google-site-verification: google0d91bc93cfc88895.html ດອກຟ່ອນເຫຼືອງ / Sunchoke - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, May 01, 2021

ດອກຟ່ອນເຫຼືອງ / Sunchoke

ດອກຟ່ອນເຫຼືອງ Sunchokeຄຸນຄ່າທາງໂພສະນາການ 100 ກຼາມຂອງດອກຟ່ອນເຫລືອງຄຸນປະໂຫຍດຂອງດອກຟ່ອນເຫລືອງສັບພະຄຸນຂອງດອກຟ່ອນເຫລືອງການນຳໃຊ້ຂອງດອກຟ່ອນເຫລືອງລັກສະນະພືດສາ


 ດອກຟ່ອນເຫຼືອງ/Sunchoke

ດອກຟ່ອນເຫຼືອງ / Sunchoke

ການນຳໃຊ້

ພະລັງງານ

ອາຫານ

ສີນຄ້າ

ພືດເປັນຢາ

ພືດປະດັບ

ຊື່ວິທະຍາສາດ / ຕະກຸນ

Helianthus tuberosus L. / ASTERACEAE

ຊື່ພ້ອງ

Helianthemum tuberosum Garsault

Helianthus doronicoides Torr. & A.Gray

Helianthus esculentus Warsz.

Helianthus pubescens Aiton

Helianthus serotinus Tausch

Helianthus spathulatus Elliott

Helianthus squarrosus Nutt.

Helianthus strumosus subsp. tomentosus (Michx.) Anashch.

Helianthus subcanescens (A.Gray) E.Watson

Helianthus tomentosus Michx.

Helianthus tuberosus var. albus Cockerell

Helianthus tuberosus var. alexandri Cockerell

Helianthus tuberosus var. fusiformis Cockerell

Helianthus tuberosus f. moldenkeanus Oswald

Helianthus tuberosus var. multituberculatus Cockerell

Helianthus tuberosus var. nebrascensis Cockerell

Helianthus tuberosus f. oswaldiae Oswald

Helianthus tuberosus var. purpurellus Cockerell

Helianthus tuberosus var. purpureus Cockerell

Helianthus tuberosus var. subcanescens A.Gray

Helianthus tuberosus var. typicus Cockerell

ຊື່ອື່ນ

ລາວ: ດອກຕາເວັນ, ດອກຟ່ອນເຫຼືອງ ແລະ ດອກຕາເວັນນ້ອຍ.

ໄທ: ແກ່ນຕາເວັນ ແລະ ທານຕາວັນຫົວ.

ພາສາອັງກິດ: Jerusalem artichoke, Sunchoke, Sunroot, Earth apple ແລະ Topinambour.

ຫວຽດນາມ:​ cúc vu.

ເກົາຫຼີ: 뚱딴지 ແລະ 뚝감자.

ຢີປຸ່ນ: キクイモ, ブタイモ ແລະ エルサレムアーティチョーク.

ຈີນ: 菊芋 ແລະ 鬼子薑.

ສະຖານະພາບການອະນຸລັກ

Least Concern


ລັກສະນະພືດສາດຂອງດອກຟ່ອນເຫລືອງ

ຈັດເປັນພືດລົມລຸກ, ມີຫົວສະສົມອາຫານ,​ ລັກສະນະເປັນປຸ່ມກະຕູດກະຕີດ, ຜິວບໍ່ລຽບ, ຄ້າຍຫົວຂິງ, ຜິວອວບນ້ຳ, ມີຫຼາຍສີສັນ, ເປືອກມີສີນ້ຳຕານອ່ອນ, ເນື້ອມີສີຂາວ. ລຳຕົ້ນຕັ້ງຊື່, ສູງ 1.5-2 ມ, ມີຂົນສາກຊາ. ໃບດ່ຽວ, ອອກຮຽງສະຫຼັບ,  ຮູບໄຂ່, ກ້ວາງ 3-5 ຊມ, ຍາວ 6-8 ຊມ, ໂຄນໃບຮຽວແຫຼມ, ຂອບແສກແຂ້ວ, ປາຍຮຽວແຫຼມ, ຜິວໃບ ແລະ ກິ່ງມີຂົນສາກຊາ. ຊໍ່ດອກແບບກະຈຸກ, ອອກບໍລິເວນປາຍຍອດ, ຮູບກົມແປ, ຄ້າຍຮູບຕາເວັນ, ສີເຫຼືອງ. ດອກຍ່ອຍມີຈຳນວນຫຼາຍ.

ການນຳໃຊ້ຂອງດອກຟ່ອນເຫລືອງ

ອາຫານ: 

  • ຫົວ: ໃຊ້ໃນການຮັບປະທານເປັນຜັກສົດ, ທັງຂາວ ແລະ ຫວານ. ເປັນອາຫານທີ່ມີຄຸນປະໂຫຍດຫຼາຍສຳລັບຜູ້ທີ່ຮັກສາສຸຂະພາບ ເພາະເປັນອາຫານເສີມສຸຂະພາບ.
  • ຫົວ: ສາມາດນຳມາຮັບປະທານແທນຫົວມັຮຝຣັ່ງໄດ້
ດອກຟ່ອນເຫຼືອງ Sunchokeຄຸນຄ່າທາງໂພສະນາການ 100 ກຼາມຂອງດອກຟ່ອນເຫລືອງຄຸນປະໂຫຍດຂອງດອກຟ່ອນເຫລືອງສັບພະຄຸນຂອງດອກຟ່ອນເຫລືອງການນຳໃຊ້ຂອງດອກຟ່ອນເຫລືອງລັກສະນະພືດສາ



ສັບພະຄຸນຂອງດອກຟ່ອນເຫລືອງ

  • ຫົວ: ຊ່ວຍຈະເລີນອາຫານ, ເສີມສ້າງພູມຄຸ້ມກັນໃຫ້ກັບຮ່າງກາຍ, ຊ່ວຍຫຼຸດການຕິດເຊື້ອ, ເພາະອິນຊູລິນຈະຊ່ວຍຫຼຸດປະລິມານຂອງແບັກທິເຣຍ, ທີ່ເຮັດໃຫ້ເກີດພະຍາດທາງລະບົບທາງເດີນອາຫານ ຂອງເຊື້ອ E.coli ແລະ coliforms, ໃນຂະນະດຽວກັນນັ້ນຍັງໄປຊ່ວຍເພີ່ມການເຮັດວຽກຂອງແບັກທິເຣຍກຸ່ມທີ່ເປັນປະໂຫຍດຕໍ່ຮ່າງກາຍໃຫ້ຈະເລີນເຕີບໂຕໄວຂຶ້ນ ເຊັນ: Bifidobacteria ແລະ Lactobacillus.
  • ຊ່ວຍປ້ອງກັນອາການພູມແພ້, ການແພ້ອາຫານໂດຍສະເພາະໃນເດັກ.
  • ແກ່ນຕາເວັນ: ຊ່ວຍຫຼຸດຄວາມອ້ວນ, ຫົວມີນ້ຳປະມານ 80% ແລະ ມີຄາໂບໄຮເດັດປະມານ 18%.
  • ແກ່ນ: 
  1. ຊ່ວຍໃນການຄວບຄຸມນ້ຳໜັກ ເນື່ອງຈາກແກ່ນມີສານປະກອບເຊີງຊ້ອນຄາໂບໄຮເດັດທີ່ໃຫ້ພະລັງງານຕ່ຳກ່ວາຄາໂບໄຮເດັດ.
  2. ຊ່ວຍປ້ອງກັນໄຂມັນໃນເລືອດສູງ ເພາະເສັ້ນໄຍຂອງແກ່ນຈະຊ່ວຍດູດຊັບນ້ຳມັນ ແລະ ນ້ຳຕານທີ່ເຮົາຮັບໄປຫຼາຍເກີນປະລິມານ ເຊັັັັັັັັັັັັ່ນ: ຄໍເລສເຕີຣໍ, ໄຕຼກຼີເຊີລາຍ ຫຼື ໄຂມັນເປັນຂອງແຫຼວ.
  3. ຊ່ວຍຫຼຸດຄວາມສ່ຽງຕໍ່ການເກີດພະຍາດຫົວໃຈ ແລະ ພະຍາດຫຼອດເລືອດໄດ້ເປັນຢ່າງດີ.
  4. ຊ່ວຍຫຼຸດລະດັບນ້ຳຕານໃນເລືອດ ແລະ ປ້ອງກັນພະຍາດເບົາຫວານໄດ້ເປັນຢ່າງດີ, ເນື່ອງຈາກແກ່ນຕາເວັນມີແຄລລໍລີ້ຕ່ຳ.
  5. ຊ່ວຍປ້ອງກັນມະເຮັງໃນລຳໄສ້ໃຫຍ່, ຊ່ວຍໃຫ້ລຳໄສ້ເຮັດວຽກໄດ້ປົກກະຕິ ແລະ ຊ່ວຍບຳລຸງສຸຂະພາບຂອງລຳໄສ້ໃຫຍ່ໄດ້ເປັນຢ່າງດີ.
  6. ຊ່ວຍກະຕຸ້ນການດູດຊຶມຂອງແຮ່ທາດຫຼາຍຊະນິດ, ຊ່ວຍປັບສະພາບຂອງລຳໄສ້ໃຫ້ເໝາະສົມແກ່ການດູດຊຶມທາດບາງຊະນິດທີ່ບໍ່ສາມາດດູດຊຶມໃນລຳໄສ້ນ້ອຍ ແລະ ເຮັດໃຫ້ລຳໄສ້ໃຫຍ່ສາມາດດູດຊຶມແຮ່ທາດທີ່ມີປະໂຫຍດໄດ້ຫຼາຍຂຶ້ນ.
  7. ຊ່ວຍໃນດ້ານເຮັດວຽກຂອງລະບົບຂັບຖ່າຍ, ຊ່ວຍໃນການຂັບຖ່າຍ, ຊ່ວຍທຳຄວາມສະອາດລຳໄສ້, ແກ້ອາການທ້ອງຜູກ ແລະ ຫຼຸດກິ່ນເໝັນໄດ້.
  8. ຊ່ວຍຫຼຸດອາການຈຸກສຽດແໜ້ນທ້ອງ ແລະ ແກ້ອາການຖອກທ້ອງ.
  9. ຊ່ວຍກະຕຸ້ນການຫຼັງຂອງນ້ຳບີ.
  10. ມີສັບພະຄຸນຊ່ວຍໃນດໍການຂັບປັດສະວະ ແລະ ຊ່ວຍປ້ອງກັນສານພິດຄືໂລຫະໜັກ.

ພືດປະດັບ: ເນື່ອງຈາກມີດອກທີ່ງາມຈຶ່ງນິຍົມນຳມາປູກເປັນພືດປະດັບ, ປູກເປັນແຫຼ່ງທ່ອງທ່ຽວ

ດອກຟ່ອນເຫຼືອງ Sunchokeຄຸນຄ່າທາງໂພສະນາການ 100 ກຼາມຂອງດອກຟ່ອນເຫລືອງຄຸນປະໂຫຍດຂອງດອກຟ່ອນເຫລືອງສັບພະຄຸນຂອງດອກຟ່ອນເຫລືອງການນຳໃຊ້ຂອງດອກຟ່ອນເຫລືອງລັກສະນະພືດສາ


ຄຸນປະໂຫຍດຂອງດອກຟ່ອນເຫລືອງ:

  • ຫົວ: ຊ່ວຍຫຼຸດກິ່ນປາກຈາກເຊື້ອແບັກທິເຣຍ, ນຳມາເຮັດແປງໄດ້, ນຳມາສະກັດສານອິນຊູລິນ ໃຊ້ປະສົມໃນນົມຜົງເດັກ, ນຳມາແປຮູບເປັນເຫຼົ້າ ແລະ ເອທານອລ, ໃຊ້ເປັນອາຫານເສີມໃນສັດລ້ຽງໄດ້.
  • ລຳຕົ້ນ ແລະ ໃບ: ສາມາດນຳມາເປັນອາຫານສັດ ແລະ ຍັງສາມາດນຳມາໝັກເປັນເອທານອລໄດ້ອີກ.

ສິນຄ້າ:

  • ຫົວ: ເຂົ້າໃນການຜະລິດອຸດສາຫະກຳເພື່ອສະກັດນ້ຳຕານ Inulin ເພື່ອນຳໄປໃຊ້ໃນການຜະລິດນ້ຳເຊື້ອ ຫຼື ໃຊ້ເປັນສານໃຫ້ຄວາມຫວານໃນອຸດສາຫະກຳນ້ຳຫວານ.
  • ແກ່ນ: ສາມາດນຳມາແປຮູບເປັນຜະລິດຕະພັນໄດ້ຫຼາກຫຼາຍ ເຊັ່ນ: ແກ່ນຕາເວັນບັນຈຸຖົງ, ແກ່ນບົດຜົງ, ແກ່ນອົບແຫ້ງ, ຊາແກ່ນ, ແບບແຄບຊູນ ແລະ ສະບູແກ່ນເປັນຕົ້ນ.
  • ຫົວ: ນຳໄປແປຮູບເປັນເຫຼົ້າ ເຊັ່ນ: Topi ຫຼື Rossler.

ພະລັງງານ: ໃຫ້ພະລັງງານສູງ ຫົວສົດ 1 ໂຕນສາມາດຜະລິດເອທານອລບໍລິສຸດໄດ້ 99.5% ແລະ ໄດ້ຫຼາຍຮອດ 100%, ສາມາດໃຊ້ເປັນພະລັງງານທົດແທນໂດຍໃຊ້ປະສົມກັບນ້ຳມັນເບັນຊິນໃຊ້ຜະລິດແກສໄດ້ອີກດ້ວຍ.

ຄຸນຄ່າທາງໂພສະນາການ 100 ກຼາມຂອງດອກຟ່ອນເຫລືອງ

  • ພະລັງງານ                                           75 ກິໂລເຄລໍລີ້
  • ຄາໂບໄຮເດຼດ                                       17.44 ກຼາມ
  • ນ້ຳຕານ                                             9.6 ກຼາມ
  • ເສັນໄຍ                                             1.6 ກຼາມ
  • ໄຂມັນ                                              0.01 ກຼາມ,
  • ໂປຣຕີນ                                             2 ກຼາມ,
  • ວິຕາມິນບີ 1                                        0.2 ມກ 17%,
  • ວິຕາມິນບີ 2                                        0.06 ມກ 5%,
  • ວິຕາມິນບີ 3                                        1.3 ມກ 9%,
  • ວິຕາມິນບີ 5                                        0.397 ມກ 8%,
  • ວິຕາມິນບີ 6                                        0.077 ມກ 9%,
  • ວິຕາມິນບີ 9                                        13 ໄມໂຄຣກຼາມ 3%,​
  • ວິຕາມິນຊີ                                           4 ມກ 5%,
  • ແຄລຊຽມ                                           14 ມກ 1%,
  • ທາດເຫຼັກ                                           3.4 ມກ 26%,
  • ເມັກນີຊຽມ                                         17 ມກ 5%,
  • ຟອສຟໍຣັດ                                          78 ມກ 11%
  • ໂພແທັກຊຽມ                                       429 ມກ 9%.

  • ເນື່ອງຈາກມີຄຸນສົມບັດເປັນເສັ້ນໄຍອາຫານສູງຖ້າຮັບປະທານໃນປະລິມານຫຼາຍເກີນໄປອາດເຮັດໃຫ້ເກີດຜົນຂ້າງຄຽງ ຄື: ບໍ່ສະບາຍທ້ອງ, ຈຸກສຽດແໜ້ນທ້ອງ, ຖອກທ້ອງ, ທ້ອງອືດ, ທ້ອງເຟີ້ ຫຼື ມີອາການປ່ວນທ້ອງປວດຮາກ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ