google-site-verification: google0d91bc93cfc88895.html ຕົ້ນ ໝາກຕາວ [Ton Mak Tao] Arenga westerhoutii - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, August 31, 2016

ຕົ້ນ ໝາກຕາວ [Ton Mak Tao] Arenga westerhoutii

ຕົ້ນ ໝາກຕາວ [Ton Mak Tao] Arenga westerhoutii
ຕົ້ນ ໝາກຕາວ [Ton Mak Tao] Arenga westerhoutii


ຕົ້ນ ໝາກຕາວ [Ton Mak Tao]
ຊື່ວິທະຍາສາດ: Arenga westerhoutii
ຊື່ທົ່ວໄປເປັນພາສາ ອັງກິດ: Sugar palm tree

ຕົ້ນໝາກຕາວ ເປັນພືດໃບລ້ຽງດ່ຽວຈັດຢູ່ໃນພືດຕະກຸນດຽວກັນກັບຫວາຍ,ຕົ້ນຕານ ຕົ້ນພ້າວ ດັ່ງນີ້ເປັນຕົ້ນ.ມີການ ກະຈາຍພັນຢູ່ທົ່ວໄປເຊັ່ນ: ມ່ຽນມ້າ,ພາກໃຕ້ຂອງຈີນ, ລາວ, ໄທ, ຫວຽດນາມ ແລະ ມາເລເຊຍ. ສຳລັບຢູ່ປະເທດລາວກະຈາຍພັນຢູ່ແຕ່ໃນເຂດພາກເໜືອເທົ່ານັ້ນ. ສະພາບແວດລ້ອມທີ່ຂ້ອຍມັກແມ່ນປ່າດົງດິບຊຸ່ມ ແລະ ເຢັນພໍ ສົມຄວນ. ຂ້ອຍມີຄວາມສູງ 8-20 ແມັດ ເປັນລຳຕົ້ນດ່ຽວບໍ່ແຕກກິ່ງງ່າ, ມີເສັ້ນຜ່າກາງ 25-60 ຊມ. ໃບ ແມ່ນໃບປະ ສົມແບບຂົນນົກ, ຈັດຮຽງກັນ ແບບວຽນສະຫຼັບ ແຜ່ນໃບມີຂະໜາດໃຫຍ່ ຍາວ 7-8 ແມັດ ກ້ວາງ 3-4 ແມັດ,ໃບຍ່ອຍ ຍາວ 1,6-1,8 ແມັດ ກ້ວາງ 7-8 ຊມ. ດອກ ອອກເປັນຊໍ່ ຂະໜາດໃຫຍ່ ເອີ້ນວ່າ: ແຊງ ຍາວປະມານ 1-2 ແມັດ, ມີກາບ ທັງແຂງ ທັງຫຍາບ ຊຶ່ງແມ່ນໃບຊ້ອນຊໍ່ດອກຫຸ້ມຫໍ່ຊໍ່ດອກໄວ້. ດອກຍ່ອຍເປັນດອກເພດແຍກ ດອກເພດແມ່ ເລີ້ມບານກ່ອນດອກເພດຜູ້ ຊຶ່ງຢູ່ລະຫວ່າງ ເດືອນຕຸລາ ເຖິງເດືອນພະຈິກ. ໝາກ ອອກໃນເດືອນພະຈິກເຖິງເດືອນມັງກອນ, ໝາກສຸກໃນເດືອນມັງກອນເຖິງເດືອນມີນາ ຊຶ່ງເປັນໄລຍະທີ່ປະຊາຊົນອອກເກັບກູ້. ໝາກຕາວ ຈັບເປັນແຊງໃຫຍ່, ແຊງໜຶ່ງໆມີໝາກປະມານ3500 ໜ່ວຍ. ແມ່ນໝາກມີເນື້ອ, ຮູບກົມ, ໃນໝາກໜຶ່ງມີ ແກ່ນ 2-5 ແກ່ນ, ມີແພຫຼໍ່ລ້ຽງເປັນສີຂາວໃສ ແກມສີເຫລືອງອ່ອນ, ມີນ້ຳ ໜຽວແລະຄັນມື ເວລາເຮົາຈັບບາຍໂດຍກົງ. ຂ້ອຍມີປະໂຫຍດຫຼາຍຢ່າງ ເຊັ່ນ: ຍອດຂອງລຳຕົ້ນ ມີລົດຫວານ ໃຊ້ປຸງແຕ່ງອາຫານ ເຊັ່ນ: ແກງກະທິ, ແກງເຜັດ ຫຼື ແກງຈືດ; ສ່ວນວ່າໃບ ເພິ່ນໃຊ້ເຮັດໝວກ, ໃຊ້ມຸງເຮືອນ ຫຼື ມຸງຄອກສັດຕ່າງໆ ມີຄວາມທົນທານໄດ້ຫຼາຍໆປີ. ພິເສດອີກອັນໜຶ່ງ ພວກເຈົ້າ ຜູ້ທີ່ເຄີຍໄດ້ກິນນ້ຳຫວານ, ນ້ຳໝາກຕາວ ຫຼືນໍ້າໝາກໄມ້ປັ່ນ ອາດ ຈະໄດ້ສັງເກດເຫັນເມັດສີຂາວ ຂະໜາດເທົ່າກັບຫົວໂປ້ມື ລອຍຢູ່ໃນຈອກ ອັນນັ້ນລະ ແມ່ນແພຫຼໍ່ລ້ຽງທີ່ໄດ້ເວົ້າມາຂ້າງເທິງ ຊຶ່ງໄດ້ຜ່ານຂັ້ນຕອນການຜະຫຼິດມາແລ້ວ, ມັນມີຄວາມນຸ້ມໜຽວແລະ ມີລົດຫວານ ຊຶ່ງເຮັດໃຫ້ຄວາມນິຍົມຂ້ອຍບໍ່ປ່ຽນ ແປງ ມາແຕ່ຊ້ານານ. ພິເສດອັນທີສອງ ແມ່ນປະຊາຊົນຍັງຕັດຍອດຊໍ່ດອກເພດຜູ້ ຊຶ່ງຊາວບ້ານເອີ້ນທົ່ວໄປ ວ່າ”ໂຄຍຕາວ“ ແລ້ວໂຕ່ງເອົານ້ຳທີ່ໄຫຼອອກມາ. ນ້ຳ ມີລົດຫວານຫອມ, ເມື່ອເພິ່ນຕົ້ມຂ້ຽວແລ້ວເຮັດເປັນນ້ຳຕານກ້ອນໄດ້ ແບບດຽວກັບນ້ຳຕານກ້ອນທີ່ໄດ້ຈາກຕົ້ນຕານນັ້ນເອງ

ຕົ້ນ ໝາກຕາວ [Ton Mak Tao] Arenga westerhoutii
ຕົ້ນ ໝາກຕາວ [Ton Mak Tao] Arenga westerhoutii

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ