google-site-verification: google0d91bc93cfc88895.html ຕົ້ນປໍສາ [Ton Posa] Paper mulberry tree - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, September 11, 2016

ຕົ້ນປໍສາ [Ton Posa] Paper mulberry tree

http://hukased.blogspot.com/2016/09/ton-posa-paper-mulberry-tree.html

 

ຕົ້ນປໍສາ [Ton Posa]

ຊື່ວິທະຍາສາດ: Broussonetia papyrifera

ຊື່ທົ່ວໄປ ເປັນພາສາອັງກິດ: Paper mulberry tree

 http://hukased.blogspot.com/2016/09/ton-posa-paper-mulberry-tree.html

ຕົ້ນປໍສາເປັນໄມ້ຢືນຕົ້ນທີ່ມີເຊື້ອສາຍລາຍລ່ອງດຽວກັນກັບຕົ້ນໝາກມີ້, ຕົ້ນສົ້ມພໍ່,ຕົ້ນຫາດ, .. ດັ່ງນີ້ເປັນຕົ້ນ. ຄົນເຮົາຮູ້ນຳ ໃຊ້ປໍ ທີ່ໄດ້ຈາກເປືອກຂອງລຳຕົ້ນປໍສາ ເພື່ອມາດັດແປງເປັນວັດຖຸໃຊ້ປະຈຳວັນໄດ້ຫຼາຍສັດຕະວັດມາແລ້ວ. ຕົ້ນປໍສາ ເປັນຕົ້ນ ໄມ້ຂະໜາດນ້ອຍຫາຂະໜາດກາງ, ສູງແຕ່ 6 ຫາ 15 ມ, ມີໝ້າຕັດກວ້າງແຕ່ 10-30 ຊມ.ຕົ້ນປໍສາຈຳແນກອອກຈາກ ເພື່ອນໆໄດ້ງ່າຍ ຍ້ອນມີບາງລັກສະນະເດັ່ນ ຈຳນວນໜຶ່ງເຊັ່ນ ເປັນຕົ້ນຕັ້ງຂຶ້ນຊື່, ມີງ່າແຕກອອກແຕ່ລຸ່ມໆຕົ້ນ, ງ່າຕັ້ງຊັນຂຶ້ນພໍ ສົມຄວນ, ລຳຕົ້ນມີເປືອກບາງ, ສີນ້ຳຕານອ່ອນ ລອກອອກໄດ້ງ່າຍແລະເປັນເສັ້ນຍາວ. ຕົ້ນປໍສາເປັນໄມ້ຜັດປ່ຽນໃບໄລຍະສັ້ນ ໆ, ໃບແມ່ນໃບດ່ຽວ ຈັບສະຫຼັບກັນ, ຮູບໄຂ່ກວ້າງ, ອວບນ້ຳເລັກນ້ອຍ, ຕີນໃບມົນ ແຕ່ປາຍໃບແຫຼມ, ແຜ່ນໃບຫຍາບ, ມີ ຂົນຂາວທົ່ວໆແລະຄາຍມື,ແຄມໃບເປັນວັກແຂ້ວເລື່ອຍແນມເຫັນງ່າຍພໍຄວນ.ໂດຍທົ່ວໄປໃບມີສອງແບບຊຶ່ງອາດພົບໃນງ່າດຽວ
ກໍ່ເປັນໄດ້ເຊັ່ນ:ໃບອ່ອນຫຼືໃບທີ່ມີຢູ່ຕາມຕົ້ນທີ່ມີການເຕີບໂຕໄວຈະແກວກເລິກຂາດອອກເປັນຮູບໂຕMປີ້ນຢູ່ທັງສອງຂ້າງຂອງແຜ່ນ ໃບ ເລີຍ ຫຼື ມີຂ້າງດຽວເຮັດໃຫ້ສ່ວນທີ່ຍັງເຫຼືອເປັນແຜ່ນ ຍ່ອຍ 2 ຫາ 3 ແຜ່ນ ແລະແບບທີສອງເຫັນທົ່ວໄປແມ່ນໃບມີແຜ່ນ ດຽວ, ສ່ວນສີຂອງໃບສ່ວນຫຼາຍແມ່ນໃບມີສີຂຽວອ່ອນນອກຈາກບ່ອນທີ່ຕົ້ນປໍສາຂະຫຍາຍງາມເປັນພິ ເສດ ສີຈະອອກຂຽວ ເຂັ້ມກວ່າ. ຕົ້ນປໍສາ ມີເພດແຍກຢູ່ຕ່າງຕົ້ນ ໝ.ຄ. ວ່າ ມີຕົ້ນຜູ້ ແລະ ຕົ້ນແມ່. ຕົ້ນຜູ້ມີແຕ່ດອກຜູ້ ຊຶ່ງມີຂະໜາດນ້ອຍ,ສີຂາວ, ຈັດ ລຽນກັນແໜ້ນໜາເປັນຊໍ່ ຮູບຫຼອດ, ຊໍ່ຍາວ 4 ຫາ 8 ຊມ, ໃນຊໍ່ໜຶ່ງໆມີດອກຫຼາຍຮ້ອຍດອກ ແລະ ຊໍ່ດອກຢ່ອນລົງ, ອອກ ເປັນຈຸ້ມໆ. ສ່ວນຕົ້ນແມ່ກໍ່ມີແຕ່ດອກແມ່ ຊຶ່ງ ມີຂະໜາດໃຫຍ່ກວ່າດອກຜູ້ນ້ອຍໜຶ່ງ, ດອກແມ່ ມີສີແດງແກມສີເຫຼືອງ , ຈັດກັນແໜ້ນໜາເປັນຊໍ່ດອກ ຮູບປຸ້ມມົນ ມີເສັ້ນຜ່າກາງ ປຸ້ມດອກ 2 ຫາ 4ຊມ. ເມື່ອເປັນໝາກໆກໍ່ຈັດລຽນກັນເປັນປຸ້ມ ຄ້າຍຊໍ່ດອກ, ໝາກນ້ອຍໆ ໄສໆສີແດງແກມສີສົ້ມ ຣົດຫວານ, ກິນໄດ້. ແຕ່ໂດຍທົ່ວໄປ ຄົນຈະບໍລິໂພກເວລາຜ່ານໄປພໍ້ເທົ່າ ນັ້ນ ມັກຈະປະໄວ້ໃຫ້ສັດ ແລະ ອີກຢ່າງໜຶ່ງ ໝາກກໍ່ນ້ອຍຫຼາຍໂພດຈະເກັບ ຫຼືພົກພາກໍ່ຊ້ຳໄປໝົດເລີຍ. ສ່ວນຫຼາຍໝາກເປັນ ຈຸດທີ່ຄົນທົ່ວໄປສາມາດເອົາເປັນສິ່ງບົ່ງບອກວ່າຕົ້ນນັ້ນແມ່ນຕົ້ນປໍສາໄດ້ເພາະມັນແນມເຫັນງ່າຍກວ່າຊໍ່ດອກຜູ້ຫຼືຊໍ່ດອກແມ່ອີກ. ເດີມ ຕົ້ນປໍສາມີຖິ່ນກຳເນີດຢູ່ເຂດ ເອເຊຍພາກຕະວັນອອກ ແລະໄດ້ມີການນຳໄປປູກ ຢູ່ໃນໝູ່ເກາະທີ່ ມະຫາສະມຸດປາຊີຟິກ ໄລຍະທີ່ມີການເຄື່ອນຍ້າຍ ຂອງຊຸມຊົນຈາກແຜ່ນດິນໃຫຍ່ໄປຢູ່ຕາມໝູ່ເກາະໃນມະຫາສະມຸດປາຊີຟິກ.ສ່ວນຢູ່ລາວ ເພິ່ນພົບ ຕົ້ນປໍສາຢູ່ໃນເຂດອາກາດເຢັນພໍສົມຄວນ, ແຕ່ພາກກາງໄປຫາພາກເໜືອເທົ່ານັ້ນ. ຕົ້ນໄມ້ຊະນິດນີ້ ມັກເກີດ ຕາມແຄມນ້ຳ, ດິນວ່າງເປົ່າ,ເກີດໃນປ່າເຫຼົ່າ, ມັກດິນຊຸ່ມ ແຕ່ລະບາຍນ້ຳໄດ້ດີ. ຊິ້ນສ່ວນ ທີ່ນຳໃຊ້ແມ່ນເປືອກຂອງລຳຕົ້ນທີ່ເພິ່ນເອົາ ມາຕົ້ມ ເພື່ອແຍກເອົາເສັ້ນໄຍແລ້ວຜະລິດເປັນແຜ່ນເຈ້ຍ, ເຮັດດ້ວຍມືແລະຕາກແດດແບບທຳມະຊາດ ຫຼື ເຮັດດ້ວຍເຄື່ອງຈັກ. ເຈ້ຍທີ່ ໄດ້ຮັບແມ່ນມີຄຸນນະພາບດີ, ຈາກນັ້ນຈຶ່ງນຳ ໃຊ້ເຈ້ຍໄດ້ໂດຍກົງ ຫຼື ເອົາໄປປຸງແຕ່ງ ເຄື່ອງໃຊ້ອື່ນອີກເຊັ່ນ ເຮັດເຄື່ອງຫຸ້ມດອກ ໄຟ, ວີ, ຖົງໃສ່ຂອງຂວັນ, ບັດອວຍພອນ, ບັດເຊີນ, …ດັ່ງນີ້ເປັນຕົ້ນ.
http://hukased.blogspot.com/2016/09/ton-posa-paper-mulberry-tree.html

1 comment:

  1. ຂອບໃຈສຳລັບຂໍ້ມູນແລະການແບ່ງປັນ ສ່ວນຕົວຄິດວ່າມັນເປັນໄມ້ພື້ນບ້ານຊະນິດນຶ່ງໃຫ້ຮົ່ມແລະຮູບຊົງງາມດີ

    ReplyDelete

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ