google-site-verification: google0d91bc93cfc88895.html ຄວາມຫຼາກຫຼາຍຊີວະນາໆພັນເຂົ້າພື້ນເມືອງ ຢູ່ ສປປ ລາວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, August 18, 2016

ຄວາມຫຼາກຫຼາຍຊີວະນາໆພັນເຂົ້າພື້ນເມືອງ ຢູ່ ສປປ ລາວ

ບົດຄັດຫຍໍ້
ການຄົ້ນຄວ້າ ແລະ ພັດທະນາແນວພັນເຂົ້າ ຂອງບັນດາປະເທດອາຊີອາຄະເນ ສ່ວນໃຫຍ່, ໄດ້ເປັນຜົນເຮັດໃຫ້ຊາວກະສິກອນຫັນມານຳໃຊ້ແນວພັນປັບປຸງຢ່າງກວ້າງຂວາງ, ມາປ່ຽນແທນແນວພັນ ເຂົ້າພື້ນເມືອນັ້ນ,  ຊຶ່ງມັນໄດ້ນຳໄປສູ່ການສູນເສຍແຫຼ່ງເຊື້ອພັນເຂົ້າ  ຢູ່ບັນດາປະເທດເຫຼົ່ານີ້.  ໃນ ຊ່ວງໄລຍະ ຊຸມປີ 1970ແລະ 1980ມານີ້ ການປ່ຽນແປງດັ່ງກ່າວ ແມ່ນໄດ້ເກີດຂື້ນໃນບັນດາປະເທດ ພາກພື້ນອາຊີອາຄະເນ. ສ່ວນການຜະລິດເຂົ້າຂອງ ສປປ ລາວ ແມ່ນມີການກະທົບຈາກການປະຕິວັດ ຂຽວບໍ່ຫຼາຍປານໃດ,  ທ້າຍປີ 1990 ການປູກເຂົ້ານາໃນທົ່ວປະເທດ  ໂດຍພື້ນຖານແມ່ນຍັງນຳໃຊ້ ແນວພັນເຂົ້າພື້ນເມືອງຫຼາຍກວ່າ 90%.  ໃນນິເວດເຂົ້າໄຮ່ນັ້ນ,  ແມ່ນນຳໃຊ້ແນວພັນເຂົ້າພື້ນເມືອງ 100% (ຊີລເລີ  ແລະ  ຄະນະ 2001).   ປີ 1995 ເປັນຕົ້ນມາ  ລະບົບການຜະລິດເຂົ້າໃນ  ສປປ  ລາວ \ໄດ້ເລີ່ມມີການປ່ຽນແປງ, ໃນປີ 1993ໄດ້ມີເຂົ້າພັນປັບປຸງເປັນພັນທຳອິດ, ທີ່ປ່ອຍອອກນຳໃຊ້ ແລະ ຊາວກະສິກອນລາວ  ກໍ່ໄດ້ຮັບຮອງ,  ນຳໃຊ້ຢ່າງກວ້າງຂວາງ  ແລະ  ວ່ອງໄວ,  ໂດຍປະສານກັບການ ນຳໃຊ້ຂໍ້ແນະນຳທາງດ້ານເຕັກນິກອື່ນໆ  ຊຶ່ງຈະສາມາດນຳໄປສູ່  ການຍົກຜະລິດຕະພາບການຜະລິດ ໃຫ້ສູງຂຶ້ນເປັນກ້າວໆ.  ໃນກາງປີ  1995 ໂຄງການເຕົ້າໂຮມ  ແລະ  ອະນຸລັກເຊື້ອພັນເຂົ້າໄດ້ເລີ່ມ ຕົ້ນຈັດຕັ້ງປະຕິບັດ.  ຊື່ງເປັນໂຄງການຮ່ວມມືລະຫວ່າງ  ກະຊວງ  ກະສິກຳ  ແລະ  ປ່າໄມ້  ແລະ  ສະ ຖາບັນຄົ້ນຄວ້າເຂົ້ານາໆຊາດ  (ອີຣີ)  ໄດ້ຮ່ວມກັນລົງສຳຫຼວດແນວພັນເຂົ້າພື້ນເມືອງ  ທີ່ປູກໃນທຸກໆ ລະບົບນິເວດກະສິກຳ ຕາມພື້ນທີ່ປູກເຂົ້າສ່ວນໃຫຍ່ພາຍໃນປະເທດ. ແຕ່ປີ 1995-2000ສາມາດເຕົ້າໂຮມແນວພັນເຂົ້າໄດ້ທັງໝົດ 13,192ຕົວຢ່າງ ແລະ ເຂົ້າປ່າ 6ຊະນິດ ທີ່ເປັນຕະກຸນ Oryza ຈຳນວນ 237 ຕົວຢ່າງ.  ຈາກນັ້ນ  ຊ້ວງ 2000-2013 ສູນຄົ້ນຄວ້າ  ກະສິກຳ  ນາພອກ  ກໍ່ຄື  ສະຖາບັນ  ຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ ແຫ່ງຊາດ ຍັງໄດ້ສືບຕໍ່ເກັບໃນບາງເຂດທີ່ຫ່າງໄກສອກຫຼີກ ແລະ ໄດ້ເຕົ້າໂຮມບາງແນວພັນທີ່ມີເອກະລັກສະເພາະ ເພື່ອການຄົ້ນຄວ້າລົງເລິກບາງລັກສະນະທີ່ຈຳເປັນ, ສາມາດເຕົ້າໂຮມ ແລະ  ອະນຸລັກໄດ້ອີກ 510 ກວ່າ   ຕົວຢ່າງ.  ໃນບົດວາລະສານບົດນີ້  ສ່ວນໃຫຍ່ແມ່ນຈະໄດ້ກ່າວເຖິງ ວຽກງານການສຶກສາ,  ການປະເມີນ,  ການຈັດແບ່ງກຸ່ມແນວພັນເຂົ້າພື້ນເມືອງທີ່ໄດ້ເຕົ້າໂຮມມາແຕ່ປີ 1995-2000,  ຊຶ່ງປະຈຸບັນ  ໄດ້ອະນຸລັກໄວ້ທີ່ທະນະຄານເຊື້ອພັນເຂົ້າຂອງສະຖາບັນຄົ້ນຄວ້າເຂົ້ານາໆຊາດ ອີຣີ ທີ່ປະເທດຟິລິປີນ ແລະ ສູນຄົ້ນຄວ້າກະສິກຳ ນາພອກ, ສະຖາບັນ ຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ ແຫ່ງຊາດ, ໄດ້ນຳໃຊ້ແຫຼ່ງເຊື້ອພັນເຫຼົ່ານີ້ເຂົ້າໃນການພັດທະນາແນວພັນເຂົ້າໃນຜ່ານມາ, ປະຈຸບັນ  ແລະ  ອະນາຄົດອີກດ້ວຍ. ຂໍ້ມູນລະອຽດກ່ຽວກັບການເຕົ້າໂຮມເຊື້ອພັນເຂົ້າສາມາດຊອກ ຫາໄດ້ ຕາມປື້ມບົດສະຫຼຸບການເຕົ້າໂຮມເຊື້ອພັນເຂົ້າທະນະຄານເຊື້ອພັນເຂົ້າຂອງສະຖາບັນຄົ້ນຄວ້າ ເຂົ້ານາໆຊາດ ທີ່ປະເທດຟິລິປີນ ອີຣີ ແລະ ສູນຄົ້ນຄວ້າ ກະສິກຳ ແລະ ໃນບົດລາຍງານລະອຽດກ່ຽວ ກັບການເຕົ້າໂຮມ (ອັບປາ ຣາວ ແລະ ຄະນະ 1997b, 2002a, b, c). ຂໍ້ມູນສຶກສາ ແລະ ປະເມີນຜົນ ຊອກຫາໄດ້ຈາກບົດວາລະສານ ຂອງ  ສະຖາບັນ. ສປປ ລາວ  ແມ່ນນອນຢູ່ໃນເຂດທີ່ຮູ້ວ່າ ເປັນບ່ອນ ກຳເນີດຂອງເຂົ້າອາຊີ ໂດຍສະເພາະເຂົ້າໜຽວ Oryza sativaທີ່ປູກກີນ (Chang 1976, Oka 1988, Khush  1997)  ແລະ   ເປັນປະເທດທີ່ມີແຫຼ່ງເຊື້ອພັນເຂົ້າຈຳນວນຫຼາຍຢູ່ທະນາຄານເຊື້ອພັນເຂົ້ານາ 
ນາຊາດ, ອີຣີ ປະເທດຟີລິບປີນ ໃນອັນດັບສອງຖັດຈາກອີນເດຍ. ສັງລວມແລ້ວໃນໄລຍະຜ່ານມາສູນຄົ້ນຄວ້າກະ ສິກຳແມ່ນໄດ້ຄູ້ມຄອງ,  ຮັກສາ,  ສຶກສາ  ແລະ  ຕີລາຄາການນຳໃຊ້ຈຳນວນໜື່ງແລ້ວ  ແລະ ປະຈຸບັນແມ່ນຍັງຕ້ອງມີຄວາມຈຳເປັນໄດ້ສືບຕໍ່ປັບປູງການຄູ້ມຄອງໃຫ້ດີ ແລະ ນຳໃຊ້ໃຫ້ຍືນຍົງ.
ຄຳເຄົ້າ: ຊີວະນາໆເຂົ້າ,  ເຂົ້າໜຽວ,  ເຂົ້າຈ້າວ,  ການເຕົ້າໂຮມ,  ການອະນຸລັກ  ແລະ  ການນໍາໃຊ້ເຊື້ອ ພັນເຂົ້າ.

  1. ສູນຄົ້ນຄວ້າກະສິກຳນາພອກ, ສະຖາບັນ ຄົ້ນຄວ້າ ກະສິກຳແລະ ປ່າໄມ້ ແຫ່ງຊາດ.
  2. ສະຖາບັນ ຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ ແຫ່ງຊາດ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ