google-site-verification: google0d91bc93cfc88895.html ປະ​ຫວັດ​ຄວາມ​ເປັນມາ​ຂອງ​ຢາງ​ພາ​ລາ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, March 28, 2015

ປະ​ຫວັດ​ຄວາມ​ເປັນມາ​ຂອງ​ຢາງ​ພາ​ລາ




ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ​ຢາງ​ພາ​ລາ

ຢາງພາລາ ນອກຈາກເປັນພືດສຳຄັນທາງເສດຖະກິດຂອງໂລກແລ້ວ ຍັງເປັນພືດທີ່ມີສ່ວນສ້າງຄວາມສະດວກ ສະບາຍ ໃຫ້ມວນມະນຸດໃນໂລກ. ສັງຄົມມະນຸດທີ່ມີການພັດທະນາຂຶ້ນເທົ່າໃດ ຄວາມຕ້ອງການນຳໃຊ້ຢາງ ກໍ່ເພີ້ມຫຼາຍຂຶ້ນເທົ່ານັ້ນ.
ຢາງພາລາ ເປັນພືດທີ່ໃຫ້ນ້ຳຢາງ (Latex) ຊຶ່ງໃຊ້ເປັນວັດຖຸດິບໃນການສ້າງຜະລິດຕະພັນຢາງຊະນິດຕ່າງໆ ທີ່ມີຄວາມສຳຄັນເປັນອັນດັບ 2 ຂອງໂລກ ແລະ ມີຄວາມສຳຄັນທາງດ້ານການຄ້າຂອງໂລກເປັນອັນດັບ 8 (ວິຊິດ ສຸວັນນະປີຊາ) ທີ່ໄດ້ນຳໃຊ້ເຂົ້າໃນອຸດສະຫະກຳຫຼາຍປະເພດ ຕັ້ງແຕ່ອຸດສະຫະກຳຂະໜາດໃຫຍ່ ເຊັ່ນ: ການຜະລິດຢາງລົດ ໄປຈົນເຖິງການນຳໃຊ້ໃນຄົວເຮືອນ, ອັນສະແດງໃຫ້ເຫັນໄດ້ວ່າຊີວິດປະຈຳວັນຂອງມະນຸດ ມີສ່ວນກ່ຽວຂ້ອງກັບຢາງພາລາຕະຫຼອດເວລາ ຫຼື ອາດເວົ້າໄດ້ວ່າ ຊີວິດ ແລະ
ຄວາມເປັນຢູ່ຂອງມະນຸດ ໃນຫຼາຍປະເທດ ໄດ້ມີຄວາມຜູກພັນກັບຢາງ ຕັ້ງແຕ່ເກີດຈົນຕາຍ.
ຢາງພາລາ ແມ່ນພັນໄມ້ນຳເຂົ້າຈາກຕ່າງປະເທດ, ມີຕົ້ນກຳເນີດມາຈາກ ທະວີບອາເມລິກາໃຕ້ບໍລິເວນລຸ່ມນ້ຳອາມາໂຊນ ໃນປະເທດບຣາຊີນ. ຢາງພາລາເປັນທີ່ຮູ້ຈັກດີ ຂອງຊາວພື້ນເມືອງ ໃນແຖບນັ້ນເປັນເວລາດົນນານແລ້ວ. ພວກເຂົາເຈົ້າ ໄດ້ນຳເອົາຢາງໄປໃຊ້ປະໂຫຍດຢ່າງກວ້າງຂວາງ ເຊັ່ນ: ເຮັດຜ້າກັນຝົນ, ເຕົ້າໃສ່ນ້ຳ ແລະ ໜ່ວຍບານ ສຳລັບຫຼີ້ນກິລາຕ່າງໆ.
ໃນປີ ຄ.ສ 1877 ອັງກິດ ໄດ້ນຳຢາງມາປູກເປັນສວນພືດສາດ ທີ່ ສິງກະໂປ ຈຳນວນ 13 ຕົ້ນ ແລະໃນ ກົວລາກັງຊາ ລັດປະເລັດ ປະເທດ ມາເລເຊຍ ຈຳນວນ 9 ຕົ້ນ, ເຊິ່ງຕົ້ນຢາງທັງ 22 ຕົ້ນນີ້ ຖືໄດ້ວ່າເປັນຮາກຖານທີ່ເຮັດໃຫ້ ມີການປູກຢາງ ເປັນອາຊີບໃນແຖບພູມມີພາກນີ້ ຈົນກາຍເປັນແຫຼ່ງຜະລິດຢາງທຳມະຊາດແຫຼ່ງໃຫຍ່ທີ່ສຸດໃນໂລກ ໃນປະຈຸບັນ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ