google-site-verification: google0d91bc93cfc88895.html ແນວ​ພັນ​ເຂົ້າ​ຫນຽວ ທ່າ​ດອກ​ຄຳ 1 - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, August 12, 2016

ແນວ​ພັນ​ເຂົ້າ​ຫນຽວ ທ່າ​ດອກ​ຄຳ 1

             ສ່ວນປະກອບຜົນຜະລິດທ່າດອກຄຳ1ທົນນ້ຳຖ້ວມ  ມີຈຳນວນ ຮວງ/ສຸມຫຼາຍກວ່າ ທ່າດອກຄຳ1, ທ່າດອກຄຳ11 ຊຶ່ງມີ 8 ຮວງ/ສຸມ;  ມີຈຳນວນເມັດເຕັມ/ຮວງ  ຕໍ່າ ກວ່າ  ທ່າດອກຄຳ1 ມີ 82 ເມັດ/ຮວງ (72.5%)
ແລະ  101 ເມັດເຕັມ/ຮວງ  (85.4%);  ແລະ ນ້ຳໜັກ 1,000 ເມັດ  30.03 ແລະ  31.18 ກຼາມ ຕາມລຳດັບ (ຕາຕະລາງ 1).
              ຜົນຜະລິດ ແລະ ເປີເຊັນການລອດຕາຍລະດູຝົນ  ປີ  2009 ໄດ້ດຳເນີນການ ທົດລອງ  ໃນ 9 ຈຸດ  ຢູ່  4 ຕົວເມືອງ  ຄື:  (1) ເມືອງມະຫາໄຊ ມີ: ບ້ານນາກຽວ, ບ້ານສົມສະນຸກ ແລະ  ບ້ານດ້າງ;  (2)  ເມືອງເຊບັ້ງໄຟ,  ແຂວງ ຄຳມ່ວນ  ມີ:  ບ້ານນາພອກທ່າ  ແລະ  ບ້ານ ສົມສະອາດ; (3) ເມືອງໜອງບົກ, ແຂວງຄຳ ມ່ວນ ມີ: ບ້ານດ່ານປາກເຊ ແລະ ບ້ານຫາດຊາຍຟອງ; ແລະ  (4)  ເມືອງໄຊບູລີ  ແຂວງສະຫວັນນະເຂດ: ບ້ານຕົ້ນແຫນ ແລະ ບ້ານບືງເຊ, (ຕາຕະລາງ 2) .ທີ່ຈຸດທົດລອງ  ເມືອງມະຫາໄຊ  ແມ່ນຕົກ ກ້າຊ້າ ແລະ ຫຼັງນ້ຳຖ້ວມ ປະສົບກັບໄພແຫ້ງແລ້ງ ແລະ  ທຸກແນວພັນ  ແມ່ນບໍ່ໃຫ້ຜົນຜະລິດ.  ແຕ່ ເຖີງຢ່າງໃດກໍຕາມ  ເຫັນໄດ້ຢ່າງສັດເຈນລັກສະ ນະຄວາມທົນທານຕໍ່ນ້ຳຖ້ວມຂອງ  ແນວພັນທ່າ ດອກຄຳ1ທົນນ້ຳຖ້ວມ  ສົມທຽບໃສ່ທ່າດອກ ຄຳ1.   ທີ່ຈຸດທົດລອງບ້ານນາກຽວ  ແລະ  ບ້ານ ດ້າງ  ຖືກນ້ຳຖ້ວມເປັນເວລາ 11 ແລະ  17 ມື້, ປະເພດນ້ຳຖ້ວມຂັງ   ເລິກ 3 ແລະ 3.3 ແມັດ; ທ່າດອກຄຳ1ທົນນ້ຳຖ້ວມ  ແລະ  ທ່າດອກຄຳ1 ມີເປີເຊັນການລອດຕາຍ  85%  ແລະ  30%; 60% ແລະ10% ຕາມລຳດັບ. ສ່ວນຈຸດທົດລອງ ບ້ານສົມສະນຸກ  ຖືກນ້ຳຖ້ວມເປັນເວລາ 10 ວັນ ເລິກ 1.5ແມັດ ແລະ ນ້ຳຖ້ວມໄຫຼ ແລະ ໃສ; ແນວ ພັນທັງສອງ ມີເປີເຊັນການລອດຕາຍ 100%.ທີ່ຈຸດທົດລອງນາພອກທ່າ  ຖືກນ້ຳຖ້ວມຂັງ 11 ວັນ  ແຕ່ວັນທີ  1121/08/09; ເຫັນວ່າ ທ່າດອກຄຳ1ທົນນ້ຳຖວ້ມ  ລອດຕາຍ  60% ແລະ  ໃຫ້ຜົນຜະລິດ 2.2 ໂຕນ/ເຮັກຕາ,  ສ່ວນ ທ່າດອກຄຳ1 ບໍ່ໃຫ້ຜົນຜະລິດ,  ຕາຍ  100%.
                ຈຸດທົດລອງບ້ານສົມສະອາດ  ຖືກນ້ຳຖ້ວມ 11 ມື້ ແຕ່ວັນທີ 1020/08/09,   ນ້ຳເລິກ 2 ແມັດ,  ນ້ຳ ໃສ  ແລະ  ນ້ຳໄຫຼ;  ແນວພັນທັງສອງ  ລອດຕາຍ 100%,  ທ່າດອກຄຳ1ທົນນ້ຳຖວ້ມ  ໃຫ້ຜົນຜະ ລິດ 2.3ໂຕນ/ເຮັກຕາ, ສ່ວນທ່າດອກຄຳ1  1.3 ໂຕນ/ເຮັກຕາ.


ແນວ​ພັນ​ເຂົ້າ​ຫນຽວ ທ່າ​ດອກ​ຄຳ 1


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ