google-site-verification: google0d91bc93cfc88895.html ລັກສະນະທາງກາຍະວິພາກຂອງໝາກໄມ້ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, August 13, 2016

ລັກສະນະທາງກາຍະວິພາກຂອງໝາກໄມ້


ໝາກຈະຖືກຜະລິດຂຶ້ນພາຍຫຼັງການປະສົມພັນຂອງໄຂ່ອ່ອນໂດຍຈຸລັງເກສອນ. ເປືອກຫຸ້ມໝາກທີ່ຢູ່ອ້ອມຮອບແກ່ນຖືກປ່ຽນຮູບຮ່າງດ້ວຍຮັງໄຂ່ ແລະ ໄຂ່ອ່ອນແຕ່ລະໜ່ວຍຈະຜະລິດແກ່ນຂຶ້ນມາ. ສະນັ້ນ, ຮັງໄຂ່ອັນໜຶ່ງຈະບັນຈຸໄຂ່ອ່ອນ 10 ໜ່ວຍ ເຊິ່ງສາມາດຜະລິດແກ່ນໄດ້ເຖິງ 10 ແກ່ນ.ເປືອກຫຸ້ມໝາກຖືກແບ່ງອອກເປັນ 3 ຊັ້ນຄື: ຊັ້ນທໍາອິດແມ່ນເປືອກຊັ້ນນອກ ເຊິ່ງເປັນຜິວຂອງໝາກໄມ້, ສ່ວນເປືອກຊັ້ນກາງແມ່ນຢູ່ລະຫວ່າງກາງຂອງເປືອກຊັ້ນນອກ ແລະເປືອກຊັ້ນໃນ. ຊັ້ນສຸດທ້າຍແມ່ນເປືອກຊັ້ນໃນເຊິ່ງເປັນຊັ້ນທີ່ຢູ່ໃກ້ກັບແກ່ນ, ເຖິງຢ່າງໃດກໍ່ຕາມໝາກໄມ້ມີຮູບຮ່າງທີ່ແຕກຕ່າງກັນ ອັນທີ່ໜຶ່ງແມ່ນໝາກໄມ້ມີຊ່ອງເກັບຈຸລັງທີ ່ແຕກຕ່າງກັນ (ເຊັ່ນໝາກກ້ຽງ ຫຼື ໝາກເລັ່ນ) ທີ່ຖືກເຊື່ອມຕໍ່ກັບຊ່ອງເກັບຈຸລັງຈໍານວນຫຼາຍ ທີ່ຢູ່ໃນຮັງໄຂ່ຂອງດອກໄມ້.ສະນັ້ນ, ຄຸນລັກສະນະຂອງເປືອກຊັ້ນນອກ, ເປືອກຊັ້ນກາງ ແລະ ເປືອກຊັ້ນໃນ ສາມາດປ່ຽນແປງໄດ້ດັ່ງນີ້: ໝາກໄມ້ອາດຈະມີເປືອກຊັ້ນນອກທີ່ໜາ ເພື່ອປ້ອງກັນແກ່ນຂອງມັນ ໃນຂະນະທີ່ໝາກອື່ນໆສະແດງໃຫ້ເຫັນເປືອກຊັ້ນນອກອ່ອນນຸ້ມ ແລະ ເປືອກຊັ້ນກາງມີເນື້ອຢ່າງຫຼວງຫຼາຍ ແລະ ໝາກອື່ນໆມີເສັ້ນໃຍທີ່ມີລັກສະນະຄ້າຍຄືກັບເປືອກຊັ້ນນອກພ້ອມທັງມີເປືອກຊັ້ນກາງ ແລະ ເປືອກຊັ້ນໃນທີ່ນ້ອຍ.

ໝາກ

ການແຜ່ພັນ

ຄຸນລັກສະນະຂອງໝາກ ມີຄວາມກ່ຽວພັນກັບວິທີການໃນການແຜ່ພັນຂອງພືດ. ໝາກໄມ້ທີ່ໃຫຍ່ ແລະ ມີສີສັນຈະຖືກສັດກິນແລ້ວຈະມີອາຈົມຢູ່ຫ່າງຈາກຕົ້ນໄມ້ທີ່ກິນ ແລະ ມີແກ່ນທີ່ພ້ອມຈະປົ່ງງອກຂຶ້ນມາ. ສັດຍັງສາມາດແຜ່ພັນໝາກດ້ວຍແກ່ນທີ່ຕິດຢູ່ກັບຂົນຂອງພວກມັນອີກດ້ວຍ. ໝາກໄມ້ແຫ້ງມີສ່ວນທີ່ງອກຍາວອອກມາ ແມ່ນແຜ່ພັນດ້ວຍລົມ,ດັ່ງນັ້ນ ພວກມັນສາມາດແຜ່ພັນໃນບ່ອນທີ່ຫ່າງໄກອອກໄປ, ດັ່ງໃນກໍລະນີຂອງຕົ້ນໄມ້ຕະກຸນ Dipterocarpus ແລະ Asteraceae.

ນໍ້າຍັງສາມາດພັດເອົາໝາກໄມ້ ຫຼື ແກ່ນຂອງໝາກໄມ້ຢູ່ໃນນໍ້າ ທີ່ລອຍຢູ່ເທິງໜ້ານໍ້າ. ພືດບາງຊະນິດດອກໄມ້,
ໄດ້ມີການແຕກດອກອອກເປັນໝາກ, ແກ່ນກໍ່ຕົກຫຼົ່ນຢູ່ອ້ອມແອ້ມຕົ້ນຂອງມັນ. ສະຫຼຸບແລ້ວ, ຍັງມີໝາກໄມ້ທີ່ບໍ່ສະ
ແດງວິທີການໃນການແຜ່ພັນນອກຈາກແຮງດຶງດູດ ດັ່ງນັ້ນເມື່ອມັນຕົກລົງພື້ນອ້ອມແອ້ມຕົ້ນຂອງມັນມັນກໍ່ຈະປົ່ງຂຶ້ນຢູ່ບ່ອນນັ້ນ. ຄົນປູກອາດຈະເລືອກພືດທີ່ດຶງດູດນົກ ຫຼື ສັດອື່ນໆເຂົ້າມາໃນສວນຂອງຕົນ ໝາກເຫຼົ່ານັ້ນຈະມີສີທີ່ສົດໃສ ແລະ ຄົນສາມາດກິນໄດ້.

ການແຜ່ພັນ



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ