google-site-verification: google0d91bc93cfc88895.html ​ແນວ​ພັນ​ເຂົ້າ​ໄກ່​ນ້ອຍ ແຫ່ງ ສ​ປ​ປ​ລາວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, August 12, 2016

​ແນວ​ພັນ​ເຂົ້າ​ໄກ່​ນ້ອຍ ແຫ່ງ ສ​ປ​ປ​ລາວ

ແນວພັນ​ເຂົ້າ​ໄກ່​ນ້ອຍ

ແນວພັນ

ນຳໃຊ້ແນວພັນເຂົ້າໜຽວພື້ນເມືອງ (ເຂົ້າໄກ່ນ້ອຍ)  ທີ່ໄດ້ຈາກທະນາຄານເຊື້ອພັນ ພືດ  ຈຳນວນ 26 ຕົວຢ່າງ  ທີ່ແຍກເປັນ 3 ກຸ່ມ ຄື:  ເຂົ້າໄກ່ນ້ອຍເຫຼືອງ 16 ຕົວຢ່າງ,  ເຂົ້າໄກ່ນ້ອຍແດງ 3ຕົວຢ່າງ ແລະ ເຂົ້າໄກ່ນ້ອຍລາຍ 7 
ຕົວຢ່າງ  ທີ່ເຕົ້າໂຮມມາຈາກຊາວນາ  ແຂວງຫົວ ພັນ ແລະ ແຂວງຊຽງຂວາງ (ຮູບ 5).

ການທົດລອງ
            ການທົດລອງໄດ້ດຳເນີນໃນລະດູຝົນ 2011 ທີ່ສູນຄົ້ນຄວ້າເຂົ້າ  ແລະ  ພືດເສດຖະກິດ (ຮູບ 1), ສະຖາບັນ ຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ ແຫ່ງຊາດ, ສປປ ລາວ. ການທົດລອງໄດ້ວາງແປງແບບລ໋ອກຄົບຖ້ວນໂດຍບັງເອີນ (RCBD) ມີ 4ຊ້ຳ, ຂະໜາດແປງ 1,5 x 5ມ (7,5ມ2), 6 ແຖວຕໍ່ແປງ, ເກັບຂໍ້ມູນຜົນຜະລິດ 2ແຖວກາງ, 
ໄລຍະແຖວ ແລະ ໄລຍະຕົ້ນ 25 x 25ຊມ.
        ປະເມີນຄວາມຫຼາກຫຼາຍທາງກຳມະ ພັນ  ຈາກລັກສະນະເມັດ  ເຊັ່ນ:  ສີເປືອກເມັດ, ສີເຍື່ອຫຸ້ມເມັດ,  ຊະນິດເຂົ້າສານ,  ນ້ຳໜັກ 100ເມັດ,  ຄວາມຍາວ,  ຄວາມກວ້າງ,  ຄວາມໜາ ແລະ ຮູບຮ່າງ ຂອງເມັດເຂົ້າເປືອກ (ຮູບ2).
ວິໄຈຄວາມແປປວນ  ຂອງແຕ່ລະແນວ ພັນ ໂດຍນຳໃຊ້ ໂປຼແກມ Crop Stat 7.ຈຳແນກ ແລະ ຈັດກຸ່ມຄວາມແຕກຕ່າງ ແລະ  ຄວາມຄ້າຍຄືກັນ  ໂດຍນຳໃຊ້ໂປຼແກຼມ NTSYS.ວິໄຈຄວາມຫຼາກຫຼາຍທາງດ້ານກຳມະພັນ ລະຫວ່າງພາຍໃນກຸ່ມດຽວກັນ  ແລະ  ລະຫວ່າງກຸ່ມພັນ  ແມ່ນນຳໃຊ້ດັດສະນີ  ຄວາມຫຼາກຫຼາຍ  (Power ແລະ McSorley,  2000) ຂອງ  Shannon’s  Index ຫຼື Shannon-29 ວາລະສານ ກະສິກໍາ ແລະ ປ່າໄມ້, ສະບັບທີ.28 (ສະບັບພິເສດ) 2013Weaver  Index   (H’) ເປັນດັດສະນີຄວາມຫຼາກຫຼາຍທາງກຳມະພັນ. ສ່ວນການພິຈາລະນາ ຄວາມຫຼາກຫຼາຍທາງດ້ານກຳມະພັນ  ຂອງລັກ ສະນະທາງຄຸນນະພາບ ແມ່ນນຳໃຊ້ຄ່າດັດຊະນີຄວາມຫຼາກຫຼາຍຂອງ Shannon’s index (H’ )ໂດຍຄຳນວນຈາກສູດ (Shannon and Weaver, 1949ອ້າງໂດຍ Power and Mcsorley, 2000) ດ້ວຍວິທີການຄິດໄລ່ສູດ ດັ່ງລຸ່ມນີ້:


ການປະເມີນຄວາມຫຼາກຫຼາຍທາງພັນທຸກຳ ຈາກລັກສະນະເມັດທີ່ ເຕົ້າໂຮມມາຈາກ ຊາວນາຕາຕະລາງ 1 ສະແດງ ເຖີງຈຸດ  ຫຼື  ຕຳແໜ່ງທີ່ໄດ້ເຕົ້າໂຮມເຂົ້າໄກ່ນ້ອຍ 26 ຕົວຢ່າງມາສຶກສາ.  ຕົວຢ່າງພັນທີ່ນຳມາປະເມີນທັງໝົດ 26 ຕົວຢ່າງແນວພັນ  ແມ່ນມີຄວາມຫຼາກຫຼາຍ ຂອງສີເປືອກເມັດທັງພາຍໃນ  ແລະ  ລະຫວ່າງ
ປະຊາກອນ ຄື ເຫັນສີເປືອກມີສີເຟືອງ, ສີເຟືອງ ຮ່ອງດຳ, ສີເຟືອງຮ່ອງນ້ຳຕານ, ສີນ້ຳຕານ ແລະ ສີນ້ຳຕານເຂັ້ມ  (H’  ຕັ້ງແຕ່ 0.098  -  1.085).
         ເຂົ້າໄກ່ນ້ອຍແດງ 3 ຕົວຢ່າງພັນກໍມີຄວາມຫຼາກ ຫຼາຍພາຍໃນປະຊາກອນ  ຄື:  ພົບສີເປືອກເມັດ ມີສີເຟືອງ,  ສີເຟືອງຮ່ອງນ້ຳຕານ,  ສີນ້ຳຕານ ແລະ  ສີນ້ຳຕານເຂັ້ມສູງ  (H’ ຕັ້ງແຕ່  0.654  - 1.085).  ເຂົ້າໄກ່ນ້ອຍລາຍ  ຫຼື  ລາຍດຳ  ແລະ ເຂົ້າໄກ່ນ້ອຍເຫືຼອງ  ມີສີເປືອກເມັດເປັນສີເຟືອງສູງ (H’ ຕັ້ງແຕ່   0.190  -  0.976).  ໂດຍລວມ
ແລ້ວ  ປະຊາກອນທີ່ມີເປືອກເມັດນ້ອຍທີ່ສຸດຄື  ເຂົ້າໄກ່ນ້ອຍເຫຼືອງ 6 ຕົວຢ່າງແນວພັນ  ຄື: LG14101, LG14107, LG14117, LG14118, LG14121ແລະLG14123ເພາະພົບສີເປືອກ ເມັດເປັນສີເຟືອງ  ສູງກວ່າສີອື່ນເຖິງ 98% (H’ ຕັ້ງແຕ່ 0.098 - 0.386) (ຕາຕະລາງ 2).

ຄວາມຍາວ, ຄວາມກວ້າງ ແລະ ຄວາມໜາ ຂອງເມັດເຂົ້າເປືອກ

                ຄວາມຍາວເມັດເຂົ້າເປືອກ  ຂອງເຂົ້າໄກ່ນ້ອຍ  26 ຕົວຢ່າງ  ມີຄ່າສະເລ່ຍ 6.57- 7.43 ມມ,  ປະຊາກອນທີ່ມີຄວາມຍາວ  ຂອງ ເມັດເຂົ້າເປືອກນ້ອຍທີ່ສຸດ ຄື: LG14099 ແລະ ຫຼາຍທີ່ສຸດ  LG14106,  ສ່ວນບ່ຽງເບນມາດ ຕະຖານມີຄ່າ ແຕ່ 0.01-0.33ໂດຍ LG14101, LG14120ແລະ G14123ມີຄ່າ ນ້ອຍທີ່ສຸດ ແລະ LG14106 ມີຄ່າຫຼາຍທີ່ສຸດ,  ແຕ່ປະຊາກອນ ທີ່ມີຄວາມຫຼາກຫຼາຍ  ຂອງຄວາມຍາວເມັດເຂົ້າ ເປືອກ  ພາຍໃນປະຊາກອນຫຼາຍທີ່ສຸດ  ຄື: LG14099.
              ຄວາມກວ້າງຂອງເມັດເຂົ້າເປືອກ ມີຄ່າສະເລ່ຍ 3.29-3.66ມມ, ປະຊາກອນທີ່ມີຄວາມ ກວ້າງຂອງເມັດເຂົ້າເປືອກນ້ອຍທີ່ສຸດ  ຄື:  ເຂົ້າໄກ່ນ້ອຍເຫຼືອງ (LG14125) ແລະ  ຫຼາຍທີ່ສຸດຄື:  ເຂົ້າໄກ່ນ້ອຍລາຍ (LG14124),  ສ່ວນບ່ຽງ ເບນມາດຕະຖານມີຄ່າແຕ່  0.01-0.15 ໂດຍ LG1409,  LG14097 ແລະ LG14111 ມີຄ່ານ້ອຍທີ່ສຸດ  ແລະ LG14125 ມີຄ່າຫຼາຍທີ່ສຸດ.
                ປະຊາກອນທີ່ມີຄວາມຫຼາກຫຼາຍ  ດ້ານຄວາມກວ້າງຂອງເມັດເຂົ້າເປືອກ  ພາຍໃນປະຊາກອນ ຫຼາຍທີ່ສຸດ ຄື: ເຂົ້າໄກ່ນ້ອຍເຫຼືອງ LG14125.ຄວາມໜາຂອງເມັດເຂົ້າເປືອກ ມີຄ່າສະເລ່ຍ 2.14 - 2.40 ມິນລີແມັດ, ປະຊາກອນທີ່ມີຄວາມ ໜາຂອງເມັດເຂົ້າເປືອກນ້ອຍທີ່ສຸດ  ຄື:  ເຂົ້າໄກ່ນ້ອຍລາຍ  (LG14110) ແລະ  ຫຼາຍທີ່ສຸດ  ຄື:ເຂົ້າໄກ່ນ້ອຍເຫຼືອງ  (LG14124) ສ່ວນຄ່າບ່ຽງເບນມາດຕະຖານ  ມີຄ່າຕັ້ງແຕ່  0.01-0.12ໂດຍLG14099, LG14118, LG14120 ແລະ LG14123 ມີຄ່ານ້ອຍທີ່ສຸດ   ແລະ  LG14110 ມີຄ່າຫຼາຍທີ່ສຸດ.  ປະຊາກອນທີ່ມີຄວາມຫຼາກຫຼາຍດ້ານຄວາມໜາຂອງເມັດເຂົ້າເປືອກ  ພາຍໃນປະຊາກອນຫຼາຍທີ່ສຸດ ຄື: ເຂົ້າໄກ່ນ້ອຍລາຍ LG14110 (ຕາຕະລາງ 3).



             ສັດສ່ວນຄວາມຍາວ  ແລະ  ຄວາມກວ້າງຂອງເມັດເຂົ້າເປືອກ  ມີຄ່າສະເລ່ຍ 1.87-2.09 ມມ  ປະຊາກອນທີ່ມີສັດສ່ວນຄວາມຍາວ  ແລະ ຄວາມກວ້າງຂອງເມັດເຂົ້າເປືອກສະເລ່ຍນ້ອຍທີ່ສຸດ  ຄື  ເຂົ້າໄກ່ນ້ອຍເຫຼືອງ LG14103 ແລະ ຫຼາຍທີ່ສຸດ  ຄື:  ເຂົ້າໄກ່ນ້ອຍເຫຼືອງ LG14096 ສ່ວນບ່ຽງເບນມາດຕະຖານ  ມີຄ່າແຕ່  0.02- 0.18 ໂດຍເຂົ້າໄກ່ນ້ອຍເຫຼືອງ LG14096 ມີຄ່ານ້ອຍທີ່ສຸດ  ແລະ  ເຂົ້າໄກ່ນ້ອຍເຫຼືອງ LG14103 ມີຄ່າຫຼາຍທີ່ສຸດ  ແລະ  ປະຊາກອນທີ່ມີຄວາມຫຼາກຫຼາຍຂອງສັດສ່ວນຄວາມຍາວ ແລະ  ຄວາມກວ້າງຂອງເມັດເຂົ້າເປືອກ  ພາຍ ໃນປະຊາກອນຫຼາຍທີ່ສຸດ ຄື ເຂົ້າໄກ່ນ້ອຍເຫຼືອງ LG14103(ຕາຕະລາງ 3).
            ຮູບຮ່າງເມັດເຂົ້າເປືອກຈາກການນຳເອົາຂໍ້ມູນຄວາມຍາວ ແລະ  ຄວາມກວ້າງ  ຂອງເມັດເຂົ້າເປືອກເຂົ້າໄກ່ ນ້ອຍ  ທັງ 26 ຕົວຢ່າງພັນ  ມາຈັດຈຳແນກ  ຮູບຮ່າງຕາມວິທີການການນຳໃຊ້ໂປຼແກຼມ  Excel ສາມາດຈຳແນກຮູບຮ່າງ  ເມັດເຂົ້າເປືອກເຂົ້າໄກ່ນ້ອຍ  ທັງ 26 ຕົວຢ່າງພັນ  ໄດ້ດັ່ງໃນ  (ຮູບທີ 3).   ຕົວຢ່່າງພັນທັງໝົດ  ມີຮູບຮ່າງເມັດ  ຈັດໃນກຸ່ມເມັດປ້ອມ  (round  type)  ແຕ່ພົບວ່າ  ໃນລະຫວ່າງກຸ່ມເມັດປ້ອມທັງໝົດສະແດງໃຫ້ເຫັນຄວາມແປປ່ວນທາງດ້ານຮູບຮ່າງ ເມັດ (H’ແຕ່ 0.199-0.683)  ແລະ  ບໍ່ພົບປະຊາກອນໃດ  ທີ່ມີ ຮູບຮ່າງເມັດຮຽວ (slender type) ຫຼື ເມັດໃຫຍ່ (large  type)  ໃນເຂົ້າໄກ່ນ້ອຍທັງໝົດ 26 ຕົວ ຢ່າງພັນ,  ນອກຈາກ  ຕົວຢືນສອງແນວພັນ  ຄື: ເຂົ້າທ່າດອກຄຳ1 ແລະ ເຂົ້າຫອມສັງທອງ ທີ່ຈັດຢູ່ໃນກຸ່ມເມັດຮຽວ  ໂດຍພາຍໃນປະຊາກອນ  ບໍ່ພົບຄວາມຫຼາກຫຼາຍ  ຂອງຮູບຮ່າງເມັດ(H’ = 0) ( ຮູບ 3).



           ການແບ່ງກຸ່ມແນວພັນເຂົ້າໄກ່ນ້ອຍ 26 ຕົວ ຢ່າງ ຈາກ 14ລັກສະນະທາງຄຸນນະພາບເມື່ອນຳຂໍ້ມູນລັກສະນະທາງຄຸນນະພາບທັງ  14 ລັກສະນະ  ມາຈັດກຸ່ມເຂົ້າໄກ່ນ້ອຍ26 ຕົວຢ່າງພັນ  ໂດຍວິທີ cluster  analysis ດ້ວຍ ໂປຼແກຼມ NTSYS ໃນການຄຳນວນຄ່າໄລຍະຫ່າງ  ລະຫວ່າງ  ກຳມະພັນ  (genetic distance) ແລະ  ນຳຄ່າໄລຍະຫ່າງ  ລະຫວ່າງກຳມະພັນນັ້ນ ມາສ້າງ UPGMA (Unweighted Paired Group Mean Averages) dendrogramພົບວ່າ  ສາມາດຈັດເປັນ 5 ກຸ່ມ  ໃຫຍ່ຢ່າງຊັດເຈນ  ທີ່ໄລຍະຫ່າງ  ລະຫວ່າງກຳມະພັນເທົ່າກັບ 0.75 ຊຶ່ງ  2 ກຸ່ມທຳອິດ  ແມ່ນແນວພັນຕົວຢືນ: ເຂົ້າພັນປັບປຸງ  ທ່າດອກຄຳ1 ແລະ  ເຂົ້າຫອມສັງທອງ.  ສຳລັບ  ເຂົ້າໄກ່ນ້ອຍທັງ 26 ຕົວຢ່າງພັນ  ສາມາດຈັດເປັນ 3 ກຸ່ມໃຫຍ່  ທີ່ໄລຍະຫ່າງລະຫວ່າງກຳມະພັນເທົ່າກັບ 0.75ໂດຍກຸ່ມທີ 1: ໄດ້ແກ່ V7, V15ແລະ V19; ກຸ່ມທີ 2: ໄດ້ແກ່ V6,  V8,  V9,  V10,  V11,  V12,  V13,  V18, V21,  V24,  V25,  V26 ແລະ  ກຸ່ມ  3  ໄດ້ແກ່ V1, V2, V3, V4, V5, V14, V16, V17, V20, V22, V23.
         ໃນລະດັບໄລຍະຫ່າງລະຫວ່າງກຳມະພັນ 0.85 ກຸ່ມທີ 3) ແຍກອອກເປັນ 2 ກຸ່ມນ້ອຍຄື:
1) ໄດ້ແກ່ V19
2) ໄດ້ແກ່ V7ແລະ V15  ຊຶ່ງລັກສະນະທີ່ຄ້າຍຄື V9 ແມ່ນສີຍອດ ເກສອນແມ່,  ສີກີບຮອງດອກ  ແລະ  ສີຍອດ
ດອກ.  ກຸ່ມທີ 4:  ໄດ້ແກ່ (V6,  V8,  V9,  V10, V11,  V12,  V13,  V18,  V21,  V24,  V25, V26) ຊຶ່ງໄກ່ນ້ອຍລາຍ 4ຕົວຢ່າງ ມີລັກສະນະທີ່ຄ້າຍໄກ່ນ້ອຍເຫຼືອງ  ໃນລັກສະນະສີຂໍ້  ແລະ ສີຂໍ້ຕໍ່ໃບ.  ເຂົ້າໄກ່ນ້ອຍລາຍ  ທັງ 4 ຕົວຢ່າງ  ມີລັກສະນະທີ່ ແຍກອອກຈາກຕົວຢ່ າງໄກ່ ນ້ອຍລາຍທີ່ເຫຼືອໃນລັກສະນະສີຂໍ້  ແລະ  ສີຂໍ້ຕໍ່ໃບ.
ກຸ່ມທີ 5ມີ 11ແນວພັນ ແລະ ແຍກອອກເປັນ 2 ກຸ່ມນ້ອຍ (ຮູບ4).

​ການ​ແບ່ງ​ກຸ່ມ​ເຂົ້າ​ໄກ່​ນ້ອຍ
​ການ​ແບ່ງ​ກຸ່ມ​ເຂົ້າ​ໄກ່​ນ້ອຍ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ