google-site-verification: google0d91bc93cfc88895.html ດິນ​ທີ່​ເໝາະ​ສົມ​ຕໍ່​ການ​ປູ​ກ​ຊາ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, March 28, 2015

ດິນ​ທີ່​ເໝາະ​ສົມ​ຕໍ່​ການ​ປູ​ກ​ຊາ




I. ດິນທີ່ເໝາະສົມ

ໂດຍລວມແລ້ວ ຕົ້ນ ຊາສາມາດປ6ກ ໄດ້​ເກືອບທຸກປະເພດດິນທີ​ມີລະດັບຄວາມສູງຈາກໜ້ານ້ຳທະເລ 200​ - 2.000 ແມັດ ແລະ ລະດັບນ້ຳພື້ນດິນ 1 ແມັດ, ດິນມີລະດັບຄວາມເປັນກົດ PH ຢູ່ໃນລະຫວ່າງ 46 ແລະ ລະດັບຄວາມຄ້ອຍຊັນບໍ່ເກີນ 3​0%, ຊັ້ນດິນຕ້ອງເລິກກວ່າ 60 ຊຕມ.

1. ລັກສະນະດ້ານກາຍະພາບຂອງດິນ
ກ. ຄວາມເລິກຂອງຊັ້ນດິນ

ຕົ້ນຊາເປັນພຶດໄລຍະຍາວ, ມີລະບົບຮາກທີ່ມີການຈະເລີນເຕີບໂຕລົງທາງເລິກ ແລະ ຂະຫຍາຍຕົວອອກທາງກວ້າງ, ດູດເອົາທາດອາຫານທີ່ມີຊັ້ນດິນເລິກ (13ແມັດ). ຕົ້ນຊາຈະໃຫ້ຜົນຜະລິດສູງ, ຫຼື ຕ່ຳແມ່ນຂຶ້ນກັບພື້ນທີ່ ທີ່ມີຊັ້ນດິນແຕ່ 4060 ຊັງຕີແມັດ.

ຂ. ໂຄງສ້າງຂອງດິນ

ດິນທີ່ມີໂຄງສ້າງຜຸຜຸ່ຍ, ເກັບຮັກສາ ແລະ ດູດຊືມເອົານ້ຳໄດ້ຫຼາຍ, ລະບາຍນ້ຳໄດ້ດີແມ່ນມີປະໂຫຍດຕໍ່ການຈະເລີນເຕີບໂຕຂອງລະບົບຮາກຂອງຕົ້ນຊາ ແລະ ເປັນເງື່ອນໄຂທີ່ດີໃຫ້ແກ່ບັນດາຈຸລິນຊີຂະຫຍາຍຕົວ.

ຄ. ສ່ວນປະກອບຂອງເນື້ອດິນ

ດິນທີ່ເໝາະສົມທີ່ສຸດ ສຳລັບການຈະເລີນເຕີບໂຕຂອງຕົ້ນຊາ, ແມ່ນດິນຊະນິດທີ່ມີລະບົບປະສົມກົມກຽວລະຫວ່າງອາກາດ ແລະ ນ້ຳໄດ້ດີ ຊຶ່ງເອື້ອອຳນວຍໃຫ້ການຈະເລີນເຕີບໂຕຂອງຕົ້ນຊາປູກກໍ່ຄືຂະບວນການວິວັດຂອງຊີວະເຄມີທີ່ເກີດຂຶ້ນໃນດິນ(ອີງຕາມການຈັດແບ່ງປະເພດເນື້ອດິນ ຂອງອະດີດສະຫະພາບໂຊຫວຽດ).

ງ. ລະດັບຄວາມເລິກຂອງ​ນ້ຳພື້ນດິນ

ນ້ຳຫຼືດິນທີ່ເໝາະສົມ ເພື່ອການປູກຊາຈະຕ້ອງມີຄວາມເລິກ 1 ແມັດ ຂຶ້ນໄປ,ຍ້ອນວ່າຕົ້ນຊາບໍ່ສາມາດທົນຕໍ່ນ້ຳຖ້ວມຂັງໄດ້ດົນ. ດັ່ງນັ້ນ, ໃນພື້ນທ່ີທີ່ມີ​ນ້ຳໃຕ້ດິນຕື້ນດິນອົມນ້ຳ, ຕົ້ນຊາຈະຕາຍໄດ້ງ່າຍ

2. ພູມສັນຖານ ແລະ ລະດັບຄວາມສູງ

ພື້ນທີ່ທີ່ມີລະດັບຄວາມສູງຈາກໜ້ານ້ຳທະເລມີຜົນສະທ້ອນເຖິງຄຸນນະພາບຂອງໃບຊາ. ຊາທີ່ປູກໃນເຂດສູງ ຈະໃຫ້ຄຸນນະພາບດີ ມີຣົດຊາດແຊບຫວານຊຸ່ມຄໍ ແລະມີກິ່ນຫອມ, ແຕ່ຜົນຜະລິດຈະບໍ່ສູງຍ້ອນວ່າຕົ້ນຊາຈະເລີນເຕີບໂຕຊ້າ (ຊາທີ່ປູກຢູ່ໃນລະດັບຄວາມສູງຫຼາຍກວ່າ 800 ແມັດ ຂຶ້ນໄປຈະມີຣົດຊາດແຊບ). ສະພາບພູມສັນ ຖານກໍ່ມີຜົນສະທ້ອນ ເຖິງສະພາບອາກາດເຂດປູກຊາ,ຊາທີ່ປູກໃນພື້ນທີ່ຄ້ອຍຊັນ30%ຂຶ້ນໄປດິນບໍ່ສາມາດເກັບຮັກສານ້ຳໄດ້ເຮັດໃຫ້ດິນແຫ້ງ, ດິນຖືກເຊາະລ້າງສູງເຮັດໃຫ້ຄວາມອຸດົມສົມບູນຂອງດິນເຊື່ອມ, ຊາກໍ່ຈະໃຫ້ຜົນຜະລິດຕ່ຳ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ