google-site-verification: google0d91bc93cfc88895.html ການປູກດອກເບັນຈະມາດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, March 26, 2015

ການປູກດອກເບັນຈະມາດ


ດອກເບັນຈະມາດ ( Chrysanthemum ) ມີຊື່ວິທະຍາສາດວ່າ Dendranthemum grandifflova ມີຖິ່ນກຳເນີດໃນ ປະເທດ ຍີ່ປຸ່ນ ແລະ ຈີນ ດອກເບັນຈະມາດ ສາມາດປູກໄດ້ໃນດິນທຸກຊະນິດ ແຕ່ຖ້າຈະໃຫ້ດີຄວນປູກໃນດິນປອດໂປ່ງ

ດອກເບັນຈະມາດ ( Chrysanthemum ) ມີຊື່ວິທະຍາສາດວ່າ Dendranthemum Grandiflora ມີຖິ່ນກຳເນີດໃນປະເທດ ຍີ່ປຸ່ນ ແລະ ຈີນ ດອກເບັນຈະມາດ ສາມາດປູກໄດ້ໃນດິນທຸກຊະນິດ ແຕ່ຖ້າຈະໃຫ້ດີຄວນປູກໃນດິນປອດໂປ່ງຊຸ່ມຊື່ນ ດິນທີ່ມີອິນຊີວັດຖຸພຽງພໍ ແລະ ມີການລະບາຍນ້ຳໄດ້ດີ.
……..ການປູກດອກເບັນຈະມາດ ກ່ອນອື່ນຕ້ອງໄດ້ກຽມດິນ ເຊິ່ງຄວນເຮັດໃນລະດູແລ້ງ ໂດຍໄຖດິນຕາກແດດເອົາໄວ້ 2 ອາທິດ ເກັບວັດຊະພືດອອກ ແລະ ຫວ່ານປູນຂາວເພື່ອປັບສະພາບດິນ ດິນທີ່ເພາະສົມສຳລັບການປູກດອກເບັນຈະມາດຄວນຈະມີຄ່າ PH ປະມານ 6 ຖ້າເປັນດິນທີ່ເຄີຍປູກມາກ່ອນ ຄວນອົບດິນດ້ວຍ ທິວໂບຣໄມ ເພື່ອຂ້າເຊື້ອພະຍາດ ແລະ ແມງໄມ້ໃນດິນ ຄວນຍົກໜານຂຶ້ນໃຫ້ມີຂະໜານຄວາມກວ້າງ 5 ແມັດ ຮ່ອງນ້ຳກວ້າງ 1 ແມັດ ເລິກ 60 ຊັງຕີແມັດຫາກປູກໃນດິນປົນຊາຍ ມີການລະບາຍນ້ຳໄດ້ດີ ກໍບໍ່ຈຳເປັນຕ້ອງຍົກໜານສູງ.


ວິທີການປູກ: ການປູກດອກເບັນຈະມາດ ແບ່ງອອກເປັນ 2 ວິທີຄື:

1. ການປູກແບບເດັດຍອດ 

ແມ່ນເດັດຍອດອ່ອນຫຼັງຕົ້ນກ້າຕັ້ງຕົ້ນໄດ້ແລ້ວ ( 4-7 ມື້ ) ໂດຍຈະເດັດຍອດອ່ອນເພື່ອໃຫ້ຕົ້ນອ່ອນແຕກກິ່ງ ຫຼັງຈາກນັ້ນ ຈະແຕ່ງກິ່ງໂດຍການເດັດຍອດຂ້າງ ໃຫ້ເຫຼືອພຽງແຕ່ 2-3 ກິ່ງຕໍ່ຕົ້ນ ວິທີການນີ້ຈະຊ່ອຍປະຢັດພັນ ເຊິ່ງມີລາຄາແພງ ຫຼື ຂາດແຄນ.

2. ການປູກແບບບໍ່ເດັດຍອດ ຫຼື ແບບຕົ້ນດຽວ

ແມ່ນການປູກທີ່ໃຊ້ເວລາສັ້ນກວ່າການປູກແບບເດັດຍອດ ຕ້ອງມີການລົງທຶນເບ້ຍພັນສູງກວ່າ ເພາະໃຊ້ເບ້ຍພັນຫຼາຍກວ່າ ແຕ່ການປູກແບບນີ້ ຈະມີໄລຍະເວລາການຈະເລີນເຕີບໃຫຍ່ສັ້ນກວ່າແລະ ຄຸນະພາບຂອງດອກຈະດີກວ່າ ແລະ ປັດຈຸບັນແມ່ນນິຍົມປູກວິທີນີ້.

ການຫົດນ້ຳ: 

ແມ່ນໃຊ້ນ້ຳຈາກແຫຼ່ງນ້ຳທຳມະຊາດ ຄວນຫົດນ້ຳຕອນເຊົ້າເພື່ອໃຫ້ນ້ຳຄ້າງໃບມີໂອກາດແຫ້ງພາຍໃນເວລາອັນວ່ອງໄວ ເພື່ອຫຼີກເວັ້ນບໍ່ໃຫ້ເກີດບັນຫາຂອງເຊື້ອລາທີ່ເກີດຈາກຄວາມຊຸ່ມເຊັ່ນ: ເຊື້ອລານ້ຳຄ້າງ.

ການໃສ່ຝູ່ນ: 

ເມື່ອກິ່ງຊໍາຕັ້ງຕົ້ນໄດ້ແລ້ວ ເຮົາຄວນເລັ່ງໃຫ້ມີການຈະເລີນເຕີບໃຫຍ່ທາງລຳຕົ້ນ ໂດຍໃສ່ຝູ່ນທີ່ມີໄນໂຕຣເຢັນສູງເຊັ່ນ: ແອມໂມນຽມຊັດເຟດ 1-2 ບ່ວງແກງ ຕໍ່ນໍ້າ 20 ລິດ ( ສູດ 16-0-0 ຫຼື 20-0-0 ) ຫົດ 2 ຄັ້ງຫ່າງກັນ7-10 ມື້ ແລະ ໃສ່ຝູ່ນສູດ 15-15-15 ໂຮຍໃສ່ຕາມຮ່ອງລະຫວ່າງແຖວທຸກໆ 15 ມື້ ເມື່ອເກີດຕາດອກ ໃຫ້ໃຊ້ຝູ່ນອັດຕາ
1:2:1 ເຊັ່ນ ສູດ 12-24-12 ແລະ ເສີມດ້ວຍຝູ່ນທາງໃບທີ່ມີທາດອາຫານຮອງເພື່ອເລັ່ງການອອກດອກ ເມື່ອຮອດໄລຍະເກັບກ່ຽວ ຄວນຢຸດການໃຫ້ຝູ່ນເພື່ອໃຫ້ດອກມີຄຸນະພາບດີ ແຕ່ກ່ອນຈະຕັດດອກ 5-7 ມື້ ຄວນໃຊ້ໂປແຕັດ ຊຽມຄລໍໄຣ1 ບ່ວງແກງ ລະລາຍນໍ້າ 20 ລິດ ຫົດໃສ່ເພື່ອໃຫ້ການອອກດອກແຂງແຮງ ແລະ ດອກບານທົນທານຂຶ້ນ.

ການໃຫ້ແສງ: 

ເພື່ອປ້ອງກັນບໍ່ໃຫ້ດອກເບັນຈະມາດອອກດອກໄວ ທັງທີ່ຕົ້ນບໍ່ສົມບູນໃນໄລຍະເວລາສັ້ນອາດໃຊ້ດອກໄຟ100 ວັດ ຕິດຕັ້ງເທິງພື້ນດິນ 2 ແມັດ ໄຕ້ດອກໄຟໃນເວລາ 20:00-02:00 ໂມງ ຈົນໄດ້ຕົ້ນສູງ 30-40 ຊັງຕີແມັດຈິ່ງຢຸດການໃຫ້ໄຟແລ້ວໃຫ້ຕົ້ນຮັບແສງຕາມປົກກະຕິ ເພື່ອໃຫ້ເກີດຕາດອກ ແລະ ພັດທະນາເປັນດອກຕໍ່ໄປ ໃນການປູກໄລຍະຍາວ ຫຼື ການປູກນອກລະດູ ຕ້ອງມີການໃຊ້ຜ້າດຳປົກຄຸມໜານປູກ ໃນເວລາ 18:30-08:00 ໂມງ ຈົນກວ່າຈະເລີ່ມເຫັນສີດອກ.

ພະຍາດ ແລະ ແມງໄມ້: 

ພະຍາດ ແລະ ແມງໄມ້ ທີ່ເຂົ້າມາທຳລາຍດອກເບັນຈະມາດ ມີຄື: ພະຍາດໃບຈຸດ ໃບແຫ່ວ ໃບແຫ້ງໃບເນົ່າ ເພ້ຍໄຟ ເພ້ຍອ່ອນ ບົ້ງກິນດອກ ແລະ ແມງມຸມແດງ.

ການຕັດດອກ: 

ຄວນໃຊ້ມີດຕັດ ຕັດກ້ານດອກຫ່າງຈາກພື້ນດິນ 10 ຊັງຕີແມັດ ແຕ່ຖ້າເປັນພັນທີ່ມີກ້ານດອກຍາວໆ ອາດຈະຕັດກ້ານດອກສູງກວ່າ 10 ຊັງຕີແມັດ ການຕັດດອກເບັນຈະມາດສົ່ງຕະຫຼາດ ຄວນຕັດເມື່ອກີບດ້ານນອກບານເຕັມທີ່ ແຕ່ຖ້າ
ກີບຢູ່ໃຈກາງຍັງບໍ່ບານ ຖືວ່າເປັນໄລຍະທີ່ເໝາະສົມທີ່ສຸດ.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ