ຊື່ວິທະຍາສາດ: Azadirachta siamensis; Metia aza- dirachta L; Melia indica,
ຕະກູນ
MELIACEAE
ຊື່ທ້ອງຖິ່ນ: ຜັກຂົມກະເດົາ, ກະເດົາ.
ລັກສະນະພືດສາດ:
ຕົ້ນກະເດົາເປັນຕົ້ນໄມ້ຂະໜາດກາງທີ່ມີລຳຕົ້ນຊື່
ແລະ ສັ້ນ, ມີຄວາມສູງປະມານ
15-25
ແມັດ ແລະ ມີຂະໜາດໜ້າຕ້າງ 1 ແມັດ, ເປັນຕົ້ນໄມ້ຊົງພຸ່ມ, ມີເປືອກໜາແຕກເປັນຮ່ອງ; ໃບເປັນໃບປະສົມມີ
ຄວາມຍາວປະມານ 24
ຊັງຕີແມັດ ປະກອບດ້ວຍໃບຍ່ອຍ 6-7 ຄູ່, ຂອບໃບຍ່ອຍຄ້າຍຄືແຂ້ວເລື່ອຍ, ໃບອ່ອນມີສີແດງອ່ອນມີຊໍ່ດອກຫຼາຍ
ແລະ ມີດອກສີຂາວເກີດເປັນຈຸ້ມມີກິ່ນຫອມ, ຜັກຂົມກະເດົາເລີ່ມເກີດດອກອອກໝາກແຕ່ອາຍຸ
3-5
ປີ ແລະ ຈະໃຫ້ຜົນຜະລິດເຕັມທີ່ເມື່ອອາຍຸໄດ້ 10-12 ປີ;ໝາກຂອງມັນເປັນໝາກມີເນື້ອກົມມີແກ່ນດຽວ
ແລະ ຫຸ້ມດ້ວຍນວນທີ່ມີນ້ຳຫຼາຍ.
ຄຸນປະໂຫຍດ:
ໄມ້ຊະນິດນີ້ເຊື່ອກັນວ່າ
ເປັນພືດສະເພາະຖິ່ນຂອງປະເທດມຽນມາ ແລະ ອິນເດຍ ສາມາດປິ່ນປົວພະຍາດໄດ້ເປັນ
1000
ຢ່າງ ໃນລາວຜັກກະເດົາສ່ວນໃຫຍ່ໃຊ້ແຕ່ດອກ
ແລະ ໃບອ່ອນເພື່ອກິນເປັນຜັກ ກັບລາບ ທີ່ເປັນອາຫານຈານແຊບຂອງຄົນລາວ; ໝາກຂອງມັນມີລົດຫວານ
ແລະ ກິນໄດ້ ສ່ວນໃບ ແລະ ແກ່ນນັ້ນ ບັນຈຸມີນ້ຳມັນທີ່ໃຊ້ປາບສັດຕູພືດໄດ້ພ້ອມທັງມີຄຸນສົມບັດຊ່ວຍຕ້ານໂລກເບົາຫວານອີກດ້ວຍ; ນ້ຳມັນທີ່ໄດ້ຈາກໃບສາມາດປ້ອງກັນແມງໄມ້ກິນໃບພືດໄດ້ເຖິງ
300
ຊະນິດ ໂດຍບໍ່ມີຜົນກະທົບຕໍ່ແມງໄມ້ຈຳພວກສົມສູ່ເກສອນທີ່ເປັນຜົນປະໂຫຍດເຊັ່ນ:
ເຜິ້ງເປັນຕົ້ນ ແລະ ພາຍຫຼັງທີ່ນຳໄປປຸງແຕ່ງບາງຂັ້ນຕອນມັນກໍ່ສາມາດໃຊ້ໃນອຸດສະຫະກຳຜະລິດສະບູ, ຢາສີແຂ້ວ, ນ້ຳມັນລໍ່ລື່ນ
ແລະ ເຄື່ອງສຳອາງຕ່າງໆໄດ້ ສ່ວນເປືອກນັ້ນ ກໍ່ບັນຈຸມີສານຝາດ, ເສັ້ນໃຍສຳລັບເຮັດເຊືອກ
ແລະ ຢາງສຳລັບເຮັດກາວໜຽວ ນອກຈາກນັ້ນ, ເປືອກກໍ່ຍັງຖືກນຳໃຊ້ເພື່ອການປຸງແຕ່ງຢາເຊັ່ນ:
ຢາປ້ອງກັນໄຂ້ຍຸງ,
ສ່ວນໃບກໍ່ນຳໃຊ້ເຂົ້າໃນການເຮັດຝຸ່ນຂຽວ, ເປັນວັດຖຸດິບປົກຄຸມຂຸມປູກໄມ້
ແລະ ບາງເທື່ອກໍ່ໃຊ້ເພື່ອເປັນອາຫານສັດ ນອກຈາກນັ້ນ ໃບກະເດົາມີຄຸນປະໂຫຍດສຳຄັນທີ່ສາມາດຕ້ານເຊື້ອພະຍາດ
ແລະ ເຊື້ອລາໃນ ປາກໄດ້ ເຖິງແມ່ນວ່າລົດຊາດໃບກະເດົາຈະຂົມຫຼາຍ
ແຕ່ມັນຊ່ວຍກຳຈັດກິ່ນເໝັນໃນປາກໄດ້ໃຫ້ໝົດໄປ ພຽງຫຍ້ຳໃບກະເດົາສົດແລ້ວກືນລົງທ້ອງພຽງເທົ່ານີ້ລົມຫາຍໃຈກໍ່ບໍ່ມີກິນແລ້ວ; ໃບຍັງສາມາດນຳໄປແຊ່ນ້ຳປະສົມກັບເຄືອເຂົາຮໍ
(Tinospora crispa)
ແລ້ວນຳໃຊ້ເປັນຢາປ້ອງກັນພະຍາດຂອງສັດປີກໄດ້.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ