google-site-verification: google0d91bc93cfc88895.html ຄວາມໝາຍຂອງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, August 20, 2016

ຄວາມໝາຍຂອງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ
ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ


ຄວາມໝາຍຂອງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

ການອະນຸລັກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໝາຍເຖິງ ການໃຊ້ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຢ່າງສະຫຼາດ ໂດຍໃຊ້ໃຫ້ໜ້ອຍ ເພື່ອໃຫ້ເກີດປະໂຫຍດສູງສຸດ ໂດຍຄໍານຶງເຖິງໄລຍະເວລາໃນ ການໃຊ້ໃຫ້ຍາວນານ ແລະ ເກີດຜົນເສຍຕໍ່ສິ່ງແວດລ້ອມໜ້ອຍທີ່ສຸດ. ປະຈຸບັນຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມມີຄວາມເຊື່ອມໂຊມຫຼາຍຂຶ້ນ, ດັ່ງນັ້ນ ການອະນຸລັກຊັບພະຍາກອນທໍາມະຊາດ ແລະສິ່ງແວດ ລ້ອມຈິ່ງມີຄວາມໝາຍລວມໄປເຖິງການພັດທະນາຄຸນນະພາບສິ່ງແວດລ້ອມອີກດ້ວຍ.

ການອະນຸລັກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໂດຍທາງກົງ:

ຊຶ່ງປະຕິບັດໄດ້ ໃນລະດັບບຸກຄົນ, ອົງການ ແລະ ລະດັບປະເທດ ໄດ້ແກ່:

  1. ການໃຊ້ຢ່າງປະຢັດ: ຄືໃຊ້ເທົ່າທີ່ມີຄວາມຈໍາເປັນ ເພື່ອໃຫ້ມີຊັບພະຍາກອນໄວ້ໃຊ້ໄດ້ດົນ ແລະ ເກີດປະໂຫຍດຢ່າງຄຸ້ມຄ່າຫຼາຍທີ່ສຸດ.
  2. ການນໍາກັບມາໃຊ້ຄືນ: ໄດ້ແກ່ສິ່ງຂອງບາງປະເພດເມື່ອມີການໃຊ້ແລ້ວຄັ້ງໜຶ່ງສາມາດນໍາກັບມາໃຊ້ຄືນໃໝ່ເຊັ່ນ: ຖົງຢາງພຣາສຕິກ, ເຈັ້ຍ ຫຼື ສາມາດທີ່ຈະນໍາກັບມາໃຊ້ໃໝ່ໂດຍຜ່ານຂະບວນການຕ່າງໆເຊັ່ນ: ຕົວຢ່າງ ການນໍາເອົາເຈັ້ຍທີ່ໃຊ້ແລ້ວໄປຜ່ານຂະບວນການຕ່າງໆ ເພື່ອເຮັດເປັນເຈັ້ຍແຂງ ຊຶ່ງເປັນການຫຼຸດຜ່ອນປະລິມານການໃຊ້ຊັບພະຍາກອນທໍາມະຊາດ ແລະ ການທໍາລາຍສິ່ງແວດລ້ອມໄດ້.
  3. ການບູລະນະສ້ອມແປງສິ່ງຂອງບາງຢ່າງ: ເມື່ອໃຊ້ເປັນເວລານານອາດເກີດການເປ່ເພໄດ້, ດັ່ງນັ້ນຖ້າມີການສ່ອມແປງກໍ່ຈະຍືດອາຍຸການນໍາໃຊ້ຕໍ່ໄປໄດ້ອີກເພື່ອເປັນການນໍາໃຊ້ຊັບພະຍາກອນໃຫ້ເກີດປະໂຫຍດສູງສຸດ.
  4. ການບໍາບັດ ແລະ ການຟື້ນຟູ: ເປັນວິທີການເພື່ອຊ່ວຍຫຼຸດຜ່ອນຄວາມເຊື່ອມໂຊມຂອງຊັບພະຍາກອນດ້ວຍການບໍາບັດກ່ອນເຊັ່ນ: ການບໍາບັດນໍ້າເສຍຈາກຄົວເຮືອນ ຫຼືໂຮງງານອຸດສະຫະກໍາເປັນຕົ້ນ ກ່ອນທີ່ຈະປ່ອຍລົງສູ່ແຫຼ່ງນໍ້າສາທາລະນະ, ສ່ວນການຟື້ນຟູທໍາມະຊາດໃຫ້ກັບສູ່ສະພາບເດີມເຊັ່ນ: ການປູກຕົ້ນໄມ້ ເພື່ອຟື້ນຟູຄວາມສົມດຸນຂອງປ່າໃຫ້ກັບມາອຸດົມສົມບູນ ເປັນຕົ້ນ.
  5. ການໃຊ້ສິ່ງອື່ນມາທົດແທນ: ເປັນວິທີການທີ່ຈະຊ່ວຍໃຫ້ມີການໃຊ້ຊັບພະຍາກອນທໍາມະຊາດລົດໜ້ອຍລົງ ແລະ ບໍ່ທໍາລາຍສິ່ງແວດລ້ອມເຊັ່ນ: ການໃຊ້ຖົງຜ້າແທນຖົງຢາງພຣາສຕິກ, ການໃຊ້ໃບຕອງແທນໂຟມ, ການໃຊ້ພະລັງງານແສງຕາເວັນແທນນໍ້າມັນເຊື້ອໄຟ ແລະ ການໃຊ້ປຸຍຊີວະພາບແທນປຸຍເຄມີເປັນຕົ້ນ.
  6. ການເວນຍາມ ແລະ ປ້ອງກັນ: ເປັນວິທີການທີ່ບໍ່ໃຫ້ຊັບພະຍາກອນທໍາມະຊາດແລະ ສິ່ງແວດລ້ອມຖືກທໍາລາຍເຊັ່ນ: ການເຝົ້າລະວັງການຖີ້ມຂີ້ເຫຍື່ອລົງສູ່ແມ່ນໍ້າລໍາທານ, ການສ້າງແນວປ້ອງກັນໄຟປ່າເປັນຕົ້ນ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ