google-site-verification: google0d91bc93cfc88895.html ຍຸດທະສາດໃນການປະສົມເກສອນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, August 13, 2016

ຍຸດທະສາດໃນການປະສົມເກສອນ


ການປະສົມເກສອນເກີດຂຶ້ນເມື່ອລະອອງເກສອນເຄື່ອນຍ້າຍຈາກອະໄວຍະວະເພດຜູ້ໄປຕົກໃສ່ຍອດເກສອນເພດແມ່ຂອງອະໄວຍະວະເພດແມ່. ການປະສົມເກສອນອາດຈະຖືກປະຕິບັດກ່ອນການເຮັດໃຫ້ເກີດໄຂ່ອ່ອນຂຶ້ນ ເຊັ່ນ: ການສ້າງຕົ້ນອ່ອນໂດຍຜ່ານການລວມຕົວກັນຂອງຈຸລັງເກສອນທີ່ມີໄຂ່ອ່ອນ. ສິ່ງທີ່ຊ່ວຍໃນການປະສົມເກສອນຂອງພືດແມ່ນແມງໄມ້ ຫຼື ລົມ, ເຊິ່ງຈະນໍາສົ່ງລະອອງເກສອນຈາກອະໄວຍະວະເພດຜູ້ໄປຫາອະໄວຍະ ວະເພດແມ່. ເພາະສະນັ້ນ, ແມງໄມ້ຈຶ່ງມີບົດບາດສໍາຄັນໃນການຜະລິດໝາກ ແລະ ເປັນອົງປະກອບທີ່ສໍາຄັນໃນການຜະລິດຜັກ ແລະໝາກໄມ້ໃຫ້ໄດ້ຈໍານວນຫຼາຍ.

ການປະສົມເກສອນມີ 3 ປະເພດຄື:

ກ. ການປະສົມເກສອນໃນດອກດຽວກັນ ຫຼື ຕົ້ນດຽວກັນ ເກີດຂຶ້ນເມື່ອດອກສາມາດນໍາເອົາລະອອງຈາກເກສອນໂຕຜູ້ໄປຫາເກສອນໂຕແມ່ດ້ວຍຕົວມັນເອງ (ເກສອນໂຕຜູ້ປະສົມພັນກັບເກສອນໂຕແມ່). ພືດບາງຊະນິດສາມາດດໍາເນີນການປະສົມເກສອນໃນດອກດຽວກັນ ຫຼື ຕົ້ນດຽວກັນໄດ້.
ຂ. ການປະສົມເກສອນຈາກດອກໜຶ່ງໄປຫາອີກຕົ້ນໜຶ່ງ, ຂະບວນການນີ້ຖືກເອີ້ນວ່າ: ການປະສົມເກສອນຈາກດອກໜຶ່ງໄປຫາອີກດອກໜຶ່ງ. ໃນກໍລະນີນີ້, ຄົນປູກຈະຕ້ອງປູກຢ່າງໜ້ອຍສອງຕົ້ນເພື່ອທີ່ຈະຜະລິດໝາກໄດ້.
ຄ. ການປະສົມເກສອນທຽມ ເກີດຂຶ້ນເມື່ອມີຄົນນໍາເອົາລະອອງເກສອນຈາກເກສອນໂຕຜູ້ໄປວາງໃສ່ຍອດເກສອນໂຕແມ່. ມັນເປັນສິ່ງທີ່ສໍາຄັນຖ້າຫາກບໍ່ມີແມງໄມ້ຕ່າງໆຢູ່ໃນບໍລິເວນດັ່ງກ່າວນັ້ນ ເຊິ່ງກໍລະນີນີ້ຈະເກີດຂຶ້ນໃນເວລາທີ່ນໍາໃຊ້ຢາຂ້າແມງໄມ້ ຫຼື ສານເຄມີອື່ນໆ.

http://hukased.blogspot.com/
 ການປະສົມເກສອນ
ພືດສາມາດສະແດງໃຫ້ເຫັນເຖິງຄວາມແຕກຕ່າງຂອງດອກໄມ້ໄດ້ຂ້ອນຂ້າງຊັດເຈນ. ນີ້ເປັນສ່ວນໜຶ່ງທີ່ເກີດຈາກຍຸດທະສາດຂອງພືດໃນການປະສົມເກສອນຂອງມັນ. ດອກໄມ້ຈະໃຫຍ່, ສົດໃສ ແລະ ມີຫຼາຍສີສັນແມ່ນຂຶ້ນກັບສັດຈໍາພວກແມງໄມ້ ຫຼື ນົກ, ທີ່ຈະນໍາເອົາເກສອນຈາກດອກໜຶ່ງໄປວາງໃສ່ອີກດອກໜຶ່ງ, ເຊິ່ງສັດຈະແນມເຫັນສີສົດໃສໄດ ້ຢ່າງງ່າຍດາຍ. ພືດທີ່ຖືກປະສົມເກສອນຈາກສັດຈະດຶງດູດບັນດາແມງໄມ້ທີ່ຢູ່ໃນສວນ, ເຊັ່ນວ່າ: ແມງກະເບື້ອ, ແມງເຜິ້ງ. ແມງໄມ້ເຫຼົ່ານີ້ຍັງນໍາເອົາລະອອງເກສອນໂຕຜູ້ໄປຫາເກສອນໂຕແມ່ໃຫ້ກັບພືດຕົ້ນອື່ນໆໃນບໍລິເວນຂອງສວນເຊັ່ນ: ການປູກຜັກ, ເຊິ່ງຈະເປັນການເພີ່ມຜົນຜະລິດຂອງໝາກ. ສະຫຼຸບແລ້ວ, ບັນດາສັດປ່າອື່ນໆເຊັ່ນ: ຈໍາພວກນົກຍັງຄົງຈະເຂົ້າມາອາໄສຢູ່ພາຍໃນສວນ ເພາະວ່າພວກເຂົາໄດ້ໃຫ້ອາຫານບັນດາແມງໄມ້ເຫຼົ່ານັ້ນ. ໃນທາງກົງກັນຂ້າມ,ດອກໄມ້ທີ່ນ້ອຍ, ມີສີຂຽວ, ບໍ່ງາມແມ່ນເພິ່ງພາລົມເພື່ອນໍາສົ່ງເກສອນຂອງພວກມັນ, ເຊິ່ງນີ້ເປັນເຫດຜົນທີ່ວ່າຍ້ອນຫຍັງມັນຈຶ່ງບໍ່ຈໍາເປັນຕ້ອງມີລັກສະນະທີ່ໂດດເດັ່ນພືດເຫຼົ່ານີ້ກໍ່ມີຄວາມສໍາຄັນເພາະວ່າພວກມັນສາມາດແຜ່ກະຈາຍຢູ່ໃນສິ່ງແວດລ້ອມທີ່ບໍ່ມີສັດ ແລະ ພື້ນດິນທີ່ເປົ່າວ່າງໄດ້ຢ່າງວ່ອງໄວ, ເຊິ່ງຈະຊ່ວຍປ້ອງກັນຈາກການເຊາະເຈື່ອນຂອງດິນ.

http://hukased.blogspot.com/
ແມງໄມ້

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ