google-site-verification: google0d91bc93cfc88895.html ການຂະຫຍາຍພັນພືດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, August 14, 2016

ການຂະຫຍາຍພັນພືດ

ການຂະຫຍາຍພັນພືດ ແມ່ນວິທີການຜະລິດເພື່ອເພີ່ມປະລິມານພັນພືດໃຫ້ຫຼາຍຂຶ້ນໂດຍມີຈຸປະສົງເພື່ອເປັນການຄົງໄວ້ຂອງສາຍພັນພືດຊະນິດຕ່າງໆເພື່ອບໍ່ໃຫ້ມັນສູນພັນໄປ, ເພື່ອປູກ
ການຂະຫຍາຍພັນພືດ


ການຂະຫຍາຍພັນພືດ ແມ່ນວິທີການຜະລິດເພື່ອເພີ່ມປະລິມານພັນພືດໃຫ້ຫຼາຍຂຶ້ນໂດຍມີຈຸປະສົງເພື່ອເປັນການຄົງໄວ້ຂອງສາຍພັນພືດຊະນິດຕ່າງໆເພື່ອບໍ່ໃຫ້ມັນສູນພັນໄປ, ເພື່ອປູກ ແລະ ຈຳໜ່າຍໃຫ້ໄດ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດ. ໃນປະຈຸບັນວິທະຍາການຕ່າງໆມີຄວາມກ້າວໜ້າ ເຮັດໃຫ້ເຕັກນິກການຂະຫຍາຍພັນກໍ່ມີການພັດທະນາເຊັ່ນກັນ ເຊິ່ງເຮົາສາມາດຜະລິດພັນໄມ້ໃນຈຳນວນຫຼາຍໄດ້ໃນເວລາສັ້ນໆ, ສາມາດປັບປຸງສາຍພັນພືດໃຫ້ເກີດມີສາຍພັນໃໝ່ໆຕາມທີ່ເຮົາຕ້ອງການເຊັ່ນ: ໃຫ້ຜົນຜະລິດສູງຕະຫຼອດປີ, ມີດອກໃຫຍ່, ແຂງແຮງ ແລະ ສວຍງາມຂຶ້ນ.ເຊິ່ງເຮົາສາມາດໄຈ້ແຍກໄດ້ວ່າ ວິທີການຂະຫຍາຍພັນພືດປະກອບມີ 2 ແບບຄື: ການຂະຫຍາຍພັນແບບອາໄສເພດ ແລະ ການຂະຫຍາຍພັນແບບບໍ່ອາໄສເພດ.

ການຂະຫຍາຍພັນແບບອາໄສເພດ (ກ້າແກ່ນ)

ການຂະຫຍາຍພັນແບບອາໄສເພດແມ່ນການຂະຫຍາຍພັນດ້ວຍແກ່ນ ເຊິ່ງເກີດຈາກການປະສົມພັນລະຫວ່າງເກ
ສອນຜູ້ ແລະ ເກສອນແມ່ຂອງພືດດອກ, ຈົນເກີດການປະຕິສົນທິພາຍໃນຮັງໄຂ່, ຮັງໄຂ່ຈະກາຍເປັນໝາກ ແລະ
ໄຂ່ຈະກາຍເປັນແກ່ນ, ພາຍໃນແກ່ນຈະມີໜໍ່ອ່ອນ ເມື່ອເອົາແກ່ນໄປປູກມັນກໍ່ຈະແຕກງອກ ແລະ ຈະເລີນເຕີບໂຕ
ກາຍເປັນຕົ້ນໃໝ່ຂຶ້ນ. ເຊິ່ງມີລັກສະນະຄືກັບຕົ້ນເດີມ ແລະ ມີຈຳນວນຫຼາຍຂຶ້ນ.

ກ. ຂໍ້ດີຂອງການຂະຫຍາຍພັນພືດດ້ວຍແກ່ນ


  •  ເຮັດໄດ້ງ່າຍ, ໄດ້ຫຼາຍ ແລະ ສະດວກໃນການປະຕິບັດ.
  •  ມີລະບົບຮາກແກ້ວທີ່ສົມບູນ ແລະ ແຂງແຮງ.
  •  ມີຄວາມແຂງແຮງ, ທົນທານຕໍ່ສະພາບແວດລ້ອມ ແລະ ພະຍາດ.
  •  ອາຍຸຍືນ ແລະ ໃຫ້ຜົນຜະລິດຫຼາຍປີ (ສໍາລັບໄມ້ໃຫ້ໝາກ).

ຂ. ຂໍ້ເສຍຂອງການຂະຫຍາຍພັນພືດແບບໃຊ້ແກ່ນ.

  •  ສາມາດກາຍພັນໄດ້ງ່າຍ (ບໍ່ສາມາດຮັກສາພັນເດີມໄວ້ໄດ້)
  •  ລໍາຕົ້ນສູງໃຫຍ່ມີຄວາມຫຍຸ້ງຍາກໃນການເກັບກ່ຽວ ແລະ ການດູແລຮັກສາ (ສໍາລັບໄມ້ໃຫ້ໝາກ).
  •  ໃຫ້ຜົນຜະລິດຊ້າ ແລະ ຕ້ອງເສຍເວລາໃນການບົວລະບັດຮັກສາດົນ (ສໍາລັບໄມ້ໃຫ້ໝາກ).

ວັດສະດຸ ແລະ ອຸປະກອນ

  •  ພາຖາດ ຫຼື ໜານກ້າ (ໃຊ້ສໍາລັບກ້າແກ່ນ)
  •  ຊວ້ານມື ຫຼື ຊວ້ານ (ໃຊ້ຕັກວັດສະດຸປູກ)
  •  ຄຸນໍ້າ (ໃຊ້ສຳລັບແຊ່ເພື່ອກະຕຸ້ນແກ່ນ)
  •  ວັດສະດຸປູກ: ຊາຍ 1 ສ່ວນ, ແກບເຜົາ ½ ສ່ວນ, ກາບໝາກພ້າວຊັບລະອຽດ ½ ສ່ວນ (ກ້າໃຊ້ພາຖາດ)

ຂັ້ນຕອນການປະຕິບັດ

ກ. ການຄັດເລືອກແກ່ນພັນ: ເລືອກເອົາແກ່ນທີ່ແກ່, ມີສີເຂັ້ມ ຫຼື ສີດຳ ແລະ ເປັນແກ່ນຕື່ງເຕັມທີ່ (ແກ່ນບໍ່ລີບ).
ຂ. ການກະຕຸ້ນແກ່ນມີຫຼາຍວິທີຂຶ້ນກັບລັກສະນະຂອງແກ່ນເຊັ່ນວ່າ: ແກ່ນທີ່ມີຂະໜາດນ້ອຍແມ່ນໃຊ້ວິທີແຊ່ນໍ້າປະມານ 6-12 ຊົ່ວໂມງ ຫຼື 24 ຊົ່ວໂມງ (ໃຊ້ສໍາລັບແກ່ນພືດຜັກ ຫຼື ໄມ້ໃຫ້ໝາກບາງຊະນິດ), ສ່ວນແກ່ນທີ່ມີປີກ ຫຼື
ເປືອກແຂງແມ່ນຈະກະຕຸ້ນແກ່ນໂດຍວິທີການຕັດເປືອກໜ້ອຍໜຶ່ງ ຫຼື ວ່າຈະໃຊ້ກະດາດຊາຍມາຖູກ່ອນແລ້ວຈຶ່ງແຊ່ໃນອ່າງນໍ້າທີ່ສະອາດ ເພື່ອໃຫ້ນໍ້າສາມາດຊຶມຜ່ານເຂົ້າທາງໃນໄດ້ເປັນຢ່າງດີ (ໃຊ້ສຳລັບໄມ້ຍືນຕົ້ນ).
ຄ. ການກ້າມີ 2 ແບບຄື: ກ້າໃຊ້ພາຖາດ ແລະ ໜານກ້າການກ້າໃສ່ພາຖາດ ແມ່ນຈະໃຊ້ວັດສະດຸປູກລົງພາຖາດ
ກ່ອນຈາກນັ້ນຈຶ່ງຫວ່ານແກ່ນລົງພາຖາດໂດຍກົງຈາກນັ້ນຈຶ່ງເອົາວັດສະດຸປູກກົບໜ້າເລັກນ້ອຍ ຫຼືວ່າຈະໃຊ້ວິທີຢອດແກ່ນ ເຊິ່ງຕ້ອງໄດ້ໃຊ້ໄມ້ຂີດເປັນຮ່ອງ ຫຼື ເຮັດເປັນຂຸມເຊິ່ງໄລຍະຫ່າງຕ້ອງໃຫ້ເໜາະສົມກັບຂະໜາດຂອງແກ່ນຈາກນັ້ນຢອດແກ່ນ ແລະ ໃຊ້ວັດສະດຸປູກກົບໜ້າເລັກນ້ອຍແລ້ວຫົດນໍ້າໃຫ້ຊຸ່ມແລ້ວນໍາໄປໄວ້ສວນກ້າ ຫຼື ບ່ອນທີ່ປອດຈາກສັດຕູພືດ (ສໍາລັບແກ່ນຂະໜາດນ້ອຍ).
ງ. ການກ້າໃສ່ໜານ ແມ່ນຈະຕ້ອງກະກຽມໜານກ່ອນ ໂດຍໄຖພວນດິນສ້າງເປັນໜານ ຈາກນັ້ນຈຶ່ງຫວ່ານແກ່ນ ຫຼື
ຢອດແກ່ນລົງ (ໄລຍະຫ່າງຂຶ້ນກັບຂະໜາດຂອງແກ່ນ) ແລ້ວຫົດນໍ້າໃຫ້ຊຸ່ມ (ຄວນມີຕົວບັງແສງໃນໄລຍະທໍາອິດ).
ໃນແຕ່ລະວັນຄວນກວດກາຄວາມເປັນລະບຽບຮຽບຮ້ອຍແລ້ວຫົດນໍ້າທຸກໆມື້ ເມື່ອແກ່ນແຕກງອກ ແລະ ຈະເລີນເຕີບໂຕກາຍເປັນເບ້ຍໄມ້ທີ່ແຂງແຮງສາມາດນຳໄປຍ້າຍບົງ ຫຼື ນຳໄປປູກໃນພື້ນທີ່ຕົວຈິງໄດ້.

ການຂະຫຍາຍພັນພືດແບບບໍ່ອາໄສເພດ

ການຂະຫຍາຍພັນແບບບໍ່ອາໄສເພດແມ່ນ ການຂະຫຍາຍພັນໂດຍໃຊ້ພາກສ່ວນຕ່າງໆຂອງພືດ ເຊິ່ງມີຫຼາຍວິທີເຊັ່ນ:ປັກຊຳ, ໂທມງ່າ, ແຍກເຫງົ້າ, ທາບງ່າ, ສຽບຍອດ, ຕິດຕາ ແລະ ອື່ນໆ. ເຊິ່ງວິທີເຫຼົ່ານີ້ຈະຊ່ວຍຮັກສາລັກສະນະທີ່ດີຂອງພືດໄວ້.

ກ. ຂໍ້ດີຂອງການຂະຫຍາຍພັນແບບບໍ່ອາໄສເພດ

  •  ເຮັດໄດ້ງ່າຍ ແລະ ໃຫ້ຜົນຜະລິດໄວ
  •  ໄດ້ເບ້ຍໄມ້ຂະໜາດໃຫຍ່ ແລະ ຕົ້ນຕໍ່າ
  •  ມີລັກສະນະຄືກັບຕົ້ນແມ່ພັນ ແລະ ບໍ່ກາຍພັນ

ຂ. ຂໍ້ເສຍຂອງການຂະຫຍາຍພັນແບບບໍ່ອາໄສເພດ

  •  ບໍ່ມີລະບົບຮາກແກ້ວ (ຍົກເວັ້ນວິທີການທາບງ່າ, ສຽບຍອດ ແລະ ຕິດຕາ)
  •  ບໍ່ສາມາດທົນຕໍ່ລົມພາຍຸ ແລະ ຫັກໄດ້ງ່າຍ
  •  ມີອາຍຸສັ້ນ ແລະ ໃຫ້ຜົນຜະລິດໜ້ອຍປີລົງ

ການປັກຊໍາ

ການປັກຊໍາແມ່ນການນໍາເອົາພາກສ່ວນຕ່າງໆຂອງພືດທີ່ສາມາດຂະຫຍາຍພັນໄດ້ເຊັ່ນ: ລໍາຕົ້ນ ຫຼື ຍອດ, ໃບ, ຮາກ.ນຳມາຕັດ ແລະ ປັກຊຳໄວ້ໃນວັດສະດຸປູກທີ່ກຽມໄວ້. ເພື່ອໃຫ້ໄດ້ຕົ້ນພືດໃຫມ່ຈາກພາກສ່ວນພືດທີ່ນຳມາປັກຊຳ.ໂດຍມີຂັ້ນຕອນປະຕິບັດຕົວຈິງດັ່ງລຸ່ມນີ້:

ວັດສະດຸ ແລະ ອຸປະກອນ

  •  ກິ່ງພັນດີ.
  •  ມີດຕັດກິ່ງພັນ.
  •  ຖົງຢາງໃສ່ກິ່ງພັນ ແລະ ປົກຄຸມພາຖາດ.
  •  ພາສະນະຕ່າງໆ ຫຼື ກະໂຖ.
  •  ວັດສະດຸປູກ (ດິນປູກ 1 ສ່ວນ, ຊາຍ 2 ສ່ວນ, ແກບ 1 ສ່ວນ).
  •  ນໍ້າຢາເລັ່ງຮາກ.
  •  ໄມ້ຈີ້ມຂຸມທີ່ຈະປູກ.

ຂັ້ນຕອນການປັກຊຳ

ກ. ຄັດເລືອກກິ່ງພັນຈາກຕົ້ນແມ່ພັນດີ ແລະ ມີອາຍຸຢ່າງໜ້ອຍປະມານ 6-12 ເດືອນ ຂຶ້ນໄປ ທີ່ມີຍອດ ຫຼື ກິ່ງທີ ່
ແຂງແຮງສົມບູນບໍ່ມີພະຍາດ ແລະ ແມງໄມ້, ກິ່ງພັນຕ້ອງບໍ່ອ່ອນ ຫຼື ບໍ່ແກ່ເກີນໄປ ແລະ ເປັນງ່າທີ່ໄດ້ຮັບແສງສະ
ຫວ່າງຢ່າງພຽງພໍ.
ຂ. ໃຊ້ຄັດເຕີຕັດເອົາສ່ວນປາຍຍອດ ຫຼື ລຳຕົ້ນ, ປະມານ 10-20 ຊັງຕີແມັດ, ເຊິ່ງມີ 3-4 ຕາ, ການຕັດຄວນໃຫ້
ມີປາຍເຈີ້ຍເປັນມູມ 45 ອົງສາ, ສ່ວນໃບໃຫ້ເຫຼືອພຽງ 1-2 ໃບເພື່ອຫຼຸດຜ່ອນການຄາຍນໍ້າຂອງພືດ.
ຄ. ນໍາກິ່ງພັນດີທີ່ຕັດມາຈຸ່ມ ຫຼື ແຊ່ ໃນນໍ້າຢາເລັ່ງຮາກປະມານ 15 ນາທີ. ແຕ່ຖ້າບໍ່ມີນໍ້າຢາເລັ່ງຮາກກ່ໍສາມາດປັກ
ຊຳໄດ້ຜົນຄືກັນ (ບາງຊະນິດກໍ່ບໍ່ໄດ້ຜົນ).
ງ. ນຳກິ່ງພັນດີທີ່ແຊ່ນໍ້າຢາເລັ່ງຮາກແລ້ວມາປັກຊຳໃນເບົ້າ, ກະບະ ຫຼື ໃນໜານ ໃຫ້ເລິກປະມານ 5-8 ຊັງຕີແມັດ.
(ເວລາປັກຊໍາທີ່ດີຄວນເຮັດໃນຕອນເຊົ້າ ຫຼື ຕອນແລງ).
http://hukased.blogspot.com/

ການປັກຊຳ


http://hukased.blogspot.com/
















ການຕອນ ຫຼື ໂທມງ່າ

ການໂທມງ່າແມ່ນວິທີການເຮັດໃຫ້ກິ່ງ ຫຼື ລໍາຕົ້ນພືດ (ຕົ້ນແມ່ພັນດີ) ເກີດມີຮາກໃຫມ່ຂຶ້ນ. ໃຫ້ກິ່ງພັນທີ່ໄດ້ມີລັກສະ
ນະສາຍພັນຄ້າຍຄືຕົ້ນແມ່ພັນເດີມທຸກປະການໂດຍມີຂັ້ນຕອນປະຕິບັດຕົວຈິງດັ່ງລຸ່ມນີ້.

ວັດສະດຸ ແລະ ອຸປະກອນ

  •  ກິ່ງພັນດີ.
  •  ມີດຕັດກິ່ງພັນ.
  •  ມີດໂທມງ່າ.
  •  ຖົງຢາງຂະໜາດ 4x6 ນິ້ວ.
  •  ເຊືອກຟາງ.
  •  ກາບໝາກພ້າວສັບລະອຽດ.

ຂັ້ນຕອນການປະຕິບັດ

ກ. ກຽມວັດສະດຸເຊັ່ນ ນໍາເອົາກາບພ້າວທີ່ບົດມາຕົ້ມນໍ້າປະມານ 4-6 ຊົ່ວໂມງ ຫຼັງຈາກນັ້ນກໍ່ນໍາມາໃສ່ຖົງຢາງພລາສ໌ຕິກຂະໜາດ 4x6 ນິ້ວ ແລ້ວມັດເປັນຖົງປະໄວ້.
ຂ. ຄັດເລືອກງ່າທີ່ບໍ່ນ້ອຍ ຫຼື ໃຫຍ່ເກີນໄປເຊິ່ງມີອາຍຸປະມານ 6-12 ເດືອນ ຫຼື ເຮົາສາມາດສັງເກດເບິ່ງງ່າທີ່ມີສີ
ຂາວອົມເທົາ, ເປັນງ່າທີ່ໄດ້ຮັບແສງສະຫວ່າງ ແລະ ມີມູມ 45 ອົງສາ.
ຄ. ປາດງ່າຢູ່ບໍລິເວນກ້ອງຂໍ້ (node) ຫຼື ກ້ອງຂໍ້ລົງມາປະມານ ½ -1 ຊັງຕີແມັດ ໂດຍປາດ 2 ຮອຍຫ່າງກັນ
2,5 ຊັງຕີແມັດ ຫຼື ເທົ່າກັບເສັ້ນວົງຮອບຂອງງ່າທີ່ຈະຕອນແລ້ວລອກເປືອກອອກລະວັງຢ່າປາດເລິກກາຍເນື້ອເຍື່ອ
ເພາະເຮັດໃຫ້ງ່າຕາຍໄດ້.
ງ. ຂູດເນື້ອເຍື່ອ (cambium) ອອກໃຫ້ໝົດ ເວລາຂູດໃຫ້ຂູດຈາກເທິງລົງມາທາງລຸ່ມຢ່າຂູດສະຫຼັບກັນ.
ຈ. ຖ້າເປັນໄມ້ມີຢາງຫຼັງຂູດເນື້ອເຍື່ອອອກແລ້ວປະໄວ້ 3-7 ວັນ ເພື່ອໃຫ້ນໍ້າຢາງແຫ້ງ.
ສ. ຖ້າມີນໍ້າຢາຮໍໂມນເລັ່ງຮາກ ຄວນໃຊ້ຮໍໂມນທາຮອຍປາດເບື້ອງເທິງ.
ຊ. ນໍາເອົາຖົງກາບພ້າວທີ່ກຽມໄວ້ມາປາດແລ້ວ ບີບນໍ້າອອກມັດຫຸ້ມປາກບາດຫັຼງຈາກນັ້ນມັດດ້ວຍເຊືອກສອງສົ້ນໃຫ້ແໜ້ນພໍສົມຄວນ.
ຍ. ຈາກນັ້ນ 2 ອາທິດແລ້ວກວດເຊັກເບິ່ງເມື່ອໄດ້ປະມານໜຶ່ງ ຫຼື ສອງເດືອນກໍ່ຈະເຫັນຮາກສີຂາວອອກມາຢູ່ຕາມຖົງກາບພ້າວ.

http://hukased.blogspot.com/

ການຕອນ ຫຼື ໂທມງ່າ

ການແຍກເຫງົ້າ

ການແຍກເຫງົ້າແມ່ນການແບ່ງເຫງົ້າຂອງຕົ້ນແມ່ພັນເດີມອອກເປັນ 2 ຕົ້ນຂຶ້ນໄປ ເຊິ່ງເຮັດໃຫ້ພືດມີຈຳນວນເພີ່ມຂຶ້ນເປັນແບບທະວີຄູນ ແຕ່ລັກສະນະສາຍພັນຍັງຄາຍຄືຕົ້ນແມ່ນພັນເດີມ. ໂດຍມີຂັ້ນຕອນປະຕິບັດຕົວຈິງດັ່ງລຸ່ມນີ້.

ວັດສະດຸ ແລະ ອຸປະກອນ

  •  ຕົ້ນແມ່ພັນດີ
  •  ຄັດເຕີ ຫຼື ມີດຕັດ
  •  ສຽມ ຫຼື ຊວ້ານ
  •  ຖົງຢາງຂະໜາດ 4x7 ຫຼື 6x12
  •  ດິນປູກ (ດິນປູກ 1 ສ່ວນ, ຊາຍ 2 ສ່ວນ, ແກບ 1 ສ່ວນ)

ຂັ້ນຕອນການປະຕິບັດ

ກ. ກຽມເບົ້າ ຫຼື ກະບະທີ່ມີພືດຕ້ອງການແຍກ, ວັດສະດຸປູກ ແລະ ເບົ້າ ຫຼື ກະບະ/ພາຖາດ.
ຂ. ເລືອກຕົ້ນແມ່ພັນທີ່ດີ ຕ້ອງເປັນສຸມທີ່ໃຫຍ່, ແໜ້ນ ແລະ ມີລັກສະນະແຂງແຮງທົນທານຕໍ່ກັບເຊື້ອພະຍາດ.
ຄ. ໃຊ້ຊວ້ານມື ຫຼື ຄັດເຕີຕັດແຍກພືດອອກເປັນສຸມໂດຍໃຫ້ໜຶ່ງສຸມມີໜຶ່ງໜໍ່ ຫຼື ສອງໜໍ່ຂຶ້ນໄປ.
ງ. ແລ້ວນໍາມາປູກໃສ່ໂຖ ຫຼື ຖົງຢາງໂດຍໃຫ້ວັດສະດຸປູກຖົມເຫງົ້າພຽງເລັກນ້ອຍ.
ຈ. ຈາກນັ້ນເອົາມາພັກໄວ້ໃນຕູ້ອົບ ຫຼື ເຮືອນຮົ່ມປະມານ 2-3 ເດືອນ ຈຶ່ງສາມາດນໍາໄປປູກໄດ້

ການແຍກເຫງົ້າ

ການທາບງ່າ

ການທາບງ່າແມ່ນການນຳເອົາພືດ 2 ຕົ້ນມາເປັນຕົ້ນດຽວກັນ ໂດຍພາກສ່ວນຕົ້ນຕໍທີ່ນຳມາທາບງ່າຈະເຮັດໜ້າທີ່ເປັນລະບົບຮາກເພື່ອຫາອາຫານໃຫ້ກິ່ງພັນດີ. ໂດຍມີຂັ້ນຕອນປະຕິບັດຕົວຈິງດັ່ງລຸ່ມນີ້.

ວັດສະດຸ ແລະ ອຸປະກອນ

  •  ກິ່ງພັນດີ.
  •  ຕົ້ນຕໍ
  •  ມີດຕັດກິ່ງພັນ.
  •  ເຊືອກຟາງ.
  •  ກາບໝາກພ້າວສັບລະອຽດ.
  •  ເຊືອກພັນກິ່ງ

ຂັ້ນຕອນການປະຕິບັດ

ກ. ການກະກຽມຕົ້ນຕໍ: ຕົ້ນຕໍມີອາຍຸປະມານ 8-12 ເດືອນ ມີລະບົບຮາກທີ່ແຂງແຮງສົມບູນ ແລະ ເປັນຊະນິດດຽວ
ກັບກິ່ງພັນດີ, ນໍາຕົ້ນຕໍທີ່ຂຸດອອກຈາກໜານມາຕັດຮາກແກ້ວອອກໃຫ້ສັ້ນ ຫຼື ຍາວປະມານ 10 ຊັງຕີແມັດ. ຕັດຮາກຝອຍອອກແລ້ວນຳໄປໃສ່ຖົງຢາງ. ຈາກນັ້ນ ນໍາກາບໝາກພ້າວມາໃສ່ຖົງຢາງຈົນເຕັມ ແລະ ນໍາເອົາຕົ້ນຕໍກໍ່ໃສ່ລົງໄປແລ້ວໃຊ້ເຊືອກຟາງມັດໄວ້.
ຂ. ເລືອກກິ່ງພັນດີ ຄວນເລືອກເອົາຈາກຕົ້ນແມ່ພັນດີທີ່ແຂງແຮງ, ໄດ້ຮັບໝາກຜົນຫຼາຍ (ໄມ້ໃຫ້ໝາກ). ເປັນກິ່ງທີ່
ຮັບແສງສະຫວ່າງພຽງພໍ, ມີມູມອ່ຽງ 45 ອົງສາ, ກິ່ງບໍ່ອ່ອນ ແລະ ບໍ່ແກ່ເກີນໄປ.
ຄ. ໃຊ້ມີດປາດໄປຕາມລວງຍາວຂອງກິ່ງງ່າຂອງຕົ້ນໄມ້ຍາວປະມານ 5-8 ຊັງຕີແມັດ.
ງ. ຕົ້ນຕໍຍາວປະມານ 15-18 ຊັງຕີແມັດ. ນໍາຕົ້ນຕໍມາປາດຍາວສະຫຼຽງຂ້າງໜຶ່ງ ແລະ ປາດລັດທີ່ປາຍອີກດ້ານໜຶ່ງ
ຈ. ໃຊ້ເທບຄຽນອ້ອມຮອບບໍລິເວນປາກບາດໃຫ້ແໜ້ນ
ສ. ໃຊ້ມີດປາດລັດກ້ວາງປະມານ 1 ຊັງຕີແມັດ ແລ້ວລອກເອົາເປືອກອອກເພື່ອເປັນການຕັດທໍ່ລໍາລຽງອາຫານ
ຊ. ປະໄວ້ປະມານ 45 ວັນ ກ່ໍຈະເຫັນຮາກຂອງຕົ້ນຕໍນັ້ນອອກມາຈົນກວ່າຈະມີຮາກຫຼາຍ ແລ້ວຈິ່ງຕັດເອົາຕົ້ນໄມ້ດັ່ງກ່າວນັ້ນມາຊຳໄດ້.

ການທາບງ່າ

ການຕິດຕາ

ການຕິດຕາແມ່ນການເຊື່ອມຕິດຂອງລຳຕົ້ນ ແລະ ຕາພັນດີເຂົ້າດ້ວຍກັນ ເພື່ອຈະເລີນເຕີບໂຕເປັນຕົ້ນດຽວກັນ
ໂດຍການນຳແຜ່ນຕາຈາກຕົ້ນພັນດີໄປຕິດກັບຕົ້ນຕໍ. ການຕິດຕາມີຫຼາຍແບບເຊັ່ນ: ການຕິດຕາແບບຕົວເຕ (T),
ຕິດຕາແບບປ່ອງຢ້ຽມ, ຕິດຕາແບບ 4 ລ່ຽມຍາວ ແລະ ແບບໃຊ້ກັບຕົ້ນພືດທີ່ລອກເປືອກຍາກ ເຊິ່ງໃນນີ້ຈະນໍາສະ
ເໜີພຽງວິທີດຽວຄື: ການຕິດຕາແແບບຕົວເຕ T ດັ່ງນີ້:
ກ. ການເລືອກຕົ້ນຕໍ ແມ່ນຄ້າຍຄືກັບການເລືອກຕົ້ນຕໍຂອງວິທີການສຽບຍອດ
ຂ. ການເລືອກຕາຈາກຕົ້ນພັນດີແມ່ນເລືອກຈາກຕົ້ນທີ່ແຂງແຮງ ແລະ ສົມບູນ
ຄ. ປາດຕົ້ນຕໍເປັນຮູບຕົວເຕ T ປາດຍາວປະມານ 3-5 ຊັງຕີແມັດ. ເປີດເປືອກອອກພຽງເລັກນ້ອຍ
ງ. ປາດແຜ່ນຕາເປັນຮູບໂລ່ແລ້ວແກະເນື້ອໄມ້ອອກ.
ຈ. ສອດແຜ່ນຕາເຂົ້າໄປໃຫ້ແໜ້ນແລ້ວຕັດສ່ວນທີ່ເຫຼືອອອກໃຫ້ພໍດີກັບບ່ອນປາດ.
ສ. ພັນດ້ວຍແຜ່ນຢາງໃຫ້ແໜ້ນປະໄວ້ປະມານ 7-10 ວັນຈະເຫັນຕາສີຂາວຕຸ່ມຂຶ້ນຫັຼງຈາກນັ້ນເຮົາກໍ່ມາຍເອົາຢາງ
ທີ່ພັນນັ້ນອອກແລ້ວກໍ່ພັນຄືນ ໂດຍຈົ່ງຕາທີ່ຈະປົ່ງຂຶ້ນນັ້ນໄວ້.
ຊ. ເມື່ອຕາແຕກອອກມາແລ້ວກໍ່ເລີ່ມຕັດຍອດຕົ້ນຕໍຖິ້ມໂດຍໃຫ້ຫ່າງຈາກຕາປະມານ 2-3 ຊັງຕີແມັດ.

ການຕິດຕາ



ການສຽບຍອດ

ການສຽບຍອດແມ່ນການເຊື່ອມຕິດເນື້ອເຍື່ອຂອງຕົ້ນພືດ 2 ຕົ້ນເຂົ້າຫາກັນ ເພື່ອໃຫ້ຈະເລີນເຕີບໂຕເປັນຕົ້ນດຽວ
ກັນ. ເຊິ່ງປະກອບມີຫຼາຍແບບຄື: ແບບເຂົ້າຫຼີ້ມ, ແບບສຽບຂ້າງ ແລະ ແບບປະກົບກັນ. ເຊິ່ງເຮົາໄດ້ຍົກຕົວຢ່າງ 2
ແບບຄື: ການສຽບຍອດ ແລະ ການສຽບຂ້າງ.

ການສຽບຍອດແບບສຽບຂ້າງ:

ກ. ເລືອກຕົ້ນທີ່ສົມບູນທີ່ປູກໃນກະຖັງ, ໝໍ້, ຖົງພລາສ໌ຕິກ ຫຼື ໃນໜານກ້າ.
ຂ. ເລືອກງ່າພັນດີທີ່ບໍ່ສູງປານໃດເພື່ອສະດວກໃນການປະຕິບັດງານ, ງ່າພັນທີ່ເໝາະສົມກັບຕົ້ນຕໍຄວນມີຂະໜາດ
ໃຫຍ່ໃກ້ຄຽງກັນ.
ຄ. ປາດງ່າພັນດີໃຫ້ເຂົ້າເນື້ອໄມ້ໃຫ້ເລິກບໍ່ເກີນ 1/2 ຂອງງ່ານັ້ນ, ມີຄວາມຍາວເທົ່າກັບຮອຍປາກບາດຂອງຕົ້ນຕໍເຊິ່ງຮອຍປາດໃຫ້ມີຂະໜາດຢູ່ໃນລະຫວ່າງ 3-5 ຊັງຕີແມັດ.
ງ. ຕັດຍອດຕົ້ນຕໍທາງດຽວກັນກັບບາດແຜຂອງງ່າປາດເປັນຮູບປາກສະຫຼາມຍາວເທົ່າກັບບາດແຜຂອງງ່າພັນດີ.
ຈ. ສອດປາຍຕົ້ນຕໍເຂົ້າໄປໃນປາກບາດງ່າພັນດີເຊິ່ງໃຫ້ທາງໃນເນື້ອເຍື່ອຈະເລີນກົງກັນ.
ສ. ແລ້ວພັນດ້ວຍພລາສ໌ຕິກໃຫ້ແໜ້ນ, ໃຊ້ເວລາປະມານ 2-3 ອາທິດແລ້ວເນື້ອເຍື່ອທັງສອງງ່າຈະປະສານກັນ.

http://hukased.blogspot.com/

ການສຽບຍອດແບບສຽບຂ້າງ:




No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ