google-site-verification: google0d91bc93cfc88895.html ການປູກຢາງພາລາຢູ່ໃນລາວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, March 28, 2015

ການປູກຢາງພາລາຢູ່ໃນລາວ







ການປູກຢາງພາລາຢູ່ໃນລາວ

ສຳລັບໃນປະເທດລາວ, ຕົ້ນຢາງໃນຖືກນຳເຂົ້າມາປູກໃນປີ 1930, ໃນເນື້ອທີ່ 0.5 ເຮັກຕາ ຢູ່ທີ່ເມືອງບາຈຽງຈະເລີນສຸກ, ແຂວງຈຳປາສັກ ໂດຍຄົນຝຼັ່ງເສດ, ແຕ່ບໍ່ມີການຂະຫຍາຍຕົວຈົນກະ ທັ້ງ ໃນຊຸມປີ 1990 ຈຶ່ງມີບໍລິສັດພັດທະນາເຂດພູດອຍ ແຂວງຄຳມ່ວນ ໄດ້ນຳເອົາເບັ້ຍຢາງ ພັນ RRIM600 ຈາກປະເທດໄທ ມາປູກຢູ່ເມືອງທ່າແຂກ ໃນເນື້ອທີ່ 80 ເຮັກຕາ, ໃນປີ 1992 ຢາງພັນດຽວກັນ ກໍ່ໄດ້ຖືກນຳມາປູກອີກ ຢູ່ເມືອງຫີນບູນ, ແຂວງຄຳມ່ວນ ໃນເນື້ອທີ່ 23 ເຮັກຕາ.ທີ່ ບ້ານຫາດຍາວ ໂດຍນຳໃຊ້ແນວພັນ GT1ແລະ RRIM600 ໃນເນື້ອທີ່ 400 ເຮັກຕາ, ຕໍ່ມາໃນປີ1996 ປະຊາຊົນ ເມືອງສັງທອງ, ນະຄອນຫຼວງວຽງຈັນ ໄດ້ນຳເອົາເບັ້ຍຢາງພາລາ ແນວພັນຢາງ RRIM600 ມາປູກໃນເນື້ອທີ່ 3.5 ເຮັກຕາ ແລະ ໃນປີດຽວກັນນັ້ນ ທີ່ເມືອງທ່າພະບາດ ແຂວງບໍລິຄຳໄຊ ກໍ່ໄດ້ມີການປູກຢາງ ໃນເນື້ອທີ່ 4 ເຮັກຕາ.

ໃນປີ 2003, ບັນດາສວນປູກຢາງທີ່ໄດ້ປູກໃນຊຸມ ປີ 1990 ທີ່ ບ້ານຫາດຍາວ ແຂວງຫຼວງນ້ຳທາ,ແລະ ທີ່ ແຂວງຄຳມ່ວນ ສາມາດເກັບກູ້ກ່ຽວຜົນຜະລິດນ໙ຢາງ ສົ່ງອອກຂາຍ ໃ​ຫ້ຕ່າງປະ ເທດໄດ້ແກ່ ປະເທດໄທ, ຫວຽດນາມ ແລະ ຈີນ. ມາຮອດປະຈຸບັນການປູກຢາງພາລາໄດ້ຮັບການຂະຫຍາຍຕົວຢ່າງວ່ອງໄວ ໃນຂອບເຂດທົ່ວປະເທດ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ