຢູ່ຊົນນະບົດ ກໍ່ມີຈົນເທົ່າທຸກວັນນີ້.
ຕົ້ນຜາງ, ຕົ້ນດອກຫາງຍຸງ ສະຝາງ, ຕົ້ນຝາງແດງ [Ton Fangdaeng, Ton Hangnjoung] |
ຂອບໃຈສຳລັບຂໍ້ມູນດີໆກ່ຽວກັບພືດຊະນິດນີ້.
ReplyDelete