google-site-verification: google0d91bc93cfc88895.html ຕົ້ນ ຢາງບົງ [Ton Yang Bong] ຕົ້ນ ຢາງບົງຂາວ; Persea gamblei ຫຼື Persea kurzii, ຕົ້ນ ຢາງບົງແດງ; Nothaphoebe umbelliflora, ຕົ້ນບົງມີ່ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, August 22, 2016

ຕົ້ນ ຢາງບົງ [Ton Yang Bong] ຕົ້ນ ຢາງບົງຂາວ; Persea gamblei ຫຼື Persea kurzii, ຕົ້ນ ຢາງບົງແດງ; Nothaphoebe umbelliflora, ຕົ້ນບົງມີ່


ຕົ້ນ ຢາງບົງ [Ton Yang Bong]

ຊື່ວິທະຍາສາດ: Litsea monopetala,
ຕົ້ນ ຢາງບົງຂາວ; Persea gamblei ຫຼື Persea kurzii, ຕົ້ນ ຢາງບົງແດງ; Nothaphoebe umbelliflora, ຕົ້ນບົງມີ່
ຂ້ອຍແມ່ນຕົ້ນຢາງບົງ ຫຼື ຕົ້ນບົງ ຊຶ່ງມີຄຸນລັກສະນະພິເສດຄືເປືອກຂອງຂ້ອຍມີຢາງໜຽວຄ້າຍຄືກາວ ເມື່ອບົດເປືອກໃຫ້ມຸ່ນ ສາມາດປັ້ນເປັນກ້ອນໄດ້. ຕົ້ນຢາງບົງທີ່ນຳໃຊ້ໃນປະເທດລາວມີ 3 ຊະນິດ ຄື: ຢາງບົງຂາວ, ຢາງບົງແດງ ແລະ ບົງມີ່ ແລະ ໂດຍທົ່ວໄປ ຊາວບ້ານເອີ້ນຕົ້ນຢາງບົງ ຫຼື ຕົ້ນບົງ ກໍໝາຍເຖິງທັງກຸ່ມຕົ້ນບົງນັ້ນເອງ. ຂ້ອຍມີການກະຈາຍພັນຢູ່ ຫຼາຍປະເທດ ຄື: ອິນເດຍ, ມ່ຽນມ້າ, ໄທ, ຫວຽດນາມ, ກຳບູເຈຍ,ມາເລເຊຍ, ອິນໂດເນ ເຊຍ ແລະ ຟີລິບປິນ. ຕົ້ນຢາງບົງຂາວ ມັກເກີດໃນປ່າໂຄກ ແລະປ່າປະສົມ ສ່ວນຢາງບົງແດງ ແລະບົງມີ່ ມັກເກີດໃນປ່າດົງດິບ ແລະ ປ່າປະສົມ. ຕົ້ນບົງເປັນໄມ້ຢືນຕົ້ນ ເປືອກນອກສີເທົາ, ເປືອກມີຢາງໜຽວ, ມີກິ່ນຫອມ. ໃບ ແມ່ນໃບດ່ຽວ,ຮຽງສະຫຼັບ ຫຼື ວຽນສະຫຼັບຢູ່ໃກ້ກັບປາຍຍອດ, ກົກໃບ ແລະ ປາຍໃບມົນ ຫຼື ປາຍແຫຼມຕ່າງກັນເລັກ ນ້ອຍພາຍໃນກຸ່ມ, ຂອບໃບລຽບ, ໃບ ມີຮູບໄຂ່ປີ້ນ ຫຼືຮູບສ້ວຍ. ດອກອອກເປັນຊໍ່ ເກີດຕາມຫຼືບໃບ ແລະ ປາຍຍອດ. ຕົ້ນບົງຂາວ ອອກດອກໃນເດືອນທັນວາເຖິງເດືອນມັງກອນ ແລະ ໝາກ ອອກໃນເດືອນກຸມພາ ເຖິງເດືອນເມສາ. ຕົ້ນບົງແດງແລະ ບົງມີ່ ອອກດອກໃນເດືອນ ກໍລະກົດ ເຖິງເດືອນສິງຫາ ແລະ ໝາກ ອອກໃນເດືອນສິງຫາ ເຖິງເດືອນກັນຍາ. ປະຊາຊົນ ເກັບກູ້ ເປືອກບົງ ແລະ ຢາງບົງໄດ້ຕະຫຼອດປີ ເພື່ອນຳໄປຂາຍພາຍໃນ ແລະສົ່ງອອກປະເທດໃກ້ຄຽງ ສ້າງລາຍໄດ້ໃຫ້ແກ່ພວກເຂົາເຈົ້າ. ທູບທີ່ພວກເຈົ້າ ໄຕ້ບູຊາພະພຸດທະເຈົ້າ ນັ້ນແມ່ນເຮັດມາຈາກເປືອກຂອງຂ້ອຍໂດຍການບົດໃຫ້ມຸ່ນແລ້ວເຮັດເປັນເສັ້ນ. ນອກນັ້ນ ຍັງນຳມາເຮັດທູບໄລ່ຍຸງແລະໃຊ້ທາໄມ້ເພື່ອປ້ອງກັນການເຈາະຂອງພວກປວກ ແລະ ມອດ ດັ່ງນີ້ເປັນຕົ້ນ. ໃນສະໄໝກ່ອນ ຄົນບູຮານໄດ້ນຳໃຊ້ເປືອກບົງຂາວບົດໃຫ້ມຸ່ນ ປະສົມກັບດິນແລ້ວປັ້ນເປັນຮູບທີ່ຕ້ອງການ ແລະ ພະພຸດທະຮູບແບບຕ່າງໆໄວ້ໃນວັດວາອາຮາມ ຫຼື ເຮັດເປັນເຄື່ອງໃຊ້ສອຍເຊັ່ນ: ປັ້ນໝໍ້, ຫຼໍ່ໄຫ ແລະ ອື່ນໆ.
ຕົ້ນ ຢາງບົງ [Ton Yang Bong] ຕົ້ນ ຢາງບົງຂາວ; Persea gamblei ຫຼື Persea kurzii, ຕົ້ນ ຢາງບົງແດງ; Nothaphoebe umbelliflora, ຕົ້ນບົງມີ່
ຕົ້ນ ຢາງບົງ [Ton Yang Bong] ຕົ້ນ ຢາງບົງຂາວ; Persea gamblei ຫຼື Persea kurzii,
 ຕົ້ນ ຢາງບົງແດງ; Nothaphoebe umbelliflora, ຕົ້ນບົງມີ່

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ