google-site-verification: google0d91bc93cfc88895.html ຜົນຜະລິດ ແລະ ຄຸນນະພາບຂອງແນວພັນເຂົ້າພື້ນເມືອງ ແລະ ແນວພັນປັບປຸງຂອງລາວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, August 12, 2016

ຜົນຜະລິດ ແລະ ຄຸນນະພາບຂອງແນວພັນເຂົ້າພື້ນເມືອງ ແລະ ແນວພັນປັບປຸງຂອງລາວ

ຜົນຜະລິດ ແລະ ຄຸນນະພາບຂອງແນວພັນເຂົ້າພື້ນເມືອງ ແລະ ແນວພັນປັບປຸງຂອງລາວ
ຜົນຜະລິດ ແລະ ຄຸນນະພາບຂອງແນວພັນເຂົ້າພື້ນເມືອງ ແລະ ແນວພັນປັບປຸງຂອງລາວ
ແນວພັນເຂົ້າ
ການປັບປຸງໃນຂະແໜງທ່ອງທ່ຽວເປັນການຊຸກດັນໃຫ້ ສປປ ລາວ ຕ້ອງເປີດກວ້າງການສົ່ງອອກ ໂດຍສະເພາະແນວພັນເຂົ້າລາວຂອງ ສປປ ລາວ ເອງ. ສະນັ້ນ, ນັກກະສິກຳຊອກຫາທຸກວິທີທາງ ເພື່ອ ສ້າງແນວພັນໃຫ້ໄດ້ຜົນຜະລິດສູງ  ແລະ  ໃຫ້ມີຄຸນລັກສະນະທີ່ດີເຂົ້າໃນພັນປັບປຸງ  ເຊັ່ນ:  ເຂົ້າໃສ່ໃນ ແນວພັນເຂົ້າປັບປຸງ ທ່າສະໂນ1 (Thasano1: TSN1) ແລະ ທ່າດອກຄຳ1(Thadokkham1: TDK1). ໃນການສຶກສາຄັ້ງນີ້ ແມ່ນສຶກສາເບິ່ງຜົນກະທົບຂອງ ໄນໂຕຣເຈນ (N) ຕໍ່ຜົນຜະລິດ ແລະ ຄຸນນະພາບຂອງເຂົ້າໃນແນວພັນເຂົ້າພື້ນເມືອງ 2ແນວພັນ: ຫອມນາງນວນ (Hom Nang Nouane (HNN) ແລະເຂົ້າໄກ່ນ້ອຍເຫຼືອງ (Kai Noy Leuang (KNL), ແລະ ແນວພັນເຂົ້າປັບປຸງ 2ແນວພັນເຊັ່ນກັນ: TDK1ແລະ TSN1. ການທົດລອງແມ່ນໄດ້ເຮັດທີ່ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ສະຖາ ບັນຄົ້ນຄວ້າກະສິກຳ  ແລະ  ປ່າໄມ້  ແຫ່ງຊາດ,  ສປປ  ລາວ.  ການທົດລອງແມ່ນໃຊ້ຝຸ່ນ  ໃນອັດຕາ: 0-30-30 ກລ/ຮຕ, 30-30-30ກລ/ຮຕ, 60-30-30ກລ/ຮຕ ແລະ 90-30-30ກລ/ຮຕ. ຜົນໄດ້ຮັບສະແດງໃຫ້ເຫັນວ່າ: ການໃສ່ N ແມ່ນເຮັດໃຫ້ຜົນຜະລິດ  ແລະ  ອົງປະກອບຜົນຜະລິດ  ຂອງແນວພັນເຂົ້າປັບປຸງເພີ່ມຂື້ນ TDK1 ແລະ TSN1,  ຜົນຜະລິດເພີ່ມຂື້ນ  ຈາກ 3,000 ກລ/ຮຕ  ຫາ 4,500 ກລ/ຮຕ  ປະມານ 40% ເພີ່ມຂື້ນ, ສ່ວນແນວພັນເຂົ້າພື້ນເມືອງທັງ 2 ແນວພັນ HNN ແລະ  KNL,  ແມ່ນຕອບສະໜອງຕໍ່ Nໜ້ອຍ  ພຽງແຕ່ເພີ່ມຈາກ 3,600-3,900 ກລ/ຮຕ.  ໃນທາງກົງກັນຂ້າມ  ຄຸນນະພາບ:  ຄວາມຫອມ, ເນື້ອແປ້ງ  (textural)  ທີ່ກໍ່ໃຫ້ເກີດຄວາມແຂງ  ແລະ  ຄວາມອ່ອນນຸ້ມ  (hardness ແລະ stickiness), ອຸນຫະພູມຫຸງຕົ້ມ (gelatinisation temperature), ແລະ ລັກສະນະຄວາມໜຽວ viscosity ຂອງແນວພັນທັງ 4 ແມ່ນບໍ່ໄດ້ຮັບຜົນກະທົບຈາກໃສ່ N ໃນອັດຕາທີ່ໃສ່ໃນການທົດລອງນີ້.  ດ້ານຜົນຜະລິດ ແລະ ລັກສະນະຂອງເຂົ້າທ່າສະໂນ1ແມ່ນດີກວ່າ TDK1ເພື່ອນຳໃຊ້ເຂົ້າໃນໂຄງການປັບປຸງພັນເຂົ້າ ເພື່ອພັດທະນາເປັນເຂົ້າຫອມໃໝ່ ດ້ວຍການປະ ສົມພັນກັບເຂົ້າຫອມນາງນວນ ແລະ ເຂົ້າໄກ່ນ້ອຍ.
ຜົນຜະລິດ ແລະ ຄຸນນະພາບຂອງແນວພັນເຂົ້າພື້ນເມືອງ ແລະ ແນວພັນປັບປຸງຂອງລາວ
ເຂົ້າ​ໄກ່​ນ້ອຍ
ຜົນຜະລິດ ແລະ ຄຸນນະພາບຂອງແນວພັນເຂົ້າພື້ນເມືອງ ແລະ ແນວພັນປັບປຸງຂອງລາວ
​ເຂົ້າ​ທ່າ​ດອກ​ຄຳ
ຜົນຜະລິດ ແລະ ຄຸນນະພາບຂອງແນວພັນເຂົ້າພື້ນເມືອງ ແລະ ແນວພັນປັບປຸງຂອງລາວ
​ແຫ່​ລງ​ກຳ​ເນິດ​ພັນ​ເຂົ້າ​ໃນ​ລາວ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ