google-site-verification: google0d91bc93cfc88895.html ຕົ້ນພູປ່າ / Balinese long pepper - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, May 01, 2021

ຕົ້ນພູປ່າ / Balinese long pepper

 

ຕົ້ນພູປ່າ / Balinese long pepperລັກສະນະພືດສາດຂອງຕົ້ນພູປ່າການນຳໃຊ້ສັບພະຄຸນຂອງຕົ້ນພູປ່າຂໍ້ຄວນລະວັງຂອງຕົ້ນພູປ່າ

ຕົ້ນພູປ່າ / Balinese long pepper

ການຈັດປະເພດວິທະຍາສາດ

ຊື່ວິທະຍາສາດ

Piper retrofractum Vahl

ອານາຈັກ

Plantae

Clade

Tracheophytes
     Angiosperms

Magnoliids

Order

Piperales

Family

Piperaceae

ສະກຸນ

Piper

ຊະນິດ

P. retrofractum

ຊື່ພ້ອງ

Piper chaba Hunter

Piper officinarum (Miq.) C. DC

ຊື່ອື່ນ

ລາວ: ພູປ່າ ແລະ ພູປ່າໃບຍາວ

ໄທ: ດີປຣີ, ດີປຣີເຊືອກ, ປານນຸ, ປ່າດົງຂໍ້, ພິດພະຍາໄຟ ແລະ ປີກຜົວະ

ອັງກິດ: Javanese pepper, Long pepper, Indian long pepper ແລະ Javanese long pepper.

ຈີນ: 荜拔

ອິນເດຍ: Gajapipali ແລະ chevuyam

ຝຣັ່ງ: Poivre long de java


ລັກສະນະພືດສາດຂອງຕົ້ນພູປ່າ

  • ລຳຕົ້ນ: ຈັດເປັນລຳເຄືອ, ມີຂໍ້ນູນ, ມີຮາກຝອຍອອກຕາມຂໍ້ ເພື່ອໃຊ້ໄວ້ຍຶດເກາະ ແລະ ເລືອພັນ, ເຄືອໜຽວ, ແຂງ, ແຕກກິ່ງກ້ານສາຂາຈຳນວນຫຼາຍ. 
  • ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່ ຫຼື ຮູບຂອບຂະໜານ, ກ້ວາງ 3-5 ຊມ, ຍາວ 7-10 ຊມ, ໂຄນໃບມົນ ຫຼື ບ້ຽວ, ຂອບລຽບ ຫຼື ເປັນຄື້ນເລັກນ້ອຍ, ປາຍແຫຼມ, ແຜ່ນໃບເປັນສີຂຽວເຂັ້ມ, ຜິວລຽບມັນ. 
  • ກ້ານໃບຍາວ 1-1.5 ຊມ. 
  • ຊໍ່ດອກຈັບຢູ່ຖານຮອງດອກດຽວກັນ, ອອກຕາມງ່າມໃບ. 
  • ໝາກລວມ, ອັດແໜ້ນໃນຖານດອກດຽວກັນເປັນຮູບຊົງກະບອກ, ໂຄນໃຫຍ່ກວ່າປາຍເລັກນ້ອຍ, ປາຍມົນ, ຍາວ 2.5-7.5 ຊມ, ມີເສັ້ນຜ່າສູນກາງ 5-8 ຊມ, ຜິວຫຍາບ, ມີເກສອນເພດແມ່ຈັບຈົນເປັນໝາກ. 
  • ແກ່ນມີ 1 ແກ່ນຕໍ່ໝາກ, ມີຂະໜາດນ້ອຍຫຼາຍ, ລັກສະນະກົມ ແລະ ແຂງ, ເນື້ອເປັນສີນ້ຳຕານ, ມີກິ່ນຫອມ.
ຕົ້ນພູປ່າ / Balinese long pepperລັກສະນະພືດສາດຂອງຕົ້ນພູປ່າການນຳໃຊ້ສັບພະຄຸນຂອງຕົ້ນພູປ່າຂໍ້ຄວນລະວັງຂອງຕົ້ນພູປ່າ


ການນຳໃຊ້ຕົ້ນພູປ່າ

  • ໝາກ: ໝາກອ່ອນສາມາດຮັບປະທານເປັນຜັກສົດໄດ້, ໝາກແກ່ສາມາດນຳມາຕຳແຈ່ວແທນໝາກເຜັດໄດ້ ຫຼື ນຳມາແຕ່ງໃສ່ກັບສົ້ມຜັກຄືກັບໝາກເຜັດ.
  • ຍອດອ່ອນ: ສາມາດນຳຍຳກີນໄດ້.
  • ໝາກ: ສາມາດນຳມາປະກອບເປັນເຄື່ອງຄຽງປະສົມອາຫານ ເຊັ່ນ: ແກງ ຫຼື ແກງເຜັດ, ນອກນີ້ຍັງໃຊ້ປຸງແຕ່ງກິ່ນອາຫານໄດ້ອີກເນື່ອງຈາກສາມາດດັບກິ່ນຄາວຊີ້ນສັດໄດ້ເປັນຢ່າງດີ ແລະ ຍັງຊ່ວຍຮັກສາອາຫານບໍ່ໃຫ້ບູດເໜົ່າ.

ສັບພະຄຸນຂອງຕົ້ນພູປ່າ

ເປັນຢາບຳລຸງກຳລັງ, ບຳລຸງສະມັດຕະພາບທາງເພດ, ຊ່ວຍກະຈາຍລົມ, ຫຼຸດຄວາມເຈັບປວດ, ແກ້ຫວັດ, ຮັກສາອາການອັກເສບ, ພະຍາດເກົ້າ, ແກ້ໄຂ້, ຊ່ວຍໃນການຍ່ອຍອາຫານ, ແກ້ລົມຈຸກສຽດ, ຊ້ຳບວມ, ແກ້ໄອ, ຈ່ອຍແຫ້ງ, ແກ້ເສມຫະໃນຊ່ວງເອິກ ແລະ ລຳຄໍ, ຮັກສາລິດຊີດວງທະວານໜັກ, ແກ້ລົມວິນວຽນ, ໜ້າມືດຕາລາຍ, ໃຈສັ່ນ, ປ່ວນທ້ອງປວດຮາກ, ແກ້ອາການຈຸກແໜ້ນໃນທ້ອງ, ບັນເທົາອາການເຈັບທ້ອງ, ທ້ອງອືດທ້ອງເຟື້ອ, ອາຫານບໍ່ຍ່ອຍ, ແກ້ປະຈຳເດືອນມາບໍ່ສະໝ່ຳສະເໝີ ຫຼື ປະຈຳເດືອນມາບໍ່ປົກກະຕິ, ແກ້ອາການຖອກທ້ອງທີ່ບໍ່ເກີດຈາກເຊື້ອ ຫຼື ຖອກທ້ອງຊະນິດທີ່ບໍ່ມີໄຂ້.

  • ຮາກ: ແກ້ຕົວຮ້ອນ, ແກ້ຫອບຫືດ (ຮາກ ແລະ ດອກ), ຊ່ວຍຂັບເສມຫະ, ແກ້ເສມຫະ, ເສມຫະເປັນພິດ, ນ້ຳລາຍໜຽວ, ແກ້ອາການເຈັບທ້ອງ (ຮາກ, ເຄືອ ແລະ ໝາກ), ແກ້ອາການຖອກທ້ອງ, ຂັບລົມໃນລຳໄສ້ (ໝາກ ແລະ ຮາກ), ແກ້ເສັ້ນ ແລະ ແກ້ພິດອຳມະພາດ.
  • ເຄືອ: ຊ່ວຍເຮັດໃຫ້ຈະເລີນອາຫານ (ເຄືອ, ດອກ), ຊ່ວຍແກ້ລົມອຳມະພາດ, ແກ້ອາການປ່ວນທ້ອງປວດຮາກທີ່ເກີດຈາກທາດຜິດປົກກະຕິ, ແກ້ອາການເຈັບແຂ້ວ ຫຼື ນຳມາຝົນທາບໍລິເວນທີ່ເຈັບ, ແກ້ອາການອາຫານບໍ່ຍ່ອຍ, ທ້ອງອືດທ້ອງເຟື້ອ, ຈຸກສຽດແໜ້ນທ້ອງ, ແກ້ລິດຊີດວງທະວານໜັກ (ເຄືອ ແລະ ໝາກ), ແກ້ພະຍາດປັດສະວະຂັດ, ປັດສະວະຊ້ຳເລືອດຊ້ຳໜອງ, ຮັກສາພະຍາດເຮື້ອນ ແລະ ແກ້ພິດງູ. 
  • ໃບ: ແກ້ອາການເຈັບເມື່ອຍຕາມເສັ້ນເອັນ.
  • ດອກ: ເປັນຢາອາຍຸວັນນະ, ບຳລຸງຮ່າງກາຍ, ນຳມາຕົ້ມນ້ຳດື່ມ, ຮັກສາຕັບອັກເສບ, ຮັກສາພະຍາດເຮື້ອນ (ຮາກ, ດອກ), ແກ້ໄຂ້ຊຳເຮື້ອ, ແກ້ອາການຫືດໄອ, ແກ້ອາການໄອ ຫຼື ຫຼຸດອາການໄອ, ມີອາການລະຄາຍເຄືອງຄໍ (ດອກ, ໝາກ), ແກ້ອາການເຈັບຄໍ, ແກ້ອາການປ່ວນທ້ອງປວດຮາກ, ແກ້ອາການຖອກທ້ອງ, ແກ້ພິດອຳມາພາດ ແລະ ເສັ້ນ.
  • ໝາກ: ຊ່ວຍບຳລຸງທາດໄຟ, ແກ້ທາດໄຟອັກເສບ, ຮັກສາອາການກຳເລິບຂອງທາດໄຟ, ທາດລົມ, ແກ້ທາດພິການ, ແກ້ທາດໃນຮ່າງກາຍພິດປົກກະຕິ, ຊ່ວຍຂັບນ້ຳລາຍ ແລະ ເຮັດໃຫ້ລີ້ນຊາ, ໃຊ້ເປັນຢາລະງັບປະສາດ ແກ້ອາການນອນບໍ່ຫຼັບ, ຮັກສາພະຍາດຊຳເຮື້ອທີ່ຮັກສາບໍ່ຫາຍ, ແກ້ອາການຫຼອດລົມອັກເສບ, ຫຼຸດອາການສຽງແຫບ, ຮັກສາພະຍາດບ້າໝູ, ແກ້ເສມຫະໃນຊ່ວງເອິກ, ແກ້ອາການທ້ອງອືດ, ໃຊ້ໃນຕຳລາຮັກສາພະຍາດກ່ຽວກັບລະບົບຍ່ອຍອາຫານ, ທາດບໍ່ປົກກະຕິ, ຂັບພະຍາດພິດ, ຊ່ວຍບີບມົດລູກ ແລະ ໃຊ້ເປັນຢາຂັບປະຈຳເດືອນຂອງແມ່ຍິງ, ໃຊ້ເປັນຢາຂັບແຮ່ຫຼັງເກີດລູກໃຫ້ອອກງ່າຍ, ຊ່ວຍຂັບນ້ຳບີເມື່ອມີການອຸດຕັນຂອງທໍ່ນ້ຳບີ, ແກ້ອາການຝົກຊ້ຳ, ໃຊ້ເປັນຢາທາພາຍນອກແກ້ອາການເມື່ອຍກ້າມເນື້ອ ແລະ ອັກເສບຂອງກ້າມເນື້ອເຮັດໃຫ້ເລືອດອອກມາລ້ຽງພາກສ່ວນດັ່ງກ່າວ

ຕົ້ນພູປ່າ / Balinese long pepperລັກສະນະພືດສາດຂອງຕົ້ນພູປ່າການນຳໃຊ້ສັບພະຄຸນຂອງຕົ້ນພູປ່າຂໍ້ຄວນລະວັງຂອງຕົ້ນພູປ່າ



  • ພືດປະດັບ: ນອກຈາກປູກເປັນເຄື່ອງຄຽງ ແລະ ເປັນສະໝູນໄພແລ້ວຍັງປູກເປັນໄມ້ປະດັບເພື່ອເບິ່ງໃບສີຂຽວງາມ ແລະ ດອກທີ່ມີສີສັນງົດງາມ.

    ນ້ຳມັນຫອມລະເຫີຍ: ໝາກມີນ້ຳມັນຫອມລະເຫີຍທີ່ສາມາດຂ້າດ້ວງໄດ້. ເພາະສະນັ້ນຈຶ່ງສາມາດນຳມາສະກັດເປັນສານກຳຈັດແມງໄມ້ຕາມທຳມະຊາດໄດ້. 

    ສິນຄ້າ: ປູກເປັນສິນຄ້າເພື່ອໃຊ້ໃນອຸດສາຫະກຳຜະລິດຢາແຜນບູຮານ ຫຼື ຢາສະໝູນໄພ.

    ຂໍ້ມູນທາງວິທະນາສາດ: ສະໝູນໄພພູປ່າສາມາດຕ້ານເຊື້ອຣາ ແລະ ເຊື້ອແບັກທິເຣຍໄດ້, ຕ້ານການເກີດແຜໃນກະເພາອາຫານ, ສາມາດກົດປະສາດສ່ວນກາງ, ຊ່ວຍຕ້ານຂະບວນການອອກຊີເດເຊິນ, ຕ້ານພິດຕໍ່ຕັບ, ຊ່ວຍຫຼຸດໄຂມັນໃນເສັ້ນເລືອດ, ຫຼຸດລະດັບນ້ຳຕານໃນເສັ້ນເລືອດ, ເຮັດໃຫ້ກ້າມກ້ຽງຄາຍຕົວ ແລະ ມີສານສະກັດປີໂຕລຽມອິນເທືອນ ແລະ ເຮັດແທ້ງລູກ.

    ຂໍ້ຄວນລະວັງຂອງຕົ້ນພູປ່າ

    • ບໍ່ຄວນບໍລິໂພກໃນປະລິມານຫຼາຍເກີນໄປ ເພາະຈະເຮັດໃຫ້ກະເພາະອັກເສບ ແລະ ແສບທະວານເວລາຂັບຖ່າຍ.
    • ສຳລັບຜູ້ທີ່ເປັນໄຂ້ບໍ່ຄວນຮັບປະທານເພາະຈະເຮັດໃຫ້ຮ້ອນໃນ.
    • ສຳລັບແມ່ຍິງມີລູກຫ້າມຮັບປະມານເດັດຂາດ ເພາະອາດຈະເຮັດໃຫ້ແທ້ງລູກໄດ້. 

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ