google-site-verification: google0d91bc93cfc88895.html ລັກສະນະທາງກາຍະວິພາກຂອງດອກໄມ້ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, August 13, 2016

ລັກສະນະທາງກາຍະວິພາກຂອງດອກໄມ້

http://hukased.blogspot.com/
ດອກໄມ້


ດອກໄມ້ແມ່ນປະກອບດ້ວຍອະໄວຍະວະສືບພັນຂອງພືດ ໜ້າທີ່ຂອງມັນແມ່ນເພື່ອຮັບປະກັນການສືບພັນຂອງພືດຕໍ່ໄປ. ໂດຍຈະມີໄຂ່ອ່ອນ ທີ່ບັນຈຸຢູ່ໃນຮັງໄຂ່ (ເກສອນແມ່, ອະໄວຍະວະເພດແມ່) ແລະ ລະອອງເກສອນທີ່ຜະລິດຈາກເກສອນຜູ້, ອະໄວຍະວະເພດຜູ້. ເມື່ອເກີດການປະສົມລະອອງລະຫວ່າງເກສອນຜູ ້ແລະ ເກສອນແມ່,
ໄຂ່ອ່ອນດັ່ງກ່າວຈະກາຍເປັນເມັດ ຫຼື ແກ່ນພືດທ່ີບັນຈຸຕົ້ນອອ່ນ ແລະ ເກີດເປັນຕົ້ນພືດໃໝ່.ໄຂ່ຈະບໍ່ມີການເຄື່ອນຍ້າຍ ແລະ ຕິດຢູ່ກັບຕົ້ນແມ່, ໃນຂະນະທີ່ລະອອງເກສອນຈະຖືກຍ້າຍຈາກເກສອນຜູ້ໄປວາງໃສ່ຍອດເກສອນແມ່, ເວລາທີ່ໄຂ່ຖືກປະສົມພັນ, ຕົ້ນແມ່ຈະຊ່ວຍບໍາລຸງເພື່ອໃຫ້ມັນປ່ຽນຮູບຮ່າງເປັນເມັດພັນພືດ.ຕາມປົກກະຕິແລ້ວ ໃນດອກໄມ້ໜຶ່ງຈະມີຫຼາຍກວ່າໜຶ່ງອະໄວຍະວະເພດຜູ້, ບາງຄັ້ງມີຫຼາຍກວ່າໜຶ່ງອະໄວຍະວະເພດແມ່ ແລະ ບາງຄັ້ງມີໄຂ່ຫຼາຍກວ່າໜຶ່ງໜ່ວຍ.ໃນບໍລິເວນອະໄວຍະວະເພດ, ດອກສາມາດໃຫ້ກໍາເນີດໄດ້ທັງກີບດອກ ແລະ ກີບລ້ຽງ, ເຊິ່ງກີບລ້ຽງຈະເຮັດໜ້າທີ່ເປັນເປືອກຂອງດອກຂອບນອກສຸດມີຮູບຮ່າງຂົດງໍລົງ, ພ້ອມທັງຍັງມີຊື່ເອີ້ນວ່າ: ຂົ້ວດອກໄມ້, ສ່ວນກີບດອກປະກອບມີກີບໃນຂອງດອກໄມ້, ເຊິ່ງເປັນກີບວົງດ້ານໃນສຸດຂອງດອກ. ສະຫຼຸບແລ້ວ, ພືດບາງຊະນິດກໍ່ບໍ່ສະແດງໃຫ້ເຫັນຄວາມແຕກຕ່າງລະຫວ່າງກີບລ້ຽງ ແລະ ກີບດອກ ເຊັ່ນ: ຈໍາພວກຫຍ້າ. ເພາະສະນັ້ນ ພວກມັນຈຶ່ງຖືກເອີ້ນວ່າ: ກີບລວມ.ພືດບາງຊະນິດຈະບໍ່ມີທັງອະໄວຍະວະເພດຜູ້ ແລະ
http://hukased.blogspot.com/
ດອກໄມ້
ພືດບາງຊະນິດຈະບໍ່ມີທັງອະໄວຍະວະເພດຜູ້ ແລະ ເພດແມ່ຢູ່ໃນດອກດຽວກັນ. ຍິ່ງໄປກວ່ານັ້ນ, ດອກຜູ້ ແລະ
ດອກແມ່ອາດຈະຢູ່ຕ່າງຕົ້ນຄື: ມີພຽງຕົ້ນແມ່ທີ່ຈະມີໝາກ. ສິ່ງນີ້ຄວນໄດ້ຮັບການພິຈາລະນາກ່ອນທີ່ຈະປູກຕົ້ນໄມ້ໃໝ່,ເພາະວ່າກ່ອນທີ່ມັນຈະປົ່ງຂຶ້ນມາ ແລະ ອອກດອກຄັ້ງທໍາອິດ ເຮົາບໍ່ສາມາດຮູ້ໄດ້ວ່າເມັດພັນພືດແມ່ນເປັນເພດໃດ.ເຖິງຢ່າງໃດກໍຕາມ, ການຕັດກິ່ງຈະເຮັດໃຫ້ໄດ້ເພດດຽວກັບຕົ້ນທີ່ເຮົາຕັດມາ.ນອກຈາກນີ້, ບໍ່ຄວນເຂົ້າໃຈຜິດຄິດວ່າຕົ້ນແມ່ ແລະ ຕົ້ນຜູ້ ເປັນພືດສອງສາຍພັນທີ່ແຕກຕ່າງກັນ ຖ້າຫາກວ່າພືດດັ່ງກ່າວສາມາດປະສົມພັນກັນໄດ້ພວກມັນກໍ່ອາດຈະເປັນສາຍພັນດຽວກັນ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ