google-site-verification: google0d91bc93cfc88895.html ຕົ້ນ ໝາກແໜ່ງ [Ton Mrak Neng] cardamom, amomum, grains of paradise plant - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, August 23, 2016

ຕົ້ນ ໝາກແໜ່ງ [Ton Mrak Neng] cardamom, amomum, grains of paradise plant

ຕົ້ນ ໝາກແໜ່ງ [Ton Mrak Neng] cardamom, amomum, grains of paradise plant
ຕົ້ນ ໝາກແໜ່ງ [Ton Mrak Neng] cardamom, amomum, grains of paradise plant


ຕົ້ນ ໝາກແໜ່ງ [Ton Mrak Neng]

ຊື່ວິທະຍາສາດ: Amomum spp.
ຊື່ທົ່ວໄປເປັນພາສາ ອັງກິດ: cardamom, amomum, grains of paradise plant

ຂ້ອຍແມ່ນຕົ້ນໝາກແໜ່ງ, ເປັນພືດຊະນິດໜຶ່ງໃນຕະກຸນດຽວກັນກັບ ພວກຂີງ-ຂ່າ,ຫວ້ານຕູບໝູບ ດັ່ງນີ້ເປັນຕົ້ນ. ລັກສະນະສະເພາະຂອງພືດໃນຕະກຸນນີ້ ແມ່ນທຸກພາກສ່ວນຂອງຕົ້ນມີກິ່ນຫອມ ຍ້ອນບັນຈຸທາດສານ ລະເຫີຍສະເພາະຕົວ. ໝາກແໜ່ງ ທີ່ເກີດໃນທຳມະຊາດຂອງບ້ານເຮົາ ມີຫຼາຍຊະນິດ ເຊັ່ນ: ໝາກແໜ່ງຂຽວ, ໝາກແໜ່ງ
ແດງ, ໝາກແໜ່ງຫົວໂລ້ນ, ... ຂ້ອຍກະຈາຍພັນເອງຕາມທຳມະຊາດ, ຍັງພົບຢູ່ ໃນ ປະເທດ ຈີນ, ອິນເດຍ, ມ່ຽນມ້າ, ໄທ, ລາວ, ຫວຽດນາມ, ກຳບູເຈຍ, ອົດສະເຕເລຍ ແລະ ມາເລເຊຍ ອີກ. ສຳລັບປະເທດລາວ ເພິ່ນພົບຕົ້ນໝາກແໜ່ງແຕ່ເໜືອເຖິງໃຕ້ ຕັ້ງແຕ່ແຂວງຜົ້ງສາລີ ລົງເຖິງແຂວງອັດຕະປື. ຂ້ອຍມັກເກີດຕາມປ່າດົງດິບ, ປ່າປະສົມ ຕາມປ່າໂລ່ງແຈ້ງ ບໍລິເວນທີ່ມີຄວາມຊຸມຊື່ນຫຼາຍ. ປັດຈຸບັນ ໄດ້ມີການປູກຕົ້ນໝາກແໜ່ງເປັນສິນຄ້າສົ່ງອອກຂອງປະເທດເນປານ ແລະ ປະເທດກວາເຕມາລາ ລາຍໃຫຍ່ກວ່າໝູ່ໃນໂລກ. ໝາກແໜ່ງເປັນພືດ ມີອາຍຸຫຼາຍປີ, ມີລະບົບລຳຢູ່ໃຕ້ດິນ, ກາບໃບໂອບຊ້ອນກັນຫຼາຍໆຊັ້ນ ເປັນລຳຕົ້ນຢູ່ເທິງໜ້າດິນ, ໃບ ເປັນໃບດ່ຽວ, ເປັນແຜ່ນຍາວ ຮູບຂອບຂະໜານ, ຈັບສະຫຼັບກັນ. ດອກ ອອກເປັນຊໍ່ ປົ່ງອອກຈາກເຫງົ້າໂດຍກົງຄືກັບພວກຫວ້ານໄຟ, ຂີ້ໝິ້ນ ດັ່ງນີ້ເປັນຕົ້ນ. ຫຼາຍຊະນິດໃນກຸ່ມ ຕົ້ນໝາກແໜ່ງ ມີດອກ ອອກສີຂາວ, ດອກ ອອກໃນເດືອນເມສາ ເຖິງເດືອນມິຖຸນາ. ໝາກມີຮູບຮ່າງຫຼາຍແບບ ເຊັ່ນ: ໝາກຮູບກົມ, ຮູບສາມຫຼ່ຽມຫຼື ຮູບໝ່ວຍໄຂ່ ເປືອກກ້ຽງ ຫຼື ມີໜາມອ່ອນໆ, ຫມາກຈັບເປັນແຊງແໜ້ນໜາອອກຢູ່ຕີນຕົ້ນ ແລະ ໃນທ່າຕັ້ງ. ໝາກອອກໃນເດືອນມິຖຸນາເຖິງເດືອນສິງຫາ. ການນຳໃຊ້ໝາກແໜ່ງ ສ່ວນຫຼາຍແມ່ນທາງດ້ານການແພດແຜນບູຮານ ຊຶ່ງເພິ່ນໃຊ້ເປັນຢາດີເຈັບທ້ອງ, ແກ້ທ້ອງຍື່ງ, ຊ່ວຍລະລາຍອາຫານ, ປົວພະຍາດອະຫິວາໂດຍປະສົມກັບຢາອື່ນ ແລະ ຢາປົວອາການເຈັບແຂ້ວແມງ ໂດຍອົມຝຸ່ນໝາກແໜ່ງ. ນອກນັ້ນ ເພິ່ນຍັງນຳໃຊ້ໝາກແໜ່ງເຂົ້າໃນການປຸງແຕ່ງອາຫານ ເພື່ອເສີມກິ່ນ ໃຫ້ອາຫານ ແລະ ເຄື່ອງດື່ມ. ນອກຈາກນຳໃຊ້ ດັ່ງທີ່ກ່າວມາແລ້ວ ໝາກແໜ່ງ ຍັງເປັນເປັນສິນຄ້າສົ່ງອອກທີ່ສຳຄັນຂອງລາວອີກດ້ວຍ ຊຶ່ງມາຈາກ ການເກັບກູ້ໝາກແໜ່ງໃນປ່າທຳມະຊາດຂອງຊາວບ້ານນັ້ນເອງ ອັນເປັນການ ສ້າງລາຍຮັບໃຫ້ແກ່ຄອບຄົວຂອງເຂົາເຈົ້າ. ສ່ວນໃຫຍ່ ແມ່ນສົ່ງໄປປະເທດຈີນ, ເກົາຫຼີ ແລະ ໄທເພື່ອນໍາໃຊ້ເປັນ ຢາພື້ນເມືອງຕາມສູດຂອງປະເທດເຫຼົ່ານັ້ນ.
ຕົ້ນ ໝາກແໜ່ງ [Ton Mrak Neng] cardamom, amomum, grains of paradise plant
ຕົ້ນ ໝາກແໜ່ງ [Ton Mrak Neng] cardamom, amomum, grains of paradise plant

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ