google-site-verification: google0d91bc93cfc88895.html ສະພາບລວມດ້ານເສດຖະກິດຂອງສປປລາວ ປີ 2023 - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, September 27, 2024

ສະພາບລວມດ້ານເສດຖະກິດຂອງສປປລາວ ປີ 2023

 
ສະພາບລວມດ້ານເສດຖະກິດຂອງສປປລາວ ປີ 2023
ສະພາບລວມດ້ານເສດຖະກິດຂອງສປປລາວ ປີ 2023

ສະພາບລວມດ້ານເສດຖະກິດຂອງສປປລາວ ປີ 2023

ໃນປີ 2023, ເສດຖະກິດຂອງ ສປປ ລາວ ຢູ່ໃນໄລຍະເລີ່ມຕົ້ນຟື້ນຕົວຈາກຜົນການແຜ່ລະບາດຂອງ ພະຍາດໂຄວິດ 19 ແລະ ຜົນກະທົບຈາກໄພທຳມະຊາດ ຈຶ່ງເຮັດໃຫ້ເສດຖະກິດ ຍັງສືບຕໍ່ພົບກັບຄວາມ ຫຍຸ້ງຍາກ ເປັນຕົ້ນ: ສະຖຽນລະພາບທາງດ້ານການເງິນ-ເງິນຕາ, ອັດຕາແລກປ່ຽນອ່ອນຄ່າ, ອັດຕາເງິນເຟີ້ທີ່ຍັງ ຢູ່ໃນລະດັບສູງ. ລັດຖະບານກໍຄື ທຸກຂະແໜງການກ່ຽວຂ້ອງໄດ້ສືບຕໍ່ແກ້ໄຂບັນຫາສະພາບເສດຖະກິດ ກໍຄື ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສະເພາະ ການສຸມໃສ່ຊຸກຍູ້ການຜະລິດສິນຄ້າ ເພື່ອທົດແທນການນໍາເຂົ້າ, ສົ່ງເສີມການສົ່ງອອກ ແລະ ຊຸກຍູ້ການທ່ອງທ່ຽວຢ່າງແຂງແຮງ ຊຶ່ງຈະສາມາດ ຫຼຸດຜ່ອນການນໍາເຂົ້າ ແລະ ສ້າງລາຍຮັບໃຫ້ແກ່ລະບົບເສດຖະກິດເພີ່ມຂຶ້ນ. ການຂະຫຍາຍຕົວຂອງລວມ ຍອດຜະລິດຕະພັນພາຍໃນ (GDP) ໃນປີ 2023 ຫຼຸດລົງ ຢູ່ໃນລະດັບ 4,2% (ແຜນ 4,5%) ຈາກ 4,4% ໃນ ປີ 2022 (ຮູບສະແດງ 1 ແລະ ຕາຕະລາງຊ້ອນທ້າຍ 1) ແລະ ມູນຄ່າລວມຍອດຜະລິດຕະພັນພາຍໃນ 265.475 ຕື້ກີບ (ຕາມລາຄາໃນປີ) ແລະ ລາຍໄດ້ສະເລ່ຍຕໍ່ຫົວຄົນ 1.832 ໂດລາສະຫະລັດທຽບເທົ່າ ຫຼຸດລົງ ຈາກ 2.022 ໂດລາສະຫະລັດທຽບເທົ່າ ໃນປີ 2022.

ສະພາບລວມດ້ານເສດຖະກິດຂອງສປປລາວ ປີ 2023

ສະພາບລວມຂະແໜງອຸດສາຫະກຳ

ຂະແໜງອຸດສາຫະກຳ ໄດ້ຂະຫຍາຍຕົວ ຫຼຸດລົງ ໃນລະດັບ 3,1% ຈາກ 4,4% ໃນປີ 2022 ເຊິ່ງກວມ ເອົາ 32,1% ຂອງ GDP ແລະ ປະກອບສ່ວນຕໍ່ການຂະຫຍາຍຕົວຂອງ GDP ໃນລະດັບ 1,2% ຈາກ 1,7% ໃນປີ 2022. ສາເຫດຍ້ອນທ່າແຮງຕົ້ນຕໍ ຂອງຂະແໜງອຸດສາຫະກຳ ກໍຄື ທ່າແຮງຂອງຂະແໜງໄຟຟ້າ ຂະຫຍາຍຕົວຫຼຸດລົງ 0,5% ຈາກ 2,7% ທຽບໃສ່ປີຜ່ານມາ ເນື່ອງຈາກປະເຊີນກັບບັນຫາການປ່ຽນແປງຂອງ ສະພາບດິນຟ້າອາກາດ ສົ່ງຜົນຕໍ່ການຫຼຸດລົງຂອງປະລິມານການຜະລິດໄຟຟ້າ, ໃນຂະນະທີ່ຄວາມຕ້ອງການນໍາ ໃຊ້ໄຟຟ້າເພີ່ມສູງຂຶ້ນ.

ພ້ອມນີ້, ທ່າແຮງອື່ນໆທີ່ປະກອບສ່ວນໃນການຂະຫຍາຍຕົວຂອງຂະແໜງອຸດສາຫະກຳ ເພີ່ມຂຶ້ນ ແຕ່ມີ ທ່າອ່ຽງຫຼຸດລົງ ເປັນຕົ້ນ ບໍ່ແຮ່ ແລະ ການຂຸດຄົ້ນ ຂະຫຍາຍຕົວ 2,3% (ຈາກ 2,8%), ອຸດສາຫະກຳ ຜະລິດ ສະບຽງອາຫານ ຂະຫຍາຍຕົວເພີ່ມຂຶ້ນ 2,1% (ຈາກ 2,2%), ອຸດສາຫະກຳຜະລິດແຜ່ນແພ, ເຄື່ອງນຸ່ງຫົ່ມ, ເກີບ ແລະ ເຄື່ອງໜັງ ຂະຫຍາຍຕົວ 2,5% (ຈາກ 2,6%), ການຂະຫຍາຍຕົວຂອງອຸດສາຫະກຳຜະລິດເຄື່ອງ ດື່ມ ແລະ ຢາສູບ 3,9% (ຈາກ 4,3%) ແລະ ການກໍ່ສ້າງຂະຫຍາຍຕົວຫຼຸດລົງ ຢູ່ໃນລະດັບ 6,2% ຈາກ 7,2% ທຽບໃສ່ປີຜ່ານມາ. ສາເຫດຍ້ອນບາງໂຄງການກໍ່ສ້າງສໍາລັບການພັດທະນາພື້ນຖານໂຄງລ່າງຂະໜາດໃຫຍ່ ໄດ້ ສໍາເລັດລົງ. ສ່ວນອຸດສາຫະກຳປຸງແຕ່ງອື່ນໆ; ແລະ ນໍ້າປະປາ ແລະ ບຳບັດສິ່ງເສດເຫຼືອ ຂະຫຍາຍຕົວເພີ່ມຂຶ້ນ 6,4% ແລະ 5,6% ຕາມລໍາດັບ.

ເສັ້ນສະແດງທີ 2: ການປະກອບສ່ວນໃນການຂະຫຍາຍຕົວເສດຖະກິດຂອງຂະແໜງອຸດສາຫະກຳ

ທີ່ມາຂໍ້ມູນ: ບົດລາຍງານເສດຖະກິດ ປະຈຳປີ 2023, ທະນາຄານແຫ່ງ ສປປລາວ, 55ໜ້າ, ໜ້າທີ 4.

ທ່າອຽງການພັດທະນາເສດຖະກິດຂອງ ສປປລາວ

ເສດຖະກິດຂອງ ສປປ ລາວ ໃນປີ 2024 ຄາດວ່າຈະສືບຕໍ່ຂະຫຍາຍຕົວ ເຖິງແມ່ນວ່າຈະມີປັດໄຈ ສ່ຽງຫຼາຍດ້ານ ຈາກສະພາບແວດລ້ອມສາກົນ ແລະ ພາກພື້ນ ທີ່ຍັງຈະສືບຕໍ່ມີຄວາມຜັນແປຢ່າງສັບສົນ ບວກ ກັບປັດໄຈພາຍໃນຫຼາຍດ້ານ ໂດຍສະເພາະ ສະພາບອັດຕາເງິນເຟີ້ທີ່ຍັງສູງ, ພາລະໜີ້ສິນກັບຕ່າງປະເທດ ແລະ ລາຍຮັບງົບປະມານຍັງຈຳກັດ. ຢ່າງໃດກໍ່ດີ, ຄາດວ່າ ປີ 2024 ເປັນປີທີ່ມີທ່າແຮງດີກວ່າປີຜ່ານມາ ແລະ ອັດຕາ ການຂະຫຍາຍຕົວຂອງເສດຖະກິດ ຈະຢູ່ລະຫວ່າງ 4,3% ຫາ 4,5%16 ໂດຍຈະໄດ້ຮັບແຮງຍູ້ຈາກການດໍາ ເນີນນະໂຍບາຍເສດຖະກິດມະຫາພາກ, ນະໂຍບາຍການເງິນ-ເງິນຕາ, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ສົມທົບກັບທ່າແຮງຂອງຂະແໜງບໍລິການ ທີ່ ໄດ້ຮັບແຮງຍູ້ໜູນຈາກ ປີທ່ອງທ່ຽວລາວ ແລະ ການເປັນເຈົ້າພາບຈັດກອງປະຊຸມອາຊຽນ.

ສະນັ້ນ, ເພື່ອຮັກສາສະຖຽນລະພາບດ້ານເງິນຕາແຫ່ງຊາດ, ປະກອບສ່ວນຊຸກຍູ້ການຂະຫຍາຍຕົວຢ່າງ ໝັ້ນທ່ຽງ ແລະ ຍືນຍົງຂອງເສດຖະກິດແຫ່ງຊາດ ແລະ ສ້າງສະພາບທີ່ເປັນມິດກັບການລົງທຶນ ແລະ ການດໍາ ເນີນທຸລະກິດ, ທຫລ ຈະສືບຕໍ່ດໍາເນີນນະໂຍບາຍເງິນຕາແບບຮັດກຸມ ໂດຍຖືເອົາສະຖຽນລະພາບທາງດ້ານ ເງິນຕາເປັນກົກ, ສືບຕໍ່ປະຕິບັດນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດໃຫ້ ມີຄວາມຢືດຍຸ່ນ ເພື່ອສ່ອງແສງສະພາບຕົວຈິງຫຼາຍຂຶ້ນ ໄປພ້ອມກັບການຄຸ້ມຄອງປະລິມານເງິນໃນລະບົບ ເສດຖະກິດ ໃຫ້ແທດເໝາະກັບຄວາມຕ້ອງການໃນແຕ່ລະໄລຍະ ແລະ ບໍ່ສ້າງແຮງກົດດັນຕໍ່ຄ່າເງິນກີບ; ຄຽງຄູ່ ກັບ ການຄວບຄຸມຕິດຕາມຈັງຫວະການຂະຫຍາຍຕົວຂອງສິນເຊື່ອໃຫ້ຢູ່ໃນລະດັບທີ່ເໝາະສົມ, ປັບປຸງກົນໄກ ການຄຸ້ມຄອງເງິນຕາຕ່າງປະເທດ ເປັນຕົ້ນ: ຮີບຮ້ອນຄົ້ນຄວ້າ ແລະ ປັບປຸງ ດ້ານນິຕິກຳ ແລະ ລະບົບຄຸ້ມຄອງ;

ກະແສເງິນຕາຕ່າງປະເທດໃຫ້ຄົບຖ້ວນ, ຊຸກຍູ້ແຫຼ່ງລາຍຮັບເງິນຕາຕ່າງປະເທດໃຫ້ເຂົ້າສູ່ລະບົບທະນາຄານ ໃຫ້ ໄດ້ຢ່າງໜ້ອຍ 70% ເພື່ອສ້າງຄວາມສົມດຸນທາງດ້ານເງິນຕາຕ່າງປະເທດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຄັງສໍາ ຮອງເງິນຕາຕ່າງປະເທດ; ສືບຕໍ່ຊຸກຍູ້ການເຊື່ອມຕໍ່ລະບົບຊຳລະຂ້າມແດນກັບປະເທດອ້ອມຂ້າງ ແລະ ຊຸກຍູ້ ການນໍາໃຊ້ສະກຸນເງິນທ້ອງຖິ່ນເຂົ້າໃນການຄ້າ ແລະ ການລົງທຶນກັບຕ່າງປະເທດ. ພ້ອມດຽວກັນນີ້, ຈະສືບຕໍ່ ຄຸ້ມຄອງທະນາຄານທຸລະກິດ ແລະ ສະຖາບັນການເງິນໃນຮູບແບບຕ່າງໆ ໃຫ້ມີຄວາມເຂັ້ມແຂງ ແລະ ໝັ້ນຄົງ, ພ້ອມທັງ ສະໜອງແຫຼ່ງທຶນໃຫ້ແກ່ຫົວໜ່ວຍທຸລະກິດ ເພື່ອຊຸກຍູ້ການຜະລິດພາຍໃນເພື່ອສົ່ງອອກ ແລະ ທົດ ແທນການນໍາເຂົ້າ ອັນເປັນແຫຼ່ງລາຍຮັບເງິນຕາຕ່າງປະເທດແບບຍືນຍົງ ແລະ ຊຸກຍູ້ການຂະຫຍາຍຕົວຂອງ ເສດຖະກິດ ຂອງ ສປປ ລາວ. (ທີ່ມາຂໍ້ມູນ: ບົດລາຍງານເສດຖະກິດ ປະຈຳປີ 2023, ທະນາຄານແຫ່ງ ສປປລາວ, 55ໜ້າ, ໜ້າທີ22-23).



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ