ລັກສະນະສະເພາະຂອງພັນຢາງ
ພັນ GT1:
ເປັນຢາງດັ້ງເດີມ ຂອງປະເທດອິນໂດເນເຊຍ ຄັດເລືອກມາຈາກຕົ້ນຢາງທຳມະຊາດ ຕາມສວນຢາງພາລາ
ຂະໜາດໃຫຍ່ ເມື່ອປີ ຄສ 1920 - 1930 (ສົມສັກ ວັດທະນາສີຣີ) ໂດຍປູກດ້ວຍແກ່ນ.
ລຳຕົ້ນ:
ໃນໄລຍະທຳອິດ ລຳຕົ້ນຈະຄົດ ແລະ ສູງຮຽວຂຶ້ນ, ສີເປືອກເປັນສີນ໙ຕານແກ່ ເມື່ອມີຂະໜາດໃຫຍ່ຂຶ້ນ ເປືອກຈະລຽບ,
ໜາປານກາງ,
ເປືອກທີ່ປົ່ງອອກໃໝ່ຈະມີຄວາມໜາບາງກວ່າເປືອກເດີມເລັກນ້ອຍ,
ດັ່ງນັ້ນ ການປາດຢາງແນວພັນນີ້ ຈຶ່ງບໍ່ຄວນປາດໜາ,
ເພາະສິ້ນເປືອງເປືອກຫຼາຍເກີນໄປ ເພື່ອເຮັດໃຫ້ເປືອກທີ່ປົ່ງອອກມາໃໝ່
ມີຄວາມໜາພຽງພໍທີ່ຈະສາມາດປາດໃດດ້ານນຶ່ງ ຈຶ່ງເຮັດໃຫ້ເຮືອນຍອດ ອ່ຽງໄປຂ້າງດຽວ.
ໃບ:
ມີສີຂຽວເຂັ້ມເປັນມັນ, ໝື່ນ, ເສັ້ນກ່າງໃບ ເຫັນໄດ້ຢ່າງຊັດເຈນ,
ຂອບໃບເປັນຄື້ນເລັກນ້ອຍ,ຮູບຊົງຂອງກ່າງໃບຄືກັບວີ, ມີປຸ່ມທີ່ໃບຍ່ອຍແລບກວ່າກິ່ງໃບປາຍ ແລະ ຍອດຂອງກິ່ງໃບ ຈະມີລັກສະນະບິດ.
ກ້ານໃບມີຖານໃບ 2 ຊັ້ນ
ເປັນເສັ້ນໂຄ້ງ ແລະ ເປັນຮ່ອງ.
ຕາ:
ມີທີ່ຕັ້ງຢູ່ໃກ້ກັບກ້ານໃບ, ສະເໝີກັບລຳຕົ້ນ ແລະ ມີລັກສະນະເປັນໂນນຂຶ້ນເລັກນ້ອຍ.
ຊົງຟຸ່ມ:
ໄລຍະລະຫວ່າງຊັ້ນໃບແຄບ ເຊິ່ງສັງເກດເຫັນໄດ້ຈາກຄວາມຕຶບໜາຂອງມັນ. ຊົງຟຸ່ມ ມີ
ລັກສະນະເປັນຮູບຈວຍ.
ນ້ຳຢາງ:
ມີສີຂາວ, ໃຫ້ຜົນຜະລິດ
ໂດຍສະເລັ່ຍ 15 ປີ
ປະມານ 1,668 ກິໂລກຼາມ/ເຮັກຕາ/ປີ.
ແກ່ນ:
ຂ້ອນຂ້າງກົມ ມີຂະໜາດນ້ອຍກວ່າພັນຢາງອື່ນໆ.
ຂໍ້ດີ:
ຕ້ານທານລົມໄດ້ດີ, ຫຼົ່ນໃບຊ້າກວ່າຢາງພັນອື່ນໆ ຈຶ່ງເຮັດໃຫ້ຈຳນວນວັນປາດຢາງຕໍ່ປີເພີ້ມຂຶ້ນ,
ເມື່ອ ປາດເລິກເຖິງເນື້ອໄມ້ ເປືອກທີ່ປົ່ງອອກມາໃໝ່
ຈະເສຍຫາຍພຽງເລັກນ້ອຍ. ເໝາະສຳລັບເປັນຕາຢາງພັນດີ ທີ່ໃຊ້ຕິດຕາກັບພັນອື່ນ ເນື່ອງຈາກວ່າ
ສາມາດຕ້ານທານຕໍ່ພະຍາດໃບລົ່ນ ແລະພະຍາດໄຟທອບໂທລາ. ມັນສາມາດປູກໄດ້ໃນທຸກເຂດປູກຢາງ ແລະ ຈະເລີນເຕີບໂຕໄດ້ດີ
ໃນພື້ນທີ່ ທີ່ມີດິນຕື້ນ, ລະດັບຂອງນ້ຳໃຕ້ດິນສູງ ລວມເຖິງໃນສະພາບພື້ນທີ່ດິນຄ້ອຍຊັນ.
ຂໍ້ເສຍ:
ເປືອກທີ່ປົ່ງອອກມາໃໝ່ຂ້ອນຂ້າງບາງ ແລະ ການໃຊ້ນ໙ຢາເລັ່ງນ໙ຢາງ ໄດ້ຜົນພຽງເລັກ
ນ້ອຍ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ