google-site-verification: google0d91bc93cfc88895.html ຜັກ​ແພວ Vietnamese coriander - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here

Friday, May 07, 2021

ຜັກ​ແພວ Vietnamese coriander

ຜັກ​ແພວ  ຜັກ​ແພວ ຊື່​ສາ​ມັນ Vietnamese coriander   ຜັກ​ແພວ ຊື່​ວິທະຍາ​ສາດ Polygonum odoratum Lour. (ຊື່​ພ້ອງ​ວິທະຍາ​ສາດ Persicaria odorata (Lour.) Soják) ຈັດ​ຢູ່ໃນ​ວົງ​ຜັກ​ໄຜ່ (POLYGONACEAE)    ສ​ະມຸນ​ໄພ​ຜັກ​ແພວ ມີ​ຊື່​ທ້ອງ​ຖິ່ນ​ອື່ນໆ ວ່າ ພິກ​ມ້າ ພິກ​ມ່າ, ຫອມ​ຈັນ, ຜັກ​ໄຜ່ (ພາກ​ເໜືອ), ຜັກ​ແພວ (ພາກ​ຕະເວັນ​ອອກ​ສຽງ​ເໜືອ), ຈັນ​ໂສມ, ຈັນ​ແດງ, ຜັກ​ໄຜ່​ນ້ຳ, ຜັກ​ແພ້ວ, ຜັກ​ແພວ, ຜັກ​ແຈວ, ພິກ​ບ້າ, ຫອມ​ຈັນ ເປັນ​ຕົ້ນ   ລັກສະນະ​ຂອງ​ຜັກ​ແພວ  ຕົ້ນ​ຜັກ​ແພວ ຈັດ​ເປັນ​ພືດ​ລົ້ມ​ລຸກ ມີ​ລຳ​ຕົ້ນ​ສູງ​ປະ​ມານ 30-35 ຊັນຕິ​ແມັດ ລຳ​ຕົ້ນ​ຕັ້ງ​ກົ່ງ ມີ​ຂໍ້​ເປັນ​ຊ່ວງໆ ຕາມ​ຂໍ້​ມັກ​ມີ​ຮາກ​ງອກ​ອອກ​ມາ ຫລື​ລຳ​ຕົ້ນ​ ເປັນ​ແບບ​ທອດ​ເລື້ອຍ​ໄປ​ຕາມ​ພື້ນ​ດິນ​ແລະ ​ມີ​ຮາກ​ງອກ​ອອກ​ມາ​ຕາມ​ສ່ວນ​ທີ່​ສຳ​ຜັດ​ກັບ​ພື້ນ​ດິນ ເປັນ​ພືດ​ທີ່​ຈະເລີນ​ເຕີບໂຕ​ໄດ້​ດີ​ໃນ​ທີ່​ຊື້ນ​ແສະ ເຊັ່ນ ໃນ​ບໍລິເວນ​ຫ້ວຍ ໜອງ ຄອງ ບຶງ ຫລື​ຕາມ​ແອ່ງ​ນ້ຳ​ຕ່າງໆ ຂະຫຍາຍ​ພັນ​ດ້ວຍ​ວິທີ​ການ​ເພາະ​ເມັດ​ແລະ​ ການ​ໃຊ້​ລຳ​ຕົ້ນ​ປັກ​ຊຳ (ເມັດ​ງອກ​ຍາກ ນິຍົມ​ໃຊ້​ກິ່ງ​ປັກ​ຊຳ​ຫລາຍກວ່າ) ພັນ​ໄມ້​ຊະນິດ​ນີ້​ເປັນ​ພືດ​ລົ້ມ​ລຸກ ພົບ​ໄດ້​ທົ່ວ​ທຸກ​ພາກ​ຂອງ​ປະເທດ​ ເພາະ​ເກີດ​ໄດ້​ເອງ​ຕາມ​ທຳມະຊາດ   ໃບ​ຜັກ​ແພວ ມີ​ໃບ​ເປັນ​ໃບ​ດ່ຽວ ອອກ​ສ​ະຫລັບກັນ ລັກສະນະ​ຂອງ​ໃບ​ເປັນ​ຮູບ​ຫອກ ​ຫລື​ຮູ ບ​ຫອກ​ແກມ​ຮູບ​ໄຂ່ ໃບ​ມີ​ຂະໜາດ​ກ້ວາງ​ປະ​ມານ 2.5-3 ຊັງ​ຕິ​ແມັດ ແລະ​ຍາວ​ປະ​ມານ 5.5-8 ຊັງ​ຕິ​ແມັດ ປາຍ​ໃບ​ຮຽວ​ແຫຼມ​ຄ້າຍ​ໃບ​ໄຜ່​ແຕ່​ບາງ​ກວ່າ ຂອບ​ໃບ​ລຽບ ຖານ​ໃບ​ເປັນ​ຣູບລິ່ມ ກ້ານ​ໃບ​ສັ້ນ​ມີ​ຫູ ໃບ​ລັກສະນະ​ຄ້າຍ​ປອກ​ຫຸ້ມ​ອ້ອມ​ລຳ​ຕົ້ນ​ຢູ່​ບໍລິເວນ​ເໜືອ​ຂໍ້​ຂອງ​ລຳ​ຕົ້ນ

ຜັກ​ແພວ

ຜັກ​ແພວ ຊື່​ສາ​ມັນ Vietnamese coriander

 ຜັກ​ແພວ ຊື່​ວິທະຍາ​ສາດ Polygonum odoratum Lour. (ຊື່​ພ້ອງ​ວິທະຍາ​ສາດ Persicaria odorata (Lour.) Soják) ຈັດ​ຢູ່ໃນ​ວົງ​ຜັກ​ໄຜ່ (POLYGONACEAE)

 ສ​ະມຸນ​ໄພ​ຜັກ​ແພວ ມີ​ຊື່​ທ້ອງ​ຖິ່ນ​ອື່ນໆ ວ່າ ພິກ​ມ້າ ພິກ​ມ່າ, ຫອມ​ຈັນ, ຜັກ​ໄຜ່ (ພາກ​ເໜືອ), ຜັກ​ແພວ (ພາກ​ຕະເວັນ​ອອກ​ສຽງ​ເໜືອ), ຈັນ​ໂສມ, ຈັນ​ແດງ, ຜັກ​ໄຜ່​ນ້ຳ, ຜັກ​ແພ້ວ, ຜັກ​ແພວ, ຜັກ​ແຈວ, ພິກ​ບ້າ, ຫອມ​ຈັນ ເປັນ​ຕົ້ນ

ລັກສະນະ​ຂອງ​ຜັກ​ແພວ

  • ຕົ້ນ​ຜັກ​ແພວ ຈັດ​ເປັນ​ພືດ​ລົ້ມ​ລຸກ ມີ​ລຳ​ຕົ້ນ​ສູງ​ປະ​ມານ 30-35 ຊັນຕິ​ແມັດ ລຳ​ຕົ້ນ​ຕັ້ງ​ກົ່ງ ມີ​ຂໍ້​ເປັນ​ຊ່ວງໆ ຕາມ​ຂໍ້​ມັກ​ມີ​ຮາກ​ງອກ​ອອກ​ມາ ຫລື​ລຳ​ຕົ້ນ​ ເປັນ​ແບບ​ທອດ​ເລື້ອຍ​ໄປ​ຕາມ​ພື້ນ​ດິນ​ ແລະ ​ມີ​ຮາກ​ງອກ​ອອກ​ມາ​ຕາມ​ສ່ວນ​ທີ່​ສຳ​ຜັດ​ກັບ​ພື້ນ​ດິນ ເປັນ​ພືດ​ທີ່​ຈະເລີນ​ເຕີບໂຕ​ໄດ້​ດີ​ໃນ​ທີ່​ຊື້ນ​ແສະ ເຊັ່ນ ໃນ​ບໍລິເວນ​ຫ້ວຍ ໜອງ ຄອງ ບຶງ ຫລື​ຕາມ​ແອ່ງ​ນ້ຳ​ຕ່າງໆ ຂະຫຍາຍ​ພັນ​ດ້ວຍ​ວິທີ​ການ​ເພາະ​ເມັດ ​ແລະ​ ການ​ໃຊ້​ລຳ​ຕົ້ນ​ປັກ​ຊຳ (ເມັດ​ງອກ​ຍາກ ນິຍົມ​ໃຊ້​ກິ່ງ​ປັກ​ຊຳ​ຫລາຍກວ່າ) ພັນ​ໄມ້​ຊະນິດ​ນີ້​ເປັນ​ພືດ​ລົ້ມ​ລຸກ ພົບ​ໄດ້​ທົ່ວ​ທຸກ​ພາກ​ຂອງ​ປະເທດ​ ເພາະ​ເກີດ​ໄດ້​ເອງ​ຕາມ​ທຳມະຊາດ

  • ໃບ​ຜັກ​ແພວ ມີ​ໃບ​ເປັນ​ໃບ​ດ່ຽວ ອອກ​ສ​ະຫລັບກັນ ລັກສະນະ​ຂອງ​ໃບ​ເປັນ​ຮູບ​ຫອກ ​ຫລື​ຮູ ບ​ຫອກ​ແກມ​ຮູບ​ໄຂ່ ໃບ​ມີ​ຂະໜາດ​ກ້ວາງ​ປະ​ມານ 2.5-3 ຊັງ​ຕິ​ແມັດ ແລະ​ຍາວ​ປະ​ມານ 5.5-8 ຊັງ​ຕິ​ແມັດ ປາຍ​ໃບ​ຮຽວ​ແຫຼມ ​ຄ້າຍ​ໃບ​ໄຜ່​ແຕ່​ບາງ​ກວ່າ ຂອບ​ໃບ​ລຽບ ຖານ​ໃບ​ເປັນ​ຣູບລິ່ມ ກ້ານ​ໃບ​ສັ້ນ​ມີ​ຫູ ໃບ​ລັກສະນະ​ຄ້າຍ​ປອກ​ຫຸ້ມ​ອ້ອມ​ລຳ​ຕົ້ນ​ຢູ່​ບໍລິເວນ​ເໜືອ​ຂໍ້​ຂອງ​ລຳ​ຕົ້ນ
ຜັກ​ແພວ  ຜັກ​ແພວ ຊື່​ສາ​ມັນ Vietnamese coriander   ຜັກ​ແພວ ຊື່​ວິທະຍາ​ສາດ Polygonum odoratum Lour. (ຊື່​ພ້ອງ​ວິທະຍາ​ສາດ Persicaria odorata (Lour.) Soják) ຈັດ​ຢູ່ໃນ​ວົງ​ຜັກ​ໄຜ່ (POLYGONACEAE)    ສ​ະມຸນ​ໄພ​ຜັກ​ແພວ ມີ​ຊື່​ທ້ອງ​ຖິ່ນ​ອື່ນໆ ວ່າ ພິກ​ມ້າ ພິກ​ມ່າ, ຫອມ​ຈັນ, ຜັກ​ໄຜ່ (ພາກ​ເໜືອ), ຜັກ​ແພວ (ພາກ​ຕະເວັນ​ອອກ​ສຽງ​ເໜືອ), ຈັນ​ໂສມ, ຈັນ​ແດງ, ຜັກ​ໄຜ່​ນ້ຳ, ຜັກ​ແພ້ວ, ຜັກ​ແພວ, ຜັກ​ແຈວ, ພິກ​ບ້າ, ຫອມ​ຈັນ ເປັນ​ຕົ້ນ   ລັກສະນະ​ຂອງ​ຜັກ​ແພວ  ຕົ້ນ​ຜັກ​ແພວ ຈັດ​ເປັນ​ພືດ​ລົ້ມ​ລຸກ ມີ​ລຳ​ຕົ້ນ​ສູງ​ປະ​ມານ 30-35 ຊັນຕິ​ແມັດ ລຳ​ຕົ້ນ​ຕັ້ງ​ກົ່ງ ມີ​ຂໍ້​ເປັນ​ຊ່ວງໆ ຕາມ​ຂໍ້​ມັກ​ມີ​ຮາກ​ງອກ​ອອກ​ມາ ຫລື​ລຳ​ຕົ້ນ​ ເປັນ​ແບບ​ທອດ​ເລື້ອຍ​ໄປ​ຕາມ​ພື້ນ​ດິນ​ແລະ ​ມີ​ຮາກ​ງອກ​ອອກ​ມາ​ຕາມ​ສ່ວນ​ທີ່​ສຳ​ຜັດ​ກັບ​ພື້ນ​ດິນ ເປັນ​ພືດ​ທີ່​ຈະເລີນ​ເຕີບໂຕ​ໄດ້​ດີ​ໃນ​ທີ່​ຊື້ນ​ແສະ ເຊັ່ນ ໃນ​ບໍລິເວນ​ຫ້ວຍ ໜອງ ຄອງ ບຶງ ຫລື​ຕາມ​ແອ່ງ​ນ້ຳ​ຕ່າງໆ ຂະຫຍາຍ​ພັນ​ດ້ວຍ​ວິທີ​ການ​ເພາະ​ເມັດ​ແລະ​ ການ​ໃຊ້​ລຳ​ຕົ້ນ​ປັກ​ຊຳ (ເມັດ​ງອກ​ຍາກ ນິຍົມ​ໃຊ້​ກິ່ງ​ປັກ​ຊຳ​ຫລາຍກວ່າ) ພັນ​ໄມ້​ຊະນິດ​ນີ້​ເປັນ​ພືດ​ລົ້ມ​ລຸກ ພົບ​ໄດ້​ທົ່ວ​ທຸກ​ພາກ​ຂອງ​ປະເທດ​ ເພາະ​ເກີດ​ໄດ້​ເອງ​ຕາມ​ທຳມະຊາດ   ໃບ​ຜັກ​ແພວ ມີ​ໃບ​ເປັນ​ໃບ​ດ່ຽວ ອອກ​ສ​ະຫລັບກັນ ລັກສະນະ​ຂອງ​ໃບ​ເປັນ​ຮູບ​ຫອກ ​ຫລື​ຮູ ບ​ຫອກ​ແກມ​ຮູບ​ໄຂ່ ໃບ​ມີ​ຂະໜາດ​ກ້ວາງ​ປະ​ມານ 2.5-3 ຊັງ​ຕິ​ແມັດ ແລະ​ຍາວ​ປະ​ມານ 5.5-8 ຊັງ​ຕິ​ແມັດ ປາຍ​ໃບ​ຮຽວ​ແຫຼມ​ຄ້າຍ​ໃບ​ໄຜ່​ແຕ່​ບາງ​ກວ່າ ຂອບ​ໃບ​ລຽບ ຖານ​ໃບ​ເປັນ​ຣູບລິ່ມ ກ້ານ​ໃບ​ສັ້ນ​ມີ​ຫູ ໃບ​ລັກສະນະ​ຄ້າຍ​ປອກ​ຫຸ້ມ​ອ້ອມ​ລຳ​ຕົ້ນ​ຢູ່​ບໍລິເວນ​ເໜືອ​ຂໍ້​ຂອງ​ລຳ​ຕົ້ນ

  • ດອກ​ຜັກ​ແພວ ອອກ​ດອກ​ເປັນ​ຊໍ່ ຊໍ່​ດອກ​ມີດ​ອກ​ຍ່ອຍ​ຂະໜາດ​ນ້ອຍ​ສີ​ຂາວ​ນວນ​ຫລື​ຊົມ​ພູ​ມ່ວງ

ສັບພະຄຸນ​ຂອງ​ຜັກ​ແພວ

  1. ຜັກ​ແພວ​ອຸດົມ​ໄປ​ດ້ວຍ​ສານຕໍ່​ຕ້ານ​ອະ​ນຸ​ມູນ​ອິດສະຫລະ ​ຫຼາຍ​ຊະນິດ​ທີ່​ຊ່ວຍ​ເສີມ​ສ້າງ​ພູ​ມິ​ຕ້ານ​ທານ​ພະຍາດ​ໃຫ້​ກັບ​ຮ່າງກາຍ ແລະ​ຊ່ວຍ​ໃນ​ການ​ຊະ​ລໍ​ໄວ (ໃບ)
  2. ຊ່ວຍ​ປ້ອງ​ກັນ​ແລະ​ຕໍ່​ຕ້ານ​ມະ​ເຣັງ (ໃບ)
  3. ຊ່ວຍ​ປ້ອງ​ກັນ​ພະຍາດ​ຫັວ​ໃຈ (ໃບ)
  4. ໃບ​ໃຊ້​ຮັບປະທານ​ຊ່ວຍ​ເຮັດໃຫ້​ຈະເລີນ​ອາຫານ (ໃບ)
  5. ຊ່ວຍ​ບຳ​ຣຸງ​ປະສາດ (ຮາກ)
  6. ລົດ​ເຜັດ​ຂອງ​ຜັກ​ແພວ​ຊ່ວຍ​ເຮັດໃຫ້​ເລືອດ​ລົມ​ໃນ​ຮ່າງກາຍ​ຍ່າງ​ສະ​ດວກ​ຫລາຍ​ຂຶ້ນ (ໃບ)
  7. ຊ່ວຍ​ປິ່ນປົວພະຍາດ​ຫວັດ (ໃບ)
  8. ຊ່ວຍ​ຂັບ​ເຫື່ອ (ດອກ)
  9. ຊ່ວຍ​ປິ່ນປົວພະຍາດ​ປອດ (ດອກ)
  10. ຊ່ວຍ​ຮັກສາ​ຫອບ​ຫືດ (ຮາກ)
  11. ຊ່ວຍ​ແກ້​ອາການ​ໄອ (ຮາກ)
  12. ຊ່ວຍ​ໃນ​ການ​ຂັບ​ຖ່າຍ ປ້ອງ​ກັນ ​ແລະ ​ແກ້​ອາການ​ທ້ອງ​ຜູກ ແລະ​ຊ່ວຍ​ປ້ອງ​ກັນ​ມະ​ເຣັງ​ລຳ​ໄສ້​ໃຫຍ່ ເພາະ​ເປັນ​ຜັກ​ທີ່​ມີ​ໄຟ​ເບີ່​ສູງ​ເຖິງ 9.7 ກຣາມ ຊຶ່ງ​ຈັດ​ຢູ່ໃນ​ຜັກ​ທີ່​ມີ​ເສັ້ນ​ໃຍອາຫານ​ຫລາຍ​ທີ່ສຸດ 10 ອັນ​ດັບ​ຂອງ​ຜັກ​ພື້ນ​ບ້ານ​ (ໃບ)
  13. ຜັກ​ແພວ​ມີ​ຣົດ​ເຜັດ​ຮ້ອນ ຈຶ່ງ​ຊ່ວຍ​ແກ້​ລົມ ຂັບ​ລົມ​ໃນ​ກະເພາະ​ອາຫານ ແກ້​ທ້ອງ​ອືດ ທ້ອງ​ເຟີ້ (ໃບ) ຢອດ​ຜັກ​ແພວໃຊ້​ເປັນ​ຢາ​ຂັບ​ລົມ​ຂຶ້ນ​ເບື້ອງ​ເທິງ ຊ່ວຍ​ໃຫ້​​ລະບາຍ​ລົມ​ອອກ​ມາ​ເວລາ​ທ້ອງ​ຂຶ້ນ ທ້ອງ​ເຟີ້ (ໃບ, ດອກ, ຕົ້ນ​ຮາກ)
  14. ຮາກ​ຜັກ​ແພວ​ຊ່ວຍ​ປິ່ນປົວພະຍາດ​ກະເພາະ​ອາຫານ (ຮາກ) ແກ້​ກະເພາະ​ອາຫານ​ພິ​ການ ​ຫລື​ກະເພາະ​ອັກ​ເສບ (ໃບ, ດອກ, ຕົ້ນ​ຮາກ)
  15. ຊ່ວຍ​ແກ້​ທ້ອງ​ເສຍ ອຸດ​ຈາ​ລະ​ພິ​ການ (ໃບ, ດອກ, ຕົ້ນ​ຮາກ)
  16. ຊ່ວຍ​ແກ້​ອາການ​ເຈັບ​ທ້ອງ (ໃບ, ດອກ, ຕົ້ນ​ຮາກ)
  17. ຊ່ວຍ​ແກ້​ອາການ​ທ້ອງລົງ​ພຸງ​ມານ (ໃບ, ດອກ, ຕົ້ນ​ຮາກ)
  18. ລຳ​ຕົ້ນ​ຜັກ​ແພວ​ໃຊ້​ເປັນ​ຢາ​ຂັບ​ຍ່ຽວ (ຕົ້ນ)
  19. ຮາກ ຕົ້ນ ໃບ ແລະ​ດອກ ນຳ​ມາ​ປຸງ​ເປັນ​ຢາ​ໄດ້ ໃຊ້ຮັກສາ​ຣິດ​ສີດ​ວງ​ທະວານ (ໃບ, ດອກ, ຕົ້ນ, ຮາກ)
  20. ຊ່ວຍ​ປິ່ນປົວພະຍາດ​ຕັບ​ແຂງ (ໃບ)
  21. ຊ່ວຍ​ລຸດ​ອາການ​ອັກ​ເສບ (ໃບ)
  22. ໃບ​ຜັກ​ແພວ​ໃຊ້​ແກ້​ຕຸ່ມ​ຄັນ ຜົດ​ຜື່ນ​ຄັນ​ຈາກ​ເຊື້ອ​ຣາ ເປັນ​ກາກ​ເກື້ອນ ດ້ວຍ​ການ​ໃຊ້​ໃບ​ ຫລື​ທັງ​ຕົ້ນ​ນຳ​ມາ​ຄັ້ນ​ ຫລື​ຕຳ​ປະສົມ​ກັບ​ເຫຼົ້າ​ຂາວ ແລ້ວ​ໃຊ້​ເປັນ​ຢາ​ທາ (ໃບ, ທັງ​ຕົ້ນ)
  23. ຊ່ວຍ​ແກ້​ອາການ​ປວດ​ເມື່ອຍ​ຕາມ​ຮ່າງກາຍ (ຮາກ)
  24. ຊ່ວຍ​ຮັກສາ​ອາການ​ປວດ​ຂໍ້ ປວດ​ກະດູກ (ຮາກ)
  25. ຊ່ວຍ​ແກ້​ເສັ້ນ​ປະສາດ​ພິ​ການ ແກ້​ປວດ​ຊາ​ຕາມ​ປາຍ​ນິ້ວ​ມື ປາຍ​ຕີນ ແລະ​ອາການ​ມື​ສັ່ນ (ໃບ, ດອກ, ຕົ້ນ​ຮາກ)
  26. ໃຊ້​ປຸງ​ເປັນ​ຢາ​ບຳ​ຣຸງ​ເລືອດ​ລົມ​ຂອງ​ສະຕີ (ໃບ, ດອກ, ຕົ້ນ​ຮາກ)

ຂໍ້​ຄວນ​ຮູ້ ! : ຜັກ​ແພວ​ຫຼັກ ໆ ແລ້ວ​ຈະ​ມີ​ຢູ່​ສອງ​ຊະນິດ​ທີ່​ຕ່າງ​ກັນ​ແຕ່​ສີ​ຕົ້ນ ຄື ຜັກ​ແພວ​ແດງ​ ແລະ​ ຜັກ​ແພວ​ຂາວ ເປັນ​ສ​ະມຸນ​ໄພ​ຄູ່​ແຝດ​ທີ່​ນຳ​ມາ​ປະກອບ​ໃຊ້​ຄູ່​ກັນ​ເປັນ​ຢາສະ​ມຸນ​ໄພຈະ​ມີ​ລິດ​ຢາ​ແຮງ​ຂຶ້ນ ແລະ​ມີ​ປະ​ສິດ​ທິ​ພາບ​ໃນ​ການ​ຮັກສາ​ຫລາຍ​ຂຶ້ນ​ດ້ວຍ

ຄຸນຄ່າ​ທາງ​ໂພດ​ນາ​ການ​ຂອງ​ຜັກ​ແພວ ຕໍ່ 100 ກຣາມ

  • ພະລັງ​ງານ                                      54 ກິ​ໂລ​ແຄ​ລໍ​ຣີ
  • ຄາ​ຣ​໌​ໂບ​ໄຮ​ເດ​ຣົດ                               7.7 ກຣາມ
  • ເສັ້ນ​ໃຢ​ອາຫານ                                1.9 ກຣາມ​ດອກ​ຜັກ​ແພວ
  • ໄຂ​ມັນ                                         0.5 ກຣາມ
  • ໂປຣ​ຕີນ                                       4.7 ກຣາມ
  • ນ້ຳ                                             83.4%
  • ວິ​ຕາ​ມິນ​ເອ                                     8,112 ຫນ່ວຍ​ສາກົນ
  • ວິ​ຕາ​ມິນ​ບີ 1                                   0.05 ມິນ​ລິກ​ຣັມ
  • ວິ​ຕາ​ມິນ​ບີ 2                                   0.59 ມິນ​ລິກ​ຣັມ
  • ວິ​ຕາ​ມິນ​ບີ 3                                   1.7 ມິນ​ລິກ​ຣັມ
  • ວິ​ຕາ​ມິນ​ຊີ                                     77 ມິນ​ລິກ​ຣັມ
  • ທາດ​ແຄລ​ຊຽມ                                79 ມິນ​ລິກ​ຣັມ
  • ທາດ​ເຫຼັກ                                      2.9 ມິນ​ລິກ​ຣັມ
  • ທາດ​ຟອດ​ຟໍ​ຣັດ                                272 ມິນ​ລິກ​ຣັມ

ຂໍ້​ມູນ​ຈາກ : ກອງ​ໂພດ​ນາ​ການ ກຣົມ​ອະນາໄມ (ຕາ​ຕະລາງ​ສະແດງ​ຄຸນຄ່າ​ທາງ​ໂພດ​ນາ​ການ​ຂອງ​ອາຫານ​ໄທ)

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ