google-site-verification: google0d91bc93cfc88895.html ປັດໄຈທີ່ຈະຕ້ອງພິຈາລະນາໃນການນຳໃຊ້ພັນຢາງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, March 28, 2015

ປັດໄຈທີ່ຈະຕ້ອງພິຈາລະນາໃນການນຳໃຊ້ພັນຢາງ


ປັດໄຈທີ່ຈະຕ້ອງພິຈາລະນາໃນການນຳໃຊ້ພັນຢາງ

ພະຍາດ

ການປູກຢາງໃນແຕ່ລະພື້ນທີ່ ຈະພົບການລະບາດຂອງພະຍາດບົ້ງແມງ ຊະນິດທີ່ແຕກຕ່າງກັນ. ດັ່ງນັ້ນ ກ່ອນຈະປູກຢາງຄວນຈະສຶກສາ ແລະ ພິຈາລະນາຢ່າງຖີ່ຖ້ວນກ່ອນ ວ່າມັນມີຄວາມຫຼາກຫຼາຍຂອງພະຍາດທີ່ຈະເກີດຂຶ້ນ ຫຼື ມີຄວາມຮ້າຍແຮງຫຼາຍປານໃດ, ເພື່ອທີ່ຈະຕັດສິນໃຈເລືອກພັນຢາງ ທີ່ສາມາດທົນທານຕໍ່ກັບເຊື້ອພະຍາດນັ້ນໆ ໄດ້ເໝາະສົມ.


ລົມ:
ຖ້າພື້ນທີ່ ທີ່ຈະປູກຢາງ ມີລົມແຮງ, ແນະນຳໃຫ້ປູກສະເພາະພັນຢາງທີ່ມີຄວາມທົນທານ ຕໍ່ກັບລົມໄດ້ດີ.ຊະນິດ ແລະ ຄວາມອຸດົມສົມບູນຂອງດິນ: ດິນແຕ່ລະຊະນິດ ຈະມີຄວາມເໝາະສົມກັບຢາງແຕ່ລະພັນ. ຢາງບາງພັນໃຫ້ຜົນຜະລິດດີ ຢູ່ໃນພື້ນທີ່ ທີ່ດິນມີຄວາມອຸດົມສົມບູນເທົ່ານັ້ນ ແຕ່ຖ້ານຳໄປປູກໃນດິນທີ່ຂາດຄວາມອຸດົມສົມບູນ ຈະໃຫ້ຜົນຜະລິດຕ່ຳ ແຕ່ກໍ່ມີຢາງບາງຊະນິດທີ່ສາມາດປູກໄດ້ໃນດິນທີ່ບໍ່ອຸດົມສົມບູນ.

ຄວາມເລິກຂອງຊັ້ນໜ້າດິນ ແລະ ລະດັບ​ນ້ຳໃຕ້ດິນ:
ໃນພື້ນທີ່ ທີ່ຊັ້ນດິນຕື້ນ ແລະ ມີລະດັບ​ນ້ຳໃຕ້ດິນສູງ ແມ່ນບໍ່ມີຄວາມເໝາະສົມ ທີ່ຈະປູກເປັນສວນຢາງ. ໂດຍປົກກະຕິແລ້ວ ຢາງຈະມັກບ່ອນທີ່ມີດິນເລິກ ແລະ ມີການລະບາຍນ໙ໄດ້ດີ, ແຕ່ມີບາງພັນ ສາມາດປູກໄດ້ໃນພື້ນທີ່ດິນທີ່ມີຊັ້ນດິນຕື້ນ ແລະ ລະດັບນ໙ໃຕ້ດິນສູງ.

ຄວາມຄ້ອຍຊັນຂອງພື້ນທີ່:
ບາງພັນຢາງ ບໍ່ເໝາະສົມທີ່ຈະປູກໃນເຂດທີ່ມີຄວາມຄ້ອຍຊັນ ແຕ່ກໍ່ມີບາງພັນທີ່ສາມາດປູກໃນພື້ນທີ່ຄ້ອຍຊັນ.

ໄລຍະຫ່າງຂອງການປູກ:

ຄວນພິຈາລະນາຄວາມເໝາະສົມ ຂອງລັກສະນະພັນຢາງພາລາ ແຕ່ລະພັນ.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ