google-site-verification: google0d91bc93cfc88895.html ໝາກໄຟ Baccaurea ramiflora ສັບພະຄຸນທາງຢາ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, May 02, 2021

ໝາກໄຟ Baccaurea ramiflora ສັບພະຄຸນທາງຢາ

 

ໝາກໄຟ Baccaurea ramiflora ສັບພະຄຸນທາງຢາລັກສະນະພືດສາດຂອງຫມາກໄຟການນຳໃຊ້ຫມາກໄຟວິທີເຮັດນ້ຳໝາກໄຟສັບພະຄຸນ​ຂອງ​ໝາກ​ໄຟ

ການ​ຈຳ​ແນກ​ຊັ້ນ​ທາງ​ວິທະຍາ​ສາດ

ອານາຈັກ

Plantae

ໝວດ:

Magnoliophyta

ຊັ້ນ

Magnoliopsida

ອັນ​ດັບ

Malpighiales

ວົງ

Phyllanthaceae

ສະ​ກຸນ

Baccaurea

ສະ​ປີ​ຊີ​ສ​໌

B.  ramiflora

ຊື່​ວິທະຍາ​ສາດ

Baccaurea ramiflora


ລັກສະນະພືດສາດຂອງຫມາກໄຟ

ເປັນໄມ້ຢືນຕົ້ນ ຂະໜາດກາງ, ລຳຕົ້ນສູງ 13-17 ມ, ຕາມຍອດ ແລະ ປາຍກີ່ງອ່ອນມີຂົນ. ໃບດ່ຽວຈັບແບບສະບັບກັນ, ຮູບຮີແກມຮູບໃບຫອກ ຫຼື ຮູບໃບຫອກັບ, ບາງຄັ້ງຮູບໄຂ່, ໂຄນໃບແຫຼມ, ຂອບໃບລຽບ ຫຼື ແຂ້ວເລື້ອຍຕື່ນໆບໍ່ສະເໝີ, ປາຍໃບຮຽວແຫຼມ, ກວ້າງ 4,5-8 ຊມ, ຍາວ 10,5-22 ຊມ, ເສັ້ນຂະແໜງໃບມີ 5-8 ຄູ່, ດ້ານລ່າງນູນ,   ຜີວໃບກ້ຽງທັງສອງດ້ານ, ເນື້ອໃບຄ້ອນຂ້າງບາງ, ກ້ານໃບຍາວ 1,5-6 ຊມ. ດອກ ອອກເປັນຊໍ່ຍາວໆ, ຕາມງ່າມໃບ ແລະ ຕາມກີ່ງງ່າໃບ, ສີເຫຼືອງ, ດອກເພດຜູ້ ແລະ ດອກເພດແມ່ສ່ວນຫຼາຍຢູ່ຕ່າງຕົ້ນກັນ, ສ່ວນນ້ອຍທີ່ຢູ່ຕົ້ນດຽວກັນ, ຊໍ່ດອກມີຂົນ, ດອກເພດຜູ້ ອອກເປັນຊໍ່ຍາວ 5-7,5 ຊມ, ໃບປະດັບຮູບໃບຫອກ, ກວ້າງ 2-3 ມມ, ກິບຮອງກິບດອກມີ 4-5 ກິບ, ຂະໜາດບໍ່ເທົ່າກັນ ເກສອນຜູ້ມີ 4-8 ອັນ, ດອກເພດແມ່ ອອກເປັນຊໍ່ຍາວ, ມີໃບປະດັບຢູ່ທີ່ໂຄນກ້ານດອກ, ກິບຮອບກີບດອກຮູບຂອບຂະໜານແຄບໆ, ຍາວປະມານ 1,2 ຊມ. ຮັ່ງໄຂ່ມີຂົນ ບໍ່ມີທໍ່ຮັງໄຂ່, ປາຍເກສອນແຍກເປັນ 2-3 ອັນ, ພາຍໃນມີ 3 ຊ່ອງ. ໝາກຄ້ອນຂ້າງກົມ ຫຼື ຮູບຮີ ເສັ້ນຜ່າສູນກາງປະມານ 25 ມມ, ຜີວສີເຫຼືອງ, ກ້ຽງ ມີ 1-3 ເມັດ, ເນື້ອຫຸ້ມເມັດສີຂາວນຸ່ມ ມີລົດຊາດຫວານສົ້ມ.

ໝາກໄຟ Baccaurea ramiflora ສັບພະຄຸນທາງຢາລັກສະນະພືດສາດຂອງຫມາກໄຟການນຳໃຊ້ຫມາກໄຟວິທີເຮັດນ້ຳໝາກໄຟສັບພະຄຸນ​ຂອງ​ໝາກ​ໄຟ


ການນຳໃຊ້ຫມາກໄຟ

ໝາກໄຟເປັນໝາກໄມ້ທຳມະຊາດທີ່ສາມາດກິນໄດ້ ແລະ ມີຫຼາຍເຂດທີ່ສາມາດພົບໄດ້ໃນ ພາກເໜືອຂອງລາວ ໃນເຂດປ່າປະສົມປ່ຽນໃບ ຫຼື ປ່າດົງດິບແຫ້ງ, ບາງເຂດພົບຕາມປ່າແຄມຫ້ວຍທີ່ມີຄວາມຊຸ່ມເຢັນ, ໝາກໄຟນີ້ ສາມາດພົບ ໄດ້ຕາມຕະຫຼາດ ທົ່ວໄປໃນຊ່ວງປະມານເດືອນພືດສະພາ ເຖີງເດືອນຕຸລາ, ໂດຍສະເພາະແມ່ນ ຊ່ວງ ບຸນເຂົ້າສະຫຼາກ ແລະ ບຸນເຂົ້າປະດັບດິນຈະມັກພົບຫຼາຍຕາມຕະຫຼາດຫຼວງພະບາງ. ລາຄາປະມານ 3000-10000ກິບ/ກິໂລ, ແຕ່ກໍ່ອີງຕາມລະດູການຖ້າລະດູໃດມີຫຼາຍຈະລາຄາຂ້ອນຂ້າງຖືກ. ໝາກໄຟເມື່ອສຸກແລ້ວຈະມີ ລົດຊາດຫວານ ແລະ ມີສານອາຫານຫຼາຍຊະນິດ ລວມໄປເຖີງວີຕາມີຊີ, ນ້ຳຕານ ແລະ ອື່ນໆ ທີ່ເປັນປະໂຫຍດ ຕໍ່ຮ່າງກາຍ ນີຍົມກີນເປັນໝາກໄມ້ສົດ ຫຼື ນຳໄປເຮັດນ້ຳໝາກໄມ້ ນອກຈາກໝາກຂອງມັນ ແລ້ວສ່ວນ ອື່ນໆ ກໍ່ມີປະໂຫຍດເຊັ່ນກັນເຊັ່ນ: ໃບ ແລະ ຮາກ ຕ່າງກໍ່ມີປະໂຫຍດໂດຍມີສັບພະຄູນໃນກາຮັກສ າພະຍາດຕ່າງໆເຊັ່ນ: ແກ້ໄອ, ແກ້ຫວັດ, ແກ້ໄຂ້ ມາເລເຣີຍ, ເມື່ອຕົ້ມຮາກຈະຊ່ວຍໃນການຂັບນ້ຳປັດສະວະ. ໜາກໄຟມີວິຕາມີນຊີຊ່ວຍ ໃນການສ້າງຄໍລາເຈນເຮັດໃຫ້ຜີວລຽບນຽນສົດໃສ, ຊ່ວຍໃເຮັດໃຫ້ຜີວຊຸ່ມຊື່ນ, ຊ່ວຍແກ້ຫາຍໃຈຝືດ ຫຼື ແກ້ອາການ ທ້ອງ ອືດທ້ອງເຟີ, ໝາກອ່ອນຈະມີລົດຊາດສົ້ມມັກແກ້ງສົ້ມປາ. ນອກນັ້ນໝາກໄຟສຸກຍັງສາມາດເຮັດນ້ຳເຊື່ອມໄດ້.

ວິທີເຮັດນ້ຳໝາກໄຟ:

ກ. ກະກຽມວັດຖຸດິບດັ່ງນີ້ ໝາກໄຟ 500 ກຣາມ, ນ້ຳເຊື່ອມ ½, ເກືອປ່ນ ½ ບ່ວງແກ້ງ, ນ້ຳສະອາດ 3 ຖ້ວຍ
ຂ. ນຳໝາກໄຟມາລ້າງນ້ຳໃຫ້ສະອາດ ແລ້ວນຳໄປປອກເປືອກ ແລ້ວນຳເນື້ອທີ່ໄດ້ ໃສ່ນ້ຳຕົ້ມໃຫ້ຟົດປະມານ 10 ນາທີ
ຄ. ຖ້າຈົນເນື້ອໝາກໄຟເລະ ຫຼັງຈາກນັ້ນໃຫ້ຕອງເອົາແຕ່ນ້ຳ
ງ. ໃສ່ນ້ຳເຊື່ອມ, ເກືອປົນຕາມລົງໄປ ແລ້ວຄົນໃຫ້ເຂົ້າກັນ ເມື່ອສຳເລັດ ເທ່ໃສ່ຂວດ
ຈ. ນຳມາແຊ່ໄວໃນຕູ່ເຢັນ ຖ້າຈະດື່ມກໍ່ໃສ່ນ້ຳແຂງດ້ວຍຈະດີ ນີ້ກໍ່ຄືຂັ້ນຕອນເຮັດນຳ້ເຊື່ອມໝາກໄຟ

ໝາກໄຟ Baccaurea ramiflora ສັບພະຄຸນທາງຢາລັກສະນະພືດສາດຂອງຫມາກໄຟການນຳໃຊ້ຫມາກໄຟວິທີເຮັດນ້ຳໝາກໄຟສັບພະຄຸນ​ຂອງ​ໝາກ​ໄຟ


ສັບພະຄຸນ​ຂອງ​ໝາກ​ໄຟ

  1. ຊ່ວຍ​ເຮັດໃຫ້​ຊຸ່ມ​ຄໍ
  2. ຊ່ວຍ​ບຳ​ຣຸງ​ທາດ​ໃນ​ຮ່າງກາຍ (ໃບ)

  3. ຊ່ວຍ​ແກ້​ພະຍາດ​ຫວັດ (ໃບ)
  4. ຊ່ວຍ​ແກ້​ໄຂ້​ມາ​ລາ​ເຣຍ (ໃບ)
  5. ຊ່ວຍ​ແກ້ ​ແລະ ​ບັນ​ເທົາ​ອາການ​ໄອ (ໃບ)
  6. ຊ່ວຍ​ຂັບ​ເສມ​ຫະ ​ແລະ ​ຊ່ວຍ​ລະ​ລາຍ​ເສມ​ຫະ
  7. ຊ່ວຍ​ດັບ​ພິ​ດຮ້ອນ (ຮາກ​ສົດ ​ຫລື ​ຮາກ​ແຫ້ງ)
  8. ຜົນ​ໃຊ້​ເປັນ​ຢາ​ຊ່ວຍ​ຍ່ອຍ ຮັກສາ​ອາການ​ອາຫານ​ບໍ່​ຍ່ອຍ
  9. ຜົນ​ຊ່ວຍ​ແກ້​ອາການ​ທ້ອງ​ອືດ ທ້ອງ​ເຟີ້
  10. ແກ້​ອາການ​ທ້ອງ​ລ່ວງ (ຮາກ​ນຳ​ໄປ​ຕົ້ມ​ກັບ​ສ​ະມຸນ​ໄພ​ຊະນິດ​ອື່ນ ໆ)
  11. ຊ່ວຍ​ບັນ​ເທົາ​ອາການ​ປວດ​ທ້ອງ (ເມັດ)
  12. ໃຊ້​ເປັນ​ຢາ​ຖ່າຍ​ພະຍາດ (ໃບ)
  13. ຊ່ວຍ​ຂັບ​ຍ່ຽວ (ໃບ)
  14. ຊ່ວຍ​ຮັກສາ​ ຂີ້ກາກ ເກື້ອນ ແລະ​ພະຍາດຂີ້ທູດ (ໃບ)
  15. ເປືອກ​ມະ​ໄຟ​ຕົ້ມ​ໃຊ້​ແກ້​ພະຍາດ​ຜິວ​ໜັງ
  16. ຊ່ວຍ​ແກ້​ອາການ​ຜິວ​ໜັງ​ອັກ​ເສບ​ຊະນິດ​ທີ່​ເປັນ​ຖົງ​ນ້ຳ​ແລະ​ ລອກ​ອອກ​ມາ (ຮາກ​ສົດ​ຫລື​ຮາກ​ແຫ້ງ)
  17. ຊ່ວຍ​ແກ້​ພິດ​ຝີ (ໃບ)
  18. ຊ່ວຍ​ແກ້​ຝີ​ພາຍ​ໃນ (ຮາກ​ສົດ​ຫລື​ຮາກ​ແຫ້ງ)
  19. ຊ່ວຍ​ບັນ​ເທົາ​ອາການ​ໄຂ້​ທີ່​ມີ​ອາການ​ປວດ​ຂໍ້ ປວດ​ເຂົ່າ ແລະ​ມີ​ຜື່ນ​ຄ້າຍ​ລົມ​ພິດ ຫລື "ໄຂ້​ປະ​ດົງ" (ຮາກ​ສົດ​ຫລື​ຮາກ​ແຫ້ງ)
  20. ຊ່ວຍ​ປິ່ນປົວພະຍາດ​ເຣີມ (ຮາກ​ສົດ​ຫລື​ຮາກ​ແຫ້ງ)
  21. ແກ້​ພະຍາດວັນນະໂຣກ (ຮາກ​ສົດ​ຫລື​ຮາກ​ແຫ້ງ)
  22. ໃຊ້​ແກ້​ພິດ​ຕານ​ເຕັ້ນ (ຮາກ​ສົດ​ຫລື​ຮາກ​ແຫ້ງ)


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ