google-site-verification: google0d91bc93cfc88895.html ສະພາບແວດລ້ອມທີ່ເໝາະສົມ ຂອງຕົ້ນຢາງພາລາ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, March 28, 2015

ສະພາບແວດລ້ອມທີ່ເໝາະສົມ ຂອງຕົ້ນຢາງພາລາ

ສະພາບແວດລ້ອມທີ່ເໝາະສົມ ຂອງຕົ້ນຢາງພາລາ


ຕົ້ນຢາງພາລາຈະ ຈະເລີນເຕີບໂຕໄດ້ດີ, ສົມບູນ, ແຂງແຮງ ແລະ ສາມາດໃຫ້ຜົນຜະລິດສູງໄດ້ນັ້ນແມ່ນປະກອບດ້ວຍຫຼາຍປັດໄຈ ໂດຍສະເພາະແມ່ນ ປັດໄຈດ້ານສະພາບແວດລ້ອມຕ່າງໆ ຄື:

ລັກສະນະພື້ນທີ່:

ພື້ນທີ່ ທີ່ເໝາະສົມຕໍ່ການປູກຕົ້ນຢາງ ແມ່ນຢູ່ລະຫວ່າງເສັ້ນຂະໜານ ທີ 28 ອົງສາເໜືອ ແລະ ໃຕ້.ຕົ້ນຢາງ ແມ່ນຈະສາມາດຈະເລີນເຕີບໂຕໄດ້ດີ ຕັ້ງແຕ່ທົ່ງພຽງ ຈົນເຖິງເຂດທີ່ມີຄວາມຄ້ອຍຊັນ ເຖິງ 60ອົງສາ (ສົມສັກ ວັດທະນາສີຣິ) ແຕ່ຖ້າປູກຢາງພາລາ ໃນພື້ນທີ່ ທີ່ມີຄວາມຄ້ອຍຊັນສູງ ຈະເຮັດໃຫ້ດິນເກີດການເຊາະເຈື່ອນ (ເອກະໄຊ ພືກອຳໄພ ພ.ສ 2547) ແລະ ພື້ນທີ່ຄວນມີຄວາມສູງ ຈາກລະດັບໜ້ານ໙ທະເລບໍ່ໃຫ້ເກີນ 800 ແມັດ (ວິຊິດ ສຸວັນນະປີຊາ).

ປະລິມານນ້ຳຝົນ

ຢາງຈະເລີນເຕີບໂຕໄດ້ດີໃນພື້ນທີ່ ທີ່ມີປະລິມານນ໙ຝົນ ສະໝ່ຳສະເໝີ ລະຫວ່າງ 2,000 - 2,500 ມິນລິແມັດ ຕໍ່ປີ ແຕ່ວ່າປະລິມານນ໙ຝົນບໍ່ຄວນ ຕoeກວ່າ 1,250 ມິນລິແມັດ ຕໍ່ປີ ແລະ ມີຈຳນວນວັນຝົນຕົກສະເລ່ັຍ ປະມານ 120-150 ວັນ (ສະຖາບັນວິໄຈຢາງ, ພ.ສ 2550).

ສະພາບພູມອາກາດ

ອຸນຫະພູມທີ່ມີຄວາມເໝາະສົມຕໍ່ການປູກຢາງ ແມ່ນຢູ່ລະຫວ່າງ 18-35 ອົງສາເຊ ແລະ ມີຄ່າສະເລັ່ຍຕະຫຼອດປີ ຢູ່ລະຫວ່າງ 24 - 27 ອົງສາເຊ. ຖ້າອຸນຫະພູມ ສູງກວ່າ 40 ອົງສາເຊ ຕົ້ນຢາງຈະຫ່ຽວ;ຖ້າຕຳກວ່າ 10 ອົງສາເຊ ຕົ້ນຢາງ ສາມາດທົນໄດ້ໃນໄລຍະສັ້ນ ຖ້າແກ່ຍາວຕົ້ນຢາງ ຈະມີອາການໃບຫ່ຽວແລະ ລົ່ນ, ຍອດຢຸດການຂະຫຍາຍຕົວ, ລຳຕົ້ນຈະແຕກ, ຫຼອດຢາງຈະຮົ່ວ ແລະ ຖ້າອຸນຫະພູມ ຍັງສືບຕໍ່ຕ່ຳລົງ ຮອດ 5 ອົງສາເຊ ຈະເຮັດໃຫ້ຕົ້ນຢາງຕາຍ. ປະລິມານແສງແດດສະເລ່ັຍທີ່ເໝາະສົມ ແມ່ນ 1,800-2,800 ຊົ່ວໂມງ ຕໍ່ປີ. ຄວາມໄວຂອງລົມບໍ່ເກີນ 1 ແມັດ ຕໍ່ວິນາທີ.

ດິນ:

ດິນທີ່ເໝາະສົມສຳລັບການປູກຢາງ ຄວນມີຄຸນສົມບັດທາງດ້ານກາຍະພາບ ແລະ ເຄມີ ດັ່ງນີ້:ຄວາມເລິກຂອງຊັ້ນດິນ ບໍ່ຕoeກວ່າ 1 ແມັດ, ບໍ່ມີຊັ້ນຫີນແຂງ ຫຼື ຫີນດານ ທີ່ເປັນອຸປະສັກຕໍ່ກັບການຂະຫຍາຍຕົວຂອງຮາກ.ລະດັບນ້ຳໃຕ້ດິນ ຕະຫຼອດປີ ຕ່ຳກວ່າ 1 ແມັດ.
  •     ມີການລະບາຍ​ນ້ຳໄດ້ດີ
  •     ມີການລະບາຍອາກາດໄດ້ດີ.
   ·             ເນື້ອດິນ ຄວນເປັນ ດິນໜຽວລ້ວນ, ດິນລ້ວນ ຫຼື ລ້ວນປົນຊາຍ.
   ·             ຄວນເປັນດິນທີ່ມີທາດອາຫານຫຼັກ ແລະ ທາດອາຫານສຳຮອງຢ່າງພຽງພໍ ແຕ່ບໍ່ຫຼາຍ ເກີນໄປ ຈົນເກີດມີຜົນກະທົບຕໍ່ກັບການຂະຫຍາຍຕົວຂອງພືດ
   ·             ຄ່າຄວາມເປັນກົດ ດ່າງ ທີ່ເໝາະສົມ ຄວນຢູ່ໃນລະດັບ PH 4.5-6.5.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ