ຕົ້ນໄຜ່ [Ton Phai]
ຊື່ວິທະຍາສາດ: Bambusa spp.,
ຊື່ທົ່ວໄປເປັນພາສາ ອັງກິດ: Bamboo
ຕົ້ນໄຜ່ ເປັນພືດຫຍ້າ ມີອາຍຸຫຼາຍປີ, ຢູ່ໃນຕະກຸນດຽວກັບກັບພວກຫຍ້າຂວາກ,ຕົ້ນສາລີ, ຕົ້ນອ້ອຍ ແລະ ຕົ້ນເຂົ້າ ດັ່ງນີ້ເປັນຕົ້ນ. ຕົ້ນໄຜ່ທີ່ພົບຢູ່ລາວທັງໝົດ ມີຫຼາຍກວ່າ 50 ຊະນິດ ເຊັ່ນ: ໄມ້ຊອດ, ໄມ້ເຮັ້ຍ, ໄມ້ຫົກ, ໄມ້ສ້າງໄພ, ໄມ້ເພັກ, ໜໍ່ຂົມ, ໜໍ່ລັ່ນ, ໄມ້ໄລ່, ໄມ້ບົງ,… ມີການກະຈາຍພັນໃນເກືອບທຸກປະເທດໃນທະວີບເອເຊຍ ແລະ ເປັນພືດເຂດຮ້ອນສະເພາະ. ມັກເກີດຢູ່ຕາມປ່າປະສົມ, ປ່າດິບແລ້ງ. ເກີດເປັນສຸມ ມີລຳເຫງົ້າຢູ່ໃຕ້ດິນ, ແລະ ລໍາທີ່ພວກເຮົາເຫັນຕາມສຸມໄຜ່ນັ້ນ ແມ່ນລຳຕັ້ງ ເກີດເທິງໜ້າດິນນັ້ນເອງ. ລຳປະເພດນີ້ ເອີ້ນວ່າ: ລຳຕົ້ນ ຊຶ່ງມີຂໍ້,ປ້ອງ, ໃບ ແລະ ມີແໜງ. ໃນຊ່ວງຊີວິດໜຶ່ງຂອງຂ້ອຍ ຈະອອກດອກ ແລະ ໝາກ ເທື່ອດຽວ ແລ້ວຕາຍໄປ. ຂ້ອຍເປັນພືດທີ່ມີຄວາມຜູກພັນຕໍ່ການດຳລົງຊີວິດປະຈຳວັນຂອງຄົນລາວມາແຕ່ບູຮານນະການ ເນື່ອງ ຈາກວ່າເປັນພືດທີ່ຫາງ່າຍ ມີລ້ອມຕົວ, ເຕີບໃຫຍ່ໄວ, ລຳແກ່ ມີຄວາມທົນທານຕໍ່ສະພາບດິນຟ້າອາກາດໄດ້ດີ. ສະນັ້ນ, ຄົນລາວບູຮານຈຶ່ງນຳໃຊ້ຂ້ອຍນັບແຕ່ ໜໍ່, ກາບ, ລຳ ແລະ ໃບ ເຂົ້າໃນຊີວິດປະຈຳວັນ ເຊັ່ນ:ລຳຕົ້ນ ເປັນພາກສ່ວນທີ່ນຳໃຊ້ໄດ້ຫຼາຍທີ່ສຸດ ຊຶ່ງໃຊ້ຫາບ ໃຊ້ຫາມ, ໃຊ້ເປັນສິ່ງປຸກສ້າງທີ່ຢູ່ອາໄສ, ເຄື່ອງຫັດຖະກຳຕ່າງໆ ໄດ້ແກ່: ກະບຸງ, ກະຕ່າ, ຫວດເຂົ້າ, ຕິບເຂົ້າ, ພາເຂົ້າ, ເຮັດໄມ້ທູ່, ໄມ້ຈິ້ມແຂ້ວ, ໄມ້ສຽບເອັນ, ກະເປົາ, ໂຕະຕັ່ງ, ເຄື່ອງເຟີນີເຈີ, ເຄື່ອງຫາປາ, ເຄື່ອງດົນຕີ ແລະ ນຳໃຊ້ເຂົ້າໃນພິທີກຳທາງສາດສະໜາຫຼາຍຢ່າງ ເຊັ່ນ: ພິທີຕົບພະຊາຍ, ຮ້ອຍດອກໄມ້, ຄັນທຸງ ແລະ ອື່ນໆ. ສ່ວນກາບ ນຳມາເຮັດກຸບໃຊ້ບັງແດດ ບັງຝົນໄດ້ດີ. ນອກ ນັ້ນ, ຍັງເອົາໝໍ່ ມາປຸງແຕ່ງອາຫານປະເພດຕ່າງໆ ຕາມແຕ່ລະທ້ອງຖິ່ນເຊັ່ນ: ແກງ, ຊຸບ, ໝົກ, ຕົ້ມ, ແຈ່ວ ຫຼືຮັກສາໄວ້ກິນດົນໃນຮູບແບບຕ່າງໆໄດ້ອີກ ດັ່ງ: ໝໍ່ໄມ້ສົ້ມ, ໝໍ່ໄມ້ແຊ່ແລະ ໝໍ່ໄມ້ແຫ້ງ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ