google-site-verification: google0d91bc93cfc88895.html ຕົ້ນ ສົ້ມປ່ອຍ [Ton Som Poi] piquant sappan, soap-pod wattle - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, August 21, 2016

ຕົ້ນ ສົ້ມປ່ອຍ [Ton Som Poi] piquant sappan, soap-pod wattle

ຕົ້ນ ສົ້ມປ່ອຍ [Ton Som Poi]
ຊື່ວິທະຍາສາດ: Acacia concinna
ຊື່ທົ່ວໄປເປັນພາສາ ອັງກິດ: piquant sappan, soap-pod wattle

ຂ້ອຍແມ່ນຕົ້ນສົ້ມປ່ອຍ ຊຶ່ງເປັນພືດຊະນິດໜື່ງທີ່ຢູ່ໃນຕະກຸນດຽວກັນກັບ ພວກກະຖິນແລະ ພວກຫຍ້າຫຍຸບ. ຕົ້ນສົ້ມປ່ອຍ ເວລາແກ່ ມີລຳຕົ້ນເທຶອ ຄ້າຍເຄືອເກາະກ່າຍໄປຕາມ ຕົ້ນອື່ນ, ລຳຕົ້ນ ແຂງແກ່ນ, ທຸກພາກສ່ວນ ນັບທັງກ້ານໃບ ມີໝາມ.ໃບ, ຍອດອ່ອນແລະ ໝາກ ມີລົດສົ້ມ. ຂ້ອຍມີການກະຈາຍພັນຢູ່ທຸກປະເທດໃນທະວີບເອເຊຍ. ສະເພາະຢູ່ປະເທດລາວແມ່ນ ເພິ່ນພົບສົ້ມປ່ອຍແຕ່ເໜືອຕະຫຼອດໃຕ້. ສົ້ມປ່ອຍມັກເກີດຢູ່ຕາມປ່າເປີດແປນ ແລະ ປ່າດົງດິບແລ້ງ. ໃບ ເປັນໃບປະສົມແບບຂົນນົກ ຂັ້ນສອງຊຶ່ງມີໃບປະສົມຍ່ອຍ 4 ເຖິງ 16 ຄູ່. ດອກອອກເປັນຊໍ່ແບບກະຈຸກຄ້າຍຄືດອກກະຖິນ,ມີສີເຫຼືອງອ່ອນ. ໝາກເປັນຝັກ ມີຂໍ້ໆ. ລະດູອອກດອກ ແລະ ໝາກແຕ່ເດືອນທັນວາເຖິງເດືອນເມສາ. ຊາວລາວ ນຳໃຊ້ຂ້ອຍມາແຕ່ສະໄໝບູຮານ ໂດຍນຳເອົາໝາກຂອງຂ້ອຍທີ່ແກ່ແລ້ວມາແຊ່ ຫຼື ຕົ້ມໃສ່ນ້ຳເຂົ້າໝ່າ (ນ້ຳມວກ) ນຳມາ ສະຜົມ ແລະ ມີຄວາມເຊື່ອວ່າ ມັນເຮັດໃຫ້ຜົມດົກ ດຳ, ເປັນເງົາງາມ ແລະ ມີກິ່ນຫອມ. ສະນັ້ນຄົນໃນສະໄໝໃໝ່ຈິ່ງນຳເອົາຄວາມຮູ້ດັ່ງກ່າວມາປະຫຍຸກໃຊ້ ໂດຍນໍ້າເອົາໝາກສົ້ມປ່ອຍແກ່ມາປະສົມເປັນ ຢາສະຜົມຫຼາຍໆປະເພດ ເຊັ່ນ: ຢາສະຜົມຍີ່ຫໍ້ແຟຊ່າ ແລະ ຢາສະຜົມຍີ່ຫໍ້ຊັນຊີລ ດັ່ງນີ້ເປັນຕົ້ນ. ນອກນັ້ນ ເພິ່ນຍັງໄດ້ນຳໃຊ້ໝາກຂອງຂ້ອຍເຂົ້າໃນພິທີກຳທາງສາດສະໜາຫຼາຍຢ່າງ ເຊັ່ນ: ໃນງານບຸນປີໃໝ່ລາວ ເອົາ ເຮັດນໍ້າສົງພຼະ ແລະ ເຮັດນ້ຳສູດລົດນ້ຳ ໃຊ້ໄດ້ໃນທຸກເວລາ. ສ່ວນໃບ ແລະ ຍອດອ່ອນນຳໄປຕົ້ມສົ້ມປາ, ກົບ ແລະ ອ່ຽນ ຈະຊ່ວຍລົດຄວາມຄາວ ແລະ ເພີ່ມຄວາມແຊບ. ເພິ່ນຍັງໃຊ້ນ້ຳຕົ້ມຈາກໃບສົ້ມປ່ອຍເຂົ້າໃນການປຸງແຕ່ງເຂົ້າແລ້ງຟືນຊຶ່ງເປັນອາຫານເລີດລົດ ແລະ ນິຍົມຂອງຊາວລາວພາກເໜືອ.
ຕົ້ນ ສົ້ມປ່ອຍ [Ton Som Poi] piquant sappan, soap-pod wattle
ຕົ້ນ ສົ້ມປ່ອຍ [Ton Som Poi] piquant sappan, soap-pod wattle

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ