google-site-verification: google0d91bc93cfc88895.html ການ​ປູກ​ເຂົ້າ​ແບບ​ຍົກ​ສະ​ມັດ​ຕະ​ພາບ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 26, 2015

ການ​ປູກ​ເຂົ້າ​ແບບ​ຍົກ​ສະ​ມັດ​ຕະ​ພາບ

ການ​ຜະ­ລິດ​ເຂົ້າ​ຈະ​ໄດ້​ຮັບ​ສະ­ມັດຖະ​ພາບ​ສູງກໍ​ຕໍ່​ເມື່ອ​ຊາວ​ກະ­ສິ­ກອນ​ໄດ້​ຫັນ­ປ່ຽນ​ຈາກ​ການ​ຜະ­ລິດ​ແບບ​ທຳ​ມະ ຊາດ ແລະ ເຄິ່ງ​ທຳ​ມະ​ຊາດ​ໄປ​ສູ່​ການ​ຜະ ລິດ​ເປັນ​ສິນ­ຄ້າ ດ້ວຍ​ການ​ນຳ​ໃຊ້​ເຕັກ ນິກ​ວິ­ຊາ​ການ​ໃໝ່​ເຂົ້າ​ສູ່​ການ​ຜະ­ລິດ ໃນ​ນັ້ນ ການ​ເຮັດ​ນາ​ຢອດ​ກໍ​ແມ່ນ​ເຕັກ­ນິກການ​ຜະ­ລິດ​ແບບ​ໃໝ່​ທີ່​ໃຫ້​ຜົນ​ຕອບ​ແທນ​ສູງ ຊຶ່ງ​ຊາວ​ກະ­ສິ­ກອນ​ເລີ່ມ​ມີ​ຄວາມ​ສົນ ໃຈ ແລະ ເຮັດ​ທົດ​ລອງ​ຢູ່​ເມືອງ​ລະ​ມາມ ແຂວງ​ເຊ​ກອງ.

   ທ່ານ ຄຳ​ຫວັນ ພວງ​ພັນ​ສາຍ​ສ່ອງ ຫົວ­ໜ້າ​ຂະ­ແໜງ​ສົ່ງ­ເສີມ​ກະ­ສິ­ກຳ ແລະ ສະ­ຫະ­ກອນ​ແຂວງ​ເຊ​ກອງ​ໃຫ້​ຮູ້​ວ່າ: ການ​ທົດ​ລອງ​ເຮັດ​ນາ​ຢອດ​ປະ­ກອບ​ມີ ວິ­ຊາ​ການ​ຈາກ​ຂະ­ແໜງ​ສົ່ງ­ເສີມ​ກະ­ສິ­ກຳ ແລະ ສະ­ຫະ­ກອນ ແຂວງ ແລະ ວິ­ຊາການ​ຈາກ​ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ ໄມ້​ເມືອງ​ລະ​ມາມ​ເປັນ​ຜູ້​ລົງ​ເຜີຍ­ແຜ່ແນະ­ນຳ​ດ້ານ​ວິ­ຊາ​ການ ແລະ ນຳ­ພາປະ­ຕິ­ບັດ​ຕົວ​ຈິງ​ໃຫ້​ກັບ​ຄອບ­ຄົວ ທ່ານ ນາງ ຍົງ ອາ­ຊີບ​ຊາວ​ກະ­ສິ­ກອນ​ຢູ່​ບ້ານ ດ່ານ ເມືອງ​ລະ​ມາມ ແຂວງ​ເຊ​ກອງ ຊຶ່ງ​ແມ່ນ​ຄອບ­ຄົວ​ໜຶ່ງ​ທີ່​ທົດ​ລອງ​ເຮັດ ນາ​ຢອດ​ເປັນ​ເທື່ອ​ທຳ​ອິດ​ໃນ​ລະ­ດູ​ນາ ແຊງ​ປີ​ນີ້ ໃນ​ເນື້ອ­ທີ່ 1 ເຮັກ­ຕາ ນຳ​ໃຊ້ ແນວ​ພັນ​ເຂົ້າ 450 ປີ ຈຳ­ນວນ 100 ກິ​ໂລກ​ຣາມຕໍ່​ເຮັກ­ຕາ, ໄດ້​ຮັບ​ຜົນ​ຜະ­ລິດຕົວ​ຈິງ 5,5 ໂຕນ​ຕໍ່​ເຮັກ­ຕາ.
   ສຳ­ລັບ​ການ​ປູກ​ເຂົ້າ­ນາ​ຢອດ​ແມ່ນມີ​ຄວາມ​ສະ­ດວກ​ກວ່າ​ນາ​ດຳ​ທົ່ວ​ໄປເພາະ​ບໍ່​ໄດ້​ຕົກ­ກ້າ​ພຽງ​ແຕ່​ກຽມ​ດິນ​ແລ້ວກໍ​ຢອດ​ເມັດ​ເຂົ້າ​ໄດ້​ໂລດ, ໃຊ້​ແຮງ​ງານໜ້ອຍ, ຕົ້ນ​ທຶນ​ຕ່ຳ, ປະ­ຢັດ​ເວ­ລາ, ການບົວ­ລະ­ບັດ​ຮັກ­ສາ​ກໍ​ງ່າຍ,ໄດ້​ຮັບ​ຜົນ​ຜະ ລິດ​ດີ​ສົມ­ຄວນໂດຍ​ຜ່ານ​ການ​ປະ­ຕິບັດ​ຕາມ​ຂັ້ນ​ຕອນ​ຄື: ການ​ກະ­ກຽມ​ດິນ ແລະ ກະ­ກຽມ​ແນວ​ພັນ​ເຂົ້າ​ທີ່​ດີ​ບາງ​ວິ­ທີ​ປະຕິ​ບັດ​ຕົວ​ຈິງ​ກໍ​ຄືການ​ນຳ​ເອົາ​ເມັດ​ເຂົ້າໃສ່­ເຄື່ອງ​ຢອດ (ກະ­ປຸກ) ປະ­ມານ 3 ກິ​ໂລກ​ຣາມ​ຕໍ່​ຄັ້ງ​ຕໍ່ 6 ກະ­ປຸກ ແລະ ໃຊ້​ແຮງ​ງານ​ຄົນ​ແກ່​ດຶງ​ເຄື່ອງ​ຢອດດ້ວຍ​ການ​ຍ່າງ​ໃຫ້​ສະ​ໝ່ຳ​ສະ­ເໝີ​ບໍ່​ໃຫ້ ໄວ ຫຼື ຊ້າ​ເກີນ​ໄປ ແລະ ບໍ່​ໃຫ້​ຢຸດ, ໄລ­ຍະ​ຫ່າງ​ປະ­ມານ 20 ຊັງ​ຕີ​ແມັດ;     ການ​ບົວ­ລະ­ບັດ​ຮັກ­ສາ​ແມ່ນຫຼັງ​ຈາກຢອດ ຫຼື ປູກ​ເຂົ້າ​ໄດ້ 3 ວັນ ຕ້ອງ​ໄດ້​ສີດ​ຢາ​ຄວບ​ຄຸມ​ເມັດ​ຫຍ້າ​ໃນ​ນາ​ເຂົ້າ, ຢາ​ດັ່ງ­ກ່າວ​ບໍ່​ມີ​ຜົນ​ກະ­ທົບ​ຕໍ່​ເມັດ​ເຂົ້າ, ອາ­ຍຸ​ເຂົ້າ​ໄດ້ 10 ວັນໃຫ້​ໃສ່​ຝຸ່ນ​ເລັ່ງ ສູດ 16.20.00 ໃນ​ຈຳ­ນວນ 50 ກິ ໂລກ​ຣາມ​ຕໍ່​ເຮັກ­ຕາ ແລະ ອາ­ຍຸ​ເຂົ້າ​ໄດ້ 30 ວັນ ໃສ່​ຝຸ່ນ​ເລັ່ງ​ສູດ 46.00.00 ໃນ​ຈຳ­ນວນ 50 ກິ​ໂລກ​ຣາມ​ຕໍ່​ເຮັກ­ຕາເພື່ອ​ຮັບ­ປະ­ກັນ​ໃຫ້­ການ​ຜະ­ລິດ​ໄດ້​ຮັບ​ສະ­ມັດ­ຖະ­ພາບ​ສູງ, ນອກ​ນັ້ນໄດ້​ສີດ​ຢາ​ປາບສັດ­ຕູ​ພືດ, ການ​ຫຼົກ​ຫຍ້າ​ອອກ​ຈາກ​ນາ, ຄວບ​ຄຸມ​ລະ­ບົບ​ນ້ຳ​ເຂົ້າŒອອກ​ໃຫ້​ຢູ່​ໃນ​ລະດັບ​ປົກ­ກະ­ຕິ​ຕາມ​ເຕັກ­ນິກ​ບໍ່​ໃຫ້​ໜ້ອຍŒຫຼາຍ​ຈົນ​ເກີນ​ໄປ ຊຶ່ງ​ທຸກ​ຄັ້ງ​ວິ­ຊາ​ການ ທີ່​ກ່ຽວ­ຂ້ອງ​ລົງ​ຕິດ­ຕາມ ແລະ ໃຫ້​ຄຳ ແນະ­ນຳ​ດ້ານ​ເຕັກ­ນິກ​ຢ່າງ​ໃກ້­ຊິດ​ຕິດ ແທດ​ຈົນ​ອາ­ຍຸ​ເຂົ້າ​ໄດ້ 120 ວັນ ກໍ​ສາ ມາດ​ເກັບ​ກ່ຽວ​ໄດ້, ສະ­ເລ່ຍ​ຕົວ​ຈິງ 5,5 ໂຕນ​ຕໍ່​ເຮັກ­ຕາ.


   ທັງ​ໝົດ​ທີ່​ກ່າວ​ມາ​ນີ້ ແມ່ນ​ວິ­ທີ​ການ ປູກ​ເຂົ້າ­ນາ​ຢອດ​ຢູ່​ເມືອງ​ລະ​ມາມ ແຂວງ ເຊ​ກອງ ຕາມ​ການ​ແນະ­ນຳ​ຂອງ​ນັກ­ວິ­ຊາ­ການ​ທີ່​ກ່ຽວ­ຂ້ອງ ຊຶ່ງ​ສະ­ໜັບ­ສະ­ໜູນ ແລະ ໃຫ້​ທຶນ​ໂດຍ​ໂຄງ­ການ​ສົ່ງ­ເສີມ​ການຜະ­ລິດ​ສິນ­ຄ້າ​ກະ­ສິ­ກຳ ແລະ ປ່າ­ໄມ້ ແບບ​ຍືນ​ຍົງ (ສສຄ ກປ ADB) ໃນຈຳ­ນວນ​ເງິນ 4.913.000 ກີບ ຊຶ່ງນອກ­ຈາກ​ການ​ປູກ​ເຂົ້າ​ແລ້ວ​ຄອບ­ຄົວ ຂອງ​ທ່ານ ນາງ ຍົງ ຍັງ​ໄດ້​ລ້ຽງ​ງົວ, ແບ້ ແລະ ສັດ​ປີກ​ຈຳ­ນວນ​ໜຶ່ງ​ເພື່ອ​ແກ້​ໄຂຊີ­ວິດ​ການ​ເປັນ​ຢູ່ ແລະ ສ້າງ​ລາຍ​ຮັບເພີ່ມ​ໃຫ້​ແກ່​ຄອບ­ຄົວ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ