google-site-verification: google0d91bc93cfc88895.html ແມງໄມ້ທີ່ມີປະໂຫຍດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, August 15, 2016

ແມງໄມ້ທີ່ມີປະໂຫຍດ

ແມງເຕົ່າທອງ 

ແມງເຕົ່າທອງມີຄວາມຍາວ ປະມານ 5 ມີລີແມັດ. ເປັນແມງໄມ້ນ້ອຍທີ່ງາມ. ແມງເຕົ່າທອງມີຫຼາຍຊະນິດ. ມີສີສັນທີ່ຫຼາກຫຼາຍນັບແຕ່ສີເຫຼືອງ, ສົ້ມ, ແດງ ແລະ ດໍາ.ພວກມັນກິນເພ້ຍ ແລະ ເພ້ຍຫອຍໂດຍສະເພາະແມ່ນຕົວອ່ອນຂອງແມງເຕົ່າທອງໄດ້ຜົນດີຫຼາຍໃນການກໍາຈັດສັດຕູພືດເຫຼົ່ານີ້. ເມື່ອທ່ານພົບເຫັນຕົວອ່ອນຕາມພືດຂອງທ່ານຢ່າໃຊ້ຢາປາບສັດຕູພືດໃດໆເພາະພວກມັນຈະເຮັດໜ້າທີ່ຂອງພວກມັນເພື່ອທ່ານ.

ແມງເຕົ່າທອງ   ແມງເຕົ່າທອງມີຄວາມຍາວ ປະມານ 5 ມີລີແມັດ. ເປັນແມງໄມ້ນ້ອຍທີ່ງາມ. ແມງເຕົ່າທອງມີຫຼາຍຊະນິດ. ມີສີສັນທີ່ຫຼາກຫຼາຍນັບແຕ່ສີເຫຼືອງ, ສົ້ມ, ແດງ ແລະ ດໍາ.ພວກມັນກິນເພ້ຍ ແລະ ເພ້ຍຫອຍໂດຍສະເພາະແມ່ນຕົວອ່ອນຂອງແມງເຕົ່າທອງໄດ້ຜົນດີຫຼາຍໃນການກໍາຈັດສັດຕູພືດເຫຼົ່ານີ້.
ແມງເຕົ່າທອງ

ແມງຊ້າງປີກໃສ

ແມງຊ້າງປີກໃສທີ່ແກ່ເຕັມທີ່ຈະຍາວປະມານ1.5 ຊັງຕີແມັດ, ສີຂຽວ ແລະ ປີກໃສ. ໂຕອ່ອນຂອງມັນຄ້າຍຄືສັດປະ ຫຼາດຂະໜາດນ້ອຍທັງໂຕແກ່ ແລະ ໂຕອ່ອນ ຈະລ່າຫາເພ້ຍຫອຍ, ເພ້ຍ, ໄຮ, ເພ້ຍແປ້ງ, ເພ້ຍໄຟ ແລະ ແມງມີ່ຂາວ. ໂຕອ່ອນຈະຫິວຕະຫຼອດ ແລະ ສາມາດກິນສັດຕູພືດໄດ້ເຖິງ 60 ໂຕໃນໜຶ່ງຊົ່ວໂມງ

ແມງເຕົ່າທອງ   ແມງເຕົ່າທອງມີຄວາມຍາວ ປະມານ 5 ມີລີແມັດ. ເປັນແມງໄມ້ນ້ອຍທີ່ງາມ. ແມງເຕົ່າທອງມີຫຼາຍຊະນິດ. ມີສີສັນທີ່ຫຼາກຫຼາຍນັບແຕ່ສີເຫຼືອງ, ສົ້ມ, ແດງ ແລະ ດໍາ.ພວກມັນກິນເພ້ຍ ແລະ ເພ້ຍຫອຍໂດຍສະເພາະແມ່ນຕົວອ່ອນຂອງແມງເຕົ່າທອງໄດ້ຜົນດີຫຼາຍໃນການກໍາຈັດສັດຕູພືດເຫຼົ່ານີ້.
ແມງຊ້າງປີກໃສ

ແມງວັນລາຍ

ແມງວັນລາຍເປັນແມງໄມ້ທີ່ມີປະໂຫຍດຫຼາຍທີ່ສຸດໃນວົງຕະກຸນໃຫຍ່ບາງສາຍພັນຈະໂຕໃຫຍ່ ແລະ ຄ້າຍຄືເຜິ້ງ. ບາງສາຍພັນມີແອວກິ່ວ ແລະ ຄ້າຍຄືຕໍ່ໂຕແກ່ຈະບິນເວີ່ນເທິງອາກາດ ແລະ ກິນເກສອນ ແລະ ນໍ້າຫວານຈາກດອກໄມ້. ໂຕອ່ອນຈະມີປະສິດທິພາບຫຼາຍໃນການກິນເພ້ຍເປັນອາຫານ. ໂຕອ່ອນຂອງແມງວັນລາຍໜຶ່ງໂຕຈະກິນເພ້ຍໄດ້ປະມານ 900 ໂຕ ກ່ອນທີ່ມັນຈະແກ່ໂຕເຕັມທີ່.

ແມງເຕົ່າທອງ   ແມງເຕົ່າທອງມີຄວາມຍາວ ປະມານ 5 ມີລີແມັດ. ເປັນແມງໄມ້ນ້ອຍທີ່ງາມ. ແມງເຕົ່າທອງມີຫຼາຍຊະນິດ. ມີສີສັນທີ່ຫຼາກຫຼາຍນັບແຕ່ສີເຫຼືອງ, ສົ້ມ, ແດງ ແລະ ດໍາ.ພວກມັນກິນເພ້ຍ ແລະ ເພ້ຍຫອຍໂດຍສະເພາະແມ່ນຕົວອ່ອນຂອງແມງເຕົ່າທອງໄດ້ຜົນດີຫຼາຍໃນການກໍາຈັດສັດຕູພືດເຫຼົ່ານີ້.
ແມງວັນລາຍ

ແຕນບຽນ (ຕໍ່ນ້ອຍ) 

ແຕນຊະນິດນີ້ມີຫຼາຍສາຍພັນ. ພວກມັນຈະມີຂະໜາດຍາວຕັ້ງແຕ່ 1.5 ມີລີແມັດເຖິງ 50 ມີລີແມັດ, ແຕ່ສ່ວນໃຫຍ່ຈະມີລໍາຕົວຈ່ອຍບາງ. ຕາມປົກກະຕິສີຂອງພວກມັນຈະແມ່ນສີດໍາຫາສີນໍ້າຕານ. ບາງຊະນິດທີ່ຄ້າຍຄືຕໍ່ຈະມີລໍາຕົວຈ່ອຍ,ແອວກິ່ວ ແລະ ປີກໃສພວກມັນສາມາດເປັນແມ່ກາຝາກຂອງເພ້ຍ ແລະ ບົ້ງໂດຍພວກມັນຈະວາງໄຂ່ໃສ່ຕາມລໍາຕົວຂອງສັດຕູພືດເຫຼົ່ານັ້ນ. ເວລາທີ່ມັນຝັກໄຂ່ໂຕອ່ອນຂອງມັນກໍ່ຈະກິນສັດຕູພືດເປັນອາຫານ

ແມງເຕົ່າທອງ   ແມງເຕົ່າທອງມີຄວາມຍາວ ປະມານ 5 ມີລີແມັດ. ເປັນແມງໄມ້ນ້ອຍທີ່ງາມ. ແມງເຕົ່າທອງມີຫຼາຍຊະນິດ. ມີສີສັນທີ່ຫຼາກຫຼາຍນັບແຕ່ສີເຫຼືອງ, ສົ້ມ, ແດງ ແລະ ດໍາ.ພວກມັນກິນເພ້ຍ ແລະ ເພ້ຍຫອຍໂດຍສະເພາະແມ່ນຕົວອ່ອນຂອງແມງເຕົ່າທອງໄດ້ຜົນດີຫຼາຍໃນການກໍາຈັດສັດຕູພືດເຫຼົ່ານີ້.


ແມງຢ້າງຊີ້ນ (ແມງເພັດສະຄາດ)

ໂຕແກ່ແມງຢ້າງຊີ້ນເຕີບໂຕເຕັມທີ່ຈະມີຂະໜາດຍາວເຖິງ 12 ມີລີແມັດ. ມີສີດໍາ, ນໍ້າຕານ ຫຼື ຂຽວ. ມີຕາໃຫຍ່ຢູ່ເທິງຫົວທີ່ລີບນ້ອຍ ແລະ ມີຂາໜ້າທີ່ໃຫຍ່ມີຂົນ ເປັນໜາມເພື່ອຈັບເຫຍື່ອ. ພວກມັນຈະຈັບເພ້ຍ, ບົ້ງ, ແມງໄມ້ປີກແຂງ, ຈັກຈັ່ນ ແລະ ແມງອື່ນໆເປັນອາຫານ.

ແມງເຕົ່າທອງ   ແມງເຕົ່າທອງມີຄວາມຍາວ ປະມານ 5 ມີລີແມັດ. ເປັນແມງໄມ້ນ້ອຍທີ່ງາມ. ແມງເຕົ່າທອງມີຫຼາຍຊະນິດ. ມີສີສັນທີ່ຫຼາກຫຼາຍນັບແຕ່ສີເຫຼືອງ, ສົ້ມ, ແດງ ແລະ ດໍາ.ພວກມັນກິນເພ້ຍ ແລະ ເພ້ຍຫອຍໂດຍສະເພາະແມ່ນຕົວອ່ອນຂອງແມງເຕົ່າທອງໄດ້ຜົນດີຫຼາຍໃນການກໍາຈັດສັດຕູພືດເຫຼົ່ານີ້.
ແມງຢ້າງຊີ້ນ

ແມງກິນເພ້ຍ (ແມງດອກໄມ້ ຫຼື ແມງໂຈນສະຫຼັດ)

ແມງກິນເພ້ຍ ເປັນແມງໄມ້ທີ່ມີຂະໜາດນ້ອຍຫຼາຍ, ຍາວປະມານ 3 ມີລີແມັດ. ທັງໂຕແກ່ ແລະ ໂຕອ່ອນ ກິນເພ້ຍໄຟ, ເພ້ຍ, ໄຮ ແລະ ບົ້ງເປັນອາຫານ. ສ່ວນໃຫຍ່ພວກມັນຈະມັກກິນເພ້ຍໄຟ, ໂຕໃຫຍ່ໜຶ່ງໂຕສາມາດກິນເພ້ຍໄຟ
ໂຕອ່ອນໄດ້ເຖິງ 5-20 ໂຕຕໍ່ວັນ.

ແແມງເຕົ່າທອງ   ແມງເຕົ່າທອງມີຄວາມຍາວ ປະມານ 5 ມີລີແມັດ. ເປັນແມງໄມ້ນ້ອຍທີ່ງາມ. ແມງເຕົ່າທອງມີຫຼາຍຊະນິດ. ມີສີສັນທີ່ຫຼາກຫຼາຍນັບແຕ່ສີເຫຼືອງ, ສົ້ມ, ແດງ ແລະ ດໍາ.ພວກມັນກິນເພ້ຍ ແລະ ເພ້ຍຫອຍໂດຍສະເພາະແມ່ນຕົວອ່ອນຂອງແມງເຕົ່າທອງໄດ້ຜົນດີຫຼາຍໃນການກໍາຈັດສັດຕູພືດເຫຼົ່ານີ້.
ແມງກິນເພ້ຍ

ດ້ວງດິນ (ແມງດິນ)

ດ້ວງດິນມີຫຼາຍຊະນິດ. ໂຕແກ່ມີຄວາມຍາວເຖິງ 2.5 ຊັງຕີແມັດ. ເຄື່ອນທີ່ໄວ ແລະ ມີສີດໍາແກມຟ້າອ່ອນ. ຕອນກາງເວັນພວກມັນຈະລີ້ຢູ່ຕາມກ້ອນຫີນ ແລະ ວັດຖຸອື່ນໆ. ສ່ວນໃຫຍ່ຂອງພວກມັນເປັນສັດທີ່ກິນຊີ້ນ ໂດຍສະເພາະແມ່ນມັກກິນບົ້ງ ແລະ ຫອຍທາກ, ນອກນັ້ນພວກມັນຍັງກິນເພ້ຍ, ແມງຫາງດີດ ແລະ ໄຮເປັນອາຫານ.

ແມງເຕົ່າທອງ   ແມງເຕົ່າທອງມີຄວາມຍາວ ປະມານ 5 ມີລີແມັດ. ເປັນແມງໄມ້ນ້ອຍທີ່ງາມ. ແມງເຕົ່າທອງມີຫຼາຍຊະນິດ. ມີສີສັນທີ່ຫຼາກຫຼາຍນັບແຕ່ສີເຫຼືອງ, ສົ້ມ, ແດງ ແລະ ດໍາ.ພວກມັນກິນເພ້ຍ ແລະ ເພ້ຍຫອຍໂດຍສະເພາະແມ່ນຕົວອ່ອນຂອງແມງເຕົ່າທອງໄດ້ຜົນດີຫຼາຍໃນການກໍາຈັດສັດຕູພືດເຫຼົ່ານີ້.
ດ້ວງດິນ



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ