google-site-verification: google0d91bc93cfc88895.html ຜັກກູດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, March 03, 2015

ຜັກກູດ

ຜັກ­ກູດ​ມີ​ຊື່​ວິ­ທະ­ຍາ­ສາດ: Diplazium esculentum(Retz.) Sw


ຜັກ­ກູດ​ມີ​ຊື່​ວິ­ທະ­ຍາ­ສາດ: Diplazium esculentum(Retz.) Sw
ຊື່​ທ້ອງ​ຖີ່ນ​: ຜັກ­ກູດ​ງ້ອງ ຫຼື ຜັກ­ກູດ​ເມືອກ

ຄຸນ​ລັກ­ສະ­ນະ:
      ຜັກ­ກູດ​ຊະ­ນິດ​ນີ້​ມີ​ຄວາມ​ສູງ​ປະ­ມານ 2,5 ແມັດ  ມີ​ຮາກ ແລະ ເຫງົ້າ​ສູງ​ແຕ່ 1 -1.5 ແມັດ ແລະ ມີ­ໜ້າ​ຕັດ 2 ຊັງ​ຕີ​ແມັດ. ມັນ​ມັກ​ເກີດ​ເປັນ​ກຸ່ມ ແລະ ມີ​ເກັດ​ສີ­ນ້ຳ­ຕານ​ດຳ ຂະ­ໜາດ 10 ມີ​ລີ​ແມັດ x 1.2 ມີ​ລີ​ແມັດ ກ້ານ​ໃບ​ຍາວ​ປະ­ມານ 70 ຊັງ​ຕີ​ແມັດ ໃບ​ປະ­ສົມ​ຂອງ​ມັນ​ມີ​ຄວາມ​ຍາວ​ຮອດ 1.7 ແມັດ ປະ­ກອບ​ດ້ວຍ 12-16 ໃບ​ຍ່ອຍ ທີ່​ມີ​ປາຍ​ໃບ​ສ້ວຍ ແຕ່​ລະ​ໃບ​ມີ​ຂະ­ໜາດ​ຄວາມ​ຍາວ 40 ຊັງ​ຕີ​ແມັດ ແລະ ກວ້າງ 25 ຊັງ​ຕີ​ແມັດ ຢູ່​ຕາມ​ຄວາມ​ຍາວ​ທັງ​ໝົດ​ຂອງ​ເສັ້ນ​ໃບ ຈະ​ມີ​ສະ​ປໍ ຕິດ​ຢູ່.
ຜັກ­ກູດ​ມີ​ຊື່​ວິ­ທະ­ຍາ­ສາດ: Diplazium esculentum(Retz.) Sw

ຜັກ­ກູດ​ມີ​ຊື່​ວິ­ທະ­ຍາ­ສາດ: Diplazium esculentum(Retz.) Sw

ການ​ນຳ​ໃຊ້:
      ຜັກ­ກູດ​ທຸກ​ຊະ­ນິດ ຢູ່​ໃນ​ອາ­ຊີ​ຕາ­ເວັນ​ອອກ​ສ່ຽງ​ໃຕ້ ເກືອບ​ວ່າ​ກິນ​ໄດ້​ໝົດ ແລະ ສ່ວນ​ໃຫຍ່​ເພີ່ນ​ມັກ​ກິນ​ກັບ​ແຈ່ວ, ລາບ. ຮາກ ແລະ ຍອດ​ຜັກ­ກູດ ກໍ​ມີ​ສ່ວນ​ເປັນ​ຢາ­ພື້ນ­ເມືອງ. ນອກ​ນັ້ນ ກໍ​ຍັງ​ມີ​ການ​ປູກ​ເປັນ​ພືດ​ປະ­ດັບ ທີ່​ດຶງ​ດູດ​ຄວາມ​ສົນ­ໃຈ ໄດ້​ດີ​ພໍ​ສົມ­ຄວນ.

 ຜັກ­ກູດ​ມີ​ຊື່​ວິ­ທະ­ຍາ­ສາດ: Diplazium esculentum(Retz.) Sw

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ