google-site-verification: google0d91bc93cfc88895.html ລັກ​ສະ​ນະ ​ທາງວິ​ທະ​ຍາ​ສາດ ຂອງ​ເຂົ້າ ທ່າ​ດອກ​ຄຳ 1 - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, August 12, 2016

ລັກ​ສະ​ນະ ​ທາງວິ​ທະ​ຍາ​ສາດ ຂອງ​ເຂົ້າ ທ່າ​ດອກ​ຄຳ 1

ລັກ​ສະ​ນະ ​ທາງວິ​ທະ​ຍາ​ສາດ ຂອງ​ເຂົ້າ ທ່າ​ດອກ​ຄຳ 1

ລະດັບຄວາມທົນທານຕໍ່ແມງໄມ້, ພະຍາດ ແລະ Feເປັນພິດໂດຍທົ່ວໄປ,  ສົມທຽບໃສ່  ທ່າດອກຄຳ1ເຫັນວ່າ  ທ່າດອກຄຳ1-ທົນນ້ຳຖ້ວມ  ແມ່ນມີລະ ດັບຄວາມທົນທານຕໍ່ແມງໄມ້  ແລະ  ພະຍາດຕໍ່າ ກວ່າທ່າດອກຄຳ1.  ທ່າດອກຄຳ1-ທົນນ້ຳຖ້ວມ ແມ່ນບໍ່ທົນທານຕໍ່ການທຳລາຍຂອງເພັ້ຍຈັກຈັ່ນສີນ້ຳຕານ, ເພັ້ຍຈັກຈັ່ນສີຂຽວ, ດ້ວງກໍ, ແມງບົ່ວ, ພະຍາດເຂົ້າຜູ້,  ພະຍາດຄໍຮວງເນົ່າ  ແລະ  ປັບຕົວບໍ່ໄດ້ດີ  ໃນສະພາບດິນທີ່ມີປະກົດການ Fe
ເປັນພິດ (ຕາຕະລາງ 5ແລະ 6).

ລັກ​ສະ​ນະ ​ທາງວິ​ທະ​ຍາ​ສາດ ຂອງ​ເຂົ້າ ທ່າ​ດອກ​ຄຳ 1ລັກ​ສະ​ນະ ​ທາງວິ​ທະ​ຍາ​ສາດ ຂອງ​ເຂົ້າ ທ່າ​ດອກ​ຄຳ 1

ຄຸນນະພາບຂອງເຂົ້າ 

ລັກສະນະຂອງເມັດເຂົ້າເປືອກ ແລະ  ເຂົ້າ ກ້ອງ: 

            ທ່າດອກຄຳ1-ທົນນ້ຳຖ້ວມ  ມີສີເມັດເຂົ້າ ເປືອກສີເຟືອງ,  ເມັດຍາວ  10.05 ມມ,  ອັດຕາ ສ່ວນລວງຍາວ/ລວງກວ້າງ 3.82,  ມີຮູບຮ່າງເມັດ ຍາວຮຽວ  ຂ້ອນຂ້າງນ້ອຍກວ່າ  ທ່າດອກຄຳ1. ທ່າດອກຄຳ1 ເມັດເຂົ້າເປືອກ  ສີນ້ຳຕານແກ່, ເມັດຍາວ  10.44 ມມ,  ອັດຕາສ່ວນລວງຍາວ/ລວງກວ້າງ 3.85,  ມີຮູບຮ່າງເມັດຍາວຮຽວ  ແຕ່ ຂ້ອນຂ້າງໃຫຍ່ກວ່າ  ທ່າດອກຄຳ1-ທົນນ້ຳຖ້ວມ. ສ່ວນເຂົ້າກ້ອງ,  ທ່າດອກຄຳ1-ທົນນ້ຳຖ້ວມ  ມີສີ ຂາວ, ເມັດຍາວ 7.19ມມ, ລວງຍາວ/ລວງກວ້າງ 3.08 ແລະ  ເມັດຍາວຮຽວ.  ທ່າດອກຄຳ1 ເມັດ ເຂົ້າກ້ອງສີຂາວ, ຍາວ 7.27ມມ, ລວງຍາວ/ລວງ ກວ້າງ 3.09ແລະ ເມັດຍາວຮຽວ (ຕາຕະລາງ 7).

ລັກ​ສະ​ນະ ​ທາງວິ​ທະ​ຍາ​ສາດ ຂອງ​ເຂົ້າ ທ່າ​ດອກ​ຄຳ 1

           ຄຸນນະພາບໃນການສີ: ຕາຕະລາງ  8 ສະແດງ ໃຫ້ເຫັນຄຸນນະພາບໃນການສີ  ຂອງທ່າດອກຄຳ 1-ທົນນ້ຳຖ້ວມ  ສົມທຽບໃສ່ທ່າດອກຄຳ1.  ທ່າ ດອກຄຳ1-ທົນນ້ຳຖ້ວມ  ມີເປີເຊັນເຂົ້າກ້ອງຕໍ່າ ກວ່າທ່າດອກຄຳ1 67.54% ແລະ  70.5% ຕາມ ລຳດັບ;  ເປີເຊັນເຂົ້າສານສີໄດ້  ເທົ່າທຽມກັນ  ແຕ່ ທ່າດອກຄຳ1-ທົນນ້ຳຖ້ວມ  ມີເປີເຊັນເຂົ້າສານ ປະເພດ 1ສູງກວ່າ ທ່າດອກຄຳ1  45.1%ແລະ 37.86%ຕາມລຳດັບ.ຄຸນນະພາບໃນການກິນ: ຈາກຕາຕະລາງ 9, ສະແດງໃຫ້ເຫັນວ່າ  ທ່າດອກຄຳ1-ທົນນ້ຳຖ້ວມ ມີຄຸນນະພາບໃນການກິນດີ  ເທົ່າທຽມກັນກັບທ່າ ດອກຄຳ1:  ກິນແຊບ,  ອ່ອນນຸ້ມດີ  ແຕ່ບໍ່ຫອມ; ເຂົ້າເຢັນຫຼັງໜື້ງສຸກ  1 ຊົ່ວໂມງ  ແມ່ນມີຄວາມ ອ່ອນນຸ້ມປານກາງ.ລັກສະນະປະຈຳພັນ ລັກສະນະປະຈຳພັນ 46 ລັກສະນະ,  ຮູບ ຮ່າງຂອງລຳຕົ້ນ  ແລະ  ເມັດເຂົ້າເປືອກ,  ເຂົ້າກ້ອງ  ແລະ  ເຂົ້າສານ;  ແລະ  ສະພາບການຈະ ເລີນເຕີບໂຕ  ໃນການຜະລິດຊາວນາ  ສະແດງ ໃນຕາຕະລາງ 11, ຮູບ 1, 2ແລະ 3.


​ລັກ​ສະ​ນະ​ເມັດ​ພັນ​ເຂົ້າ ທ່າ​ດອກ​ຄຳ1



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ