google-site-verification: google0d91bc93cfc88895.html ເຄືອແຫມ [Kheua Hem] berberine, tumeric tree - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, August 22, 2016

ເຄືອແຫມ [Kheua Hem] berberine, tumeric tree

ເຄືອແຫມ [Kheua Hem]
ຊື່ວິທະຍາສາດ: Coscimum fenestratum
ຊື່ທົ່ວໄປເປັນພາສາ ອັງກິດ: berberine, tumeric tree

ຂ້ອຍແມ່ນເຄືອແຫມ ເປັນພືດເຄືອ ຂະໜາດໃຫຍ່ ເລືອຕາມໜ້າດິນ ຫຼື ເກາະກ່າຍຕາມຕົ້ນໄມ້ໃຫຍ່ຢູ່ໃກ້ຄຽງ, ປາຍຍອດໂຄ້ງງໍ, ເຄືອແຕກແໜງເປັນຍ່ານໆ. ເປືອກນອກຂອງເຄືອ ມີສີເທົາ, ເປືອກໃນສີເຫຼືອງ ແລະ ມີລົດຂົມ. ຖ້າຕັດຕາມລວງຂວາງຈະເຫັນເນື້ອໄມ້ສີເຫຼືອງ ມີລາຍແຊກຊ້ອນກັນເປັນຊັ້ນໆ. ຂ້ອຍມີການກະຈາຍພັນຢູ່ໃນຫຼາຍ
ປະເທດ ຄື: ລາວ, ຫວຽດນາມ ແລະ ໄທ. ຂ້ອຍມັກເກີດຕາມປ່າດົງດິບແລ້ງ ຫຼື ປ່າດົງດິບຊຸ່ມ. ເຄືອຂອງຂ້ອຍຍາວ 25-30 ມ. ເສັ້ນຜ່າກາງ 6-7 ຊມ. ໃບ ເປັນໃບດ່ຽວ, ຈັບສະຫຼັບກັນ, ໃບຮູບໄຂ່ ຫຼັງໃບສີຂຽວ, ທ້ອງໃບສີຂາວປົນສີເທົາ, ກົກໃບມົນ ຫຼື ຕັດ, ປາຍໃບແຫຼມ, ຂອບໃບລຽບ, ຂະໜາດ ຂອງໃບ 9-15x6-8 ຊມ. ເສັ້ນກ່າງໃບແຕກອອກ ຈາກກົກໃບ 2 ຄູ່ ແລ້ວໂຄ້ງໄປທາງປາຍໃບ. ດອກອອກເປັນຊໍ່ຕາມຂໍ້, ດອກສີຂຽວ. ໝາກມີສີເຫຼືອງປົນສີເທົາ, ມີ 1 ເມັດ ມີລົດຂົມ. ດອກອອກໃນເດືອນມິຖຸນາ ເຖິງເດືອນກໍລະກົດ. ໝາກ ອອກ ໃນເດືອນກໍລະກົດ ເຖິງເດືອນທັນ ວາ. ຢູ່ລາວ ເພິ່ນໃຊ້ເຄືອແຫມເປັນວັດຖຸດິບ ສຳລັບການຍ້ອມສີທຳມະຊາດ ເພື່ອເອົາສີເຫຼືອງ ແລະ ຜະລິດເປັນຢາປົວພະຍາດຕ່າງໆເຊັ່ນ: ຢາປົວທ້ອງບິດ, ຖອກທ້ອງ, ຕັບອັກເສບ. ເຄືອແຫມຍັງໃຊ້ເປັນຢາປົວພະຍາດຕາຊຶມເຊື້ອ, ຕາແດງ. ທາດສານເບິເບີຣີນທີ່ສະກັດຈາກ ເຄືອແຫມຍັງມີປະໂຫຍດຫຼາຍຢ່າງອີກ ຄື: ຮັກສາຄວາມດັນເລືອດສູງ ໃຫ້ປົກກະຕິ, ປົວອາການພະຍາດໄຂມັນອຸດຕັນໃນເສັ້ນເລືອດ ແລະ ສາມາດລຸດຜ່ອນຄວາມຕຸ້ຍໄດ້.
ນອກຈາກນັ້ນ, ຍັງສາມາດຂັບໄລ່ສານເຄມີທີ່ຕົກຄ້າງໃນຮ່າງກາຍ, ປົວພະຍາດເບົາຫວານ ແລະ ອຳມະພາດ. ປະ ຊາຊົນເກັບກູ້ເອົາເຄືອແຫມໄດ້ຕະຫຼອດປີແລ້ວຂາຍເປັນສິນຄ້າພາຍໃນ ແລະ ສົ່ງອອກໃນຮູບແບບສົດ ຫຼືຝານເປັນ ແຜ່ນບາງໆຕາກແຫ້ງເພື່ອສາມາດນຳໃຊ້ແບບງ່າຍດາຍໄດ້ໂລດ. ມາຮອດປັດຈຸບັນ ປາລິມານຂອງເຄືອແຫມກໍ່ນ້ອຍເຕັມທີ ເນື່ອງມາຈາກການຂຸດຄົ້ນເກີນຂອບເຂດ ແລະ ແບບທຳລາຍ ດ້ວຍການຂຸດຄົ້ນເອົາແຕ່ເຄືອໃຫຍ່ ສ່ວນທີ່ເປັນປາຍເຄືອຖືກຕັດຖິ້ມ ແລະ ເຄືອນ້ອຍກໍ່ບໍ່ໄດ້ຮັບຄວາມເອົາໃຈໃສ່ຈາກຜູ້ເກັບກູ້ແຕ່ຢ່າງໃດເລີຍ ແລະໃນທີ່ສຸດ ພືດຊະນິດນີ້ ກໍໄດ້ກາຍເປັນພືດທີ່ຫາຍາກ.

Coscimum fenestratum
ເຄືອແຫມ [Kheua Hem] berberine, tumeric tree

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ