google-site-verification: google0d91bc93cfc88895.html ອຸນ​ນະ​ພູມ​ທີ່​ເໝາ​ະ​ສົມ​ໃນ​ການ​ປູກ​ຊາ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, March 28, 2015

ອຸນ​ນະ​ພູມ​ທີ່​ເໝາ​ະ​ສົມ​ໃນ​ການ​ປູກ​ຊາ


1. ປະລິມານນ້ຳຝົນ

ໃນຈຸລັງຂອງໃບຊາ ມີປະລິມານນ໙ບັນຈຸປະມານ 80%, ຊຶ່ງແມ່ນພາກສ່ວນຕົ້ນຕໍຂອງໃບຊາ, ນ້ຳລະເຫີຍອອກຈາກໃບ ເພື່ອລົດອຸນຫະພູມພ້ອມດຽວກັນນັ້ນເປັນການກະຕຸ້ນໃຫ້ລະບົບຮາກດູດເອົານ້ຳ. ນ້ຳເຮັດໜ້າທີ່ປະສານໃຫ້ທາດບຳລຸງລ້ຽງເຄື່ອນໄຫວໃນຕົ້ນຊາ. ນ້ຳສາມາດເພີ້ມພະລັງດູດຊຶມຂອງຈຸງລັງ. ດັ່ງນັ້ນ, ປະລິມານນ້ຳຝົນທີ່ເໝາະສົມ ໃຫ້ແກ່ການປູກຕົ້ນຊາຈະເລີນຕີບໂຕໄດ້ດີແມ່ນ 1,300-2,000 ມີລີແມັດ/ປີ.

2. ອຸນຫະພູມ

ອຸນຫະພູມຂອງອາກາດແຕ່ 22C -28C ມີຜົນດີຕໍ່ການຈະເລີນເຕີບໂຕຂອງຕົ້ນຊາ, ອຸນຫະພູມຕ່ຳກວ່າ 15C ຫຼື ສູງກວ່າ 30C ຈະເຮັດໃຫ້ຍອດຊາຂະຫຍາຍຕົວຊ້າລົງ.

3. ແສງສະຫວ່າງ


ເຖິງແມ່ນວ່າຕົ້ນຊາຈະເປັນຕົ້ນໄມ້ປ່າ ເກີດໃນເງື່ອນໄຂຊຸ່ມເຢັນ ແລະ ຊຸ່ມຊື່ນໃນເຂດໃກ້ຄຽງກັບເຂດຮ້ອນ ລົມມໍລະສຸມຕາເວັນອອກສຽງໃຕ້ ຕົ້ນຊາເປັນຕົ້ນໄມ້ມີລັກສະນະລະດັບກາງ, ໃນໄລຍະຍັງນ້ອຍ (ອ່ອນ) ຕົ້ນຊາຈະມັກຮົ່ມແຕ່ເມື່ອຕົ້ນໃຫຍ່ (ແກ່)ແມ່ນມັກແສງແດດ.ແນວພັນຊາໃບນ້ອຍ ມັກແສງສະຫວ່າງຫຼາຍກວ່າແນວພັນຊາໃບໃຫຍ່. ແສງສະຫວ່າງກະຈາຍໃນເຂດພູສູງ ມີຜົນຕໍ່ຄຸນນະພາບຊາ ດີກວ່າແສງສະຫວ່າງ ໂດຍກົງ. ເຂດທີ່ມີນ໙ໝອກຫຼາຍ, ຊຸ່ມຊື່ນ ແລອຸນຫະພູມຕ່ຳເປັນເຂດທີ່ສາມາດຜະລິດຊາທີ່ມີຄຸນນະພາບດີ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ