ລັກສະນະທາງກາຍະວິພາກຂອງແກ່ນ
ແຕ່ລະແກ່ນຈະມີໜໍ່ອ່ອນໜຶ່ງໜໍ່, ເຊິ່ງເປັນພືດຕົ້ນອ່ອນທີ່ໄດ້ປ່ຽນຮູບຮ່າງຈາກຮາກທີ່ຫາກໍ່ປົ່ງ (ຮາກ) ແລະ ໃບລ້ຽງ(ໃບທໍາອິດ) ທີ່ຖືກເຊື່ອມເຂົ້າກັນໂດຍລໍາຕົ້ນກ້ອງໃບລ້ຽງ. ໃບລ້ຽງເປັນອະໄວຍະວະທີ່ເກັບພະລັງງານ ແລະ ຄົ້ນພົບວ່າມີສອງແບບໃນຈໍາພວກແກ່ນພືດທີ່ມີໃບລ້ຽງຄູ່ ແລະ ໃນຈໍາພວກແກ່ນພືດທີ່ມີໃບລ້ຽງດ່ຽວແມ່ນມີແບບດຽວ. ໃບລ້ຽງກະຕຸ້ນໃຫ້ເກີດການຈະເລີນເຕີບໂຕຕົ້ນຕໍຂອງແກ່ນ ກ່ອນທີ່ມັນຈະປ່ຽນຮູບຮ່າງເປັນໃບ ແລະ ຮາກ ທີ່ສາມາດມີຕົ້ນອ່ອນທີ່ມີພະລັງງານ ແລະ ສານອາຫານທີ່ຈໍາເປັນ.
ສະຫຼຸບແລ້ວ, ແກ່ນແມ່ນຖືກປ້ອງກັນດ້ວຍເປືອກຫຸ້ມແກ່ນທີ່ທົນທານຕໍ່ເຊື້ອລາ, ເຊື້ອໂຣກ ຫຼື ການອົບແຫ້ງ. ຄວາມເສຍຫາຍທັງໝົດທີ່ເຮັດໃຫ້ເປືອກຫຸ້ມແກ່ນເສຍຫາຍແມ່ນຈະເຮັດໃຫ້ໜໍ່ອ່ອນຕາຍ. ເຖິງຢ່າງໃດກໍ່ຕາມ, ແກ່ນຈໍາເປັນຕ້ອງຖືກກັດເຈາະເພື່ອທີ່ຈະລະບາຍຄວາມຊຸ່ມພາຍໃນອອກ, ເຊິ່ງຈະຊ່ວຍໃຫ້ແກ່ນແຕກໜໍ່. ຕາມປົກກະຕິແລ້ວ,ເປືອກຫຸ້ມແກ່ນມັກຈະຖືກກັດເຈາະດ້ວຍເຊື້ອໂຣກ ຫຼື ເຊື້ອລາ, ສິ່ງນີ້ອະທິບາຍໃຫ້ຮູ້ວ່າຍ້ອນຫຍັງທ່ານຈຶ່ງຈໍາເປັນຕ້ອງລໍຖ້າເຖິງສອງສາມອາທິດ ຫຼື ເປັນເດືອນກ່ອນທີ່ແກ່ນຈະແຕກໜໍ່. ການຍ່ອຍອາຫານໂດຍສັດ ຫຼື ການຫົດນໍ້າກໍ່ສາມາດເປັນການກັດເຈາະໄດ້ເຊັ່ນກັນ. ກົນໄກນີ້ຮັບປະກັນໄດ້ວ່າ ແກ່ນຈະມີສະພາບແວດລ້ອມທີ່ດີໃນການແຕກໜໍ່.ແກ່ນຈະແຕກໜໍ່ກໍ່ຕໍ່ເມື່ອມັນມີເງື່ອນໄຂສະພາບແວດລ້ອມ (ເຊັ່ນ: ຄວາມຊຸ່ມ ຫຼື ອຸນຫະພູມ) ເໝາະສົມກັບຄວາມຕ້ອງການຂອງມັນ. ຊາວສວນທຸກຄົນຈະເກັບຮັກສາແກ່ນໄວ້ສໍາລັບປີຕໍ່ໄປ.ເຖິງຢ່າງໃດກໍ່ຕາມ, ພືດທັງໝົດທີ່ບໍ່ສາມາດຜະລິດແກ່ນຕ້ອງຖ້າສອງສາມປີກ່ອນທີ່ຈະມີການແຕກໜໍ່ເຊັ່ນ: ບາແກ່ນບໍ່ມີການເກັບສານອາຫານໄວ້ພຽງພໍ, ບາງແກ່ນກໍ່ເປັນໂຣກຈາກການຕາກແຫ້ງ. ເພາະສະນັ້ນ, ນັກພືດສາດຈຶ່ງສ້າງຄວາມແຕກຕ່າງລະຫວ່າງແກ່ນດັ້ງເດີມທີ່ສາມາດແຕກໜໍ່ ເຖິງແມ່ນວ່າປະໄວ້ເປັນສະຕະວັດ, ແກ່ນທີ່ແຂງຕາຍຈະບໍ່
ສາມາດແຕກໜໍ່ຫຼັງປະໄວ້ພຽງສອງສາມອາທິດ.ໂດຍສ່ວນໃຫຍ່ແລ້ວແກ່ນທີ່ແຂງຕາຍມັກຈະພົບເຫັນຢູ່ໃນພື້ນທີ່ເຂດຮ້ອນ ເຊິ່ງເປັນບ່ອນທີ່ມີສະພາບເອື້ອອໍານວຍຕໍ່ການຈະເລີນເຕີບໂຕຂອງພືດ. ຕາມປົກກະຕິແກ່ນດັ້ງເດີມຈະຂຶ້ນກັບພັນໄມ້ ທີ່ຈະເລີນເຕີບໂຕ ແລະ ຕັ້ງຮາກຖານຢູ່ທົ່ວທຸກບ່ອນເຊັ່ນ: ໃນພື້ນທີ່ທີ່ມີແສງແດດຈະຖືກປ່ຽນຮູບຮ່າງໂດຍຕົ້ນໄມ້ທີ່ລົ້ມລົງມາ. ເພາະສະນັ້ນ, ແກ່ນເຫຼົ່ານີ້ສາມາດປະໄວ້ໄດ້ເປັນເວລາຫຼາຍປີກ່ອນທີ່ຈະມີສະພາບໃນການແຕກໜໍ່ທີ່ດີ.
ແກ່ນ |
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ