ການບົວລະບັດຮັກສາ |
ການບົວລະບັດຮັກສາ
ພາຍຫຼັງການປູກແລ້ວ, ແມ່ນມີຄວາມສຳຄັນຫຼາຍທີ່ທ່ານຈະຕ້ອງໄດ້ບົວລະບັດຮັກສາພວກມັນເປັນປະຈຳທຸກໆວັນ.ມີຫຼາຍໜ້າວຽກທີ່ຈະຕ້ອງເຮັດໃນແຕ່ລະວັນຢ່າງເປັນປົກກະຕິ. ໂດຍການກວດກາ ແລະ ຕິດຕາມເບິ່ງຄວາມຕ້ອງການ ແລະ ການພັດທະນາຂອງພືດໃນສວນທຸກໆວັນ.ການເຕີບໃຫຍ່: ພືດມີການພັດທະນາແນວໃດແດ່? ພວກມັນໃຫຍ່ຂຶ້ນຊໍ່າໃດ?
ດິນ ແລະ ນໍ້າ: ດິນແຫ້ງບໍ່? ພືດຕົ້ນໃດຕ້ອງການນໍ້າເພີ່ມບໍ່? ມີບ່ອນໃດປຽກໂພດບໍ່?
ສຸຂະພາບ: ພືດມີລັກສະນະສຸຂະພາບດີ ແລະ ແຂງແຮງບໍ່? ມີຕົ້ນໃດໃບຫຼົ່ນບໍ່, ມີໃບຖືກກັດ, ໃບເຫຼືອງ ຫຼື
ມີເຫັດລາບໍ່? ມີສັນຍານບົ່ງບອກກ່ຽວກັບສັດຕູພືດ ຫຼື ພະຍາດບໍ່? ມີພືດຕົ້ນໃດຫ່ຽວແຫ້ງ ຫຼື ບໍ່ເຕີບໃຫຍ່ບໍ່?
ອະນາໄມ: ມີວັດສະດຸໃດທີ່ຕິດເຊື້ອທີ່ຈໍາເປັນຕ້ອງຈູດບໍ່? ມີຫຍ້າເກີດຂຶ້ນຫຼາຍບໍ່ທີ່ມາຍາດແຍ່ງອາຫານພືດ ຫຼື
ປົກຫຸ້ມພືດ?
ສິ່ງທີ່ມີຊີວິດໃນສວນ: ອ້ອມແອ້ມບໍລິເວນຕົ້ນພືດ ມີແມງໄມ້ຫຍັງແດ່, ມີບົ້ງ ຫຼື ສັດ ອື່ນໆບໍ່? ມີການລະບາດຂອງ
ສັດຕູພືດບໍ່? ແລະ ມີສິ່ງທີ່ມີຊີວິດທີ່ເປັນປະໂຫຍດບໍ່?
ການຄໍ້າຊູ: ມີອັນໃດແດ່ທີ່ຕ້ອງໄດ້ມັດໄວ້, ຂະຫຍາຍອອກ ຫຼື ຕັດອອກ?
ໄລຍະຫ່າງ: ມີພືດບ່ອນໃດທີ່ແອອັດໂພດ ແລະ ຕ້ອງໄດ້ແຍກອອກເພື່ອໃຫ້ບາງລົງບໍ່?
ວັດຊະພືດ: ມີຫຍ້າ ຫຼື ວັດຊະພືດ ເກີດຂຶ້ນໃນບໍລິເວນຕົ້ນພືດບໍ່?
ການບົວລະບັດຮັກສາ |
ລາຍການກວດກາປະຈໍາວັນ:
ການເຕີບໃຫຍ່:
- ເມື່ອທ່ານເຂົ້າໄປໃນສວນ, ສິ່ງທີ່ສາມາດເຫັນໄດ້ຢ່າງຈະແຈ້ງທີ່ສຸດກໍ່ຄືການເຕີບໂຕຂອງພືດ. ພືດເຕີບໃຫຍ່ ແລະແຂງແຮງດີຄືການສົ່ງຂ່າວດີທີ່ທ່ານໄດ້ຮັບຈາກສວນໃນແຕ່ລະວັນ.
- ຕິດຕາມເບິ່ງພືດແຕ່ລະຕົ້ນຢ່າງໃກ້ຊິດ ແລະ ທຸກໆມື້ທ່ານຈະພົບວ່າມີການປ່ຽນແປງເກີດຂຶ້ນໃນສວນຂອງທ່ານເຊັ່ນ: ມີໃບໃໝ່ປົ່ງຂຶ້ນ, ມີການແຕກໜໍ່ຈໍ່ດອກ ແລະ ມີໝາກທີ່ເລີ່ມຈະສຸກ.
ການຫົດນໍ້າ:
- ນໍ້າມີຄວາມສໍາຄັນຫຼາຍຕໍ່ພືດ. ແຕ່ບໍ່ໝາຍຄວາມວ່າພືດທຸກໆຊະນິດຈະຕ້ອງການນໍ້າໃນປະລິມານທີ່ເທົ່າກັນ.ການເຮັດໃຫ້ດິນຊຸ່ມຫຼາຍຢູ່ຕະຫຼອດເປັນການສົ່ງຜົນຮ້າຍກວ່າປະໃຫ້ດິນແຫ້ງໃນບາງຄັ້ງຄາວ. ດິນປຽກຈະດຶງດູດເຊື້ອເຫັດລາໄດ້ດີ ເຊິ່ງຈະສົ່ງຜົນກະທົບຕໍ່ຮາກຂອງພືດ ແລະ ມັນກໍ່ເປັນໄປບໍ່ໄດ້ທີ່ຈະສັງເກດເຫັນເຊື້ອລາເຫຼົ່ານີ້ແຕ່ທຳອິດເພື່ອຈະປ້ອງກັນພືດໄດ້. ສັນຍານທີ່ສາມາດສັງເກດເຫັນໄດ້ຢ່າງຊັດເຈນ ແມ່ນພືດຈະຫ່ຽວແຫ້ງ ເຖິງແມ່ນດິນຈະຊຸ່ມຊື່ນກໍ່ຕາມ. ໃນກໍລະນີນີ້ຕ້ອງທຳລາຍພືດທີ່ຖືກກະທົບ, ຈູດພືດທີ່ຕາຍຖິ້ມ, ຕື່ມປູນຂາວໃສ່ດິນ ແລະ ປູກພືດຕະກຸນໃໝ່ໃສ່ພື້ນທີ່ດັ່ງກ່າວແທນ.
- ໃນເວລາທີ່ພືດຍັງອ່ອນຍັງບໍ່ທັນອອກຮາກຫຼາຍ ແລະ ພວກມັນຕ້ອງການໃຫ້ຫົດນໍ້າມື້ລະສອງເທື່ອຕອນເຊົ້າ ແລະ ຕອນແລງ.
- ພືດທີ່ຍັງນ້ອຍມີຄວາມຕ້ອງການນໍ້າປະລິມານໜ້ອຍກວ່າພືດທີ່ໃຫຍ່ແລ້ວ.
- ພືດຊະນິດທີ່ມີຮາກຢັ່ງລົງເລິກ ຕ້ອງການນໍ້າໜ້ອຍກວ່າພືດຊະນິດທີ່ມີຮາກຕື້ນຫຼາຍ.
- ຄວນຫົດນໍ້າໃສ່ດິນບໍ່ແມ່ນຫົດໃສ່ພືດ, ໂດຍສະເພາະໃນເວລາຫົດນໍ້າຕອນແລງ ຕ້ອງລະວັງບໍ່ໃຫ້ໃບຂອງພືດປຽກນໍ້າຫຼາຍ ເພາະວ່າພວກມັນຈະປຽກໄປອີກຫຼາຍຊົ່ວໂມງ.
- ຢ່າຫົດນໍ້າພືດໃນຕອນສວຍ ເມັດນໍ້າມີລັກສະນະຄືກັບເລັນສ໌ແກ້ວ ແລະ ເວລາຕ້ອງກັບແສງຕາເວັນມັນຈະສະທ້ອນແສງໃສ່ພືດ ແລະ ເຮັດໃຫ້ໃບພືດໄໝ້ໄດ້.
- ບໍ່ສາມາດຮູ້ໄດ້ແນ່ນອນວ່າ ພືດຕ້ອງການນໍ້າໃນປະລິມານເທົ່າໃດຕໍ່ວັນ. ພືດແຕ່ລະຕົ້ນແຕກຕ່າງກັນ, ດິນແຕ່ລະບ່ອນແຕກຕ່າງກັນ ແລະ ແຕ່ລະວັນກໍ່ມີຄວາມແຕກຕ່າງກັນ ເຊັ່ນ: ອຸນຫະພູມ, ຄວາມຊຸ່ມຂອງອາກາດ, ແສງແດດ,ຂີ້ເຝື້ອ ແລະ ຝົນເປັນຕົ້ນ.
- ເມື່ອໃຫ້ນໍ້າແກ່ພືດໃນປະລິມານທີ່ເໝາະສົມ, ທ່ານຈໍາເປັນຕ້ອງສ້າງຄວາມຮູ້ສຶກທີ່ແນ່ນອນໃຫ້ແກ່ພືດທີ່ທ່ານປູກ.ຖ້າພືດສະແດງໃຫ້ທ່ານເຫັນວ່າມັນມີລັກສະນະຫ່ຽວແຫ້ງໃນຕອນສວຍ, ສະແດງວ່າ ທ່ານຫົດນໍ້າບໍ່ພໍໃນຕອນເຊົ້າ.ກົງກັນຂ້າມ, ຖ້າວ່າຫຼັງຈາກສອງສາມວັນຜ່ານໄປດິນຍັງຄົງປຽກຫຼາຍຢູ່, ສະແດງວ່າທ່ານຫົດນໍ້າຫຼາຍໂພດ.
ດິນ:
- ທ່ານສາມາດເສີມສ້າງຄວາມສົມບູນຂອງດິນດ້ວຍການປະສົມຝຸ່ນບົ່ມໃສ່, ເພື່ອຮັກສາໂຄງສ້າງທີ່ຜຸຜຸ່ຍຂອງດິນ,ການລະບາຍນໍ້າທີ່ດີ ແລະ ສະພາບດິນທີ່ແຂງແຮງດີ. ເຊິ່ງຕອນນີ້ກໍ່ເປັນໂອກາດທີ່ເໝາະສົມໃນການກໍາຈັດວັດຊະພືດຕ່າງໆອອກຈາກຕົ້ນພືດ. ຫຼັງຈາກທີ່ປີ້ນດິນແລ້ວຫຍ້າສ່ວນຫຼາຍຈະຕາຍເພາະຮາກຂອງມັນບໍ່ຕິດກັບດິນ.
ການກໍາຈັດວັດຊະພືດ:
- ຫຍ້າບາງຊະນິດຍັງບໍ່ຕາຍຫຼັງຈາກທີ່ປີ້ນດິນແລ້ວ. ພາຍຫຼັງໜຶ່ງອາທິດຕ້ອງຊອກເສຍຫຍ້າອອກອີກພະຍາຍາມຫຼົກຫຍ້າໃຫ້ໄດ້ທັງຮາກເພື່ອໝັ້ນໃຈວ່າພວກມັນຈະບໍ່ເກີດຂຶ້ນອີກ. ຖ້າມີຫຍ້າພຽງເລັກນ້ອຍທ່ານປະພວກມັນໄວ້ໃນສວນກໍ່ໄດ້ (ພວກມັນຈະຕາຍເມື່ອຖືກແສງແດດ). ຖ້າທ່ານຫຼົກຫຍ້າໄດ້ຫຼາຍ, ທ່ານກໍ່ເອົາໄປຖອກໃສ່ຄອກຝຸ່ນບົ່ມ.
ສຸຂະພາບ ແລະ ອະນາໄມ:
- ການອະນາໄມແມ່ນສໍາຄັນຫຼາຍເພື່ອປ້ອງກັນການຕິດເຊື້ອຈາກໄວຣັສ໌, ແບັກທີເຣຍ ແລະ ເຊື້ອເຫັດລາ.
- ຖ້າທ່ານສັງເກດເຫັນພືດມີໃບ, ຍອດ ຫຼື ກ້ານຂາດຫັກ, ຕັດມັນຖິ້ມ ແລະ ເອົາໄປໃສ່ໃນຄອກຝຸ່ນ. ແຕ່ຖ້າວ່າເສດພືດທີ່ຕັດອອກຫາກວ່າມີພະຍາດ, ບໍ່ຕ້ອງເອົາພວກມັນໄປໃສ່ໃນຄອກຝຸ່ນບົ່ມ ແຕ່ຄວນເອົາໄປຈູດຖິ້ມ.
- ຫຍ້າມີຄວາມດຶງດູດຕໍ່ພະຍາດ ແລະ ສັດຕູພືດ, ຢ່າປ່ອຍໃຫ້ຫຍ້າຈໍານວນຫຼາຍປົກຄຸມພືດຂອງທ່ານ.
- ຖ້າສີຂອງພືດຕົ້ນໃດຫາກປ່ຽນຈາກສີຂຽວເປັນສີເຫຼືອງ ສະແດງວ່າມັນໄດ້ຮັບສານໄນໂຕຣເຈນບໍ່ພຽງພໍ ທ່ານຕ້ອງເອົາຝຸ່ນບົ່ມໄປເພີ່ມໃສ່ດິນບໍລິເວນພືດທີ່ມີບັນຫານັ້ນ ແລະ ນໍາເອົານໍ້າສະກັດຊີວະພາບໄປຫົດໃສ່ພືດດັ່ງກ່າວໃຫ້ຖີ່ຂຶ້ນຕື່ມ.
ສິ່ງທີ່ມີຊີວິດຢູ່ໃນສວນ:
- ໃນສວນທຸກໆແຫ່ງ, ທ່ານຈະເຫັນສັດສ່ວນຫຼາຍແມ່ນແມງໄມ້.
- ແມງໄມ້ຫຼາຍຊະນິດບໍ່ສັງເກດເຫັນໄດ້ ເພາະວ່າພວກມັນມີຂະໜາດນ້ອຍຫຼາຍ (ເຊັ່ນວ່າ: ເພ້ຍ ແລະ ໄຮ) ພວກມັນຈະອາໄສຢູ່ຕາມກ້ອງໃບ (ໄຮ, ແມງມີ່ຂາວ), ອາໄສຢູ່ຕາມຂໍ້ປ້ອງ (ເພ້ຍ) ຫຼື ລີ້ໃນເວລາກາງເວັນ (ດ້ວງງວງຊ້າງ,ຫອຍທາກ, ແມງລີ້ນໝາ). ທ່ານຕ້ອງໄດ້ຝຶກຝົນ ແລະ ຜ່ານຜ່າປະສົບການເພື່ອກວດກາການລະບາດຂອງສັດຕູພືດໄດ້.
- ແຕ່ບໍ່ຕ້ອງກັງວົນການລະບາດຂອງສັດຕູພືດໃນໄລຍະເບື້ອງຕົ້ນພາຍໃນສວນ, ທ່ານແມ່ນບໍ່ມີຄວາມຈໍາເປັນຫຍັງເລີຍທີ່ຈະຕ້ອງມີຄວາມຮູ້ສຶກເຈັບປວດ ແລະ ບໍ່ຈໍາເປັນຕ້ອງຕັດສິນໃຈທີ່ຈະແກ້ໄຂບັນຫາດ້ວຍສານເຄມີໃນທັນທີ.ກ່ອນອື່ນໝົດ ຕ້ອງຊອກເບິ່ງອີກຄັ້ງວ່າມີແມງໄມ້ທີ່ມີປະໂຫຍດມາຕໍ່ສູ້ກັບພວກສັດຕູພືດເຫຼົ່ານັ້ນຫຼືຍັງ. ຖ້າທ່ານບໍ່ພົບແມງໄມ້ທີ່ມີປະໂຫຍດຈັກໂຕ, ລໍຖ້າເບິ່ງອີກຈັກ 2-3 ວັນ, ຖ້າຍັງບໍ່ພົບແມງໄມ້ທີ່ມີປະໂຫຍດຈັກໂຕອີກທ່ານກໍ່ສາມາດສີດຢາປາບສັດຕູພືດຊີວະພາບໃສ່ພືດຂອງທ່ານ (ເບິ່ງສູດການຜະລິດໃນຫົວຂໍ້ “ຢາປາບສັດຕູພືດຈາກທໍາມະຊາດ’’).
- ຖ້າວ່າທ່ານຫາກເຫັນແມງໄມ້ທີ່ມີປະໂຫຍດ, ທ່ານມີສອງທາງເລືອກ:
ກ. ປ່ອຍໃຫ້ພວກແມງໄມ້ທີ່ມີປະໂຫຍດໄດ້ເຮັດໜ້າທີ່ຂອງພວກມັນ (ນີ້ຄືວິທີທີ່ມີຄວາມຍືນຍົງທີ່ສຸດ). ມັນອາດຈະ
ຫຼຸດຈໍານວນຜົນຜະລິດຈາກພືດຂອງທ່ານລົງແຕ່ແມງໄມ້ທີ່ມີປະໂຫຍດຈະມ່ວນຊື່ນໃນການໄລ່ລ່າພວກສັດຕູພືດ ແລະພວກມັນກໍ່ຈະເພີ່ມປະຊາກອນຂອງແມງໄມ້ທີ່ມີປະໂຫຍດຂຶ້ນ, ພວກມັນກໍ່ຈະກາຍເປັນກໍາລັງປ້ອງກັນບໍ່ໃຫ້ເກີດບັນຫາການລະບາດຂອງສັດຕູພືດທີ່ຮ້າຍແຮງໃນອະນາຄົດຢ່າງມີປະສິດທິຜົນ ນີ້ຄືວິທີທີ່ຖືກ ແລະ ແນະນໍາໃຫ້ປະຕິບັດຫຼາຍທີ່ສຸດ.
ຂ. ສີດພົ່ນຢາປາບສັດຕູພືດທີ່ເຮັດຈາກທໍາມະຊາດເພື່ອຮັກສາຜົນຜະລິດຂອງທ່ານ. ແຕ່ຕ້ອງເຂົ້າໃຈວ່າຢາປາບສັດຕູພືດຈະຂ້າທັງສັດຕູພືດ ແລະ ແມງໄມ້ທີ່ມີປະໂຫຍດ.
ໄລຍະຫ່າງ:
- ພືດທີ່ເຕີບໂຕໃນສະພາບທີ່ມີໄລຍະຫ່າງແຄບໂພດຈະກໍ່ໃຫ້ເກີດມີຫຼາຍບັນຫາ. ລວມທັງການຍາດຊິງທາດອາຫານ,ນໍ້າ, ພື້ນທີ່ສໍາລັບໃບ ແລະ ຮາກ. ທັງໝົດເຫຼົ່ານີ້ຈະສົ່ງຜົນໃຫ້ພືດຂອງທ່ານອ່ອນແອ, ເຊິ່ງເວລາຫົດນໍ້າພືດທີ່ແອອັດກໍ່ຈະໃຊ້ເວລາຫຼາຍກວ່າ ເພື່ອຈະໃຫ້ໃບກັບມາແຫ້ງອີກຄັ້ງ. ເມື່ອພືດມີຄວາມອ່ອນແອກໍ່ຈະດຶງດູດສັດຕູພືດຫຼາຍກວ່າແລະ ໃບທີ່ປຽກກໍ່ຈະຕິດເຊື້ອຈາກເຊື້ອລາ ແລະ ແບັກເທີເຣຍໄດ້ງ່າຍ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ