google-site-verification: google0d91bc93cfc88895.html ລັກ​ສະ​ນະ​ທາງ​ພຶດ​ສາດ​ຂອງ​ຢາງ​ພາ​ລາ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, March 28, 2015

ລັກ​ສະ​ນະ​ທາງ​ພຶດ​ສາດ​ຂອງ​ຢາງ​ພາ​ລາ

ລັກສະນະຂອງຕົ້ນຢາງພາລາ

ຢາງພາລາ ເປັນຕົ້ນໄມ້ຢືນຕົ້ນຂະໜາດໃຫຍ່ ທີ່ມີອາຍຸຍືນກວ່າ 100 ປີ ເປັນພືດທີ່ມີໃບລ້ຽງຄູ່ ຢູ່ໃນຕະກຸນ Euphorbiaceae, ມີຊື່ວິທະຍາສາດ ວ່າ: Hevea brasiliensis ເປັນພືດພັນ ທີ່ລວບລວມມາຈາກລັດພາລາ ປະເທດເບຼຊີນ. ດັ່ງນັັ້ນ ອົງການສາກົນລະຫວ່າງປະເທດ ຈຶ່ງຮັບຮູ້ຄຳວ່າ (Pararubber) ເປັນພັນຢາງ ທີ່ມາຈາກພືດຕະກຸນ Hevea ແລະ ເປັນຕົວແທນຂອງຢາງ ໃນທຳມະຊາດ (Naturalrubber) ທົ່ວໄປ.


ລຳຕົ້ນ: ແມ່ນສ່ວນທີ່ສຳຄັນທີ່ສຸດຂອງຕົ້ນຢາງ ເພາະວ່າ ແມ່ນບໍລິເວນເກັບກ່ຽວຜົນຜະລິດ ນ້ຳຢາງສົດ ແລະ ນຳໃຊ້ປະໂຫຍດເນື້ອໄມ້ ໃນໄລຍະໝົດອາຍຸການປາດຢາງ ຫຼື ຮອດກຳນົດການຕັດ. ຕົ້ນຢາງ ເປັນໄມ້ເນື້ອອ່ອນ ມີສີຂຽວປົນເຫຼືອງ, ລຳຕົ້ນທີ່ຈະເລີນເຕີບໂຕມາຈາກເບັ້ຍ (Seedling)ໂດຍກົງ ຈະມີລັກສະນະຮູບຈວຍ ໂດຍທ່ອນກົກຂອງມັນ ຈະມີຂະໜາດໃຫຍ່ກວ່າ ແລ້ວຈຶ່ງສ້ວຍຫາປາຍ ຫຼື ບ່ອນແຕກງ່າທຳອິດ ແລະ ລຳຕົ້ນທີ່ເກີດມາຈາກຕົ້ນຕິດຕາ (Stump budding) ຈະມີຮູບຮ່າງລັກສະນະຊົງກົມ ໂດຍທາງກົກ ແລະ ທາງປາຍຈະມີຂະໜາດທີ່ຂ້ອນຂ້າງສະໝ່ຳສະເໝີກັນ. ລຳຕົ້ນປະກອບດ້ວຍສ່ວນສຳຄັນ 3 ສ່ວນ ຄື: ເນື້ອໄມ້, ມອກ ແລະ ເປືອກ.
ເນື້ອໄມ້: ແບ່ງເປັນ 2 ສ່ວນ ຄື: ສ່ວນທີ່ເປັນແກນ (Pith) ແລະ ສ່ວນທີ່ເປັນເນື້ອໄມ້ (wood).ສ່ວນທີ່ເປັນແກນ ຈະຢູ່ດ້ານກາງລຳຕົ້ນ, ສ່ວນທີ່ເປັນເນື້ອໄມ້ຈະຢູ່ຖັດອອກມາ.
ມອກ: ແມ່ນເນື້ອເຫຍື້ອ ຢູ່ອ້ອມຊັ້ນເນື້ອໄມ້ ມີໜ້າທີ່ສ້າງການຈະເລີນເຕີບໂຕໃຫ້ກັບຕົ້ນຢາງ.
ເປືອກ: ແມ່ນສ່ວນທີ່ຢູ່ຖັດຈາກມອກ ອອກມາດ້ານນອກສຸດ, ເປັນສ່ວນທີ່ມີຄວາມສຳຄັນຫຼາຍເພາະວ່າ ທໍ່ນ໙ຢາງແມ່ນຢູ່ໃນສ່ວນນີ້. ເປືອກແບ່ງອອກເປັນ 3 ສ່ວນ ຄື: ສ່ວນໃນ ຫຼື ເປືອກອ່ອນແມ່ນສ່ວນທີ່ຢູ່ດ້ານໃນສຸດຂອງເປືອກຕິດຢູ່ກັບຊັ້ນມອກ, ເປັນບ່ອນທີ່ມີທໍ່ນ໙ຢາງ ຮຽງຕົວກັນຢູ່ກະແຈກກະຈາຍ. ສ່ວນກາງຂອງເປືອກ ຫຼື ສ່ວນທີ່ເປັນເປືອກແຂງຖັດອອກມາ ມີທໍ່ນ໙ຢາງຢູ່ ແຕ່ບໍ່ຫຼາຍ ແລະ ສ່ວນນອກສຸດຂອງເປືອກ ແມ່ນສ່ວນທີ່ແຫ້ງ ມີສີນ໙ຕານ, ສ່ວນນີ້ ບໍ່ມີທໍ່ນ້ຳຢາງ.



ຮາກ: ເປັນລະບົບຮາກແກ້ວ (Tap root system) ຄື: ມີຮາກແກ້ວ ແລະ ຮາກຝອຍ ເຮັດໜ້າທີ່ດູດອາຫານ ແລະ ຍຶດລຳຕົ້ນ. ປົກກະຕິຮາກແກ້ວ ຈະບໍ່ຢັ່ງລົງຊັ້ນພື້ນດິນເລິກຫຼາຍ ຄືຈະຍັ່ງລົງປະມານ 1.5 - 2 ແມັດ ເທົ່ານັ້ນ, ນອກຈາກແຕ່ໃນບ່ອນທີ່ມີດິນດີ ຊຶ່ງອາດຈະຢັ່ງລົງເກີນ 2 ແມັດ.ນອກຈາກນັ້ນ ມັນຍັງມີລະບົບຮາກຝອຍ (Feeding root) ເພື່ອດູດອາຫານ. ຮາກດັ່ງກ່າວ ສ່ວນໃຫຍ່ຈະພົບຢູ່ຊັ້ນໜ້າດິນ ຫຼາຍກວ່າໃນຊັ້ນດິນເລິກ.



ເຮືອນຍອດ: ປະກອບດ້ວຍໃບ ແລະ ກິ່ງງ່າ ຊຶ່ງຈະແຕກຕ່າງກັນໄປ ຕາມລັກສະນະຂອງພັນຢາງ.ເຮືອນຍອດ ມີໜ້າທີ່ຕົ້ນຕໍໃນການສັງເຄາະແສງ ແລະ ລຳລຽງທາດອາຫານຕ່າງໆ.
ໃບ: ເປັນໃບປະສົມ (Compound leaf), ນຶ່ງກ້ານໃບ ຈະມີໃບຍ່ອຍ (leaf let) 3 ໃບ ແຕ່ບາງພັນອາດມີໃບຍ່ອຍ 4 - 5 ໃບ, ມີສີຂຽວເຂັ້ມເປັນມັນ ແລະ ລັກສະນະຂອງໃບຈະມີຄວາມແຕກຕ່າງກັນໄປຕາມພັນ. ໃບຢາງຈະປົ່ງອອກເປັນຊັ້ນໆ. ປົກກະຕິ ຕົ້ນຢາງຈະຫຼົ່ນໃບໃນລະດູແລ້ງຂອງທຸກໆປີ, ຍົກເວັ້ນຕົ້ນຢາງ ທີ່ມີອາຍຸຕoeກວ່າ 3 ປີ ລົງມາ.



ກິ່ງງ່າ: ຈະປະກອບດ້ວຍກິ່ງງ່າຂະໜາດໃຫຍ່ ເຊິ່ງເປັນສ່ວນທີ່ຈະເລີນເຕີບໂຕຕໍ່ຈາກຕົ້ນ. ຂະ ໜາດແລະ ມຸມຂອງການແຕກງ່າ ແລະ ກິ່ງ ເຮັດໃຫ້ມີລັກສະນະຮູບຊົງທີ່ແຕກຕ່າງກັນໄປ ຕາມແຕ່ລະພັນ ເຊິ່ງມີຜົນຕໍ່ຄວາມແຂງແຮງ, ມີຄວາມຕ້ານທານຕໍ່ລົມ ແລະ ພະຍາດບົ້ງແມງຕ່າງໆ.
ດອກ: ເຮັດໜ້າທີ່ປະສົມພັນ, ມັກເກີດຕາມປາຍກິ່ງ ຫຼັງລະດູການຫຼົ່ນໃບ ໂດຍອອກພ້ອມກັນກັບໃບອ່ອນທີ່ປົ່ງອອກມາໃໝ່. ດອກມີລັກສະນະເປັນຊໍ່ ແຕ່ລະຊໍ່ມີຫຼາຍກິ່ງ ມີທັງເກສອນຜູ້ ແລະ ເກສອນແມ່ ຢູ່ໃນຊໍ່ດຽວກັນ ໂດຍມີເກສອນຜູ້ ຫຼາຍກວ່າເກສອນແມ່. ປົກກະຕິ ຈະອອກດອກປີລະ 2ຄັ້ງ ຄື: ໃນລະຫວ່າງ ເດືອນກຸມພາ (2) ຫາ ເດືອນມິຖຸນາ (6) ແລະ ໃນ ລະຫວ່າງ ເດືອນສິງຫາ (8)ຫາ ເດືອນຕຸລາ (10). ການອອກດອກຄັ້ງທຳອິດ ຈະອອກດອກຕາມລະດູການ ແລະ ຈະມີຈໍານວນດອກ ຫຼາຍກວ່າ ຄັ້ງທີ 2.



ໝາກ ແລະ ແກ່ນ: ໝາກຢາງເກີດຈາກການປະສົມເກສອນຜູ້ ແລະ ເກສອນແມ່. ຢາງເປັນພັນພືດທີ່ມີການປະສົມເກສອນແບບເປີດ. ປົກກະຕິແລ້ວ ໝາກຢາງຈະມີລັກສະນະເປັນໜວ່ຍມົນແຕ່ວ້ຳເຂົ້າທາງກາງ, ໝາກອ່ອນມີສີຂຽວ ເວລາແກ່ຈະປ່ຽນເປັນສີ​ນ້ຳຕານ ແລະ ແຂງ. ໝາກແກ່ເຕັມທີ່ ຈະໃຊ້ເວລາ 2 ເດືອນ ຫາ 3 ເດືອນ, ເມື່ອໝາກແກ່ຫຼາຍມັນຈະແຕກ ແລະ ລົ່ນລົງຈາກຕົ້ນ. ແກ່ນມີສີ​ນ້ຳຕານຊາຍຂາວ. ເມື່ອຫຼົ່ນລົງໃໝ່ໆ ຈະມີເປີເຊັນການແຕກງອກສູງ ແຕ່ອັດຕາການແຕກງອກນີ້ ຈະຫຼຸດລົງ ວັນລະ ປະມານ 5%. ສະນັ້ນ ໃນສະພາບປົກກະຕິ ແກ່ນຈະຮັກສາຄວາມງອກໄວ້ໄດ້ ປະມານ 20 ວັນ ເທົ່ານັ້ນ, ຖ້າຕ້ອງການນຳແກ່ນຢາງໄປກ້າ ສຳລັບໃຊ້ປະໂຫຍດ ຈະຕ້ອງເລືອກຫາແກ່ນທີ່ຫຼົ່ນໃໝ່. ແກ່ນຢາງສົດ 1 ກິໂລກຼາມ ຈະມີຈຳນວນ ປະມານ 200ຫາ 250 ແກ່ນ.



ນ້ຳຢາງ: ເປັນ​ນ້ຳສີຂາວ ຫາ ຂາວປົນເຫຼືອງຂຸ້ນຢູ່ໃນທໍ່​ນ້ຳຢາງ ເຊິ່ງພົບຢູ່ໃນເປືອກຂອງຕົ້ນຢາງໂດຍສະເພາະ ແມ່ນເປືອກດ້ານໃນທີ່ຢູ່ຕິດກັບມອກ, ວິທີຈະນຳເອົານ້ຳຢາງອອກຈາກຕົ້ນຢາງແມ່ນຕ້ອງໃຊ້ມີດປາດ ເພື່ອຕັດທໍ່ນ້ຳຢາງໃຫ້ຂາດອອກຈາກກັນ. ໃນ​ນ້ຳຢາງ ຈະມີສ່ວນປະກອບຕົ້ນຕໍທີ່ສຳຄັນ 2 ສ່ວນ ຄື: ສ່ວນທີ່ເປັນເນື້ອຢາງ ແລະ ສ່ວນທີ່ບໍ່ແມ່ນເນື້ອຢາງ. ຕາມປົກະຕິ ໃນນ້ຳຢາງຈະມີເນື້ອຢາງແຫ້ງຢູ່ ປະມານ 25 - 45%, ເຊິ່ງເນື້ອຢາງດັ່ງກ່າວ ແມ່ນສ່ວນທີ່ເອົາໄປນຳໃຊ້ປະໂຫຍດຕໍ່ການດຳລົງຊີວິດ ແລະ ເປັນສິ່ງທີ່ຈຳເປັນສຳລັບຊີວິດປະຈຳວັນ ຂອງສັງຄົມມະນຸດ ໃນປະຈຸບັນ. ຢາງມີອະນຸພາກຂະໜາດຕ່າງກັນ ທີ່ລອຍຢູ່ໃນຂອງແຫຼວ, ອະນຸພາກເຫຼົ່ານີ້ ຈະບັນນ້ຳຈຸຂ້ວນໄຟຟ້າລົບຍູ້ດັນກັນຢູ່ຕະຫຼອດເວລາ ເຮັດໃຫ້ສິ່ງທີ່ລອຍຄົງສະພາບເປັນນ໙ຢາງ ຢູ່ໄດ້ຈົນກວ່າຈະມີສະພາບແວດລ້ອມ ແລະ ປັດໄຈຕ່າງໆ ມາກະທົບເຮັດໃຫ້ມີການປ່ຽນແປງ ເຊິ່ງຈະເຮັດໃຫ້ນ້ຳຢາງເສຍຄຸນນະພາບ ແລະ ຈັບຕົວກັນເປັນກ້ອນ.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ