google-site-verification: google0d91bc93cfc88895.html ຫວາຍ [Wai] rattan palm - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, August 23, 2016

ຫວາຍ [Wai] rattan palm

 ຫວາຍ [Wai] rattan palm
 ຫວາຍ [Wai] rattan palm

ຫວາຍ [Wai]

ຊື່ວິທະຍາສາດໂດຍລວມ: Calamus spp.
ຊື່ທົ່ວໄປເປັນພາສາອັງກິດ: rattan palm

ຂ້ອຍແມ່ນຕົ້ນຫວາຍ ຊຶ່ງນອນໃນຕະກຸນດຽວກັນກັບຕົ້ນພ້າວ, ຕົ້ນໝາກ ແລະ ຕົ້ນຕານ ດັ່ງນີ້ເປັນຕົ້ນ ແຕ່ຕ່າງຈາກຊະນິດອື່ນໃນຕະກຸນ ຢູ່ບ່ອນວ່າ ລຳຕົ້ນມີໜາມ, ເມື່ອແກ່ ລຳຕົ້ນຈະເປັນເຄືອ ພາດເກາະໃສ່ຕົ້ນໄມ້ ຫຼື ງ່າໄມ້ອື່ນ ອັນໄດ້ເຮັດໃຫ້ຜູ້ຄົນມັກເອີ້ນຂ້ອຍວ່າ “ເຄືອຫວາຍ” ແລະ ຕ່າງອີກອັນໜຶ່ງ ແມ່ນໝາກຫວາຍ ມີເປືອກຫຸ້ມເປັນ ເກັດໆ. ຢູ່ຕາມທຳມະຊາດຂອງບ້ານເຮົາ ຫວາຍມີຫຼາຍຊະນິດ ເຊັ່ນ: ຫວາຍແດງ (Calamus gurub), ຫວາຍຫາງໜູ (Calamus solitarius), ຫວາຍຂົມ (Calamus palustris), ຫວາຍຂີ້ໄກ່ (Myrialepis paradoxa), ຫວາຍພຸ່ມ (Calamus acanthophyllus), ຫວາຍທູນ (Calamus poilanei) ດັ່ງນີ້ ເປັນຕົ້ນ. ຂ້ອຍຂະຫຍາຍພັນຢູ່ທົ່ວໄປເຊັ່ນ: ອາຟຼິກກາ, ອິນເດຍ, ສີລັງກາ, ບໍລິເວນພູຫິມາໄລ, ພາກໃຕ້ຂອງຈີນ ລົງມາຈົນເຖິງແຫຼມມາເລເຊຍເຊັ່ນ: ມ່ຽນມ້າ, ໄທ, ລາວ, ຫວຽດນາມ, ມາເລເຊຍແລະ ກຳບູເຈຍ. ສຳລັບໃນປະເທດລາວພົບແຕ່ເໜືອເຖິງໃຕ້, ຫວາຍເກີດຢູ່ໃນດິນທຸກປະເພດ ຕາມປ່າຫຼາຍຊະນິດ, ໃນທຸກສະພາບພູມມີອາກາດ, ແຕ່ສ່ວນຫຼາຍ ເກີດໃນປ່າດົງດິບ, ປ່າປະສົມ ໃນບໍລິເວນທີ່ມີຄວາມຊຸ່ມຊື່ນສູງ. ຕົ້ນຫວາຍ ທຸກຊະນິດ ເກີດເປັນສຸມ, ລຳຕົ້ນມີກາບຫຸ້ມ, ມີໜາມແຫຼມ ແລະ ແຂງ, ແຕ່ຈະຫຼົ່ນອອກໄປເມື່ອລຳແກ່, ມີທັງ ຊະນິດທີ່ມີລຳຍາວເຖິງ 150 ແມັດ, ຊະນິດມີລຳສັ້ນພຽງແຕ່ 50 ຊມ. ເສັ້ນຜ່າສູນກາງຂອງລຳ ແຕ່ 0.3 ຊມ. ເຖິງ 20 ຊມ. ໃບ ແມ່ນໃບປະສົມແບບຂົນນົກ ຄ້າຍຄືໃບພ້າວ, ສ່ວນປະກອບຂອງໃບ ມີ: ກາບໃບທີ່ຫຍາບ, ກ້ານໃບ ຍາວ ແລະ ແຂງ, ໃບຍ່ອຍ ແລະ ມືເກາະສຳລັບບາງຊະນິດ. ຊໍ່ດອກ ອອກເປັນຊໍ່ຍາວ ອອກຢູ່ປາຍຍອດຂອງລຳ ຫຼື ຕາມຂໍ້ຂອງລຳຕົ້ນ, ມີຊໍ່ດອກຜູ້ ແລະ ຊໍ່ດອກແມ່ຕ່າງກັນ ຢູ່ພາຍໃນສຸມດຽວ ກັນ.ໝາກຂອງຂ້ອຍເປັນຊິ້ນສ່ວນໜຶ່ງທີ່ເພິ່ນໃຊ້ໃນການຈັດຈຳແນກຊະນິດແບບງ່າຍໆໄດ້ເພາະແຕ່ລະຊະນິດມີຈຸດພິເສດ ແຕກຕ່າງກັນໄປ. ນອກນັ້ນ ລະດູອອກດອກ ແລະໝາກຫວາຍ ແຕ່ລະຊະນິດກໍແຕກຕ່າງກັນອີກ, ສ່ວນຫຼາຍອອກຕະຫຼອດປີ ແຕ່ມີຫວາຍບາງຊະນິດເວລາເປັນໝາກ ຈະໃຊ້ເວລາເປັນປີ ໝາກຈິ່ງສຸກໄດ້. ປະຊາຊົນນຳ ໃຊ້ຫວາຍຢ່າງກວ້າງຂວາງ ແຕ່ສະໄໝບູຮານມາ ດັ່ງຍອດອ່ອນຂອງຫວາຍ ເພິ່ນໃຊ້ປຸງແຕ່ງອາຫານຍອດນິຍົມຂອງຄົນລາວທົ່ວໄປ ເຊັ່ນ ແຈ່ວຫວາຍ, ອ່ອມຫວາຍ, ເປັນຜັກກັບລາບ,… ດັ່ງນີ້ ເປັນຕົ້ນ. ພວກເຈົ້າເຄີຍ ເຫັນເຂົາເຈົ້າຂາຍເຄື່ອງຫັດຖະກໍາຕາມຮ້ານ ຫຼື ເປັນເຄ່ືອງໃຊ້ຢູ່ໃນເຮືອນ ເຊັ່ນ: ພາເຂົ້າ, ຕິບເຂົ້າ, ຂັນໃສ່ບາດ, ກະຕ່າແລະ ເຄື່ອງເຟີນິເຈິທີ່ສວຍງາມ ນັ້ນແມ່ນເຮັດມາຈາກລຳ ຫຼື ເຄືອຂອງຂ້ອຍນັ້ນເອງ ເພາະມັນມີຄວາມໝັ້ນໜຽວ ແຕ່ສາມາດ ປັບດັດເພື່ອໃຫ້ໄດ້ຮູບຊົງທີ່ຕ້ອງການໄດ້ງ່າຍ ຄຽງຄູ່ໄປກັບຄວາມສະງ່າງາມ. ຍ້ອນແນວນັ້ນ ຕະຫຼາດຄວາມຕ້ອງການຫວາຍ ທັງພາຍໃນ ແລະ ພາຍນອກ ຈຶ່ງສູງຂຶ້ນຢ່າງບໍ່ຢຸດຢັ້ງເລີຍອັນເຮັດໃຫ້ຂ້ອຍຖືກຂຸດຄົ້ນຫຼາຍ ຈົນວ່າຫວາຍບາງຊະນິດ ຖືກຈັດເປັນພືດຫາຍາກແລ້ວ ດັ່ງ ຫວາຍທູນ ຍ້ອນລຳໃຫຍ່ ລາຄາສູງ, ຫວາຍຫາງໜູ ຍ້ອນແຂງ ແລະ ທົນທານ,...ແຕ່ຍັງດີ ໃນປະເທດເຮົາ ຍັງມີຜູ້ຄົນຈຳນວນໜຶ່ງ ໄດ້ລິເລີ້ມປູກຫວາຍ ເປັນສິນຄ້າ ເພື່ອການບໍລິໂພກ ແລະ ໃຊ້ຜລິດເຄື່ອງຫັດຖະກຳ. ຫວາຍເປັນພືດ ທີ່ທົນທານ ແລະ ເຕີບໂຕຊ້າ ພວກເຮົາຄວນເພີ່ມທະວີການປູກຕົ້ນຫວາຍ ເພື່ອການຊົມໃຊ້ຕາມຄວາມຕ້ອງການ ແລະ ເພື່ອໃຫ້ລຸ້ນລູກຫຼານ ໄດ້ຊົມໃຊ້ ສົມກັບຄຸນຄ່າທີ່ແທ້ຈິງຂອງຫວາຍດ້ວຍ.
 ຫວາຍ [Wai] rattan palm
 ຫວາຍ [Wai] rattan palm

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ